ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືກາຣຈະເຣີນເມຕຕາ

ໜ້າ/ 63

ພິກຂຸທັງຫລາຍ! ແຕ່ນັ້ນມາ ນາງກາລີກໍລຸກຂຶ້ນສວຍກວ່າທຸກວັນ ຄັ້ງນັ້ນ ແມ່ເຮືອນເວເທຫິກາຜູ້ເປັນນາຍກໍຮ້ອງດ່າຕວາດນາງກາລີທາສີອີກວ່າ:

ອີ່ກາລີຕົວຮ້າຍ

ອັນໃດໜໍ ຂ້ານ້ອຍ!

ອີ່ຄົນໃຊ້! ເອງເປັນອັນໃດຈິ່ງຕື່ນສວຍແທ້?

ບໍ່ເປັນຫຍັງດອກ ຂ້ານ້ອຍ!

ນາງຈິ່ງກ່າວອີກວ່າ ເຮີ້ຍ ອີ່ຊາຕຊົ່ວ ເມື່ອບໍ່ເປັນອັນໃດ ເປັນຫຍັງຈິ່ງນອນຕື່ນສວຍແທ້ ດັ່ງນີ້ແລ້ວ ກໍໂກທຢ່າງແຮງ ຈິ່ງຄວ້າຫລິ້ມປະຕູແກວ່ງໃສ່ຫົວ ປາກກໍວ່າ ກູຈະທຳລາຍຫົວມຶງ.

ພິກຂຸທັງຫລາຍ! ຄາວນັ້ນ ນາງກາລີທາສີມີຫົວແຕກ ເລືອດໄຫລອອກ ຈິ່ງທ່ຽວກ່າວໂທສໃຫ້ບ້ານໃກ້ເຮືອນຄຽງຊາບວ່າ:

ແມ່ພໍ່ທັງຫລາຍ! ເຊີນເບິ່ງກາຣກະທຳຂອງຄົນສງົບສະຫງ່ຽມ ອ່ອນໂຍນ ຮຽບຮ້ອຍເອົາເຖີດ ເປັນຫຍັງຈິ່ງກະທຳກັບທາສີຄົນດຽວຢ່າງນີ້ໜໍ ເພາະໂກທເຄືອງວ່າ ນອນຕື່ນສວຍ ຈິ່ງຄວ້າຫລິ້ມປະຕູແກວ່ງໃສ່ຫົວ ປາກກໍວ່າ ກູຈະທຳລາຍຫົວມຶງ ດັ່ງນີ້.

ພິກຂຸທັງຫລາຍ! ແຕ່ນັ້ນມາ ກຽດຕິສັພອັນຊົ່ວຂອງແມ່ເຮືອນເວເທຫິກາກໍຂະຈອຣໄປຢ່າງນີ້ວ່າ ແມ່ເຮືອນເວເທຫິກາເປັນຄົນໂຫດຮ້າຍ ບໍ່ອ່ອນໂຍນ ບໍ່ສງົບສະຫງ່ຽມຮຽບຮ້ອຍ ສັນໃດ, ພິກຂຸທັງຫລາຍ ພິກຂຸບາງອົງຄ໌ໃນທັມວິນັຍນີ້ກໍສັນນັ້ນ ເປັນຄົນສງົບສະຫງ່ຽມຫລາຍ ເປັນຄົນອ່ອນໂຍນຫລາຍ ເປັນຄົນຮຽບຮ້ອຍຫລາຍ ໄດ້ກໍຕໍ່ເມື່ອເວລາທີ່ຍັງບໍ່ໄດ້ກະທົບດ້ວຍຖ້ອຍຄຳອັນບໍ່ເປັນທີ່ພໍໃຈເທົ່ານັ້ນ.

ພິກຂຸທັງຫລາຍ! ກໍເມື່ອໃດ ເຂົາກະທົບດ້ວຍຖ້ອຍຄຳອັນບໍ່ເປັນທີ່ພໍໃຈເຂົ້າ ກໍຍັງເປັນຄົນສງົບສະຫງ່ຽມ ອ່ອນໂຍນ ຮຽບຮ້ອຍຢູ່ໄດ້, ພິກຂຸທັງຫລາຍ ເມື່ອນັ້ນແລ ຈິ່ງຄວນຖືວ່າເຂົາເປັນຄົນສງົບສະຫງ່ຽມ ອ່ອນໂຍນ ຮຽບຮ້ອຍຈິງ.

ພິກຂຸທັງຫລາຍ! ເຮົາບໍ່ຮຽກພິກຂຸທີ່ເປັນຄົນວ່າງ່າຍ ເຖິງຄວາມເປັນຄົນວ່າງ່າຍ ເພາະເຫຕທີ່ໄດ້ຈີວອຣ ບິນທະບາຕ ເສນາສະນະ ແລະຄິລານະປັຈຈັຍເພສັຊບໍຣິຂາຣວ່າ ເປັນຄົນວ່າງ່າຍ. ພິກຂຸທັງຫລາຍ ອີກຢ່າງໜຶ່ງ ພິກຂຸອົງຄ໌ໃດແລ ມາສັກກາຣະ ເຄົາຣົພ ນອບນ້ອມພຣະທັມຢູ່ ເປັນຄົນວ່າງ່າຍ ເຖິງຄວາມເປັນຜູ້ວ່າງ່າຍ ເຮົາຮຽກພິກຂຸອົງຄ໌ນັ້ນວ່າ ເປັນຄົນວ່າງ່າຍ ດັ່ງນີ້.

ພິກຂຸທັງຫລາຍ! ເພາະສະນັ້ນແລ ພວກເຈົ້າທັງຫລາຍຄວນສຶກສາຢ່າງນີ້ວ່າ ເຮົາຈັກເປັນຜູ້ສັກກາຣະ ເຄົາຣົພ ນອບນ້ອມພຣະທັມ ຈັກເປັນຄົນວ່າງ່າຍ ຈັກເຖິງຄວາມເປັນຄົນວ່າງ່າຍ ດັ່ງນີ້.

ມັຊຊິມະນິກາຍ ມູລປັນນາສກ໌ ໑໒/໑໗໔-໑໗໖/໒໖໖

ໂທສຂອງຄວາມບໍ່ອົດທົນ

ແລະອານິສົງສ໌ຂອງຄວາມອົດທົນ (ສູຕທີ ໑)

ພິກຂຸທັງຫລາຍ! ໂທສຂອງຄວາມບໍ່ອົດທົນ ໕ ປະກາຣນີ້, ໕ ປະກາຣເປັນຢ່າງໃດ? ຄື

ຜູ້ບໍ່ອົດທົນຍ່ອມບໍ່ເປັນທີ່ຮັກ ບໍ່ເປັນທີ່ພໍໃຈຂອງຄົນທັງຫລາຍ (ພະຫຸໂນ ຊະນັສສະ ອັປປິໂຍ ໂຫຕິ) ໑

ຍ່ອມເປັນຜູ້ມີເວຣຫລາຍ (ອະມະນາໂປ ເວຣະພະຫຸໂລ ຈະ ໂຫຕິ) ໑

ຍ່ອມເປັນຜູ້ມີໂທສຫລາຍ (ວັຊຊະພະຫຸໂລ ຈະ) ໑

ຍ່ອມເປັນຜູ້ຫລົງທຳກາລະ (ສັມມູໂລຫະ ກາລັງ ກະໂຣຕິ) ໑

ເມື່ອແຕກກາຍຕາຍໄປຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ (ກາຍັສສະ ເພທາ ປະຣັມມະຣະນາ ອະປາຍັງ ທຸຄຄະຕິງ ວິນິປາຕັງ ນິຣະຍັງ ອຸປປັຊຊະຕິ) ໑

ພິກຂຸທັງຫລາຍ! ໂທສຂອງຄວາມບໍ່ອົດທົນ ໕ ປະກາຣນີ້ແລ.

ພິກຂຸທັງຫລາຍ! ອານິສົງສ໌ຂອງຄວາມອົດທົນ ໕ ປະກາຣນີ້, ໕ ປະກາຣເປັນຢ່າງໃດ? ຄື

ຜູ້ອົດທົນຍ່ອມເປັນທີ່ຮັກ ເປັນທີ່ພໍໃຈຂອງຄົນທັງຫລາຍ (ພະຫຸໂນ ຊະນັສສະ ປິໂຍ ໂຫຕິ) ໑

ຍ່ອມເປັນຜູ້ບໍ່ມີເວຣຫລາຍ (ມະນາໂປ ນະ ເວຣະພະຫຸໂລ ໂຫຕິ) ໑

ຍ່ອມເປັນຜູ້ບໍ່ມີໂທສຫລາຍ (ນະ ວັຊຊະພະຫຸໂລ) ໑

ຍ່ອມເປັນຜູ້ບໍ່ຫລົງທຳກາລະ (ອະສັມມູໂລຫະ ກາລັງ ກະໂຣຕິ) ໑

ເມື່ອແຕກກາຍຕາຍໄປຍ່ອມເຂົ້າເຖິງສຸຄະຕິໂລກສວັນ (ກາຍັສສະ ເພທາ ປະຣັມມະຣະນາ ສຸຄະຕິງ ສັຄຄັງ ໂລກັງ ອຸປປັຊຊະຕິ) ໑

ພິກຂຸທັງຫລາຍ! ອານິສົງສ໌ຂອງຄວາມອົດທົນ ໕ ປະກາຣນີ້ແລ.

ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໒໒໘/໒໑໕

ໂທສຂອງຄວາມບໍ່ອົດທົນ

ແລະອານິສົງສ໌ຂອງຄວາມອົດທົນ (ສູຕທີ ໒)

ພິກຂຸທັງຫລາຍ! ໂທສຂອງຄວາມບໍ່ອົດທົນ ໕ ປະກາຣນີ້, ໕ ປະກາຣເປັນຢ່າງໃດ? ຄື

ຜູ້ບໍ່ອົດທົນຍ່ອມບໍ່ເປັນທີ່ຮັກ ບໍ່ເປັນທີ່ພໍໃຈຂອງຄົນທັງຫລາຍ (ພະຫຸໂນ ຊະນັສສະ ອັປປິໂຍ ໂຫຕິ) ໑

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ