ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືກາຣຈະເຣີນເມຕຕາ

ໜ້າ/ 63

ຍ່ອມເປັນຜູ້ໂຫດຮ້າຍ (ອະມະນາໂປ ລຸທໂທ ຈະ ໂຫຕິ) ໑

ຍ່ອມເປັນຜູ້ເດືອດຮ້ອນ (ວິປປະຕິສາຣີ ຈະ) ໑

ຍ່ອມເປັນຜູ້ຫລົງທຳກາລະ (ສັມມູໂລຫະ ກາລັງ ກະໂຣຕິ) ໑

ເມື່ອແຕກກາຍຕາຍໄປຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ (ກາຍັສສະ ເພທາ ປະຣັມມະຣະນາ ອະປາຍັງ ທຸຄຄະຕິງ ວິນິປາຕັງ ນິຣະຍັງ ອຸປປັຊຊະຕິ) ໑

ພິກຂຸທັງຫລາຍ! ໂທສຂອງຄວາມບໍ່ອົດທົນ ໕ ປະກາຣນີ້ແລ.

ພິກຂຸທັງຫລາຍ! ອານິສົງສ໌ຂອງຄວາມອົດທົນ ໕ ປະກາຣນີ້, ໕ ປະກາຣເປັນຢ່າງໃດ? ຄື

ຜູ້ອົດທົນຍ່ອມເປັນທີ່ຮັກ ເປັນທີ່ພໍໃຈຂອງຄົນທັງຫລາຍ (ພະຫຸໂນ ຊະນັສສະ ປິໂຍ ໂຫຕິ) ໑

ຍ່ອມເປັນຜູ້ບໍ່ໂຫດຮ້າຍ (ມະນາໂປ ອະລຸທໂທ ຈະ ໂຫຕິ) ໑

ຍ່ອມເປັນຜູ້ບໍ່ເດືອດຮ້ອນ (ອະວິປປະຕິສາຣີ ຈະ) ໑

ຍ່ອມເປັນຜູ້ບໍ່ຫລົງທຳກາລະ (ອະສັມມູໂລຫະ ກາລັງ ກະໂຣຕິ) ໑

ເມື່ອແຕກກາຍຕາຍໄປຍ່ອມເຂົ້າເຖິງສຸຄະຕິໂລກສວັນ (ກາຍັສສະ ເພທາ ປະຣັມມະຣະນາ ສຸຄະຕິງ ສັຄຄັງ ໂລກັງ ອຸປປັຊຊະຕິ) ໑

ພິກຂຸທັງຫລາຍ! ອານິສົງສ໌ຂອງຄວາມອົດທົນ ໕ ປະກາຣນີ້ແລ.

ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໒໒໘/໒໑໕

ເຈົ້າໂກທເຮັດຫຍັງໜໍ?

ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ເຂດພຣະນະຄອຣສາວັຕຖີ ຄັ້ງນັ້ນແລ ທ່ານພຣະຕິສສະຜູ້ເປັນໂອຣົສພຣະເຈົ້າອາຂອງພຣະຜູ້ມີພຣະພາຄ ເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ອະພິວາທແລ້ວ ນັ່ງເປັນທຸກຂ໌ເສຍໃຈ ຫລັ່ງນ້ຳຕາຢູ່ໃນທີ່ຄວນສ່ວນຂ້າງໜຶ່ງ.

ລຳດັບນັ້ນ ພຣະຜູ້ມີພຣະພາຄໄດ້ຕຣັສຖາມທ່ານພຣະຕິສສະວ່າ:

ຕິສສະ! ເຫຕໃດໜໍ ເຈົ້າຈິ່ງມານັ່ງເປັນທຸກຂ໌ເສຍໃຈ ຫລັ່ງນ້ຳຕາຢູ່?

ທ່ານພຣະຕິສສະກຣາບທູລວ່າ:

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ພິກຂຸທັງຫລາຍພາກັນສຽບແທງຂ້ານ້ອຍດ້ວຍວາຈາເໝືອນດັ່ງປະຕັກ.

ຈິງຢ່າງນັ້ນ ຕິສສະ ເຈົ້າວ່າເຂົາຂ້າງດຽວ ແຕ່ເຈົ້າບໍ່ອົດທົນຕໍ່ຖ້ອຍຄຳ ຂໍ້ທີ່ເຈົ້າວ່າເຂົາຂ້າງດຽວ ບໍ່ອົດທົນຕໍ່ຖ້ອຍຄຳນັ້ນ ບໍ່ສົມຄວນແກ່ເຈົ້າຜູ້ເປັນກຸລະບຸຕອອກບວດເປັນບັນພະຊິຕດ້ວຍສັທທາ, ແຕ່ຂໍ້ທີ່ເຈົ້າວ່າເຂົາດ້ວຍ ອົດທົນຕໍ່ຖ້ອຍຄຳໄດ້ດ້ວຍ ນັ້ນແລ ສົມຄວນແກ່ເຈົ້າຜູ້ເປັນກຸລະບຸຕອອກບວດເປັນບັນພະຊິຕດ້ວຍສັທທາ.

ພຣະຜູ້ມີພຣະພາຄຜູ້ສຸຄົຕສາສດາ ຄັນໄດ້ຕຣັສໄວຍາກອຣພາສິຕນີ້ແລ້ວ ຈິ່ງໄດ້ຕຣັສຄາຖາປະພັນຕໍ່ໄປວ່າ:

ເຈົ້າໂກທເຮັດຫຍັງໜໍ, ຕິສສະ, ເຈົ້າຢ່າໂກທ

ຄວາມບໍ່ໂກທເປັນຄວາມປະເສີດຂອງເຈົ້າ

ແທ້ຈິງ ບຸຄຄົລຍ່ອມປະພຶດພຣົມມະຈັນຍ໌ກໍເພື່ອກຳຈັດຄວາມໂກທ ຄວາມຖືຕົວ ແລະຄວາມລົບຫລູ່ຄຸນທ່ານ.

ສັງຍຸຕຕະນິກາຍ ນິທານວັຄ ໑໖/໒໘໔/໗໑໓

ຜູ້ໜັກໃນຄວາມໂກທແລະຄວາມລົບຫລູ່ ໜັກໃນລາພແລະສັກກາຣະ ພວກເຂົາຍ່ອມບໍ່ງອກງາມໃນທັມອັນພຣະສັມມາສັມພຸທທະເຈົ້າຊົງສະແດງແລ້ວ

ພິກຂຸທັງຫລາຍ! ບຸຄຄົລ ໔ ຈຳພວກນີ້ ມີປາກົຕຢູ່ໃນໂລກ, ໔ ຈຳພວກເປັນຢ່າງໃດ? ຄື:

ເປັນຜູ້ໜັກໃນຄວາມໂກທ ບໍ່ໜັກໃນສັທທັມ

(ໂກທະຄຣຸນະ ສັທທັມມະຄຣຸ) ໑

ເປັນຜູ້ໜັກໃນຄວາມລົບຫລູ່ ບໍ່ໜັກໃນສັທທັມ ໑

ເປັນຜູ້ໜັກໃນລາພ ບໍ່ໜັກໃນສັທທັມ ໑

ເປັນຜູ້ໜັກໃນສັກກາຣະ ບໍ່ໜັກໃນສັທທັມ ໑

ພິກຂຸທັງຫລາຍ! ບຸຄຄົລ ໔ ຈຳພວກນີ້ແລ ມີປາກົຕຢູ່ໃນໂລກ.

ພິກຂຸທັງຫລາຍ! ບຸຄຄົລ ໔ ຈຳພວກນີ້ ມີປາກົຕຢູ່ໃນໂລກ, ໔ ຈຳພວກເປັນຢ່າງໃດ? ຄື

ເປັນຜູ້ໜັກໃນສັທທັມ ບໍ່ໜັກໃນຄວາມໂກທ

(ສັທທັມມະຄຣຸ ນະ ໂກທະຄຣຸ) ໑

ເປັນຜູ້ໜັກໃນສັທທັມ ບໍ່ໜັກໃນຄວາມລົບຫລູ່ ໑

ເປັນຜູ້ໜັກໃນສັທທັມ ບໍ່ໜັກໃນລາພ໑

ເປັນຜູ້ໜັກໃນສັທທັມ ບໍ່ໜັກໃນສັກກາຣະ ໑

ພິກຂຸທັງຫລາຍ! ບຸຄຄົລ ໔ ຈຳພວກນີ້ແລ ມີປາກົຕຢູ່ໃນໂລກ.

ພິກຂຸຜູ້ໜັກໃນຄວາມໂກທແລະຄວາມລົບຫລູ່ ໜັກໃນລາພແລະສັກກາຣະ ພວກເຂົາຍ່ອມບໍ່ງອກງາມໃນທັມອັນພຣະສັມມາສັມພຸທທະເຈົ້າຊົງສະແດງແລ້ວ.

ສ່ວນພິກຂຸເຫລົ່າໃດເປັນຜູ້ໜັກໃນສັທທັມຢູ່ແລ້ວ ແລະກຳລັງເປັນຜູ້ໜັກໃນສັທທັມຢູ່ ພິກຂຸເຫລົ່ານັ້ນແລ ຍ່ອມງອກງາມໃນທັມອັນພຣະສັມມາສັມພຸທທະເຈົ້າຊົງສະແດງ ແລ້ວ.

ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ ໒໑/໔໖/໔໓

ອະສັທທັມ ໔ ປະກາຣ

ພິກຂຸທັງຫລາຍ! ອະສັທທັມ ໔ ປະກາຣນີ້, ໔ ປະກາຣເປັນຢ່າງໃດ? ຄື:

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ