ຄູ່ມືຮັກສາອຸໂປສົຖ

ໜ້າ/ 90

ເມື່ອພຣະຜູ້ມີພຣະພາຄຕຣັສຢ່າງນີ້ແລ້ວ ວາເສຕຖະອຸປາສົກໄດ້ກຣາບທູລພຣະຜູ້ມີພຣະພາຄຢ່າງນີ້ວ່າ:

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຖ້າຍາຕສາຍໂລຫິຕຜູ້ເປັນທີ່ຮັກຂອງຂ້ານ້ອຍຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ, ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນັ້ນ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຕລອດກາລນານແກ່ຍາຕສາຍໂລຫິຕຜູ້ເປັນທີ່ຮັກຂອງຂ້ານ້ອຍ.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຖ້າກະສັຕທັງປວງຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ, ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນັ້ນ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຕລອດກາລນານແກ່ກະສັຕທັງປວງ.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຖ້າພຣາມນ໌ທັງປວງຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ, ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນັ້ນ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຕລອດກາລນານແກ່ພຣາມນ໌ທັງປວງ.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຖ້າແພສຍ໌ທັງປວງຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ, ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນັ້ນ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຕລອດກາລນານແກ່ແພສຍ໌ທັງປວງ.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຖ້າສູທທ໌ທັງປວງຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ, ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນັ້ນ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຕລອດກາລນານແກ່ສູທທ໌ທັງປວງ.

ວາເສຕຖະ! ຂໍ້ນີ້ເປັນຢ່າງນັ້ນ.

ວາເສຕຖະ! ຂໍ້ນີ້ເປັນຢ່າງນັ້ນ.

ວາເສຕຖະ! ຖ້າກະສັຕທັງປວງຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ, ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນັ້ນ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຕລອດກາລນານແກ່ກະສັຕທັງປວງ.

ວາເສຕຖະ! ຖ້າພຣາມນ໌ທັງປວງຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ, ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນັ້ນ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຕລອດກາລນານແກ່ພຣາມນ໌ທັງປວງ.

ວາເສຕຖະ! ຖ້າແພສຍ໌ທັງປວງຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ, ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນັ້ນ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຕລອດກາລນານແກ່ແພສຍ໌ທັງປວງ.

ວາເສຕຖະ! ຖ້າສູທທ໌ທັງປວງຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ, ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນັ້ນ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຕລອດກາລນານແກ່ສູທທ໌ທັງປວງ.

ວາເສຕຖະ! ຖ້າໂລກ ພ້ອມທັງເທວະໂລກ ມາຣໂລກ ພຣົມມະໂລກ ໃນໝູ່ສັຕ ພ້ອມທັງສະມະນະພຣາມນ໌ ເທວະດາແລະມະນຸສ ຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ, ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນັ້ນ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຕລອດກາລນານແກ່ໂລກ ພ້ອມທັງເທວະໂລກ ມາຣໂລກ ພຣົມມະໂລກ ໃນໝູ່ສັຕ ພ້ອມທັງສະມະນະພຣາມນ໌ ເທວະດາແລະມະນຸສ.

ວາເສຕຖະ! ຖ້າທ່ານຜູ້ມະຫາສາຣເຫລົ່ານີ້ຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ, ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນັ້ນ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຕລອດກາລນານແກ່ທ່ານຜູ້ມະຫາສາຣເຫລົ່ານີ້ ຖ້າຫາກວ່າຕັ້ງໃຈ ຈະກ່າວຫຍັງເຖິງມະນຸສໜໍ.

ອັງຄຸຕຕະຣະນິກາຍ ສັຕຕະກະ-ອັຕຖະກະ-ນະວະກະນິບາຕ

໒໓/໒໐໓-໒໐໔/໑໓໔

ອຸໂປສົຖ ໓ ປະກາຣ

ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ປາສາທຂອງມິຄາຣະມາຣດາໃນບຸພພາຣາມ ໃກ້ພຣະນະຄອຣສາວັຕຖີ ຄັ້ງນັ້ນແລ ນາງວິສາຂາມິຄາຣະມາຣດາໄດ້ເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບໃນວັນອຸໂປສົຖ ອະພິວາທພຣະຜູ້ມີພຣະພາຄແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວ ພຣະຜູ້ມີພຣະພາຄຕຣັສຖາມວ່າ:

ວິສາຂາ! ເຈົ້າມາຈາກໃສແຕ່ທ່ຽງວັນ?

ນາງວິສາຂາກຣາບທູລວ່າ:

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ວັນນີ້ຂ້ານ້ອຍເຂົ້າຈຳອຸໂປສົຖ.

ວິສາຂາ! ອຸໂປສົຖ ໓ ປະກາຣນີ້, ໓ ປະກາຣເປັນຢ່າງໃດ? ຄື:

ໂຄປາລະກະອຸໂປສົຖ,

ນິຄັນຖະອຸໂປສົຖ,

ອະຣິຍະອຸໂປສົຖ.

ວິສາຂາ! ກໍໂຄປາລະກະອຸໂປສົຖເປັນຢ່າງໃດ?

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ