ຄູ່ມືກາຣຈະເຣີນເມຕຕາ

ໜ້າ/ 63

ພິກຂຸທັງຫລາຍ! ເມື່ອພິກຂຸທັງຫລາຍເຂົ້າໄປຕັ້ງວະຈີກັມ ປະກອບດ້ວຍເມຕຕາໃນເພື່ອນພຣົມມະຈັນຍ໌ທັງຫລາຍ ທັງໃນທີ່ແຈ້ງແລະທີ່ລັບຢູ່ພຽງໃດ ຍ່ອມຫວັງໄດ້ເຊິ່ງຄວາມຈະເຣີນຢ່າງດຽວ ບໍ່ມີຄວາມເສື່ອມພຽງນັ້ນ.

ພິກຂຸທັງຫລາຍ! ເມື່ອພິກຂຸທັງຫລາຍເຂົ້າໄປຕັ້ງມະໂນກັມ ປະກອບດ້ວຍເມຕຕາໃນເພື່ອນພຣົມມະຈັນຍ໌ທັງຫລາຍ ທັງໃນທີ່ແຈ້ງແລະທີ່ລັບຢູ່ພຽງໃດ ຍ່ອມຫວັງໄດ້ເຊິ່ງຄວາມຈະເຣີນຢ່າງດຽວ ບໍ່ມີຄວາມເສື່ອມພຽງນັ້ນ.

ທີຄະນິກາຍ ມະຫາວັຄ ໑໐/໗໑-໗໒/໗໕

ຣາຫຸລ! ເຈົ້າຈົ່ງຈະເຣີນເມຕຕາພາວະນາເຖີດ ເພາະເມື່ອເຈົ້າຈະເຣີນເມຕຕາພາວະນາຢູ່ ກໍຈັກລະພະຍາບາທໄດ້.

ເຈົ້າຈົ່ງຈະເຣີນກະຣຸນາພາວະນາເຖີດ ເພາະເມື່ອເຈົ້າຈະເຣີນກະຣຸນາພາວະນາຢູ່ ກໍຈັກລະວິຫິງສາໄດ້.

ເຈົ້າຈົ່ງຈະເຣີນມຸທິຕາພາວະນາເຖີດ ເພາະເມື່ອເຈົ້າຈະເຣີນມຸທິຕາພາວະນາຢູ່ ກໍຈັກລະອະຣະຕິໄດ້.

ເຈົ້າຈົ່ງຈະເຣີນອຸເປກຂາພາວະນາເຖີດ ເພາະເມື່ອເຈົ້າຈະເຣີນອຸເປກຂາພາວະນາຢູ່ ກໍຈັກລະປະຕິຄະໄດ້.

ເຈົ້າຈົ່ງຈະເຣີນອະສຸພະພາວະນາເຖີດ ເພາະເມື່ອເຈົ້າຈະເຣີນອະສຸພະພາວະນາຢູ່ ກໍຈັກລະຣາຄະໄດ້.

ເຈົ້າຈົ່ງຈະເຣີນອະນິຈຈະສັນຍາພາວະນາເຖີດ ເພາະເມື່ອເຈົ້າຈະເຣີນອະນິຈຈະສັນຍາພາວະນາຢູ່ ກໍຈັກລະອັສມິມານະໄດ້.

ມັຊຊິມະນິກາຍ ມັຊຊິມະປັນນາສກ໌ ໑໓/໑໑໕/໑໔໕

ອານິສົງສ໌ແຫ່ງກາຣຈະເຣີນ

ເມຕຕາເຈໂຕວິມຸຕ ໑໑ ປະກາຣ

ພິກຂຸທັງຫລາຍ! ເມື່ອເມຕຕາເຈໂຕວິມຸຕ ອັນບຸຄຄົລເສພແລ້ວ ຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ກະທຳໃຫ້ເປັນດັ່ງຍານ ກະທຳໃຫ້ເປັນທີ່ຕັ້ງ ໃຫ້ຕັ້ງໝັ້ນໂດຍລຳດັບ ສັ່ງສົມດີແລ້ວ ປຣາຣົພດີແລ້ວ ຍ່ອມຫວັງອານິສົງສ໌ ໑໑ ປະກາຣ, ໑໑ ປະກາຣເປັນຢ່າງໃດ? ຄື:

ຍ່ອມຫລັບເປັນສຸຂ ໑

ຍ່ອມຕື່ນເປັນສຸຂ ໑

ຍ່ອມບໍ່ຝັນຮ້າຍ ໑

ຍ່ອມເປັນທີ່ຮັກຂອງມະນຸສທັງຫລາຍ ໑

ຍ່ອມເປັນທີ່ຮັກຂອງອະມະນຸສທັງຫລາຍ ໑

ເທວະດາທັງຫລາຍຍ່ອມຮັກສາ ໑

ໄຟ ຢາພິດ ຫລືສັສຕຣາຍ່ອມບໍ່ກ້ຳກ່າຍໄດ້ ໑

ຈິຕຍ່ອມຕັ້ງໝັ້ນໄດ້ໄວ ໑

ສີໜ້າຜ່ອງໃສ ໑

ເປັນຜູ້ບໍ່ຫລົງທຳກາລະ ໑

ເມື່ອຍັງບໍ່ແທງຕະຫລອດຄຸນອັນຍິ່ງ

ຍ່ອມເປັນຜູ້ເຂົ້າເຖິງພຣົມມະໂລກ

(ອຸຕຕະຣິງ ອັປປະຕິວິຊຊັນໂຕ ພຣັມມະໂລກູປະໂຄ ໂຫຕິ) ໑

ພິກຂຸທັງຫລາຍ! ເມື່ອເມຕຕາເຈໂຕວິມຸຕ ອັນບຸຄຄົລເສພແລ້ວ ຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ກະທຳໃຫ້ເປັນດັ່ງຍານ ກະທຳໃຫ້ເປັນທີ່ຕັ້ງ ໃຫ້ຕັ້ງໝັ້ນໂດຍລຳດັບ ສັ່ງສົມດີແລ້ວ ປຣາຣົພດີແລ້ວ ຍ່ອມຫວັງອານິສົງສ໌ ໑໑ ປະກາຣນີ້ແລ.

ອັງຄຸຕຕະຣະນິກາຍ ທະກະສະ-ເອກາທະສະກະນິບາຕ ໒໔/໓໑໖/໒໒໒

ອານຸພາບແຫ່ງເມຕຕາເຈໂຕວິມຸຕ

ພິກຂຸທັງຫລາຍ! ບຸນຍ໌ກິຣິຍາວັຕຖຸຢ່າງໃດຢ່າງໜຶ່ງທີ່ມີອຸປະທິກິເລສເປັນເຫຕ ບຸນຍ໌ກິຣິຍາວັຕຖຸທັງໝົດນັ້ນ ຍ່ອມບໍ່ເຖິງສ້ຽວທີ ໑໖ ຂອງເມຕຕາເຈໂຕວິມຸຕ ເມຕຕາເຈໂຕວິມຸຕນັ້ນແລ ຄອບງຳບຸນຍ໌ກິຣິຍາວັຕຖຸເຫລົ່ານັ້ນ ສະຫວ່າງສະໄຫວ ປຽບເໝືອນຣັສມີຂອງດາວຊະນິດໃດຊະນິດ ໜຶ່ງ ຣັສມີຂອງດາວທັງໝົດນັ້ນ ຍ່ອມບໍ່ເຖິງສ້ຽວທີ ໑໖ ແຫ່ງຣັສມີຂອງດວງຈັນທ໌ ຣັສມີຂອງດວງຈັນທ໌ນັ້ນແລ ຄອບງຳຣັສມີຂອງດາວເຫລົ່ານັ້ນ ຮຸ່ງເຮືອງສະຫວ່າງສະໄຫວສັນນັ້ນ.

ພິກຂຸທັງຫລາຍ! ປຽບເໝືອນໃນຊ່ວງເວລາອາກາສປອດໂປ່ງປາສະຈາກເມກໃນສາຣະທະສມັຍໃນເດືອນສຸດທ້າຍແຫ່ງລະດູຝົນ ພຣະອາທິຕລອຍຂຶ້ນສູ່ທ້ອງຟ້າ ກຳຈັດອາກາສອັນມືດມົລທັງປວງ ຮຸ່ງເຮືອງສະຫວ່າງສະໄຫວສັນນັ້ນ.

ອີກຢ່າງໜຶ່ງ ປຽບເໝືອນດາວປະກາຍພຶກໃນປັຈຈຸບັນ ສມັຍແຫ່ງຣາຕຣີ ຍ່ອມຮຸ່ງເຮືອງສະຫວ່າງສະໄຫວ ສັນນັ້ນ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ