ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືກາຣຈະເຣີນເມຕຕາ

ໜ້າ/ 63

ກ່າວດ້ວຍຄຳອ່ອນຫວານຫລືຄຳຫຍາບຄາຍ ໑

ກ່າວດ້ວຍຄຳທີ່ປະກອບດ້ວຍປະໂຍຊນ໌

ຫລືບໍ່ປະກອບດ້ວຍປະໂຍຊນ໌ ໑

ມີຈິຕເມຕຕາຫລືມີໂທສະໃນພາຍໃນກ່າວ ໑

ພິກຂຸທັງຫລາຍ! ເມື່ອບຸຄຄົລອື່ນຈະກ່າວໂດຍກາລອັນສົມຄວນຫລືບໍ່ສົມຄວນກໍຕາມ, ຈະກ່າວດ້ວຍເຣື່ອງຈິງຫລືເຣື່ອງບໍ່ຈິງກໍຕາມ, ຈະກ່າວດ້ວຍຖ້ອຍຄໍາອ່ອນຫວານຫລືຄຳຫຍາບຄາຍກໍຕາມ, ຈະກ່າວດ້ວຍຖ້ອຍຄໍາທີ່ປະກອບດ້ວຍປະໂຍຊນ໌ ຫລືບໍ່ປະກອບດ້ວຍປະໂຍຊນ໌ກໍຕາມ, ຈະມີຈິຕເມຕຕາ ຫລືມີໂທສະໃນພາຍໃນກ່າວກໍຕາມ;

ພິກຂຸທັງຫລາຍ! ໃນຂໍ້ນັ້ນ ພວກເຈົ້າທັງຫລາຍຄວນສຶກສາຢ່າງນີ້ວ່າ ຈິຕຂອງເຮົາຈັກບໍ່ປັ່ນປ່ວນ ເຮົາຈັກບໍ່ກ່າວວາຈາອັນຊົ່ວຫຍາບ ເຮົາຈັກອະນຸເຄາະດ້ວຍສິ່ງອັນເປັນປະໂຍຊນ໌ ເຮົາຈັກມີເມຕຕາ ບໍ່ມີໂທສະໃນພາຍໃນ ເຮົາຈັກແຜ່ເມຕຕາໄປເຖິງບຸຄຄົລນັ້ນ ແລະເຮົາຈັກແຜ່ເມຕຕາຈິຕອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທ ໄປຕະຫລອດໂລກທັງປວງ ເຊິ່ງເປັນອາຣົມນ໌ຂອງຈິຕນັ້ນ ດັ່ງນີ້.

ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຄວນສຶກສາດ້ວຍອາກາຣດັ່ງທີ່ກ່າວມານີ້ແລ.

ມັຊຊິມະນິກາຍ ມູລປັນນາສກ໌ ໑໒/໑໗໙/໒໗໐

ປຽບເໝືອນກະສອບໜັງແມວ

ພິກຂຸທັງຫລາຍ! ປຽບເໝືອນກະສອບໜັງແມວທີ່ນາຍຊ່າງໜັງຟອກຮຽບຮ້ອຍແລ້ວ ອ່ອນນຸ້ມດັ່ງປຸຍນຸ່ນແລະສຳລີ ເປັນກະສອບທີ່ຕີໄດ້ບໍ່ດັງກ້ອງ ຖ້າມີບຸຣຸສຖືເອົາໄມ້ຫລືກະເບຶື້ອງມາ ເວົ້າຂຶ້ນຢ່າງນີ້ວ່າ ເຮົາຈັກກະທຳກະສອບໜັງແມວທີ່ເຂົາຟອກໄວ້ຮຽບຮ້ອຍແລ້ວ ອ່ອນນຸ້ມດັ່ງປຸຍນຸ່ນ ແລະສຳລີທີ່ຕີໄດ້ບໍ່ດັງກ້ອງນີ້ໃຫ້ເປັນຂອງມີສຽງດັງກ້ອງດ້ວຍໄມ້ຫລືກະເບື້ອງ ດັ່ງນີ້.

ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຈະສຳຄັນຄວາມຂໍ້ນັ້ນວ່າຢ່າງໃດ ບຸຣຸສນັ້ນຈະກະທຳກະສອບໜັງແມວທີ່ເຂົາຟອກໄວ້ຮຽບຮ້ອຍແລ້ວ ອ່ອນນຸ້ມດັ່ງປຸຍນຸ່ນແລະສຳລີທີ່ຕີໄດ້ບໍ່ດັງກ້ອງນີ້ໃຫ້ເປັນຂອງມີສຽງດັງກ້ອງດ້ວຍໄມ້ຫລືກະເບື້ອງໄດ້ຫລືບໍ່?

ບໍ່ໄດ້ເລີຍ ພຣະອົງຄ໌ຜູ້ຈະເຣີນ!

ຂໍ້ນັ້ນເພາະເຫຕໃດ?

ເພາະເຫຕວ່າ ກະສອບໜັງແມວນີ້ເຂົາຟອກຮຽບຮ້ອຍແລ້ວ ອ່ອນນຸ້ມດັ່ງປຸຍນຸ່ນແລະສຳລີທີ່ຕີໄດ້ບໍ່ດັງກ້ອງ ເຂົາຈະກະທຳກະສອບໜັງແມວນັ້ນໃຫ້ກັບເປັນຂອງມີສຽງດັງກ້ອງຂຶ້ນດ້ວຍໄມ້ຫລືກະເບື້ອງບໍ່ໄດ້ງ່າຍເລີຍ ບຸຣຸສນັ້ນຈະຕ້ອງອິດເມື່ອຍລຳບາກເປົ່າຢ່າງແນ່ນອນ ນີ້ສັນໃດ;

ພິກຂຸທັງຫລາຍ! ທາງແຫ່ງຖ້ອຍຄຳທີ່ບຸຄຄົລອື່ນຈະກ່າວກັບເຈົ້າມີຢູ່ ໕ ປະກາຣຄື:

ກາຣກ່າວໂດຍກາລອັນສົມຄວນຫລືບໍ່ສົມຄວນ ໑

ກ່າວດ້ວຍເຣື່ອງຈິງຫລືເຣື່ອງບໍ່ຈິງ ໑

ກ່າວດ້ວຍຄຳອ່ອນຫວານຫລືຄຳຫຍາບຄາຍ ໑

ກ່າວດ້ວຍຄຳທີ່ປະກອບດ້ວຍປະໂຍຊນ໌

ຫລືບໍ່ປະກອບດ້ວຍປະໂຍຊນ໌ ໑

ມີຈິຕເມຕຕາຫລືມີໂທສະໃນພາຍໃນກ່າວ ໑

ພິກຂຸທັງຫລາຍ! ເມື່ອບຸຄຄົລອື່ນຈະກ່າວໂດຍກາລອັນສົມຄວນຫລືບໍ່ສົມຄວນກໍຕາມ, ຈະກ່າວດ້ວຍເຣື່ອງຈິງຫລືເຣື່ອງບໍ່ຈິງກໍຕາມ, ຈະກ່າວດ້ວຍຖ້ອຍຄໍາອ່ອນຫວານຫລືຄຳຫຍາບຄາຍກໍຕາມ, ຈະກ່າວດ້ວຍຖ້ອຍຄໍາທີ່ປະກອບດ້ວຍປະໂຍຊນ໌ ຫລືບໍ່ປະກອບດ້ວຍປະໂຍຊນ໌ກໍຕາມ, ຈະມີຈິຕເມຕຕາ ຫລືມີໂທສະໃນພາຍໃນກ່າວກໍຕາມ;

ພິກຂຸທັງຫລາຍ! ໃນຂໍ້ນັ້ນ ພວກເຈົ້າທັງຫລາຍຄວນສຶກສາຢ່າງນີ້ວ່າ ຈິຕຂອງເຮົາຈັກບໍ່ປັ່ນປ່ວນ ເຮົາຈັກບໍ່ກ່າວວາຈາອັນຊົ່ວຫຍາບ ເຮົາຈັກອະນຸເຄາະດ້ວຍສິ່ງອັນເປັນປະໂຍຊນ໌ ເຮົາຈັກມີເມຕຕາ ບໍ່ມີໂທສະໃນພາຍໃນ ເຮົາຈັກແຜ່ເມຕຕາໄປເຖິງບຸຄຄົລນັ້ນ ແລະເຮົາຈັກແຜ່ເມຕຕາຈິຕອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທ ໄປຕະຫລອດໂລກທັງປວງ ເຊິ່ງເປັນອາຣົມນ໌ຂອງຈິຕນັ້ນ ດັ່ງນີ້.

ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຄວນສຶກສາດ້ວຍອາກາຣດັ່ງທີ່ກ່າວມານີ້ແລ.

ມັຊຊິມະນິກາຍ ມູລປັນນາສກ໌ ໑໒/໒໗໘-໒໗໙/໒໗໑

ໂອວາທທີ່ສະແດງກາຣປຽບດ້ວຍເລື່ອຍ

ພິກຂຸທັງຫລາຍ! ຫາກມີພວກໂຈຣຜູ້ມີຄວາມປະພຶດອັນຕ່ຳຊ້າ ເອົາເລື່ອຍທີ່ມີຫູຈັບທັງສອງຂ້າງເລື່ອຍອະໄວຍະວະໃຫຍ່ນ້ອຍຂອງພວກເຈົ້າ ໃນກໍຣະນີນີ້ ພິກຂຸ ຫລືພິກຂຸນີອົງຄ໌ໃດມີໃຈຄິດຮ້າຍຕໍ່ໂຈຣເຫລົ່ານັ້ນ ພິກຂຸ ຫລືພິກຂຸນີອົງຄ໌ນັ້ນບໍ່ຊື່ວ່າເປັນຜູ້ທຳຕາມຄຳສັ່ງສອນຂອງເຮົາ ເພາະເຫຕທີ່ອົດກັ້ນບໍ່ໄດ້ນັ້ນ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ