ຄູ່ມືກາຣຈະເຣີນເມຕຕາ

ໜ້າ/ 63

ເຮົາໃນຖານະພຸທທະສາສະນິກະຊົນທີ່ມີຄວາມຮັກ ຄວາມສັທທາໃນພຣະຕະຖາຄົຕອະຣະຫັນຕະສັມມາສັມພຸທທະ ເຊື່ອໃນກາຣຕຣັສຮູ້ເອງໂດຍຊອບຂອງພຣະອົງຄ໌ ເຊື່ອວ່າ ພຣະອົງຄ໌ຊົງເປັນສັພພັນຍູຈິງ ກໍຄວນເຂົ້າໄປສຶກສາວ່າ ພຣະຕະຖາຄົຕອະຣະຫັນຕະສັມມາສັມພຸທທະ ພຣະອົງຄ໌ຊົງສອນເຣື່ອງນີ້ໄວ້ຢ່າງໃດ?

ຫລັກທັມແຫ່ງກາຣຢູ່ຮ່ວມກັນ(ຢ່າງສງົບສັນຕິ) ພຣະຜູ້ມີພຣະພາຄຊົງຕຣັສສອນໄວ້ຫລາຍ ເພື່ອຄວາມບໍ່ບຽດບຽນຕົນ ບໍ່ບຽດບຽນຄົນອື່ນ ບໍ່ບຽດບຽນທັງຕົນແລະຄົນອື່ນທັງສອງຝ່າຍ ເປັນກາຣກະທຳທີ່ເປັນກຸສົລ ມີຄວາມສຸຂເປັນກຳໄລ ມີຄວາມສຸຂເປັນຜົລ ພຣະສາສດາຊົງສອນໃຫ້ມີເມຕຕາກາຍະກັມ ເມຕຕາວະຈີກັມ ເມຕຕາມະໂນກັມ ເຊັ່ນໃນຫລັກທັມທີ່ເປັນເຫຕໃຫ້ຣະນຶກເຖິງກັນ ທີ່ຮຽກວ່າ ສາຣານິຍະທັມ ເຊິ່ງໄດ້ນໍາມາຮຽບຮຽງໄວ້ແລ້ວໃນໜັງສືເຫລັ້ມນີ້.

ອີກຢ່າງໜຶ່ງ ພຣະຜູ້ມີພຣະພາຄຊົງສອນໃຫ້ຈະເຣີນເມຕຕາ ເພື່ອລະພະຍາບາທ ເຊິ່ງໄດ້ຕຣັສກັບພຣະຣາຫຸລວ່າ “ຣາຫຸລ ເຈົ້າຈົ່ງຈະເຣີນເມຕຕາພາວະນາເຖີດ ເພາະເມື່ອເຈົ້າຈະເຣີນເມຕຕາພາວະນາຢູ່ ກໍຈັກລະພະຍາບາທໄດ້…” ສ່ວນໃນຫລັກກາຣປະພຶດສຸຈະຣິຕທາງກາຍ ວາຈາ ທີ່ຮຽກວ່າ ສີລ ໕ ປະກາຣ ກໍເປັນຄຳຕອບຊັດເຈນ ເມື່ອນຳມາປະຕິບັຕແລ້ວຍ່ອມນຳສັນຕິສຸຂມາສູ່ຊີວິຕ.

ສິ່ງສຳຄັນຢ່າງຍິ່ງທີ່ພຣະສາສດາຊົງໃຫ້ໃສ່ໃຈໃນກາຣຈະເຣີນເມຕຕາຈິຕ ອັນເປັນພຣະໂອວາທທີ່ຊົງສະແດງກາຣປຽບດ້ວຍເລື່ອຍເຊັ່ນ “ພິກຂຸທັງຫລາຍ ພວກເຈົ້າທັງຫລາຍຈົ່ງໃສ່ໃຈໃນໂອວາທທີ່ສະແດງກາຣປຽບດ້ວຍເລື່ອຍນີ້ຢູ່ເນື່ອງໆເຖີດ ຂໍ້ນັ້ນຈັກເປັນປະໂຍຊນ໌ແລະຄວາມສຸຂແກ່ພວກເຈົ້າທັງຫລາຍສິ້ນກາລະນານ.”

ກາຣໄດ້ຣວບລວມທັມວິນັຍທີ່ພຣະຕະຖາຄົຕອະຣະຫັນຕະສັມມາສັມພຸທທະຊົງຕຣັສໄວ້ດີແລ້ວ ມີເປົ້າໝາຍເພື່ອປະກາສຫລັກຄຳສອນຂອງພຣະອົງຄ໌ສູ່ສັງຄົມ ສູ່ມວນມະນຸສຊາຕ ເພື່ອຄວາມສຸຂຄວາມຈະເຣີນຂອງສັຕທັງປວງ ເພື່ອປະໂຍຊນ໌ສຸຂແກ່ຊາວໂລກ ແລະຫລັກທັມດັ່ງກ່າວກໍເປັນຄຳຕອບໃຫ້ເຮົາທັງຫລາຍ ທີ່ຕ້ອງກາຣສັນຕິສຸຂອັນແທ້ຈິງ.

ດ້ວຍຄວາມສັທທາໃນພຣະຕະຖາຄົຕ

ວ. ວົງແສງສີ

ບົທນຳ

ຄັ້ງນັ້ນ ພຣະຜູ້ມີພຣະພາຄປະທັບຢູ່ທີ່ອາປະນະນິຄົມຕາມພຣະພຸທທາພິຣົມ ແລ້ວສະເດັຈຈາຣິກໄປທາງພຣະນະຄອຣກຸສິນາຣາພ້ອມດ້ວຍພິກຂຸສົງຄ໌ໝູ່ໃຫຍ່ ໑,໒໕໐ ອົງຄ໌.

ພວກມັລລະກະສັຕຊາວພຣະນະຄອຣກຸສິນາຣາໄດ້ຊົງຊາບຂ່າວແນ່ຊັດວ່າ ພຣະຜູ້ມີພຣະພາຄກຳລັງສະເດັຈມາພຣະນະຄອຣກຸສິນາຣາ ພ້ອມດ້ວຍພິກຂຸສົງຄ໌ໝູ່ໃຫຍ່ ໑,໒໕໐ ອົງຄ໌ ພວກມັລລະກະສັຕເຫລົ່ານັ້ນໄດ້ຕັ້ງກະຕິກາໄວ້ວ່າ ຜູ້ໃດບໍ່ຕ້ອນຮັບສະເດັຈພຣະຜູ້ມີພຣະພາຄ ຈະຕ້ອງຖືກປັບໄໝເປັນເງິນ ໕໐໐ ກະຫາປະນະ ສມັຍນັ້ນ ໂຣຊະມັລລະກະສັຕເປັນສະຫາຍຂອງທ່ານພຣະອານົນທ໌ ຄັນພຣະຜູ້ມີພຣະພາຄສະເດັຈຈາຣິກໂດຍລຳດັບ ເຖິງພຣະນະຄອຣກຸສິນາຣາແລ້ວ ພວກມັລລະກະສັຕຊາວພຣະນະຄອຣກຸສິນາຣາໄດ້ຈັດກາຣຕ້ອນຮັບສະເດັຈພຣະຜູ້ມີພຣະພາຄ ຄັນໂຣຊະມັລລະກະສັຕຮັບສະເດັຈພຣະຜູ້ມີພຣະພາຄແລ້ວ ເຂົ້າໄປຫາທ່ານພຣະອານົນທ໌ເຖິງທີ່ພັກ ຊົງອະພິວາທແລ້ວປະທັບຢືນໃນທີ່ຄວນສ່ວນຂ້າງໜຶ່ງ.

ທ່ານພຣະອານົນທ໌ໄດ້ປາສັຍກັບໂຣຊະມັລລະກະສັຕຜູ້ປະທັບຢືນໃນທີ່ຄວນສ່ວນຂ້າງໜຶ່ງວ່າ ທ່ານໂຣຊະ ກາຣຮັບສະເດັຈພຣະຜູ້ມີພຣະພາຄຂອງທ່ານໂອລານແທ້.

ໂຣຊະມັລລະກະສັຕຕຣັສວ່າ ທ່ານອານົນທ໌ ພຣະພຸທທະເຈົ້າກໍດີ ພຣະທັມກໍດີ ພຣະສົງຄ໌ກໍດີ ບໍ່ໄດ້ເຮັດໃຫ້ຂ້ານ້ອຍໃຫຍ່ໂຕ ພວກຍາຕຕ່າງຫາກໄດ້ຕັ້ງກະຕິກາໄວ້ວ່າ ຜູ້ໃດບໍ່ຕ້ອນຮັບສະເດັຈພຣະຜູ້ມີພຣະພາຄຈະຕ້ອງຖືກປັບໄໝເປັນເງິນ ໕໐໐ ກະຫາປະນະ ຂ້ານ້ອຍນັ້ນແລໄດ້ຕ້ອນຮັບສະເດັຈພຣະຜູ້ມີພຣະພາຄເຊັ່ນນີ້ ເພາະຢ້ານພວກຍາຕປັບໄໝ.

ທັນໃດນັ້ນ ທ່ານພຣະອານົນທ໌ສະແດງຄວາມບໍ່ພໍໃຈວ່າ ເຫຕໃດໂຣຊະມັລລະກະສັຕຈິ່ງໄດ້ຕຣັສຢ່າງນີ້ ແລ້ວເຂົ້າໄປເຝົ້າພຣະຜູ້ມີພຣະພາຄ ອະພິວາທແລ້ວນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ແລ້ວໄດ້ກຣາບທູລຄຳນີ້ແດ່ພຣະຜູ້ມີພຣະພາຄວ່າ:

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ