ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືກາຣຈະເຣີນເມຕຕາ

ໜ້າ/ 63

ພິກຂຸທັງຫລາຍ! ບຸຄຄົລບາງຄົນໃນໂລກນີ້ ມີຄວາມໂກທຢູ່ເນື່ອງໆ ທັງຄວາມໂກທຂອງເຂົານັ້ນ ກໍນອນເນື່ອງຢູ່ດົນປຽບເໝືອນຮອຍຂີດທີ່ແຜ່ນຫີນ ບໍ່ລົບເລືອນໄດ້ງ່າຍດ້ວຍລົມຫລືນໍ້າ ຍ່ອມຕັ້ງຢູ່ໄດ້ດົນສັນໃດ ພິກຂຸທັງຫລາຍ ບຸຄຄົລບາງຄົນໃນໂລກນີ້ກໍສັນນັ້ນເໝືອນກັນ ຍອ່ມໂກທເນື່ອງໆ ທັງຄວາມໂກທຂອງເຂົານັ້ນກໍນອນເນື່ອງຢູ່ດົນ ພິກຂຸທັງຫລາຍ ນີ້ຮຽກວ່າ ບຸຄຄົລຜູ້ປຽບດ້ວຍຮອຍຂີດທີ່ແຜ່ນຫີນ.

ພິກຂຸທັງຫລາຍ! ກໍບຸຄຄົລຜູ້ປຽບດ້ວຍຮອຍຂີດທີ່ແຜ່ນດິນ ເປັນຢ່າງໃດ?

ພິກຂຸທັງຫລາຍ! ບຸຄຄົລບາງຄົນໃນໂລກນີ້ ມີຄວາມໂກທເນື່ອງໆ ແຕ່ຄວາມໂກທຂອງເຂົານັ້ນບໍ່ນອນເນື່ອງຢູ່ດົນ ປຽບເໝືອນຮອຍຂີດທີ່ແຜ່ນດິນ ລົບເລືອນໄດ້ໂດຍງ່າຍເພາະລົມແລະນໍ້າ ບໍ່ຕັ້ງຢູ່ໄດ້ດົນສັນໃດ ພິກຂຸທັງຫລາຍ ບຸຄຄົລບາງຄົນໃນໂລກນີ້ກໍສັນນັ້ນເໝືອນກັນ ຍ່ອມໂກທເນື່ອງໆ ແຕ່ຄວາມໂກທຂອງເຂົານັ້ນ ບໍ່ນອນເນື່ອງຢູ່ດົນພິກຂຸທັງຫລາຍ ນີ້ຮຽກວ່າ ບຸຄຄົລຜູ້ປຽບດ້ວຍຮອຍຂີດທີ່ແຜ່ນດິນ.

ພິກຂຸທັງຫລາຍ! ກໍບຸຄຄົລຜູ້ປຽບດ້ວຍຮອຍຂີດທີ່ນໍ້າເປັນຢ່າງໃດ?

ພິກຂຸທັງຫລາຍ! ບຸຄຄົລບາງຄົນໃນໂລກນີ້ ແມ່ນຈະຖືກວ່າດ້ວຍຄໍາໜັກໆ ແມ່ນຈະຖືກວ່າດ້ວຍຄໍາຫຍາບໆ ແມ່ນຈະຖືກວ່າດ້ວຍຄໍາທີ່ບໍ່ໜ້າພໍໃຈ ກໍຍັງສະໝານໄມຕຣີກົມກຽວ ປອງດອງກັນຢູ່ ປຽບເໝືອນຮອຍຂີດທີ່ນໍ້າ ຈະຂາດຈາກກັນກໍພຽງຄາວດຽວເທົ່ານັ້ນ ບໍ່ຕັ້ງຢູ່ໄດ້ດົນສັນໃດ ພິກຂຸທັງຫລາຍ ບຸຄຄົລບາງຄົນໃນໂລກນີ້ກໍສັນນັ້ນເໝືອນກັນ ແມ່ນຈະຖືກວ່າດ້ວຍຄໍາໜັກໆ ແມ່ນຈະຖືກວ່າດ້ວຍຄໍາຫຍາບໆ ແມ່ນຈະຖືກວ່າດ້ວຍຄໍາທີ່ບໍ່ໜ້າພໍໃຈ ກໍຍັງສະໝານໄມຕຣີກົມກຽວປອງດອງກັນຢູ່ ພິກຂຸທັງຫລາຍ ນີ້ຮຽກວ່າ ບຸຄຄົລປຽບດ້ວຍຮອຍຂີດທີ່ນໍ້າ.

ພິກຂຸທັງຫລາຍ! ບຸຄຄົລ ໓ ຈໍາພວກນີ້ແລ ມີປາກົຕຢູ່ໃນໂລກ.

ອັງຄຸຕຕຣນິກາຍ ເອກ-ທຸກ-ຕິກະນິບາຕ ໒໐/໒໗໐/໕໗໒

ພຣະຜູ້ມີພຣະພາຄຊົງແຜ່ເມຕຕາຈິຕ

ໄປສູ່ຊ້າງນາລາຄິຣີ

ສມັຍນັ້ນ ໃນພຣະນະຄອຣຣາຊະຄຶມີຊ້າງຊື່ນາລາຄິຣີ ເປັນສັຕໂຫດຮ້າຍ ຂ້າມະນຸສ ຄັ້ງນັ້ນ ພຣະເທວະທັຕເຂົ້າໄປສູ່ພຣະນະຄອຣຣາຊະຄຶ ແລ້ວໄປຍັງໂຮງຊ້າງ ໄດ້ກ່າວກັບຄວານຊ້າງວ່າ:

ທ່ານ! ເຮົາເປັນພຣະຣາຊະຍາຕ ສາມາດຈະແຕ່ງຕັ້ງຜູ້ທີ່ຢູ່ໃນຕຳແໜ່ງຕ່ຳໄວ້ໃນຕຳແໜ່ງສູງໄດ້ ສາມາດຈະເພີ່ມໄດ້ທັງເບ້ຍລ້ຽງແລະເງິນເດືອນ.

ທ່ານ! ຖ້າຢ່າງນັ້ນ ເວລາໃດພຣະສະມະນະໂຄດົມຊົງພຣະດຳເນີນມາທາງນີ້ ເວລານັ້ນ ພວກທ່ານຈົ່ງປ່ອຍຊ້າງນາລາຄິຣີເຂົ້າໄປຍັງທາງນີ້ ຄວານຊ້າງເຫລົ່ານັ້ນຮັບຄຳພຣະເທວະທັຕແລ້ວ.

ຄັນເວລາເຊົ້າ ພຣະຜູ້ມີພຣະພາຄຊົງຄອງອັນຕະຣະວາສົກແລ້ວ ຊົງຖືບາຕແລະຈີວອຣ ສະເດັຈເຂົ້າໄປຍັງພຣະນະຄອຣຣາຊະຄຶພ້ອມກັບພິກຂຸຫລາຍອົງຄ໌ ຊົງພຣະດຳເນີນເຖິງທາງນັ້ນ ຄວານຊ້າງເຫລົ່ານັ້ນໄດ້ແລເຫັນພຣະຜູ້ມີພຣະພາຄຊົງພຣະດຳເນີນເຖິງທາງນັ້ນ ຈິ່ງປ່ອຍຊ້າງນາລາຄິຣີໃຫ້ໄປຍັງທາງນັ້ນ.

ຊ້າງນາລາຄິຣີໄດ້ແລເຫັນພຣະຜູ້ມີພຣະພາຄຊົງພຣະດຳເນີນມາແຕ່ໄກ ແລ້ວໄດ້ຊູງວງ ຫູຊັນ ຫາງຊີ້ ວິ້ງແລ່ນໄປທາງພຣະຜູ້ມີພຣະພາຄ ພິກຂຸເຫລົ່ານັ້ນໄດ້ແລເຫັນຊ້າງນາລາຄິຣີແລ່ນມາແຕ່ໄກ ແລ້ວໄດ້ກຣາບທູລພຣະຜູ້ມີພຣະພາຄວ່າ:

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຊ້າງນາລາຄິຣີນີ້ໂຫດຮ້າຍ ຫຍາບຊ້າ ຂ້າມະນຸສ ເດີນເຂົ້າມາທາງນີ້ແລ້ວ ຂໍພຣະຜູ້ມີພຣະພາຄຈົ່ງສະເດັຈກັບເຖີດ ຂໍພຣະສຸຄົຕຈົ່ງສະເດັຈກັບເຖີດ ພຣະອົງຄ໌ຜູ້ຈະເຣີນ!

ພຣະຜູ້ມີພຣະພາຄຕຣັສສັ່ງວ່າ:

ມາເຖີດ ພິກຂຸທັງຫລາຍ ພວກເຈົ້າທັງຫລາຍຢ່າກົວເລີຍ ຂໍ້ທີ່ບຸຄຄົລຈະປົງຊີວິຕຕະຖາຄົຕດ້ວຍຄວາມພະຍາຍາມຂອງຜູ້ອື່ນນັ້ນ ບໍ່ແມ່ນຖານະ ບໍ່ແມ່ນໂອກາສ ເພາະຕະຖາຄົຕທັງຫລາຍຍ່ອມບໍ່ປະຣິນິພພານດ້ວຍຄວາມພະຍາຍາມຂອງຜູ້ອື່ນ.

ແມ່ນແຕ່ຄັ້ງທີ ໒ ພິກຂຸເຫລົ່ານັ້ນກໍໄດ້ກຣາບທູລພຣະຜູ້ມີພຣະພາຄວ່າ ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ຊ້າງນາລາຄິຣີນີ້ໂຫດຮ້າຍ ຫຍາບຊ້າ ຂ້າມະນຸສ ເດີນເຂົ້າມາທາງນີ້ແລ້ວ ຂໍພຣະຜູ້ມີພຣະພາຄຈົ່ງສະເດັຈກັບເຖີດ ຂໍພຣະສຸຄົຕຈົ່ງສະເດັຈກັບເຖີດ ພຣະອົງຄ໌ຜູ້ຈະເຣີນ!

ພຣະຜູ້ມີພຣະພາຄກໍຕຣັສສັ່ງວ່າ:

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ