ຄູ່ມືກາຣຈະເຣີນເມຕຕາ
ໜ້າ/ 63
ອຸບາລີ! ພິກຂຸຜູ້ໂຈດໂດຍເປັນທັມ ຍ່ອມເຖິງຄວາມບໍ່ເດືອດຮ້ອນດ້ວຍ ໕ ອາກາຣນີ້ ຂໍ້ນັ້ນເປັນເພາະເຫຕໃດ?
ເພາະແມ່ນແຕ່ພິກຂຸອື່ນກໍສຳຄັນວ່າ ຄວນໂຈດດ້ວຍເຣື່ອງຈິງ.
ກໍພິກຂຸຜູ້ຖືກໂຈດໂດຍທັມຍ່ອມເຖິງຄວາມເດືອດຮ້ອນດ້ວຍອາກາຣເທົ່າໃດ ພຣະອົງຄ໌ຜູ້ຈະເຣີນ?
ອຸບາລີ! ພິກຂຸຜູ້ຖືກໂຈດໂດຍທັມ ຍ່ອມເຖິງຄວາມເດືອດຮ້ອນດ້ວຍ ໕ ອາກາຣຄື:
ເຂົາຖືກໂຈດໂດຍກາລອັນຄວນ ບໍ່ໄດ້ຖືກໂຈດໂດຍກາລ
ອັນບໍ່ຄວນ ເຂົາຕ້ອງເດືອດຮ້ອນ.
ເຂົາຖືກໂຈດດ້ວຍເຣື່ອງຈິງ ບໍ່ໄດ້ຖືກໂຈດດ້ວຍເຣື່ອງບໍ່ຈິງ
ເຂົາຕ້ອງເດືອດຮ້ອນ.
ເຂົາຖືກໂຈດດ້ວຍຄຳສຸພາບ ບໍ່ໄດ້ຖືກໂຈດດ້ວຍຄຳຫຍາບ
ເຂົາຕ້ອງເດືອດຮ້ອນ.
ເຂົາຖືກໂຈດດ້ວຍເຣື່ອງປະກອບດ້ວຍປະໂຍຊນ໌ ບໍ່ໄດ້ຖືກ
ໂຈດດ້ວຍເຣື່ອງບໍ່ປະກອບດ້ວຍປະໂຍຊນ໌ ເຂົາຕ້ອງ
ເດືອດຮ້ອນ.
ເຂົາຖືກໂຈດດ້ວຍເມຕຕາຈິຕ ບໍ່ໄດ້ຖືກໂຈດດ້ວຍຄວາມ
ປະສົງຮ້າຍ ເຂົາຕ້ອງເດືອດຮ້ອນ.
ອຸບາລີ! ພິກຂຸຜູ້ຖືກໂຈດໂດຍທັມ ຍ່ອມເຖິງຄວາມ
ເດືອດຮ້ອນດ້ວຍ ໕ ອາກາຣນີ້ແລ.
ພິກຂຸຜູ້ໂຈດປາຖນາຈະໂຈດຜູ້ອື່ນ ຄວນມະນະສິກາຣທັມເທົ່າໃດໄວ້ໃນຕົນ ແລ້ວຈິ່ງໂຈດຜູ້ອື່ນ ພຣະອົງຄ໌ຜູ້ຈະເຣີນ?
ອຸບາລີ! ພິກຂຸຜູ້ໂຈດ ປາຖນາຈະໂຈດຜູ້ອື່ນ ຄວນມະນະສິກາຣທັມ ໕ ຢ່າງໄວ້ໃນຕົນແລ້ວຈິ່ງໂຈດຜູ້ອື່ນຄື:
ຄວາມສົງສານ (ກາຣຸນຍະຕາ)
ຄວາມຫວັງປະໂຍຊນ໌ (ຫິເຕສິຕາ)
ຄວາມເອັນດູ (ອະນຸກັມປິຕາ)
ຄວາມອອກຈາກອາບັຕ (ອາປັຕຕິວຸຕ ຖານະຕາ)
ຄວາມກະທຳວິນັຍອັນເປັນເບື້ອງຕົ້ນ
(ວິນະຍະປຸເຣກຂາຣະຕາຕິ)
ອຸບາລີ! ພິກຂຸຜູ້ໂຈດ ປາຖນາຈະໂຈດຜູ້ອື່ນ ຄວນມະນະສິກາຣທັມ ໕ ຢ່າງນີ້ແລໄວ້ໃນຕົນແລ້ວຈິ່ງໂຈດຜູ້ອື່ນ.
ພິກຂຸຜູ້ຖືກໂຈດຄວນຕັ້ງຢູ່ໃນທັມເທົ່າໃດ ພຣະອົງຄ໌ຜູ້ຈະເຣີນ?
ອຸບາລີ! ພິກຂຸຜູ້ຖືກໂຈດຄວນຕັ້ງຢູ່ໃນທັມ ໒ ປະກາຣຄື: ຄວາມຈິງ ໑, ຄວາມບໍ່ຂັດເຄືອງ ໑.
ວິນັຍປິດົກ ຈຸລະວັກ ພາກ ໒ ໗/໒໐໐-໒໐໓/໕໐໘-໕໑໑
ວິທີຣະງັບຄວາມອາຄາຕ
ພິກຂຸທັງຫລາຍ! ທັມເປັນທີ່ຣະງັບຄວາມອາຄາຕ [ອາຄາຕະປະຕິວິນະຍາ] ເຊິ່ງເກີດຂຶ້ນແກ່ພິກຂຸໂດຍປະກາຣທັງປວງ ໕ ປະກາຣນີ້; ໕ ປະກາຣເປັນຢ່າງໃດ? ຄື:
ຄວາມອາຄາຕເກີດຂຶ້ນໃນບຸຄຄົລໃດ ຄວນຈະເຣີນເມຕຕາໃນບຸຄຄົລນັ້ນ ໑
ຄວາມອາຄາຕເກີດຂຶ້ນໃນບຸຄຄົລໃດ ຄວນຈະເຣີນກະຣຸນາໃນບຸຄຄົລນັ້ນ ໑
ຄວາມອາຄາຕເກີດຂຶ້ນໃນບຸຄຄົລໃດ ຄວນຈະເຣີນອຸເປກຂາໃນບຸຄຄົລນັ້ນ ໑
ຄວາມອາຄາຕເກີດຂຶ້ນໃນບຸຄຄົລໃດ ບໍ່ຄວນນຶກບໍ່ຄວນມະນະສິກາຣ [ອະສະຕິອະມະນະສິກາໂຣ] ໃນບຸຄຄົລນັ້ນ ໑
ຄວາມອາຄາຕເກີດຂຶ້ນໃນບຸຄຄົລໃດ ຄວນນຶກເຖິງຄວາມເປັນຜູ້ມີກັມເປັນຂອງໆຕົນໃຫ້ໝັ້ນໃນບຸຄຄົລນັ້ນວ່າ ທ່ານຜູ້ນີ້ເປັນຜູ້ມີກັມເປັນຂອງໆຕົນ ເປັນທາຍາຕແຫ່ງກັມ ມີກັມເປັນກຳເນີດ ມີກັມເປັນເຜົ່າພັນ ມີກັມເປັນທີ່ເພິ່ງອາສັຍ ກະທຳກັມໃດໄວ້ ດີກໍຕາມ ຊົ່ວກໍຕາມ ຈັກເປັນຜູ້ຮັບຜົລຂອງກັມນັ້ນ ດັ່ງນີ້ ໑
ພິກຂຸຄວນຣະງັບຄວາມອາຄາຕໃນບຸຄຄົລນັ້ນດັ່ງນີ້.
ພິກຂຸທັງຫລາຍ! ທັມເປັນທີ່ຣະງັບຄວາມອາຄາຕເຊິ່ງເກີດຂຶ້ນແກ່ພິກຂຸໂດຍປະກາຣທັງປວງ ໕ ປະກາຣນີ້ແລ.
ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໑໖໘/໑໖໑
ຈະເຣີນເມຕຕາເພື່ອລະໂທສະ
ພິກຂຸທັງຫລາຍ! ທັມ ໓ ປະກາຣນີ້, ໓ ປະກາຣເປັນຢ່າງໃດ? ຄື:
ຣາຄະ,
ໂທສະ,
ໂມຫະ,
ພິກຂຸທັງຫລາຍ! ທັມ ໓ ປະກາຣນີ້ແລ.
ພິກຂຸທັງຫລາຍ! ທັມ ໓ ປະກາຣນີ້ ພິກຂຸຄວນຈະເຣີນເພື່ອລະທັມ ໓ ປະກາຣນັ້ນ, ໓ ປະກາຣເປັນຢ່າງໃດ? ຄື:
ອະສຸພະ ອັນພິກຂຸຄວນຈະເຣີນເພື່ອລະຣາຄະ
ເມຕຕາ ອັນພິກຂຸຄວນຈະເຣີນເພື່ອລະໂທສະ
ປັນຍາ ອັນພິກຂຸຄວນຈະເຣີນເພື່ອລະໂມຫະ
ພິກຂຸທັງຫລາຍ! ທັມ ໓ ປະກາຣນີ້ແລ ພິກຂຸຄວນຈະເຣີນເພື່ອລະທັມ ໓ ປະກາຣເຫລົ່ານັ້ນ.
ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໓໙໙/໓໗໘
ບຸຄຄົລປຽບເໝືອນຮອຍຂີດ
ພິກຂຸທັງຫລາຍ ບຸຄຄົລ ໓ ຈໍາພວກນີ້ມີປາກົຕຢູ່ໃນໂລກ, ໓ ຈໍາພວກເປັນຢ່າງໃດ? ຄື:
ບຸຄຄົລປຽບດ້ວຍຮອຍຂີດທີ່ແຜ່ນຫີນ ໑
ບຸຄຄົລປຽບດ້ວຍຮອຍຂີດທີ່ແຜ່ນດິນ ໑
ບຸຄຄົລປຽບດ້ວຍຮອຍຂີດທີ່ນໍ້າ ໑
ພິກຂຸທັງຫລາຍ! ກໍບຸຄຄົລປຽບດ້ວຍຮອຍຂີດທີ່ແຜ່ນຫີນ ເປັນຢ່າງໃດ?








