ຄູ່ມືກາຣຈະເຣີນເມຕຕາ
ໜ້າ/ 63
ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ໂຄສິຕາຣາມ ໃກ້ພຣະນະຄອຣໂກສັມພີ ກໍສມັຍນັ້ນ ເມື່ອພຣະເຈົ້າອຸເທນສະເດັຈປະພາສພຣະຣາຊະອຸທິຍານ ພາຍໃນພຣະຣາຊະວັງຖືກໄຟໄໝ້ ຍິງ ໕໐໐ ຄົນ ມີພຣະນາງສາມາວະດີເປັນປະມຸຂໄດ້ທຳກາລະລົງ.
ຄັ້ງນັ້ນເປັນເວລາເຊົ້າ ພິກຂຸຫລາຍອົງຄ໌ດ້ວຍກັນນຸ່ງຮົ່ມແລ້ວ ຖືບາຕແລະຈີວອຣເຂົ້າໄປບິນທະບາຕໃນພຣະນະຄອຣໂກສັມພີ ເມື່ອກັບຈາກບິນທະບາຕໃນພຣະນະຄອຣໂກສັມພີພາຍຫລັງສັນບິນທະບາຕແລ້ວ ເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ອະພິວາທແລ້ວນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ໄດ້ທູລຖາມພຣະຜູ້ມີພຣະ ພາຄວ່າ:
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂໍປະທານໂອກາສ ເມື່ອພຣະເຈົ້າອຸເທນສະເດັຈປະພາສພຣະຣາຊະອຸທິຍານ ພາຍໃນພຣະຣາຊະວັງຖືກໄຟໄໝ້ ຍິງ ໕໐໐ ຄົນ ມີພຣະນາງສາມາວະດີເປັນປະມຸຂໄດ້ທຳກາລະລົງ; ຄະຕິຂອງອຸປາສິກາເຫລົ່ານັ້ນເປັນຢ່າງໃດ? ພົພໜ້ານັ້ນເປັນແນວໃດ ພຣະອົງຄ໌ຜູ້ຈະເຣີນ?
ພິກຂຸທັງຫລາຍ! ບັນດາອຸປາສິກາເຫລົ່ານັ້ນ ອຸປາສິກາທີ່ເປັນໂສດາບັນມີຢູ່ ເປັນສະກະທາຄາມີມີຢູ່ ເປັນອະນາ ຄາມີມີຢູ່.
ພິກຂຸທັງຫລາຍ! ອຸປາສິກາທັງໝົດນັ້ນເປັນຜູ້ບໍ່ໄຮ້ຜົລທຳກາລະ.
ລຳດັບນັ້ນ ພຣະຜູ້ມີພຣະພາຄຊົງຊາບເນື້ອຄວາມນັ້ນແລ້ວ ຊົງເປັ່ງອຸທານໃນເວລານັ້ນວ່າ:
ສັຕໂລກມີໂມຫະເປັນເຄື່ອງຜູກພັນ ຍ່ອມປາກົຕເໝືອນສົມບູນດ້ວຍເຫຕ; ຄົນພາລມີອຸປະທິເປັນເຄື່ອງຜູກພັນ ຖືກຄວາມມືດຫໍ່ຫຸ້ມໄວ້ ຍ່ອມປາກົຕເໝືອນວ່າທ່ຽງຢັ້ງຢືນ; ກິເລສເຄື່ອງກັງວົນ ຍ່ອມບໍ່ມີແກ່ຜູ້ພິຈາຣະນາເຫັນຢູ່.
(ພຣະຜູ້ມີພຣະພາຄຊົງສັນລະເສີນພຣະນາງສາມາວະດີວ່າ ເລີດກວ່າອຸປາສິກາສາວິກາຂອງພຣະອົງຄ໌ ຜູ້ມີປົກກະຕິຢູ່ດ້ວຍເມຕຕາ)
ຂຸທທະກະນິກາຍ ຂຸທທະກະປາຖະ-ທັມມະບົທ-ອຸທານ-ອິຕິວຸຕຕະກະ-ສຸຕຕະນິບາຕ ໒໕/໑໔໑-໑໔໒/໑໕໗
ກາຣໂຈດທີ່ເດືອດຮ້ອນແລະບໍ່ເດືອດຮ້ອນ
ພິກຂຸຜູ້ໂຈດໂດຍບໍ່ເປັນທັມຍ່ອມເຖິງຄວາມເດືອດຮ້ອນດ້ວຍອາກາຣເທົ່າໃດໜໍ ພຣະອົງຄ໌ຜູ້ຈະເຣີນ?
ອຸບາລີ! ພິກຂຸຜູ້ໂຈດໂດຍບໍ່ເປັນທັມຍ່ອມເຖິງຄວາມເດືອດຮ້ອນດ້ວຍ ໕ ອາກາຣຄື:
ເຂົາໂຈດໂດຍກາລອັນບໍ່ຄວນ ບໍ່ໂຈດໂດຍກາລອັນຄວນ
ເຂົາຕ້ອງເດືອດຮ້ອນ.
ເຂົາໂຈດດ້ວຍເຣື່ອງບໍ່ຈິງ ບໍ່ໂຈດດ້ວຍເຣື່ອງຈິງ ເຂົາຕ້ອງ
ເດືອດຮ້ອນ.
ເຂົາໂຈດດ້ວຍຄຳຫຍາບ ບໍ່ໂຈດດ້ວຍຄຳສຸພາບ ເຂົາຕ້ອງ
ເດືອດຮ້ອນ.
ເຂົາໂຈດດ້ວຍເຣື່ອງບໍ່ປະກອບດ້ວຍປະໂຍຊນ໌ ບໍ່ໂຈດ
ດ້ວຍເຣື່ອງປະກອບດ້ວຍປະໂຍຊນ໌ ເຂົາຕ້ອງເດືອດຮ້ອນ
ເຂົາໂຈດດ້ວຍຄວາມປະສົງຮ້າຍ ບໍ່ໂຈດດ້ວຍຄວາມມີເມຕ
ຕາຈິຕ ເຂົາຕ້ອງເດືອດຮ້ອນ.
ພິກຂຸຜູ້ຖືກໂຈດໂດຍບໍ່ເປັນທັມ ບໍ່ຕ້ອງເດືອດຮ້ອນດ້ວຍອາກາຣເທົ່າໃດໜໍ ພຣະອົງຄ໌ຜູ້ຈະເຣີນ?
ອຸບາລີ! ພິກຂຸຜູ້ຖືກໂຈດໂດຍບໍ່ເປັນທັມ ບໍ່ຕ້ອງເດືອດຮ້ອນດ້ວຍ ໕ ອາກາຣຄື:
ເຂົາຖືກໂຈດໂດຍກາລອັນບໍ່ຄວນ ບໍ່ໂຈດໂດຍກາລອັນ
ຄວນ ເຂົາບໍ່ຕ້ອງເດືອດຮ້ອນ.
ເຂົາຖືກໂຈດດ້ວຍເຣື່ອງບໍ່ຈິງ ບໍ່ໄດ້ຖືກໂຈດດ້ວຍເຣື່ອງ
ຈິງ ເຂົາບໍ່ຕ້ອງເດືອດຮ້ອນ.
ເຂົາຖືກໂຈດດ້ວຍຄຳຫຍາບ ບໍ່ຖືກໂຈດດ້ວຍຄຳສຸພາບ ເຂົາບໍ່ຕ້ອງເດືອດຮ້ອນ.
ເຂົາຖືກໂຈດດ້ວຍເຣື່ອງທີ່ບໍ່ປະກອບດ້ວຍປະໂຍຊນ໌ ບໍ່ຖືກ
ໂຈດດ້ວຍເຣື່ອງທີ່ປະກອບດ້ວຍປະໂຍຊນ໌ ເຂົາບໍ່ຕ້ອງ
ເດືອດຮ້ອນ.
ເຂົາຖືກໂຈດດ້ວຍຄວາມປະສົງຮ້າຍ ບໍ່ຖືກໂຈດດ້ວຍ
ຄວາມມີເມຕຕາຈິຕ ເຂົາບໍ່ຕ້ອງເດືອດຮ້ອນ.
ພິກຂຸຜູ້ໂຈດໂດຍເປັນທັມ ຍ່ອມເຖິງຄວາມບໍ່ເດືອດຮ້ອນ ດ້ວຍອາກາຣເທົ່າໃດ ພຣະອົງຄ໌ຜູ້ຈະເຣີນ?
ອຸບາລີ! ພິກຂຸຜູ້ໂຈດໂດຍເປັນທັມ ຍ່ອມເຖິງຄວາມບໍ່ເດືອດຮ້ອນດ້ວຍ ໕ ອາກາຣຄື:
ເຂົາໂຈດໂດຍກາລອັນຄວນ ບໍ່ໄດ້ໂຈດໂດຍກາລອັນບໍ່
ຄວນ ເຂົາບໍ່ຕ້ອງເດືອດຮ້ອນ.
ເຂົາໂຈດດ້ວຍເຣື່ອງຈິງ ບໍ່ໄດ້ໂຈດດ້ວຍເຣື່ອງບໍ່ຈິງ
ເຂົາບໍ່ຕ້ອງເດືອດຮ້ອນ.
ເຂົາໂຈດດ້ວຍຄຳສຸພາບ ບໍ່ໄດ້ໂຈດດ້ວຍຄຳຫຍາບ
ເຂົາບໍ່ຕ້ອງເດືອດຮ້ອນ.
ເຂົາໂຈດດ້ວຍເຣື່ອງທີ່ປະກອບດ້ວຍປະໂຍຊນ໌ ບໍ່ໄດ້ໂຈດ
ດ້ວຍເຣື່ອງທີ່ບໍ່ປະກອບດ້ວຍປະໂຍຊນ໌ ເຂົາບໍ່ຕ້ອງ
ເດືອດຮ້ອນ.
ເຂົາໂຈດດ້ວຍຄວາມມີເມຕຕາຈິຕ ບໍ່ໄດ້ໂຈດດ້ວຍຄວາມ
ປະສົງຮ້າຍ ເຂົາບໍ່ຕ້ອງເດືອດຮ້ອນ.








