ຄູ່ມືກາຣຈະເຣີນເມຕຕາ
ໜ້າ/ 63
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ໂຣຊະມັລລະກະສັຕຜູ້ນີ້ເປັນຄົນມີຊື່ສຽງ ມີຄົນຮູ້ຈັກຫລາຍ, ຄວາມເຫລື້ອມໃສໃນທັມວິນັຍນີ້ຂອງຄົນທີ່ມີຜູ້ຮູ້ຈັກຫລາຍເຊັ່ນນີ້ມີອິທທິພົລຫລາຍ ຂໍປະທານພຣະວະໂຣກາສ ຂໍພຣະອົງຄ໌ຊົງກະຣຸນາໂປດກະທຳໃຫ້ໂຣຊະມັລລະກະສັຕເຫລື້ອມໃສໃນທັມວິນັຍນີ້ດ້ວຍເຖີດ ພຣະອົງຄ໌ຜູ້ຈະເຣີນ!
ອານົນທ໌! ກາຣທີ່ຈະກະທຳໃຫ້ໂຣຊະມັລລະກະສັຕເຫລື້ອມໃສໃນທັມວິນັຍນີ້ນັ້ນ ຕະຖາຄົຕກະທຳໄດ້ບໍ່ຍາກເລີຍ.
ລຳດັບນັ້ນ ພຣະຜູ້ມີພຣະພາຄຊົງແຜ່ເມຕຕາຈິຕໄປຍັງໂຣຊະມັລລະກະສັຕ ແລ້ວຊົງລຸກຈາກທີ່ປະທັບສະເດັຈເຂົ້າພຣະວິຫາຣ ຄັນໂຣຊະມັລລະກະສັຕອັນພຣະເມຕຕາຈິຕຂອງພຣະຜູ້ມີພຣະພາຄຖືກຕ້ອງແລ້ວ ໄດ້ທ່ຽວຄົ້ນຫາຕາມວິຫາຣ ຕາມບໍຣິເວນທົ່ວທຸກແຫ່ງ ເໝືອນງົວແມ່ລູກອ່ອນ ແລ້ວຕຣັສຖາມພິກຂຸທັງຫລາຍວ່າ
ຂ້າແຕ່ທ່ານຜູ້ຈະເຣີນ! ເວລານີ້ພຣະຜູ້ມີພຣະພາຄອະຣະຫັນຕະສັມມາສັມພຸທທະເຈົ້າພຣະອົງຄ໌ນັ້ນປະທັບຢູ່ໃສໜໍ ເພາະຂ້ານ້ອຍໃຄ່ຈະເຂົ້າເຝົ້າພຣະອົງຄ໌?
ພິກຂຸທັງຫລາຍກ່າວຕອບວ່າ ທ່ານໂຣຊະ ພຣະວິຫາຣນັ້ນເຂົາປິດປະຕູເສຍແລ້ວ ຂໍທ່ານໂປດສງົບສຽງ ສະເດັຈເຂົ້າໄປທາງພຣະວິຫາຣນັ້ນ ຄ່ອຍໆຢ່ອງເຂົ້າໄປທີ່ໜ້າມຸຂ ຊົງອະແຮມ ແລ້ວຊົງເຄາະປະຕູເຖີດ ພຣະຜູ້ມີພຣະພາຄຈັກຊົງເປີດປະຕູຮັບທ່ານ.
ຂະນະນັ້ນ ໂຣຊະມັລລະກະສັຕຊົງສງົບສຽງ ສະເດັຈເຂົ້າໄປທາງພຣະວິຫາຣເຊິ່ງປິດປະຕູເສຍແລ້ວນັ້ນ ຄ່ອຍໆຢ່ອງເຂົ້າໄປທີ່ໜ້າມຸຂ ຊົງອະແຮມ ແລ້ວເຄາະບານປະຕູ ພຣະຜູ້ມີພຣະພາຄຊົງເປີດປະຕູຮັບ ໂຣຊະມັລລະກະສັຕຈິ່ງສະເດັຈເຂົ້າພຣະວິຫາຣ ອະພິວາທພຣະຜູ້ມີພຣະພາຄແລ້ວ ປະທັບນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ພຣະຜູ້ມີພຣະພາຄໄດ້ຊົງສະແດງອະນຸປຸພພິກະຖາແກ່ໂຣຊະມັລລະກະສັຕຄື ຊົງປະກາສທານກະຖາ ສີລກະຖາ ສັຄຄະກະຖາ ໂທສ ຄວາມຕ່ຳຊາມ ຄວາມເສົ້າໝອງແຫ່ງກາມທັງຫລາຍ ແລະອານິສົງສ໌ໃນກາຣອອກຈາກກາມ ເມື່ອພຣະອົງຄ໌ຊົງຊາບວ່າ ໂຣຊະມັລລະກະສັຕມີຈິຕຄ່ອງ ມີຈິຕອ່ອນ ມີຈິຕປາສະຈາກນິວອຣ ມີຈິຕເບີກບານ ມີຈິຕຜ່ອງໃສແລ້ວ ຈິ່ງຊົງປະກາສພຣະທັມມະເທສະນາທີ່ພຣະພຸທທະເຈົ້າທັງຫລາຍຊົງຍົກຂຶ້ນສະແດງດ້ວຍພຣະອົງຄ໌ເອງຄື ທຸກຂ໌ ສະມຸທັຍ ນິໂຣທ ມັຄຄ໌ ທັມມະຈັກຂຸອັນປາສະຈາກທຸລີ ປາສະຈາກມົລທິນໄດ້ເກີດຂຶ້ນແກ່ໂຣຊະມັລລະກະສັຕໃນສະຖານທີ່ປະທັບນັ່ງນັ້ນແລວ່າ ສິ່ງໃດສິ່ງໜຶ່ງມີຄວາມເກີດຂຶ້ນເປັນທັມມະດາ ສິ່ງນັ້ນທັງມວນຍ່ອມມີຄວາມດັບໄປເປັນທັມມະດາ ເໝືອນຜ້າທີ່ສະອາດປາສະຈາກມົລທິນຄວນໄດ້ຮັບນ້ຳຍ້ອມດ້ວຍດີສັນນັ້ນ.
ໂຣຊະມັລລະກະສັຕໄດ້ຊົງເຫັນທັມແລ້ວ ໄດ້ຊົງບັນລຸທັມແລ້ວ ໄດ້ຮູ້ທັມແຈ່ມແຈ້ງ ໄດ້ຢັ່ງລົງສູ່ທັມແລ້ວ ຂ້າມພົ້ນຄວາມສົງສັຍໄດ້ແລ້ວ ປາສະຈາກຖ້ອຍຄຳສະແດງຄວາມສົງສັຍ ເຖິງຄວາມເປັນຜູ້ອົງອາດ ບໍ່ຕ້ອງເຊື່ອຜູ້ອື່ນໃນຄຳສອນຂອງພຣະສາສດາ ໄດ້ກຣາບທູລຄຳນີ້ແດ່ພຣະຜູ້ມີພຣະພາຄວ່າ:
ຂໍປະທານພຣະວະໂຣກາສ ຂໍພຣະຄຸນເຈົ້າທັງຫລາຍໂປດຮັບຈີວອຣ ບິນທະບາຕ ເສນາສະນະ ແລະຄິລານະປັຈຈັຍເພສັຊບໍຣິຂາຣຂອງຂ້ານ້ອຍຜູ້ດຽວ ຢ່າຮັບຂອງຄົນອື່ນ.
ພຣະຜູ້ມີພຣະພາຄຕຣັສວ່າ
ໂຣຊະ! ແມ່ນແຕ່ອະຣິຍະບຸຄຄົລຜູ້ໄດ້ເຫັນທັມແລ້ວດ້ວຍຍານຂອງເສຂະ ດ້ວຍທັສສະນະຂອງເສຂະເໝືອນຢ່າງທ່ານ ກໍຄົງມີຄວາມປາຖນາຢ່າງນີ້ວ່າ ໂອພຣະຄຸນເຈົ້າທັງຫລາຍຄົງກະຣຸນາຮັບຈີວອຣ ບິນທະບາຕ ເສນາສະນະ ແລະຄິລານະປັຈຈັຍເພສັຊບໍຣິຂາຣຂອງພວກເຮົາເທົ່ານັ້ນ ຄົງບໍ່ຮັບຂອງຜູ້ອື່ນ ເພາະສະນັ້ນ ພິກຂຸທັງຫລາຍຈັກຮັບປັຈຈັຍຂອງທ່ານດ້ວຍ ຂອງຄົນອື່ນດ້ວຍ.
ກໍສມັຍນັ້ນແລ ປະຊາຊົນທັງຫລາຍໄດ້ຈັດຕັ້ງລຳດັບພັຕຕາຫາຣອັນປະນີຕໄວ້ທີ່ນະຄອຣກຸສິນາຣາ ຄັນໂຣຊະມັລລະກະສັຕບໍ່ໄດ້ລຳດັບທີ່ຈະຖວາຍພັຕຕາຫາຣ ຈິ່ງໄດ້ຊົງດຳຣິວ່າ ຖ້າຢ່າງນັ້ນ ເຮົາຄວນກວດເບິ່ງໂຮງອາຫາຣ ສິ່ງໃດບໍ່ມີໃນໂຮງອາຫາຣ ເຮົາຄວນຕົກແຕ່ງສິ່ງນັ້ນຖວາຍ ຄັນແລ້ວຊົງກວດເບິ່ງໃນໂຮງອາຫາຣ ບໍ່ທອດພຣະເນຕເຫັນຂອງ ໒ ຢ່າງຄື ຜັກສົດ, ຂອງຂົບສັນທີ່ທຳດ້ວຍແປ້ງ ຈິ່ງສະເດັຈເຂົ້າໄປຫາທ່ານພຣະອານົນທ໌ ຄັນແລ້ວໄດ້ທູລຫາຣືວ່າ:








