ຄູ່ມືກາຣຈະເຣີນເມຕຕາ
ໜ້າ/ 63
ມາເຖີດ ພິກຂຸທັງຫລາຍ ພວກເຈົ້າທັງຫລາຍຢ່າກົວເລີຍ ຂໍ້ທີ່ບຸຄຄົລຈະປົງຊີວິຕຕະຖາຄົຕດ້ວຍຄວາມພະຍາຍາມຂອງຜູ້ອື່ນນັ້ນ ບໍ່ແມ່ນຖານະ ບໍ່ແມ່ນໂອກາສ ເພາະຕະຖາຄົຕທັງຫລາຍຍ່ອມບໍ່ປະຣິນິພພານດ້ວຍຄວາມພະຍາຍາມຂອງຜູ້ອື່ນ.
ແມ່ນແຕ່ຄັ້ງທີ ໓ ພິກຂຸເຫລົ່ານັ້ນກໍໄດ້ກຣາບທູລພຣະຜູ້ມີພຣະພາຄວ່າ ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ຊ້າງນາລາຄິຣີນີ້ໂຫດຮ້າຍ ຫຍາບຊ້າ ຂ້າມະນຸສ ເດີນເຂົ້າມາທາງນີ້ແລ້ວ ຂໍພຣະຜູ້ມີພຣະພາຄຈົ່ງສະເດັຈກັບເຖີດ ຂໍພຣະສຸຄົຕຈົ່ງສະເດັຈກັບເຖີດ ພຣະອົງຄ໌ຜູ້ຈະເຣີນ!
ພຣະຜູ້ມີພຣະພາຄກໍຕຣັສສັ່ງວ່າ:
ມາເຖີດ ພິກຂຸທັງຫລາຍ ພວກເຈົ້າທັງຫລາຍຢ່າກົວເລີຍ ຂໍ້ທີ່ບຸຄຄົລຈະປົງຊີວິຕຕະຖາຄົຕດ້ວຍຄວາມພະຍາຍາມຂອງຜູ້ອື່ນນັ້ນ ບໍ່ແມ່ນຖານະ ບໍ່ແມ່ນໂອກາສ ເພາະຕະຖາຄົຕທັງຫລາຍຍ່ອມບໍ່ປະຣິນິພພານດ້ວຍຄວາມພະຍາຍາມຂອງຜູ້ອື່ນ.
ຄາວນັ້ນ ຄົນທັງຫລາຍໜີຂຶ້ນໄປເທິງປາສາທແດ່ ເທິງເຮືອນໂລ້ນແດ່ ເທິງຫລັງຄາແດ່ ບັນດາຄົນເຫລົ່ານັ້ນ ພວກທີ່ບໍ່ມີສັທທາ ບໍ່ເຫລື້ອມໃສ ໄຮ້ປັນຍາ ກ່າວຢ່າງນີ້ວ່າ ຊາວເຮົາຜູ້ຈະເຣີນ ພຣະສະມະນະໂຄດົມຜູ້ຣູປງາມ ຈັກຖືກຊ້າງບຽດບຽນ.
ສ່ວນພວກທີ່ມີສັທທາ ເຫລື້ອມໃສ ມີປັນຍາ ກ່າວຢ່າງນີ້ວ່າ ຊາວເຮົາຜູ້ຈະເຣີນ ບໍ່ດົນດອກ ມະຫາສະມະນະໂຄຕະມະນາຄະ (ໂຄຕະໂມ ມະຫາສະມະໂນ ນາເຄນະ)
ຈັກຊົງທຳສົງຄາມກັບຊ້າງ.
ຄັ້ງນັ້ນ ພຣະຜູ້ມີພຣະພາຄຊົງແຜ່ເມຕຕາຈິຕໄປສູ່ຊ້າງນາລາຄິຣີ.
ລຳດັບນັ້ນ ຊ້າງນາລາຄິຣີໄດ້ສັມຜັສພຣະເມຕຕາຈິຕຂອງພຣະຜູ້ມີພຣະພາຄແລ້ວ ລົດງວງລົງ ແລ້ວເຂົ້າໄປທາງພຣະຜູ້ມີພຣະພາຄ ແລ້ວໄດ້ຢືນຢູ່ທີ່ຕົງພຣະພັກຂອງພຣະຜູ້ມີພຣະພາຄ.
ຂະນະນັ້ນ ພຣະຜູ້ມີພຣະພາຄຊົງຍົກພຣະຫັຕຖ໌ຂວາລູບກະພອງ(ສ່ວນທີ່ນູນເປັນປຸ່ມຂ້າງຫົວຊ້າງ) ຊ້າງນາລາຄິຣີ ພາງຕຣັສກັບຊ້າງນາລາຄິຣີດ້ວຍຄາຖາວ່າ:
ກຸນຊອນ! ເຈົ້າຢ່າຄິດເຂົ້າມາທຳຮ້າຍນາຄະສະມາທະ ເພາະກາຣຄິດເຂົ້າມາທຳຮ້າຍນາຄະສະມາທະເປັນເຫຕແຫ່ງທຸກຂ໌.
ກຸນຊອນ! ຜູ້ຂ້ານາຄະສະມາທະ ຈາກຊາຕນີ້ໄປສູ່ຊາຕ ໜ້າຍ່ອມບໍ່ມີສຸຄະຕິເລີຍ. ເຈົ້າຢ່າມົວເມົາ ຢ່າປະມາທ ເພາະຄົນຜູ້ປະມາທແລ້ວຍ່ອມໄປສູ່ສຸຄະຕິບໍ່ໄດ້ ເຈົ້ານີ້ແຫລະ ຈັກກະທຳເຫຕທີ່ເປັນໄປສູ່ສຸຄະຕິໄດ້.
ລຳດັບນັ້ນ ຊ້າງນາລາຄິຣີເອົາງວງລູບລະອອງທຸລີພຣະບາທຂອງພຣະຜູ້ມີພຣະພາຄແລ້ວພົ່ນລົງເທິງຄະໝ່ອມ ຫຍໍ້ໂຕຖອຍອອກໄປຊົ່ວໄລຍະທີ່ແລເຫັນພຣະຜູ້ມີພຣະພາຄ ໄປສູ່ໂຮງຊ້າງແລ້ວໄດ້ຢືນຢູ່ໃນທີ່ຂອງຕົນ ກໍແລ ຊ້າງນາລາຄິຣີເປັນສັຕອັນພຣະຜູ້ມີພຣະພາຄຊົງຝຶກແລ້ວດ້ວຍປະກາຣນັ້ນ.
ສມັຍນັ້ນ ຄົນທັງຫລາຍຂັບຮ້ອງຄາຖານີ້ ວ່າດັ່ງນີ້:
ຄົນພວກໜຶ່ງຍ່ອມຝຶກຊ້າງແລະມ້າດ້ວຍໃຊ້ທ່ອນໄມ້ແດ່ ໃຊ້ຂໍແດ່ ໃຊ້ແສ້ແດ່ ພຣະພຸທທະເຈົ້າຜູ້ສະແຫວງພຣະຄຸນອັນໃຫຍ່ຊົງຝຶກຊ້າງໂດຍບໍ່ຕ້ອງໃຊ້ທ່ອນໄມ້ ບໍ່ຕ້ອງໃຊ້ສັສຕຣາ.
ຄົນທັງຫລາຍຕ່າງກໍເພັ່ງໂທຳນິຕິຕຽນວ່າ ພຣະເທວະທັຕນີ້ເປັນຄົນມີບາບ ບໍ່ມີບຸນຍ໌ ເພາະພະຍາຍາມປົງພຣະຊົນພຣະສະມະນະໂຄດົມ ຜູ້ມີລິທຫລາຍຢ່າງນີ້ ມີອານຸພາບຫລາຍຢ່າງນີ້, ລາພສັກກາຣະຂອງພຣະເທວະທັຕກໍເສື່ອມລົງ ສ່ວນລາພສັກກາຣະຂອງພຣະຜູ້ມີພຣະພາຄຈະເຣີນຍິ່ງຂຶ້ນ.
ວິນັຍປິດົກ ຈຸລວັຄ ພາຄ ໒ ເຫລັ້ມທີ ໗/໑໒໔-໑໒໖/໓໗໗-໓໘໑
ວິທີປະຕິບັຕເມື່ອມີຄົນຕຳນິຫລືສັນລະເສີນ
ພຣະພຸທທະເຈົ້າ ພຣະທັມ ພຣະສົງຄ໌
ສມັຍໜຶ່ງ ພຣະຜູ້ມີພຣະພາຄສະເດັຈດຳເນີນທາງໄກລະຫວ່າງພຣະນະຄອຣຣາຊະຄຶກັບເມືອງນາລັນທາ ພ້ອມດ້ວຍພິກຂຸສົງຄ໌ໝູ່ໃຫຍ່ປະມານ ໕໐໐ ອົງຄ໌ ແມ່ນແຕ່ສຸປປິຍະປະຣິພາຊົກກໍໄດ້ເດີນທາງໄກລະຫວ່າງພຣະນະຄອຣຣາຊະຄຶກັບເມືອງນາລັນທາ ພ້ອມດ້ວຍພຣົມມະທັຕຕະມານົບຜູ້ເປັນອັນເຕວາສິກ. ໄດ້ຍິນວ່າໃນລະຫວ່າງທາງນັ້ນ ສຸປປິຍະປະຣິພາຊົກກ່າວຕິຕຽນພຣະພຸທທະເຈົ້າ ຕິຕຽນພຣະທັມ ຕິຕຽນພຣະສົງຄ໌ ໂດຍອະເນກປະຣິຍາຍ ສ່ວນພຣົມມະທັຕຕະມານົບອັນເປັນເຕວາສິກຂອງສຸປປິຍະປະຣິພາຊົກ ກ່າວສັນລະເສີນພຣະພຸທທະເຈົ້າ ສັນລະເສີນພຣະທັມ ສັນລະເສີນພຣະສົງຄ໌ ໂດຍອະເນກປະຣິຍາຍ ອາຈາຣຍ໌ແລະສິຕທັງສອງນັ້ນ ມີຖ້ອຍຄຳອັນເປັນຂ້າເສິກແກ່ກັນໂດຍກົງຢ່າງນີ້ ເດີນຕາມພຣະຜູ້ມີພຣະພາຄແລະພິກຂຸສົງຄ໌ໄປຂ້າງຫລັງໆ.








