ຄູ່ມືກາຣຈະເຣີນເມຕຕາ
ໜ້າ/ 63
ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເຂົ້າໄປຕັ້ງມະໂນກັມປະກອບດ້ວຍເມຕຕາໃນເພື່ອນພຣົມມະຈັນຍ໌ທັງຫລາຍ ທັງຕໍ່ໜ້າແລະລັບຫລັງ ນີ້ກໍເປັນສາຣານິຍະທັມ.
ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸແບ່ງປັນລາພທັງຫລາຍທີ່ປະກອບດ້ວຍທັມ ໄດ້ມາໂດຍທັມ ໂດຍທີ່ສຸດແມ່ນພຽງບິນທະບາຕ ຍ່ອມບໍຣິໂພຄຮ່ວມກັນກັບເພື່ອນພຣົມມະຈັນຍ໌ທັງຫລາຍຜູ້ມີສີລ ນີ້ເປັນສາຣານິຍະທັມ.
ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເປັນຜູ້ມີສີລທີ່ບໍ່ຂາດ ບໍ່ທະລຸ ບໍ່ດ່າງ ບໍ່ພ້ອຍ ເປັນອິສສະຣະ ອັນວິນຍູຊົນສັນລະເສີນ ບໍ່ມີອັນໃດຄອບງຳ ເປັນໄປເພື່ອສະມາທິ ສະເໝີກັນກັບເພື່ອນພຣົມມະຈັນຍ໌ທັງຫລາຍ ທັງຕໍ່ໜ້າແລະລັບຫລັງ ນີ້ເປັນສາຣານິຍະທັມ.
ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸມີທິຕຖິອັນເປັນອະຣິຍະເປັນເຄື່ອງນຳອອກໄປເພື່ອຄວາມສິ້ນທຸກຂ໌ໂດຍຊອບແກ່ຜູ້ກະທຳຕາມ ສະເໝີກັນກັບເພື່ອນພຣົມມະຈັັນຍ໌ທັງຫລາຍ ທັງຕໍ່ໜ້າແລະລັບຫລັງ ນີ້ກໍເປັນສາຣານິຍະທັມ.
ພິກຂຸທັງຫລາຍ! ສາຣານິຍະທັມ ໖ ປະກາຣເຫລົ່ານີ້ແລ.
ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໒໖໗/໒໘໒
ສາຣານິຍະທັມ ທັມອັນເປັນທີ່ຕັ້ງແຫ່ງຄວາມຣະນຶກເຖິງກັນ (ສູຕທີ ໒)
ພິກຂຸທັງຫລາຍ! ທັມ ໖ ປະກາຣນີິ້ ເປັນທີ່ຕັ້ງແຫ່ງກາຣຣະນຶກເຖິງກັນ ກະທຳໃຫ້ເປັນທີີ່ຮັກ ເປັນທີ່ເຄົາຣົພ ຍ່ອມເປັນໄປເພື່ອຄວາມສົງເຄາະ ເພື່ອຄວາມບໍ່ວິວາທກັນ ເພື່ອຄວາມພ້ອມພຽງເປັນອັນໜຶ່ງອັນດຽວກັນ.
ທັມ ໖ ປະກາຣເປັນຢ່າງໃດ?
ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ເຂົ້າໄປຕັ້ງກາຍກັມ ປະກອບດ້ວຍເມຕຕາໃນເພື່ອນພຣົມມະຈັນຍ໌ທັງຫລາຍ ທັງຕໍ່ໜ້າແລະລັບຫລັງ ນີ້ກໍເປັນທີ່ຕັ້ງແຫ່ງກາຣຣະນຶກເຖິງກັນ ກະທຳໃຫ້ເປັນທີ່ຮັກ ເປັນທີ່ເຄົາຣົພ ຍ່ອມເປັນໄປເພື່ອຄວາມສົງເຄາະກັນ ເພື່ອຄວາມບໍ່ວິວາທກັນ ເພື່ອຄວາມພ້ອມພຽງເປັນອັນໜຶ່ງອັນດຽວກັນ.
ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເຂົ້າໄປຕັ້ງວະຈີກັມປະກອບດ້ວຍເມຕຕາໃນເພື່ອນພຣົມມະຈັນຍ໌ທັງຫລາຍ ທັງຕໍ່ໜ້າແລະລັບຫລັງ ນີ້ກໍເປັນທີ່ຕັ້ງແຫ່ງກາຣຣະນຶກເຖິງກັນ ກະທຳໃຫ້ເປັນທີ່ຮັກ ເປັນທີ່ເຄົາຣົພ ຍ່ອມເປັນໄປເພື່ອຄວາມສົງເຄາະກັນ ເພື່ອຄວາມບໍ່ວິວາທກັນ ເພື່ອຄວາມພ້ອມພຽງເປັນອັນໜຶ່ງອັນດຽວກັນ.
ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເຂົ້າໄປຕັ້ງມະໂນກັມ ປະກອບດ້ວຍເມຕຕາໃນເພື່ອນພຣົມມະຈັນຍ໌ທັງຫລາຍ ທັງຕໍ່ໜ້າແລະລັບຫລັງ ນີ້ກໍເປັນທີ່ຕັ້ງແຫ່ງກາຣຣະນຶກເຖິງກັນ ກະທຳໃຫ້ເປັນທີ່ຮັກ ເປັນທີ່ເຄົາຣົພ ຍ່ອມເປັນໄປເພື່ອຄວາມສົງເຄາະກັນ ເພື່ອຄວາມບໍ່ວິວາທກັນ ເພື່ອຄວາມພ້ອມພຽງເປັນອັນໜຶ່ງອັນດຽວກັນ.
ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸແບ່ງປັນລາພທັງຫລາຍທີ່ປະກອບດ້ວຍທັມ ໄດ້ມາໂດຍທັມ ໂດຍທີ່ສຸດແມ່ນພຽງບິນທະບາຕ ຍ່ອມບໍຣິໂພຄຮ່ວມກັນກັບເພື່ອນພຣົມມະຈັນຍ໌ທັງຫລາຍຜູ້ມີສີລ ນີ້ກໍເປັນທີ່ຕັ້ງແຫ່ງກາຣຣະນຶກເຖິງກັນ ກະທຳໃຫ້ເປັນທີ່ຮັກ ເປັນທີ່ເຄົາຣົພ ຍ່ອມເປັນໄປເພື່ອຄວາມສົງເຄາະກັນ ເພື່ອຄວາມບໍ່ວິວາທກັນ ເພື່ອຄວາມພ້ອມພຽງເປັນອັນໜຶ່ງອັນດຽວກັນ.
ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເປັນຜູ້ມີສີລທີ່ບໍ່ຂາດ ບໍ່ທະລຸ ບໍ່ດ່າງ ບໍ່ພ້ອຍ ເປັນອິສສະຣະ ອັນວິນຍູຊົນສັນລະເສີນ ບໍ່ມີອັນໃດຄອບງຳ ເປັນໄປເພື່ອສະມາທິ ສະເໝີກັນກັບເພື່ອນພຣົມມະຈັນຍ໌ທັງຫລາຍ ທັງຕໍ່ໜ້າແລະລັບຫລັງ ນີ້ກໍເປັນທີ່ຕັ້ງແຫ່ງກາຣຣະນຶກເຖິງກັນ ກະທຳໃຫ້ເປັນທີ່ຮັກ ເປັນທີ່ເຄົາຣົພ ຍ່ອມເປັນໄປເພື່ອຄວາມສົງເຄາະກັນ ເພື່ອຄວາມບໍ່ວິວາທກັນ ເພື່ອຄວາມພ້ອມພຽງເປັນອັນໜຶ່ງອັນດຽວກັນ.
ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸມີທິຕຖິອັນເປັນອະຣິຍະເປັນເຄື່ອງນຳອອກໄປ ເພື່ອຄວາມສິ້ນທຸກຂ໌ໂດຍຊອບແກ່ຜູ້ກະທຳຕາມ ສະເໝີກັນກັບເພື່ອນພຣົມມະຈັັນຍ໌ທັງຫລາຍ ທັງຕໍ່ໜ້າແລະລັບຫລັງ ນີ້ກໍເປັນທີ່ຕັ້ງແຫ່ງກາຣຣະນຶກເຖິງກັນ ກະທຳໃຫ້ເປັນທີ່ຮັກ ເປັນທີ່ເຄົາຣົພ ຍ່ອມເປັນໄປເພື່ອຄວາມສົງເຄາະກັນ ເພື່ອຄວາມບໍ່ວິວາທກັນ ເພື່ອຄວາມພ້ອມພຽງເປັນອັນໜຶ່ງອັນດຽວກັນ.
ຄວາມເຖິງພ້ອມດ້ວຍເມຕຕາ ກະທຳໃຫ້ກັມທີ່ທຳແລ້ວພໍປະມານສງົບຣະງັບລົງໄດ້








