ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືກາຣຈະເຣີນເມຕຕາ

ໜ້າ/ 63

ພິກຂຸທັງຫລາຍ! ເມື່ອບຸຄຄົລອື່ນຈະກ່າວໂດຍກາລອັນສົມຄວນຫລືບໍ່ສົມຄວນກໍຕາມ, ຈະກ່າວດ້ວຍເຣື່ອງຈິງຫລືເຣື່ອງບໍ່ຈິງກໍຕາມ, ຈະກ່າວດ້ວຍຖ້ອຍຄໍາອ່ອນຫວານຫລືຄຳຫຍາບຄາຍກໍຕາມ, ຈະກ່າວດ້ວຍຖ້ອຍຄໍາທີ່ປະກອບດ້ວຍປະໂຍຊນ໌ ຫລືບໍ່ປະກອບດ້ວຍປະໂຍຊນ໌ກໍຕາມ, ຈະມີຈິຕເມຕຕາ ຫລືມີໂທສະໃນພາຍໃນກ່າວກໍຕາມ;

ພິກຂຸທັງຫລາຍ! ໃນຂໍ້ນັ້ນ ພວກເຈົ້າທັງຫລາຍຄວນສຶກສາຢ່າງນີ້ວ່າ ຈິຕຂອງເຮົາຈັກບໍ່ປັ່ນປ່ວນ ເຮົາຈັກບໍ່ກ່າວວາຈາອັນຊົ່ວຫຍາບ ເຮົາຈັກອະນຸເຄາະດ້ວຍສິ່ງອັນເປັນປະໂຍຊນ໌ ເຮົາຈັກມີເມຕຕາ ບໍ່ມີໂທສະໃນພາຍໃນ ເຮົາຈັກແຜ່ເມຕຕາໄປເຖິງບຸຄຄົລນັ້ນ ແລະເຮົາຈັກແຜ່ເມຕຕາຈິຕອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທ ໄປຕະຫລອດໂລກທັງປວງ ເຊິ່ງເປັນອາຣົມນ໌ຂອງຈິຕນັ້ນ ດັ່ງນີ້.

ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຄວນສຶກສາດ້ວຍອາກາຣດັ່ງທີ່ກ່າວມານີ້ແລ.

ມັຊຊິມະນິກາຍ ມູລປັນນາສກ໌ ໑໒/໑໗໖-໑໗໗/໒໖໘

ກາຣປຽບບຸຣຸສຂຽນຣູປໃນອາກາສ

ພິກຂຸທັງຫລາຍ! ປຽບເໝືອນບຸຣຸສຖືເອົາຄັ່ງກໍຕາມ ສີເຫລືອງ ສີຂຽວ ຫລືສີເຫລືອງແກ່ກໍຕາມມາແລ້ວກ່າວຢ່າງນີ້ວ່າ ເຮົາຈັກຂຽນຣູປຕ່າງໆໃນອາກາສນີ້ ກະທຳໃຫ້ເປັນຣູປຊັດເຈນ ດັ່ງນີ້.

ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຈະສຳຄັນຄວາມຂໍ້ນັ້ນວ່າຢ່າງໃດ ບຸຣຸສນັ້ນຈະຂຽນຣູປຕ່າງໆໃນອາກາສນັ້ນ ກະທຳໃຫ້ເປັນຣູປທີ່ຊັດເຈນໄດ້ຫລືບໍ່?

ບໍ່ໄດ້ເລີຍ ພຣະອົງຄ໌ຜູ້ຈະເຣີນ!

ຂໍ້ນັ້ນເພາະເຫຕໃດ?

ເພາະທັມມະດາອາກາສນີ້ ຍ່ອມເປັນຂອງບໍ່ມີຮູບຮ່າງ ຊີ້ໃຫ້ເຫັນບໍ່ໄດ້ ເຂົາຈະຂຽນຣູປໃນອາກາສນັ້ນ ກະທຳໃຫ້ເປັນຣູປທີ່ຊັດເຈນບໍ່ໄດ້ງ່າຍເລີຍ ແລະບຸຣຸສນັ້ນຈະຕ້ອງອິດເມື່ອຍລຳບາກເປົ່າຢ່າງແນ່ນອນ ນີ້ສັນໃດ;

ພິກຂຸທັງຫລາຍ! ທາງແຫ່ງຖ້ອຍຄຳທີ່ບຸຄຄົລອື່ນຈະກ່າວກັບເຈົ້າມີຢູ່ ໕ ປະກາຣຄື:

ກາຣກ່າວໂດຍກາລອັນສົມຄວນຫລືບໍ່ສົມຄວນ ໑

ກ່າວດ້ວຍເຣື່ອງຈິງຫລືເຣື່ອງບໍ່ຈິງ ໑

ກ່າວດ້ວຍຄຳອ່ອນຫວານຫລືຄຳຫຍາບຄາຍ ໑

ກ່າວດ້ວຍຄຳທີ່ປະກອບດ້ວຍປະໂຍຊນ໌

ຫລືບໍ່ປະກອບດ້ວຍປະໂຍຊນ໌ ໑

ມີຈິຕເມຕຕາຫລືມີໂທສະໃນພາຍໃນກ່າວ ໑

ພິກຂຸທັງຫລາຍ! ເມື່ອບຸຄຄົລອື່ນຈະກ່າວໂດຍກາລອັນສົມຄວນຫລືບໍ່ສົມຄວນກໍຕາມ, ຈະກ່າວດ້ວຍເຣື່ອງຈິງຫລືເຣື່ອງບໍ່ຈິງກໍຕາມ, ຈະກ່າວດ້ວຍຖ້ອຍຄໍາອ່ອນຫວານຫລືຄຳຫຍາບຄາຍກໍຕາມ, ຈະກ່າວດ້ວຍຖ້ອຍຄໍາທີ່ປະກອບດ້ວຍປະໂຍຊນ໌ ຫລືບໍ່ປະກອບດ້ວຍປະໂຍຊນ໌ກໍຕາມ, ຈະມີຈິຕເມຕຕາ ຫລືມີໂທສະໃນພາຍໃນກ່າວກໍຕາມ;

ພິກຂຸທັງຫລາຍ! ໃນຂໍ້ນັ້ນ ພວກເຈົ້າທັງຫລາຍຄວນສຶກສາຢ່າງນີ້ວ່າ ຈິຕຂອງເຮົາຈັກບໍ່ປັ່ນປ່ວນ ເຮົາຈັກບໍ່ກ່າວວາຈາອັນຊົ່ວຫຍາບ ເຮົາຈັກອະນຸເຄາະດ້ວຍສິ່ງອັນເປັນປະໂຍຊນ໌ ເຮົາຈັກມີເມຕຕາ ບໍ່ມີໂທສະໃນພາຍໃນ ເຮົາຈັກແຜ່ເມຕຕາໄປເຖິງບຸຄຄົລນັ້ນ ແລະເຮົາຈັກແຜ່ເມຕຕາຈິຕອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທ ໄປຕະຫລອດໂລກທັງປວງ ເຊິ່ງເປັນອາຣົມນ໌ຂອງຈິຕນັ້ນ ດັ່ງນີ້.

ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຄວນສຶກສາດ້ວຍອາກາຣດັ່ງທີ່ກ່າວມານີ້ແລ.

ມັຊຊິມະນິກາຍ ມູລປັນນາສກ໌ ໑໒/໑໗໗/໒໖໙

ປຽບເໝືອນບຸຣຸສເຜົາແມ່ນ້ຳຄົງຄາ

ພິກຂຸທັງຫລາຍ! ປຽບເໝືອນບຸຣຸສຖືເອົາມັດຫຍ້າທີ່ຈູດໄຟມາແລ້ວ ກ່າວຢ່າງນີ້ວ່າ ເຮົາຈັກກະທຳແມ່ນ້ຳຄົງຄາໃຫ້ຮ້ອນຢ່າງຍິ່ງ ໃຫ້ເດືອດເປັນຄັວນຟຸ້ງຂຶ້ນດ້ວຍມັດຫຍ້າທີ່ຈູດໄຟແລ້ວນີ້ ດັ່ງນີ້.

ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຈະສຳຄັນຄວາມຂໍ້ນັ້ນວ່າຢ່າງໃດ ບຸຣຸສນັ້ນຈັກກະທຳແມ່ນ້ຳຄົງຄາໃຫ້ຮ້ອນ ໃຫ້ເດືອດເປັນຄັວນຟຸ້ງຂຶ້ນດ້ວຍມັດຫຍ້າທີ່ຈູດໄຟໄດ້ຫລືບໍ່ ?

ບໍ່ໄດ້ເລີຍ ພຣະອົງຄ໌ຜູ້ຈະເຣີນ!

ຂໍ້ນັ້ນເພາະເຫຕໃດ?

ເພາະແມ່ນ້ຳຄົງຄາເປັນແມ່ນ້ຳທີ່ເລິກ ສຸດທີ່ຈະປະມານ ເຂົາຈັກກະທຳແມ່ນ້ຳຄົງຄານັ້ນໃຫ້ຮ້ອນ ໃຫ້ເດືອດເປັນຄັວນຟຸ້ງຂຶ້ນດ້ວຍມັດຫຍ້າທີ່ຈູດໄຟແລ້ວບໍ່ໄດ້ງ່າຍເລີຍ ແລະບຸຣຸສນັ້ນຈະຕ້ອງອິດເມື່ອຍລຳບາກເປົ່າຢ່າງແນ່ນອນ ນີ້ສັນໃດ;

ພິກຂຸທັງຫລາຍ! ທາງແຫ່ງຖ້ອຍຄຳທີ່ບຸຄຄົລອື່ນຈະກ່າວກັບເຈົ້າມີຢູ່ ໕ ປະກາຣຄື:

ກາຣກ່າວໂດຍກາລອັນສົມຄວນຫລືບໍ່ສົມຄວນ ໑

ກ່າວດ້ວຍເຣື່ອງຈິງຫລືເຣື່ອງບໍ່ຈິງ ໑

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ