ຄູ່ມືກາຣຈະເຣີນເມຕຕາ
ໜ້າ/ 63
ພິກຂຸທັງຫລາຍ! ກະຣຸນາເຈໂຕວິມຸຕອັນພິກຂຸຜູ້ມີປັນຍາ ຜູ້ຍັງບໍ່ແທງຕະຫລອດເຊິ່ງວິມຸຕອັນຍິ່ງໃນທັມວິນັຍນີ້ອົບຮົມແລ້ວ ດ້ວຍປະກາຣຢ່າງນີ້ແລ ຍ່ອມເປັນໄປເພື່ອຄວາມເປັນອະນາຄາມີ.
ພິກຂຸທັງຫລາຍ! ອະຣິຍະສາວົກນັ້ນເປັນຜູ້ມີຈິຕປະກອບດ້ວຍມຸທິຕາແຜ່ໄປຕະຫລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍເໝືອນກັນ ທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕະຫລອດໂລກທັງປວງ ທົ່ວສັຕທຸກເຫລົ່າໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍມຸທິຕາອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທ ອະຣິຍະສາວົກນັ້ນຍ່ອມຮູ້ຢ່າງນີ້ວ່າ ໃນກາລກ່ອນແລຈິຕຂອງເຮົາເປັນຈິຕເລັກນ້ອຍ ເປັນຈິຕທີ່ບໍ່ໄດ້ອົບຮົມ ແຕ່ບັດນີ້ຈິຕຂອງເຮົາເປັນຈິຕຫາປະມານບໍ່ໄດ້ ເປັນຈິຕທີ່ໄດ້ອົບຮົມດີແລ້ວ ກໍກັມທີ່ທຳແລ້ວພໍປະມານນັ້ນຍ່ອມບໍ່ເຫລືອຢູ່ ບໍ່ຕັ້ງຢູ່ໃນຈິຕຂອງເຮົານັ້ນ.
ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຈະສຳຄັນຄວາມຂໍ້ນີ້ວ່າຢ່າງໃດ ຄື ຫາກໃນເວລາຍັງເປັນເດັກ ເດັກນັ້ນໄດ້ຈະເຣີນມຸທິຕາເຈໂຕວິມຸຕ ຈະກະທຳບາບກັມຫລືໜໍ?
ພິກຂຸທັງຫລາຍກຣາບທູລວ່າ ບໍ່ເປັນເຊັ່ນນັ້ນ ພຣະອົງຄ໌ຜູ້ຈະເຣີນ!
ກໍຄວາມທຸກຂ໌ນັ້ນຈະຖືກຕ້ອງບຸຄຄົລຜູ້ບໍ່ກະທຳບາບກັມຫລືໜໍ?
ບໍ່ເປັນເຊັ່ນນັ້ນ ພຣະອົງຄ໌ຜູ້ຈະເຣີນ!
ຂ້າແຕ່ພຣະອົງຜູ້ຈະເຣີນ! ທຸກຂ໌ນັ້ນຈະຖືກຕ້ອງບຸຄຄົລຜູ້ບໍ່ກະທຳບາບກັມໄດ້ຢ່າງໃດ.
ພິກຂຸທັງຫລາຍ! ກໍມຸທິຕາເຈໂຕວິມຸຕນີ້ອັນສະຕຣີຫລືບຸຣຸສຄວນຈະເຣີນແລ. ພິກຂຸທັງຫລາຍ ກາຍນີ້ອັນສະຕຣີຫລືບຸຣຸສບໍ່ສາມາດພາເອົານຳໄປໄດ້.
ພິກຂຸທັງຫລາຍ! ສັຕຜູ້ມີຄວາມຕາຍເປັນສະພາບນີ້ ເປັນຜູ້ມີຈິຕເປັນເຫຕ ສັຕນັ້ນຍ່ອມຮູ້ຢ່າງນີ້ວ່າ ບາບກັມໃດໆຂອງເຮົາອັນກາຍນີ້ກະທຳແລ້ວໃນກາລກ່ອນ ບາບກັມທັງໝົດນັ້ນເປັນກັມອັນເຮົາຈະໄດ້ສເວີຍໃນອັຕຕະພາບນີ້ເທົ່ານັ້ນ ຈັກບໍ່ຕິດຕາມໄປດັ່ງນີ້.
ພິກຂຸທັງຫລາຍ! ມຸທິຕາເຈໂຕວິມຸຕອັນພິກຂຸຜູ້ມີປັນຍາ ຜູ້ຍັງບໍ່ແທງຕະຫລອດເຊິ່ງວິມຸຕອັນຍິ່ງໃນທັມວິນັຍນີ້ອົບຮົມແລ້ວ ດ້ວຍປະກາຣຢ່າງນີ້ແລ ຍ່ອມເປັນໄປເພື່ອຄວາມເປັນອະນາຄາມີ.
ພິກຂຸທັງຫລາຍ! ອະຣິຍະສາວົກນັ້ນມີຈິຕປະກອບດ້ວຍອຸເປກຂາ ແຜ່ໄປຕະຫລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍເໝືອນກັນ ທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕະຫລອດໂລກທັງປວງ ທົ່ວສັຕທຸກເຫລົ່າໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍອຸເປກຂາອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທ ອະຣິຍະສາວົກນັ້ນຍ່ອມຮູ້ຢ່າງນີ້ວ່າ ໃນກາລກ່ອນແລ ຈິຕຂອງເຮົາເປັນຈິຕເລັກນ້ອຍ ເປັນຈິຕທີ່ບໍ່ໄດ້ອົບຮົມ ແຕ່ບັດນີ້ຈິຕຂອງເຮົາເປັນຈິຕຫາປະມານບໍ່ໄດ້ ເປັນຈິຕທີ່ໄດ້ອົບຮົມດີແລ້ວ ກໍກັມທີ່ທຳແລ້ວພໍປະມານນັ້ນຍ່ອມບໍ່ເຫລືອຢູ່ ບໍ່ຕັ້ງຢູ່ໃນຈິຕຂອງເຮົານັ້ນ.
ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຈະສຳຄັນຄວາມຂໍ້ນີ້ວ່າຢ່າງໃດ ຄື ຫາກໃນເວລາຍັງເປັນເດັກ ເດັກນັ້ນໄດ້ຈະເຣີນອຸເປກຂາເຈໂຕວິມຸຕ ຈະກະທຳບາບກັມຫລືໜໍ?
ພິກຂຸທັງຫລາຍກຣາບທູລວ່າ ບໍ່ເປັນເຊັ່ນນັ້ນ ພຣະອົງຄ໌ຜູ້ຈະເຣີນ!
ກໍຄວາມທຸກຂ໌ນັ້ນຈະຖືກຕ້ອງບຸຄຄົລຜູ້ບໍ່ກະທຳບາບກັມຫລືໜໍ?
ບໍ່ເປັນເຊັ່ນນັ້ນ ພຣະອົງຄ໌ຜູ້ຈະເຣີນ!
ຂ້າແຕ່ພຣະອົງຜູ້ຈະເຣີນ! ທຸກຂ໌ນັ້ນຈະຖືກຕ້ອງບຸຄຄົລຜູ້ບໍ່ກະທຳບາບກັມໄດ້ຢ່າງໃດ.
ພິກຂຸທັງຫລາຍ! ກໍອຸເປກຂາເຈໂຕວິມຸຕນີ້ອັນສະຕຣີຫລືບຸຣຸສຄວນຈະເຣີນແລ. ພິກຂຸທັງຫລາຍ ກາຍນີ້ອັນສະຕຣີຫລືບຸຣຸສບໍ່ສາມາດພາເອົານຳໄປໄດ້.
ພິກຂຸທັງຫລາຍ! ສັຕຜູ້ມີຄວາມຕາຍເປັນສະພາບນີ້ ເປັນຜູ້ມີຈິຕເປັນເຫຕ ສັຕນັ້ນຍ່ອມຮູ້ຢ່າງນີ້ວ່າ ບາບກັມໃດໆຂອງເຮົາອັນກາຍນີ້ກະທຳແລ້ວໃນກາລກ່ອນ ບາບກັມທັງໝົດນັ້ນເປັນກັມອັນເຮົາຈະໄດ້ສເວີຍໃນອັຕຕະພາບນີ້ເທົ່ານັ້ນ ຈັກບໍ່ຕິດຕາມໄປດັ່ງນີ້.
ພິກຂຸທັງຫລາຍ! ອຸເປກຂາເຈໂຕວິມຸຕອັນພິກຂຸຜູ້ມີປັນຍາ ຜູ້ຍັງບໍ່ແທງຕະຫລອດເຊິ່ງວິມຸຕອັນຍິ່ງໃນທັມວິນັຍນີ້ອົບຮົມແລ້ວ ດ້ວຍປະກາຣຢ່າງນີ້ແລ ຍ່ອມເປັນໄປເພື່ອຄວາມເປັນອະນາຄາມີ.
ອັງຄຸຕຕະຣະນິກາຍ ທະກະສະ-ເອກາທະສະກະນິບາຕ ໒໔/໒໗໓-໒໗໔/໑໙໖








