ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືກາຣຈະເຣີນເມຕຕາ

ໜ້າ/ 63

ປຸນນະ! ກໍຖ້າພວກມະນຸສຊາວສຸນາປະຣັນຕະຊົນບົທຈັກປະຫານເຈົ້າດ້ວຍກ້ອນດິນ ເຈົ້າຈັກມີຄວາມຄິດຢ່າງໃດກັບມະນຸສພວກນັ້ນ?

ຂ້າແຕ່ພຣະອົງຜູ້ຈະເຣີນ! ຖ້າພວກມະນຸສຊາວສຸນາປະຣັນຕະຊົນບົທຈັກປະຫານຂ້ານ້ອຍດ້ວຍກ້ອນດິນ ຂ້ານ້ອຍຈັກມີຄວາມຄິດໃນພວກເຂົາຢ່າງນີ້ວ່າ ຍັງດີໜໍ ທີ່ພວກມະນຸສຊາວສຸນາປະຣັນຕະຊົນບົທບໍ່ປະຫານເຮົາດ້ວຍທ່ອນໄມ້.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍຈັກມີຄວາມຄິດໃນມະນຸສພວກນັ້ນຢ່າງນີ້ແລ.

ປຸນນະ! ກໍຖ້າພວກມະນຸສຊາວສຸນາປະຣັນຕະຊົນບົທຈັກປະຫານເຈົ້າດ້ວຍທ່ອນໄມ້ ເຈົ້າຈັກມີຄວາມຄິດຢ່າງໃດກັບມະນຸສພວກນັ້ນ?

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຖ້າພວກມະນຸສຊາວສຸນາປະຣັນຕະຊົນບົທຈັກປະຫານຂ້ານ້ອຍດ້ວຍທ່ອນໄມ້ ຂ້ານ້ອຍຈັກມີຄວາມຄິດໃນພວກເຂົາຢ່າງນີ້ວ່າ ຍັງດີໜໍ ທີ່ພວກມະນຸສຊາວສຸນາປະຣັນຕະຊົນບົທບໍ່ປະຫານເຮົາດ້ວຍສັສຕຣາ.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍຈັກມີຄວາມຄິດໃນມະນຸສພວກນັ້ນຢ່າງນີ້ແລ.

ປຸນນະ! ກໍຖ້າພວກມະນຸສຊາວສຸນາປະຣັນຕະຊົນບົທຈັກປະຫານເຈົ້າດ້ວຍສັສຕຣາ ເຈົ້າຈັກມີຄວາມຄິດຢ່າງໃດກັບມະນຸສພວກນັ້ນ?

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຖ້າພວກມະນຸສຊາວສຸນາປະຣັນຕະຊົນບົທຈັກປະຫານຂ້ານ້ອຍດ້ວຍສັສຕຣາ ຂ້ານ້ອຍຈັກມີຄວາມຄິດໃນພວກເຂົາຢ່າງນີ້ວ່າ ຍັງດີໜໍ ທີ່ພວກມະນຸສຊາວສຸນາປະຣັນຕະຊົນບົທບໍ່ປົງຊີວິຕເຮົາດ້ວຍສັສຕຣາອັນຄົມ.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍຈັກມີຄວາມຄິດໃນມະນຸສພວກນັ້ນຢ່າງນີ້ແລ.

ປຸນນະ! ກໍຖ້າພວກມະນຸສຊາວສຸນາປະຣັນຕະຊົນບົທຈັກປົງຊີວິຕເຈົ້າດ້ວຍສັສຕຣາອັນຄົມ ເຈົ້າຈັກມີຄວາມຄິດຢ່າງໃດກັບມະນຸສພວກນັ້ນ?

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຖ້າພວກມະນຸສຊາວສຸນາປະຣັນຕະຊົນບົທຈັກປົງຊີວິຕຂອງຂ້ານ້ອຍດ້ວຍສັສຕຣາອັນຄົມ ຂ້ານ້ອຍຈັກມີຄວາມຄິດໃນພວກເຂົາຢ່າງນີ້ວ່າ ມີເຫລົ່າສາວົກຂອງພຣະຜູ້ມີພຣະພາຄທີ່ອຶດອັດກຽດຊັງຮ່າງກາຍແລະຊີວິຕ ພາກັນສະແຫວງຫາສັສຕຣາສັງຫານຊີບຢູ່ ເຮົາບໍ່ຕ້ອງສະແຫວງຫາສິ່ງນັ້ນເລີຍ ກໍໄດ້ສັສຕຣາສັງຫານຊີບແລ້ວ.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍຈັກມີຄວາມຄິດໃນມະນຸສພວກນັ້ນຢ່າງນີ້ແລ.

ດີລະ ດີລະ ປຸນນະ! ເຈົ້າເປັນຜູ້ປະກອບດ້ວຍທະມະ ແລະອຸປະສະມະດັ່ງນີ້ແລ້ວ ກໍຈັກສາມາດຢູ່ໃນສຸນາປະຣັນຕະຊົນບົທໄດ້ແລ.

ຄັ້ງນັ້ນແລ ທ່ານພຣະປຸນນະຍິນດີອະນຸໂມທະນາພຣະພາສິຕຂອງພຣະຜູ້ມີພຣະພາຄແລ້ວ ລຸກຈາກອາສະນະ ອະພິວາທພຣະຜູ້ມີພຣະພາຄແລ້ວກະທຳປະທັກຂິນ ແລ້ວເກັບອາສະນະ ຖືບາຕແລະຈີວອຣເດີນທາງຈາຣິກໄປຍັງສຸນາປະຣັນຕະຊົນບົທ ເມື່ອຈາຣິກໄປໂດຍລຳດັບກໍໄດ້ໄປເຖິງສຸນາປະຣັນຕະຊົນບົທ.

ໃນສມັຍທີ່ທ່ານພຣະປຸນນະຢູ່ໃນສຸນາປະຣັນຕະຊົນບົທນັ້ນ ທ່ານພຣະປຸນນະໄດ້ໃຫ້ພວກມະນຸສຊາວສຸນາປະຣັນຕະຊົນບົທສະແດງຕົນເປັນອຸປາສົກປະມານ ໕໐໐ ຄົນ ພາຍໃນພັນສານັ້ນ ສະແດງຕົນເປັນອຸປາສິກາປະມານ ໕໐໐ ຄົນ ພາຍໃນພັນສານັ້ນ ແລະຕົວທ່ານກໍໄດ້ທຳໃຫ້ແຈ້ງເຊິ່ງວິຊຊາ ໓ ພາຍໃນພັນສານັ້ນເໝືອນກັນ ຄັນສມັຍຕໍ່ມາ ທ່ານກໍໄດ້ປະຣິນິພພານ.

ຄັ້ງນັ້ນແລ ພິກຂຸຈຳນວນຫລາຍເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ອະພິວາທພຣະຜູ້ມີພຣະພາຄແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນນັ່ງຮຽບຮ້ອຍແລ້ວ ໄດ້ທູລຖາມພຣະຜູ້ມີພຣະພາຄວ່າ:

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ກຸລະບຸຕຊື່ປຸນນະທີ່ພຣະຜູ້ມີພຣະພາຄຊົງສັ່ງສອນດ້ວຍໂອວາທຫຍໍ້ໆນັ້ນ ທຳກາລະເສຍແລ້ວ ຄະຕິຂອງເຂົາເປັນຢ່າງໃດ ສັມປະຣາຍະພົພຂອງເຂົາເປັນຢ່າງໃດ?

ພິກຂຸທັງຫລາຍ! ປຸນນະກຸລະບຸຕເປັນບັນດິຕ ໄດ້ບັນລຸທັມສົມຄວນແກ່ທັມແລ້ວ ທັງບໍ່ເຮັດໃຫ້ເຮົາລຳບາກເພາະເຫຕແຫ່ງກາຣສະແດງທັມ.

ພິກຂຸທັງຫລາຍ! ປຸນນະກຸລະບຸຕປະຣິນິພພານແລ້ວ.

ເມື່ອພຣະຜູ້ມີພຣະພາຄໄດ້ຕຣັສພຣະພາສິຕນີ້ແລ້ວ ພິກຂຸເຫລົ່ານັ້ນຕ່າງຊື່ນຊົມຍິນດີພຣະພາສິຕຂອງພຣະຜູ້ມີພຣະພາຄແລ.

ມັຊຊິມະນິກາຍ ອຸປະຣິປັນນາສກ໌ ໑໔/໓໖໑-໓໖໔/໗໕໔-໗໖໓

ພຣະນາງສາມາວະດີ

ຜູ້ມີປົກກະຕິຢູ່ດ້ວຍເມຕຕາ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ