ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືກາຣຈະເຣີນເມຕຕາ

ໜ້າ/ 63

ຜັຄຄຸນະ! ເພາະສະນັ້ນ ຖ້າໃຜໆປະຫານພິກຂຸນີເຫລົ່ານັ້ນດ້ວຍຝາມື ດ້ວຍກ້ອນດິນ ດ້ວຍທ່ອນໄມ້ ດ້ວຍສັສຕຣາຕໍ່ ໜ້າເຈົ້າ ແມ່ນແຕ່ໃນຂໍ້ນັ້ນ ເຈົ້າຄວນລະຄວາມພໍໃຈແລະວິຕົກອັນອາສັຍເຮືອນເສຍ, ໃນຂໍ້ນັ້ນ ເຈົ້າຄວນສຶກສາຢ່າງນີ້ວ່າ ຈິຕຂອງເຮົາຈັກບໍ່ປັ່ນປ່ວນ ແລະເຮົາຈັກບໍ່ກ່າວວາຈາອັນຊົ່ວຫຍາບ ຈັກອະນຸເຄາະດ້ວຍສິ່ງອັນເປັນປະໂຍຊນ໌ ແລະຈັກເປັນຜູ້ມີເມຕຕາຈິຕ ບໍ່ມີໂທສະໃນພາຍໃນ. ຜັຄຄຸນະ ເຈົ້າຄວນສຶກສາຢ່າງນີ້ແລ.

ຜັຄຄຸນະ! ເພາະສະນັ້ນ ຖ້າໃຜໆຕິຕຽນຕົວເຈົ້າເອງຕໍ່ໜ້າເຈົ້າ ແມ່ນແຕ່ໃນຂໍ້ນັ້ນ ເຈົ້າຄວນລະຄວາມພໍໃຈແລະວິຕົກອັນອາສັຍເຮືອນເສຍ, ໃນຂໍ້ນັ້ນ ເຈົ້າຄວນສຶກສາຢ່າງນີ້ວ່າ ຈິຕຂອງເຮົາຈັກບໍ່ປັ່ນປ່ວນ ແລະເຮົາຈັກບໍ່ກ່າວວາຈາອັນຊົ່ວຫຍາບ ຈັກອະນຸເຄາະດ້ວຍສິ່ງອັນເປັນປະໂຍຊນ໌ ແລະຈັກເປັນຜູ້ມີເມຕຕາຈິຕ ບໍ່ມີໂທສະໃນພາຍໃນ. ຜັຄຄຸນະ ເຈົ້າຄວນສຶກສາຢ່າງນີ້ແລ.

ຜັຄຄຸນະ! ເພາະສະນັ້ນ ຖ້າໃຜໆປະຫານເຈົ້າດ້ວຍຝາມື ດ້ວຍກ້ອນດິນ ດ້ວຍທ່ອນໄມ້ ດ້ວຍສັສຕຣາ ແມ່ນແຕ່ໃນຂໍ້ນັ້ນ ເຈົ້າຄວນລະຄວາມພໍໃຈແລະວິຕົກອັນອາສັຍເຮືອນເສຍ, ໃນຂໍ້ນັ້ນ ເຈົ້າຄວນສຶກສາຢ່າງນີ້ວ່າ ຈິຕຂອງເຮົາຈັກບໍ່ປັ່ນປ່ວນ ແລະເຮົາຈັກບໍ່ກ່າວວາຈາອັນຊົ່ວຫຍາບ ຈັກອະນຸເຄາະດ້ວຍສິ່ງອັນເປັນປະໂຍຊນ໌ ແລະຈັກເປັນຜູ້ມີເມຕຕາຈິຕ ບໍ່ມີໂທສະໃນພາຍໃນ. ຜັຄຄຸນະ ເຈົ້າຄວນສຶກສາຢ່າງນີ້ແລ.

ມັຊຊິມະນິກາຍ ມູລປັນນາສກ໌ ໑໒/໑໗໑-໑໗໒/໒໖໓-໒໖໔

ແມ່ເຮືອນເວເທຫິກາ

ພິກຂຸທັງຫລາຍ! ເຣື່ອງເຄີຍມີມາແລ້ວ ທີ່ພຣະນະຄອຣສາວັຕຖີນີ້ແລ ມີແມ່ເຮືອນຄົນໜຶ່ງຊື່ ເວເທຫິກາ ພິກຂຸທັງຫລາຍ ກຽດຕິສັພອັນງາມຂອງແມ່ເຮືອນເວເທຫິກາຂະຈອຣໄປແລ້ວຢ່າງນີ້ວ່າ ແມ່ເຮືອນເວເທຫິກາເປັນຄົນສງົບສະຫງ່ຽມອ່ອນໂຍນ ຮຽບຮ້ອຍ.

ພິກຂຸທັງຫລາຍ! ກໍແມ່ເຮືອນເວເທຫິກາມີທາສີຊື່ ກາລີ ເປັນຄົນຂະຫຍັນ ບໍ່ກຽດຄ້ານ ຈັດກາຣງານດີ ຕໍ່ມາ ນາງກາລີໄດ້ຄິດຢ່າງນີ້ວ່າ ກຽດຕິສັພອັນງາມຂອງຄຸນນາຍຂອງເຮົາຂະຈອຣໄປແລ້ວຢ່າງນີ້ວ່າ ແມ່ເຮືອນເວເທຫິກາເປັນຄົນສງົບສະຫງ່ຽມອ່ອນໂຍນ ຮຽບຮ້ອຍ ດັ່ງນີ້ ຄຸນນາຍຂອງເຮົາບໍ່ທຳຄວາມໂກທທີ່ມີຢູ່ໃນພາຍໃນໃຫ້ປາກົຕ ຫລືວ່າບໍ່ມີຄວາມໂກທຢູ່ເລີຍ ຫລືວ່າ ຄຸນນາຍຂອງເຮົາບໍ່ທຳຄວາມໂກທທີ່ມີຢູ່ໃນພາຍໃນໃຫ້ປາກົຕເພາະເຮົາຈັດກາຣງານທັງຫລາຍຮຽບຮ້ອຍດີ ບໍ່ແມ່ນບໍ່ມີຄວາມໂກທ ຖ້າເຊັ່ນນັ້ນ ເຮົາຈະຕ້ອງທົດລອງຄຸນນາຍເບິ່ງ ເຊົ້າວັນຕໍ່ມາ ນາງກາລີທາສີກໍແກ້ງລຸກຂຶ້ນສວຍ.

ພິກຂຸທັງຫລາຍ! ຝ່າຍແມ່ເຮືອນເວເທຫິກາກໍໄດ້ຕວາດນາງກາລີທາສີຂຶ້ນວ່າ:

ເຮີ້ຍ! ອີ່ຄົນໃຊ້ກາລີ

ນາງກາລີຈິ່ງຂານຮັບວ່າ ອັນໃດໜໍ ຂ້ານ້ອຍ!

ເຮີ້ຍ! ເອງເປັນອັນໃດຈິ່ງນອນຕື່ນສວຍ?

ບໍ່ເປັນຫຍັງດອກ ຂ້ານ້ອຍ!

ນາງຈິ່ງກ່າວອີກວ່າ ອີ່ຄົນຊົ່ວ ກໍເມື່ອບໍ່ເປັນອັນໃດ ເປັນຫຍັງເອງຈິ່ງນອນຕື່ນສວຍ ດັ່ງນີ້ແລ້ວ ກໍໂກທ ຂັດໃຈ ທຳໜ້າບຶ້ງ.

ພິກຂຸທັງຫລາຍ! ທີນັ້ນ ນາງກາລີທາສີຈິ່ງຄິດວ່າ ຄຸນນາຍຂອງເຮົາບໍ່ທຳຄວາມໂກທທີ່ມີຢູ່ໃນພາຍໃນໃຫ້ປາກົຕເທົ່ານັ້ນ ບໍ່ແມ່ນບໍ່ມີຄວາມໂກທ ທີ່ບໍ່ທຳຄວາມໂກທທີ່ມີຢູ່ໃນພາຍໃນໃຫ້ປາກົຕ ກໍເພາະເຮົາຈັດກາຣງານທັງຫລາຍຮຽບຮ້ອຍດີ ບໍ່ແມ່ນບໍ່ມີຄວາມໂກທ ຖ້າເຊັ່ນນັ້ນ ເຮົາຕ້ອງທົດລອງຄຸນນາຍໃຫ້ຍິ່ງຂຶ້ນໄປ.

ພິກຂຸທັງຫລາຍ! ຖັດຈາກວັນນັ້ນມາ ນາງກາລີທາສີຈິ່ງລຸກຂຶ້ນສວຍກວ່າວັນນັ້ນອີກ ຄັ້ງນັ້ນ ແມ່ເຮືອນເວເທຫິກາກໍຕວາດນາງກາລີທາສີອີກວ່າ:

ເຮີ້ຍ! ອີ່ຄົນໃຊ້ກາລີ

ອັນໃດໜໍ ຂ້ານ້ອຍ?

ອີ່ຄົນໃຊ້! ເອງເປັນອັນໃດຈິ່ງນອນຕື່ນສວຍ?

ບໍ່ເປັນຫຍັງດອກ ຂ້ານ້ອຍ!

ນາງຈິ່ງກ່າວອີກວ່າ ອີ່ຄົນຊົ່ວ ກໍເມື່ອບໍ່ເປັນອັນໃດ ເປັນຫຍັງເອງຈິ່ງນອນຕື່ນສວຍດັ່ງນີ້ແລ້ວ ກໍໂກທ ຂັດໃຈ ແຜດສຽງດ່າດ້ວຍຖ້ອຍຄຳຫຍາບຄາຍ.

ພິກຂຸທັງຫລາຍ! ທີນັ້ນ ນາງກາລີທາສີຈິ່ງຄິດດັ່ງນີ້ວ່າ ຄຸນນາຍຂອງເຮົາບໍ່ທຳຄວາມໂກທທີ່ມີຢູ່ໃນພາຍໃນໃຫ້ປາກົຕເທົ່ານັ້ນ ບໍ່ແມ່ນບໍ່ມີຄວາມໂກທ ທີ່ບໍ່ທຳຄວາມໂກທທີ່ມີຢູ່ໃນພາຍໃນໃຫ້ປາກົຕ ກໍເພາະເຮົາຈັດກາຣງານທັງຫລາຍຮຽບຮ້ອຍດີ ບໍ່ແມ່ນບໍ່ມີຄວາມໂກທ ຖ້າເຊັ່ນນັ້ນ ເຮົາຕ້ອງທົດລອງຄຸນນາຍໃຫ້ຍິ່ງຂຶ້ນໄປກວ່ານີ້ອີກ ດັ່ງນີ້.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ