ຄູ່ມືກາຣຈະເຣີນເມຕຕາ
ໜ້າ/ 63
ຜູ້ໃດມີສະຕິ ຈະເຣີນເມຕຕາບໍ່ມີປະມານ ສັງໂຍຊທັງຫລາຍຂອງຜູ້ນັ້ນ ຜູ້ທີ່ພິຈາຣະນາເຫັນທັມອັນເປັນທີ່ສິ້ນໄປແຫ່ງອຸປາທິ ຍ່ອມເປັນທັມມະຊາຕເບົາບາງ ຖ້າວ່າຜູ້ນັ້ນມີຈິຕບໍ່ມຸ້ງຮ້າຍເຊິ່ງສັຕທີ່ມີຊີວິຕແມ່ນແຕ່ຊະນິດດຽວ ເປັນຜູ້ຈະເຣີນເມຕຕາຢູ່ ຜູ້ນັ້ນຍ່ອມຊື່ວ່າ ເປັນຜູ້ມີກຸສົລເພາະກາຣຈະເຣີນເມຕຕານັ້ນ ອັນພຣະອະຣິຍະບຸຄຄົລມີໃຈອະນຸເຄາະເຊິ່ງສັຕທີ່ມີຊີວິຕທຸກໝູ່ເຫລົ່າ ຍ່ອມກະທຳບຸນຍ໌ມາກມາຍ ພຣະຣາຊະຣືສີທັງຫລາຍຊົງຊະນະເຊິ່ງແຜ່ນດິນອັນເຕັມໄປດ້ວຍໝູ່ສັຕ ຊົງບູຊາຢູ່ເຊິ່ງບຸນຍ໌ເຫລົ່າໃດ ສະເດັຈທ່ຽວໄປ ບຸນຍ໌ເຫລົ່ານັ້ນຍ່ອມບໍ່ເຖິງສ້ຽວທີ ໑໖ ແຫ່ງເມຕຕາຈິຕອັນບຸຄຄົລຈະເຣີນດີແລ້ວ.
ຜູ້ໃດມີຈິຕປະກອບດ້ວຍເມຕຕາໃນສັຕທຸກໝູ່ເຫລົ່າ ຍ່ອມບໍ່ຂ້າເອງ ບໍ່ໃຊ້ໃຫ້ຜູ້ອື່ນຂ້າ ບໍ່ຊະນະເອງ ບໍ່ໃຊ້ຜູ້ອື່ນໃຫ້ຊະນະ ເວຣຂອງຜູ້ນັ້ນຍ່ອມບໍ່ມີເພາະເຫຕອັນໃດເລີຍ.
ອັງຂຸທທະກະນິກາຍ ຂຸທທະກະປາຖະ-ທັມມະບົທ-ອຸທານ-ອິຕິວຸຕຕະກະ-ສຸຕຕະນິບາຕ ໒໕/໑໗໖-໑໗໗/໒໐໕
ທາຕເປັນເຄື່ອງສະລັດອອກ ໖ ປະກາຣ
ພິກຂຸທັງຫລາຍ! ທາຕເປັນເຄື່ອງສະລັດອອກ ໖ ປະກາຣ; ໖ ປະກາຣນັ້ນເປັນຢ່າງໃດ?
ພິກຂຸທັງຫລາຍ! ຖ້າພິກຂຸໃນທັມວິນັຍນີ້ ກ່າວຢ່າງນີ້ວ່າ ເມຕຕາເຈໂຕວິມຸຕຂ້ານ້ອຍຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ກະທຳໃຫ້ເປັນດັ່ງຍານທີ່ທຽມດີແລ້ວ ກະທຳໃຫ້ເປັນທີ່ຕັ້ງ ປະພຶດສັ່ງສົມເນື່ອງໆ ອົບຮົມດີແລ້ວ ປຣາຣົພດີແລ້ວ ແຕ່ວ່າພະຍາບາທຍັງຄອບງຳຈິຕຂອງຂ້ານ້ອຍຢູ່ ພິກຂຸທັງຫລາຍຄວນກ່າວຕັກເຕືອນເຂົາວ່າ ອາວຸໂສ ຢ່າໄດ້ກ່າວຢ່າງນັ້ນ ຢ່າໄດ້ກ່າວຕູ່ພຣະຜູ້ມີພຣະພາຄ ເພາະກາຣກ່າວຕູ່ພຣະຜູ້ມີພຣະພາຄບໍ່ດີເລີຍ ພຣະຜູ້ມີພຣະພາຄນັ້ນບໍ່ໄດ້ຕຣັສຢ່າງນີ້.
ອາວຸໂສ! ຂໍ້ນັ້ນບໍ່ແມ່ນຖານະ ບໍ່ແມ່ນໂອກາສ ຄືເມື່ອເມຕຕາເຈໂຕວິມຸຕທີ່ພິກຂຸຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ກະທຳໃຫ້ເປັນດັ່ງຍານທີ່ທຽມດີແລ້ວ ກະທຳໃຫ້ເປັນທີ່ຕັ້ງ ປະພຶດສັ່ງສົມເນື່ອງໆ ອົບຮົມດີແລ້ວ ປຣາຣົພດີແລ້ວ ແຕ່ວ່າພະຍາບາທຍັງຄອບງຳຈິຕຂອງເຂົາຢູ່ ນັ້ນບໍ່ແມ່ນຖານະທີ່ຈະມີໄດ້ ເພາະເມຕຕາເຈໂຕວິມຸຕນີ້ ເປັນເຄື່ອງສະລັດອອກເຊິ່ງພະຍາບາທ.
ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ຖ້າພິກຂຸໃນທັມວິນັຍນີ້ ກ່າວຢ່າງນີ້ວ່າ ກະຣຸນາເຈໂຕວິມຸຕຂ້ານ້ອຍຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ກະທຳໃຫ້ເປັນດັ່ງຍານທີ່ທຽມດີແລ້ວ ກະທຳໃຫ້ເປັນທີ່ຕັ້ງ ປະພຶດສັ່ງສົມເນື່ອງໆ ອົບຮົມດີແລ້ວ ປຣາຣົພດີແລ້ວ ແຕ່ວ່າວິຫິງສາຍັງຄອບງຳຈິຕຂອງຂ້ານ້ອຍຢູ່ ພິກຂຸທັງຫລາຍຄວນກ່າວຕັກເຕືອນເຂົາວ່າ ອາວຸໂສ ຢ່າໄດ້ກ່າວຢ່າງນັ້ນ ຢ່າໄດ້ກ່າວຕູ່ພຣະຜູ້ມີພຣະພາຄ ເພາະກາຣກ່າວຕູ່ພຣະຜູ້ມີພຣະພາຄບໍ່ດີເລີຍ ພຣະຜູ້ມີພຣະພາຄນັ້ນບໍ່ໄດ້ຕຣັສຢ່າງນີ້.
ອາວຸໂສ! ຂໍ້ນັ້ນບໍ່ແມ່ນຖານະ ບໍ່ແມ່ນໂອກາສ ຄືເມື່ອກະຣຸນາເຈໂຕວິມຸຕທີ່ພິກຂຸຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ກະທຳໃຫ້ເປັນດັ່ງຍານທີ່ທຽມດີແລ້ວ ກະທຳໃຫ້ເປັນທີ່ຕັ້ງ ປະພຶດສັ່ງສົມເນື່ອງໆ ອົບຮົມດີແລ້ວ ປຣາຣົພດີແລ້ວ ແຕ່ວ່າວິຫິງສາຍັງຄອບງຳຈິຕຂອງເຂົາຢູ່ ນັ້ນບໍ່ແມ່ນຖານະທີ່ຈະມີໄດ້ ເພາະກະຣຸນາເຈໂຕວິມຸຕນີ້ ເປັນເຄື່ອງສະລັດອອກເຊິ່ງວິຫິງສາ.
ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ຖ້າພິກຂຸໃນທັມວິນັຍນີ້ ກ່າວຢ່າງນີ້ວ່າ ມຸທິຕາເຈໂຕວິມຸຕຂ້ານ້ອຍຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ກະທຳໃຫ້ເປັນດັ່ງຍານທີ່ທຽມດີແລ້ວ ກະທຳໃຫ້ເປັນທີ່ຕັ້ງ ປະພຶດສັ່ງສົມເນື່ອງໆ ອົບຮົມດີແລ້ວ ປຣາຣົພດີແລ້ວ ແຕ່ວ່າອະຣະຕິ(ຄວາມບໍ່ຍິນດີ) ຍັງຄອບງຳຈິຕຂອງຂ້ານ້ອຍຢູ່ ພິກຂຸທັງຫລາຍຄວນກ່າວຕັກເຕືອນເຂົາວ່າ ອາວຸໂສ ຢ່າໄດ້ກ່າວຢ່າງນັ້ນ ຢ່າໄດ້ກ່າວຕູ່ພຣະຜູ້ມີພຣະພາຄ ເພາະກາຣກ່າວຕູ່ພຣະຜູ້ມີພຣະພາຄບໍ່ດີເລີຍ ພຣະຜູ້ມີພຣະພາຄນັ້ນບໍ່ໄດ້ຕຣັສຢ່າງນີ້.








