ຄູ່ມືກາຣຈະເຣີນເມຕຕາ
ໜ້າ/ 63
ຂ້າແຕ່ທ່ານອານົນທ໌! ເມື່ອຂ້ານ້ອຍບໍ່ໄດ້ລຳດັບທີ່ຈະຖວາຍພັຕຕາຫາຣໃນສະຖານທີ່ແຫ່ງນີ້ ໄດ້ມີຄວາມດຳຣິວ່າ ຖ້າຢ່າງນັ້ນ ເຮົາຄວນກວດເບິ່ງໂຮງອາຫາຣ ສິ່ງໃດບໍ່ມີໃນໂຮງອາຫາຣ ເຮົາຄວນຕົກແຕ່ງສິ່ງນັ້ນຖວາຍ.
ຂ້າແຕ່ທ່ານອານົນທ໌! ເມື່ອຂ້ານ້ອຍກວດເບິ່ງໃນໂຮງອາຫາຣ ບໍ່ໄດ້ເຫັນຂອງ ໒ ຢ່າງຄື ຜັກສົດ, ຂອງຂົບສັນທີ່ທຳດ້ວຍແປ້ງ, ຫາກຂ້ານ້ອຍຈັກຕົກແຕ່ງຜັກສົດແລະຂອງຂົບສັນທີ່ທຳດ້ວຍແປ້ງຖວາຍ ພຣະຜູ້ມີພຣະພາຄຈະຊົງຮັບຂອງຂ້ານ້ອຍຫລືໜໍ?
ທ່ານພຣະອານົນທ໌ກ່າວຕອບວ່າ ທ່ານໂຣຊະ ຖ້າຢ່າງນັ້ນ ອາຕະມາຈະທູລຖາມພຣະຜູ້ມີພຣະພາຄເບິ່ງ ແລ້ວໄດ້ທູລຖາມພຣະຜູ້ມີພຣະພາຄ.
ພຣະຜູ້ມີພຣະພາຄຕຣັສວ່າ:
ອານົນທ໌! ຖ້າເຊັ່ນນັ້ນຈົ່ງໃຫ້ເຂົາຕົກແຕ່ງເຖີດ.
ທ່ານພຣະອານົນທ໌ໄດ້ກ່າວວ່າ ທ່ານໂຣຊະ ຖ້າຢ່າງນັ້ນ ທ່ານຈົ່ງຕົກແຕ່ງຖວາຍ.
ໂຣຊະມັລລະກະສັຕຈິ່ງສັ່ງໃຫ້ຕົກແຕ່ງຜັກສົດແລະຂອງຂົບຄ້ຽວທີ່ທຳດ້ວຍແປ້ງເປັນອັນມາກ ໂດຍຜ່ານຣາຕຣີນັ້ນແລ້ວ ນ້ອມຖວາຍພຣະຜູ້ມີພຣະພາຄ ກຣາບທູລວ່າ:
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂໍພຣະຜູ້ມີພຣະພາຄໂປດຮັບຜັກສົດແລະຂອງຂົບສັນທີ່ທຳດ້ວຍແປ້ງຂອງຂ້ານ້ອຍດ້ວຍເຖີດ ຂ້ານ້ອຍ!
ໂຣຊະ! ຖ້າເຊັ່ນນັ້ນຈົ່ງຖວາຍພິກຂຸທັງຫລາຍ.
ພິກຂຸທັງຫລາຍລັງກຽດ ບໍ່ຮັບກາຣເຄນ ພຣະຜູ້ມີພຣະພາຄຕຣັສວ່າ:
ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຈົ່ງຮັບເຄນສັນເຖີດ.
ຂະນະນັ້ນ ໂຣຊະມັລລະກະສັຕຊົງຖວາຍພິກຂຸສົງຄ໌ມີພຣະພຸທທະເຈົ້າເປັນປະມຸຂດ້ວຍຜັກສົດແລະຂອງຂົບສັນທີ່ທຳດ້ວຍແປ້ງມາກມາຍດ້ວຍພຣະຫັຕຖ໌ຂອງພຣະອົງຄ໌ ຈົນຍັງພຣະຜູ້ມີພຣະພາຄຜູ້ລ້າງພຣະຫັຕຖ໌ແລ້ວ ຊົງນຳພຣະຫັຕຖ໌ອອກຈາກບາຕແລ້ວ ໃຫ້ຫ້າມພັຕແລ້ວ ໄດ້ປະທັບນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ພຣະຜູ້ມີພຣະພາຄຊົງຊີ້ແຈງໃຫ້ໂຣຊະມັລລະກະສັຕຜູ້ນັ່ງຢູ່ໃນທີ່ຄວນສ່ວນຂ້າງໜຶ່ງ ຊົງເຫັນແຈ້ງ ສະມາທານ ອາດຫານ ຣ່າເຣີງ ດ້ວຍທັມມິກະຖາແລ້ວ ຊົງລຸກຈາກທີ່ປະທັບສະເດັຈກັບ.
ພາຍຫລັງພຣະຜູ້ມີພຣະພາຄຊົງທຳມິກະຖາແລ້ວ ໃນເພາະເຫຕອັນເປັນເຄົ້າມູລ ໃນເພາະເຫຕແຣກເກີດນັ້ນ ແລ້ວຕຣັສອະນຸຍາດແກ່ພິກຂຸທັງຫລາຍວ່າ:
ພິກຂຸທັງຫລາຍ! ເຮົາອະນຸຍາດຜັກສົດທຸກຊະນິດແລະຂອງຂົບສັນທີ່ທຳດ້ວຍແປ້ງທຸກຊະນິດ.
ວິນັຍປິດົກ ມະຫາວັຄ ພາຄ ໒ ເຫລັ້ມທີ ໕/໙໙-໑໐໒/໘໘
ປະໂຍຊນ໌ຂອງກາຣຈະເຣີນເມຕຕາຈິຕ
ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຢ່າກົວຕໍ່ບຸນຍ໌ເລີຍ ຄໍາວ່າ ບຸນຍ໌ນີ້ ເປັນຊື່ແຫ່ງຄວາມສຸຂ.
ພິກຂຸທັງຫລາຍ! ເຮົາຍ່ອມຮູ້ຊັດເຈນເຊິ່ງຜົລແຫ່ງບຸນຍ໌ອັນໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ທີ່ເຮົາສເວີຍແລ້ວຕະຫລອດກາລະນານ ເຮົາຈະເຣີນເມຕຕາຈິຕຕະຫລອດ ໗ ປີ ເຮົາບໍ່ໄດ້ກັບມາຍັງໂລກນີ້ຕະຫລອດ ໗ ສັງວັຕຕະວິວັຕຕະກັປ.
ພິກຂຸທັງຫລາຍ! ເມື່ອໂລກເຖິງຄວາມພິນາດ ເຮົາເຂົ້າເຖິງພຣົມມະໂລກຊັ້ນອາພັສສະຣະ ເມື່ອໂລກຍັງບໍ່ເຖິງຄວາມພິນາດ ເຮົາຍ່ອມເຂົ້າເຖິງວິມານພຣົມອັນວ່າງເປົ່າ ໃນວິມານພຣົມນັ້ນ ເຮົາເປັນພຣົມ ເປັນທ້າວມະຫາພຣົມ ມີຄວາມເປັນໃຫຍ່ເຊິ່ງໃຜໆບໍ່ສາມາດຄອບງໍາໄດ້ ມີຄວາມເຫັນແນ່ນອນ ມີອໍານາດ, ເຮົາໄດ້ເປັນທ້າວສັກກະເທວະຣາຊເຖິງ ໓໖ ຄັ້ງ, ເຮົາໄດ້ເປັນພຣະເຈົ້າຈັກກະພັຕຜູ້ຊົງທັມ ເປັນພຣະຣາຊາໂດຍທັມ ມີມະຫາສະໝຸດທັງ ໔ ເປັນຂອບເຂດ ເປັນຜູ້ຊະນະສົງຄາມ ມີຊົນບົທທີ່ມີຄວາມໝັ້ນຄົງ ປະກອບດ້ວຍຣັຕະນະ ໗ ປະກາຣ ຫລາຍຮ້ອຍຄັ້ງຄື ຈັກແກ້ວ, ຊ້າງແກ້ວ, ມ້າແກ້ວ, ມະນີແກ້ວ, ນາງແກ້ວ, ຄະຫະບໍດີແກ້ວ, ຂຸນພົລແກ້ວເປັນທີເຈັດ. ອີກຢ່າງໜຶ່ງ ເຮົາເຄີຍມີບຸຕຫລາຍກວ່າພັນ ລ້ວນແຕ່ເປັນຜູ້ກ້າຫານ ສາມາດຢໍ່າຍີຂ້າເສິກໄດ້ ເຮົາຄອບຄອງປະຖະພີອັນມີມະຫາສະໝຸດເປັນຂອບເຂດໂດຍທັມ ບໍ່ຕ້ອງໃຊ້ອາດຍາ ບໍ່ຕ້ອງໃຊ້ສັສຕຣາ.
ສຸຕຕັນຕະປິດົກ ອັງຄຸຕຕະຣະນິກາຍ
ສັຕຕະກະ-ອັຕຖະກະ-ນະວະກະນິບາຕ ໒໓/໗໕/໕໙
ຄວາມເປັນຜູ້ມີເມຕຕາຍ່ອມເຖິງຄວາມ
ຈະເຣີນຢ່າງດຽວ ບໍ່ມີຄວາມເສື່ອມເລີຍ
ພິກຂຸທັງຫລາຍ! ເມື່ອພິກຂຸທັງຫລາຍເຂົ້າໄປຕັ້ງກາຍະກັມ ປະກອບດ້ວຍເມຕຕາໃນເພື່ອນພຣົມມະຈັນຍ໌ທັງຫລາຍ ທັງໃນທີ່ແຈ້ງແລະທີ່ລັບຢູ່ພຽງໃດ ຍ່ອມຫວັງໄດ້ເຊິ່ງຄວາມຈະເຣີນຢ່າງດຽວ ບໍ່ມີຄວາມເສື່ອມພຽງນັ້ນ.








