ຄູ່ມືກາຣຈະເຣີນເມຕຕາ
ໜ້າ/ 63
ພິກຂຸທັງຫລາຍ! ເຮົາບໍ່ຮູ້ແລ້ວ ຍ່ອມບໍ່ກ່າວຄວາມສິ້ນສຸດແຫ່ງກັມທີ່ສັຕຕັ້ງໃຈກະທຳສັ່ງສົມຂຶ້ນ ກໍວິບາກນັ້ນແລອັນສັຕຜູ້ກະທຳຍ່ອມໄດ້ສເວີຍໃນປັຈຈຸບັນ ຫລືໃນອັຕຕະພາບຖັດໄປ ຫລືໃນອັຕຕະພາບຖັດໄປອີກ. ພິກຂຸທັງຫລາຍ ເຮົາບໍ່ຮູ້ແລ້ວ ຍ່ອມບໍ່ກ່າວກາຣທຳທີ່ສຸດທຸກຂ໌ແຫ່ງກັມທີ່ສັຕຕັ້ງໃຈກະທຳສັ່ງສົມຂຶ້ນ.
ພິກຂຸທັງຫລາຍ! ອະຣິຍະສາວົກນັ້ນແລ ເປັນຜູ້ປາສະຈາກອະພິຊຊາ ປາສະຈາກພະຍາບາທ ບໍ່ຫລົງມົວເມົາ ເປັນຜູ້ມີສັມປະຊັນຍະ ມີສະຕິສະເພາະໜ້າ ມີໃຈປະກອບດ້ວຍເມຕຕາແຜ່ໄປຕະຫລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍເໝືອນກັນ ທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕະຫລອດໂລກທັງປວງ ທົ່ວສັຕທຸກເຫລົ່າໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍເມຕຕາອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທ ອະຣິຍະສາວົກນັ້ນຍ່ອມຮູ້ຢ່າງນີ້ວ່າ ໃນກາລກ່ອນແລຈິຕຂອງເຮົາເປັນຈິຕເລັກນ້ອຍ ເປັນຈິຕທີ່ບໍ່ໄດ້ອົບຮົມ ແຕ່ບັດນີ້ຈິຕຂອງເຮົາເປັນຈິຕຫາປະມານບໍ່ໄດ້ ເປັນຈິຕທີ່ໄດ້ອົບຮົມດີແລ້ວ ກໍກັມທີ່ທຳແລ້ວພໍປະມານນັ້ນຍ່ອມບໍ່ເຫລືອຢູ່ ບໍ່ຕັ້ງຢູ່ໃນຈິຕຂອງເຮົານັ້ນ.
ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຈະສຳຄັນຄວາມຂໍ້ນີ້ວ່າຢ່າງໃດ ຄື ຫາກໃນເວລາຍັງເປັນເດັກ ເດັກນັ້ນໄດ້ຈະເຣີນເມຕຕາເຈໂຕວິມຸຕ ຈະກະທຳບາບກັມຫລືໜໍ?
ພິກຂຸທັງຫລາຍກຣາບທູລວ່າ ບໍ່ເປັນເຊັ່ນນັ້ນ ພຣະອົງຄ໌ຜູ້ຈະເຣີນ!
ກໍຄວາມທຸກຂ໌ນັ້ນຈະຖືກຕ້ອງບຸຄຄົລຜູ້ບໍ່ກະທຳບາບກັມຫລືໜໍ?
ບໍ່ເປັນເຊັ່ນນັ້ນ ພຣະອົງຄ໌ຜູ້ຈະເຣີນ!
ຂ້າແຕ່ພຣະອົງຜູ້ຈະເຣີນ! ທຸກຂ໌ນັ້ນຈະຖືກຕ້ອງບຸຄຄົລຜູ້ບໍ່ກະທຳບາບກັມໄດ້ຢ່າງໃດ.
ພິກຂຸທັງຫລາຍ! ກໍເມຕຕາເຈໂຕວິມຸຕນີ້ອັນສະຕຣີຫລືບຸຣຸສຄວນຈະເຣີນແລ. ພິກຂຸທັງຫລາຍ ກາຍນີ້ອັນສະຕຣີຫລືບຸຣຸສບໍ່ສາມາດພາເອົານຳໄປໄດ້.
ພິກຂຸທັງຫລາຍ! ສັຕຜູ້ມີຄວາມຕາຍເປັນສະພາບນີ້ ເປັນຜູ້ມີຈິຕເປັນເຫຕ ສັຕນັ້ນຍ່ອມຮູ້ຢ່າງນີ້ວ່າ ບາບກັມໃດໆຂອງເຮົາອັນກາຍນີ້ກະທຳແລ້ວໃນກາລກ່ອນ ບາບກັມທັງໝົດນັ້ນເປັນກັມອັນເຮົາຈະໄດ້ສເວີຍໃນອັຕຕະພາບນີ້ເທົ່ານັ້ນ ຈັກບໍ່ຕິດຕາມໄປດັ່ງນີ້.
ພິກຂຸທັງຫລາຍ! ເມຕຕາເຈໂຕວິມຸຕອັນພິກຂຸຜູ້ມີປັນຍາ ຜູ້ຍັງບໍ່ແທງຕະຫລອດເຊິ່ງວິມຸຕອັນຍິ່ງໃນທັມວິນັຍນີ້ອົບຮົມແລ້ວ ດ້ວຍປະກາຣຢ່າງນີ້ແລ ຍ່ອມເປັນໄປເພື່ອຄວາມເປັນອະນາຄາມີ.
ພິກຂຸທັງຫລາຍ! ອະຣິຍະສາວົກນັ້ນແລ ເປັນຜູ້ມີຈິຕປະກອບດ້ວຍກະຣຸນາແຜ່ໄປຕະຫລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍເໝືອນກັນ ທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕະຫລອດໂລກທັງປວງ ທົ່ວສັຕທຸກເຫລົ່າໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍກະຣຸນາອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທ ອະຣິຍະສາວົກນັ້ນຍ່ອມຮູ້ຢ່າງນີ້ວ່າ ໃນກາລກ່ອນແລຈິຕຂອງເຮົາເປັນຈິຕເລັກນ້ອຍ ເປັນຈິຕທີ່ບໍ່ໄດ້ອົບຮົມ ແຕ່ບັດນີ້ຈິຕຂອງເຮົາເປັນຈິຕຫາປະມານບໍ່ໄດ້ ເປັນຈິຕທີ່ໄດ້ອົບຮົມດີແລ້ວ ກໍກັມທີ່ທຳແລ້ວພໍປະມານນັ້ນຍ່ອມບໍ່ເຫລືອຢູ່ ບໍ່ຕັ້ງຢູ່ໃນຈິຕຂອງເຮົານັ້ນ.
ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຈະສຳຄັນຄວາມຂໍ້ນີ້ວ່າຢ່າງໃດ ຄື ຫາກໃນເວລາຍັງເປັນເດັກ ເດັກນັ້ນໄດ້ຈະເຣີນກະຣຸນາເຈໂຕວິມຸຕ ຈະກະທຳບາບກັມຫລືໜໍ?
ພິກຂຸທັງຫລາຍກຣາບທູລວ່າ ບໍ່ເປັນເຊັ່ນນັ້ນ ພຣະອົງຄ໌ຜູ້ຈະເຣີນ!
ກໍຄວາມທຸກຂ໌ນັ້ນຈະຖືກຕ້ອງບຸຄຄົລຜູ້ບໍ່ກະທຳບາບກັມຫລືໜໍ?
ບໍ່ເປັນເຊັ່ນນັ້ນ ພຣະອົງຄ໌ຜູ້ຈະເຣີນ!
ຂ້າແຕ່ພຣະອົງຜູ້ຈະເຣີນ! ທຸກຂ໌ນັ້ນຈະຖືກຕ້ອງບຸຄຄົລຜູ້ບໍ່ກະທຳບາບກັມໄດ້ຢ່າງໃດ.
ພິກຂຸທັງຫລາຍ! ກໍກະຣຸນາເຈໂຕວິມຸຕນີ້ອັນສະຕຣີຫລືບຸຣຸສຄວນຈະເຣີນແລ. ພິກຂຸທັງຫລາຍ ກາຍນີ້ອັນສະຕຣີຫລືບຸຣຸສບໍ່ສາມາດພາເອົານຳໄປໄດ້.
ພິກຂຸທັງຫລາຍ! ສັຕຜູ້ມີຄວາມຕາຍເປັນສະພາບນີ້ ເປັນຜູ້ມີຈິຕເປັນເຫຕ ສັຕນັ້ນຍ່ອມຮູ້ຢ່າງນີ້ວ່າ ບາບກັມໃດໆຂອງເຮົາອັນກາຍນີ້ກະທຳແລ້ວໃນກາລກ່ອນ ບາບກັມທັງໝົດນັ້ນເປັນກັມອັນເຮົາຈະໄດ້ສເວີຍໃນອັຕຕະພາບນີ້ເທົ່ານັ້ນ ຈັກບໍ່ຕິດຕາມໄປດັ່ງນີ້.








