ຄູ່ມືກາຣຈະເຣີນເມຕຕາ

ໜ້າ/ 63

ສັຕບໍ່ມີຕີນຢ່າໄດ້ບຽດບຽນເຮົາ ສັຕສອງຕີນຢ່າໄດ້ບຽດບຽນເຮົາ ສັຕສີ່ຕີນຢ່າໄດ້ບຽດບຽນເຮົາ ສັຕມີຫລາຍຕີິນຢ່າໄດ້ບຽດບຽນເຮົາ ແລະສັຕທີ່ເກີດແລ້ວທີ່ຍັງມີຊີວິຕທັງມວນ ທຸກໝູ່ເຫລົ່າຈົ່ງປະສົບຄວາມຈະເຣີນ ຢ່າໄດ້ພົບເຫັນສິ່ງຊົ່ວຮ້າຍແມ່ນແຕ່ນ້ອຍເລີຍ.

ພຣະພຸທທະເຈົ້າຊົງມີພຣະຄຸນຫາປະມານບໍ່ໄດ້ ພຣະທັມມີພຣະຄຸນຫາປະມານບໍ່ໄດ້ ພຣະສົງຄ໌ມີພຣະຄຸນຫາປະມານບໍ່ໄດ້ ແຕ່ສັຕເລືອຄານທັງຫລາຍຄື ງູ ແມງງອດ ຂີ້ເຂັບ ແມງມຸມ ກັບແກ້ ໜູ ມີຄຸນພໍປະມານ ຄວາມຮັກສາອັນເຮົາກະທຳແລ້ວ ຄວາມປ້ອງກັນອັນເຮົາກະທຳແລ້ວ ຂໍໝູ່ສັຕທັງຫລາຍຈົ່ງຖອຍກັບໄປເຖີດ ເຮົານັ້ນຂໍນອບນ້ອມແດ່ພຣະຜູ້ມີພຣະພາຄ ຂໍນອບນ້ອມແດ່ພຣະສັມມາສັມພຸທທະເຈົ້າທັງ ໗ ພຣະອົງຄ໌.

ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ ອະຫິສູຕ ເຫລັ້ມທີ ໒໑/໗໑/໖໗

ເປັນຜູ້ມີຈິຕບໍ່ພະຍາບາທ ມີຄວາມດຳຣິໃນໃຈອັນບໍ່ຊົ່ວຊ້າວ່າ ຂໍສັຕທັງຫລາຍ ຈົ່ງເປັນຜູ້ບໍ່ມີເວຣ ບໍ່ມີພະຍາບາທ ປາສະຈາກຄວາມທຸກຂ໌ ປະສົບແຕ່ຄວາມສຸຂ ຮັກສາຕົນເຖີດ ດັ່ງນີ້.

(ອັພພະຍາປັນນະຈິຕໂຕ ໂຂ ປະນະ ໂຫຕິ ອັປປະທຸຕຖະມະນະສັງກັປໂປ ອິເມ ສັຕຕາ ອະເວຣາ ອັພພະຍາປັຊຊາ ອະນີຄາ ສຸຂີ ອັຕຕານັງ ປະຣິຫະຣັນຕູຕິ)

ມັຊຊິມະນິກາຍ ມູລປັນນາສກ໌ ໑໒/໓໖໘/໔໘໕

ວິທີກາຣຮັບມືກັບຖ້ອຍຄຳ ໕ ປະກາຣ

ດ້ວຍໃຈປະກອບດ້ວຍເມຕຕາ

ພິກຂຸທັງຫລາຍ! ທາງແຫ່ງຖ້ອຍຄຳທີ່ບຸຄຄົລອື່ນຈະກ່າວກັບເຈົ້າມີຢູ່ ໕ ປະກາຣຄື:

ກາຣກ່າວໂດຍກາລອັນສົມຄວນຫລືບໍ່ສົມຄວນ ໑

ກ່າວດ້ວຍເຣື່ອງຈິງຫລືເຣື່ອງບໍ່ຈິງ ໑

ກ່າວດ້ວຍຄຳອ່ອນຫວານຫລືຄຳຫຍາບຄາຍ ໑

ກ່າວດ້ວຍຄຳທີ່ປະກອບດ້ວຍປະໂຍຊນ໌

ຫລືບໍ່ປະກອບດ້ວຍປະໂຍຊນ໌ ໑

ມີຈິຕເມຕຕາຫລືມີໂທສະໃນພາຍໃນກ່າວ ໑

ພິກຂຸທັງຫລາຍ! ເມື່ອບຸຄຄົລອື່ນຈະກ່າວໂດຍກາລອັນສົມຄວນຫລືບໍ່ສົມຄວນກໍຕາມ, ຈະກ່າວດ້ວຍເຣື່ອງຈິງຫລືເຣື່ອງບໍ່ຈິງກໍຕາມ, ຈະກ່າວດ້ວຍຖ້ອຍຄໍາອ່ອນຫວານຫລືຄຳຫຍາບຄາຍກໍຕາມ, ຈະກ່າວດ້ວຍຖ້ອຍຄໍາທີ່ປະກອບດ້ວຍປະໂຍຊນ໌ ຫລືບໍ່ປະກອບດ້ວຍປະໂຍຊນ໌ກໍຕາມ, ຈະມີຈິຕເມຕຕາ ຫລືມີໂທສະໃນພາຍໃນກ່າວກໍຕາມ;

ພິກຂຸທັງຫລາຍ! ໃນຂໍ້ນັ້ນ ພວກເຈົ້າທັງຫລາຍຄວນສຶກສາຢ່າງນີ້ວ່າ ຈິຕຂອງເຮົາຈັກບໍ່ປັ່ນປ່ວນ ເຮົາຈັກບໍ່ກ່າວວາຈາອັນຊົ່ວຫຍາບ ເຮົາຈັກອະນຸເຄາະດ້ວຍສິ່ງອັນເປັນປະໂຍຊນ໌ ເຮົາຈັກມີເມຕຕາ ບໍ່ມີໂທສະໃນພາຍໃນ ເຮົາຈັກແຜ່ເມຕຕາໄປເຖິງບຸຄຄົລນັ້ນ ແລະເຮົາຈັກແຜ່ເມຕຕາຈິຕອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທ ໄປຕະຫລອດໂລກທັງປວງ(ສັພພາວັນຕັງ ໂລກັງ) ເຊິ່ງເປັນອາຣົມນ໌ຂອງຈິຕນັ້ນ ດັ່ງນີ້.

ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຄວນສຶກສາດ້ວຍອາກາຣດັ່ງທີ່ກ່າວມານີ້ແລ.

ມັຊຊິມະນິກາຍ ມູລປັນນາສກ໌ ໑໒/໑໗໖/໒໖໗

ກາຣມີໃຈປະກອບດ້ວຍເມຕຕາ

ອຸປະມາເໝືອນແຜ່ນດິນ

ພິກຂຸທັງຫລາຍ! ປຽບເໝືອນບຸຣຸສຖືເອົາສຽມແລະກະຊ້າມາແລ້ວ ກ່າວຢ່າງນີ້ວ່າ ເຮົາຈັກກະທຳແຜ່ນດິນອັນໃຫຍ່ນີ້ບໍ່ໃຫ້ເປັນແຜ່ນດິນ ດັ່ງນີ້, ເຂົາຂຸດລົງໃນທີ່ນັ້ນໆ ຊ້ວນດິນຖິ້ມໃນທີ່ນັ້ນໆ ບ້ວນນ້ຳລາຍລົງໃນທີ່ນັ້ນໆ ຖ່າຍປັສສາວະຫົດໃນທີ່ນັ້ນໆ ແລ້ວເວົ້າວ່າ ຢ່າເປັນແຜ່ນດິນໆ ດັ່ງນີ້.

ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຈະສຳຄັນຄວາມຂໍ້ນັ້ນວ່າຢ່າງໃດ ບຸຣຸສນັ້ນຈັກກະທຳແຜ່ນດິນອັນໃຫຍ່ນີ້ບໍ່ໃຫ້ເປັນແຜ່ນດິນໄດ້ຫລືບໍ່?

ບໍ່ໄດ້ເລີຍ ພຣະອົງຄ໌ຜູ້ຈະເຣີນ!

ຂໍ້ນັ້ນເພາະເຫຕໃດ?

ເພາະເຫຕວ່າ ແຜ່ນດິນອັນໃຫຍ່ຫລວງນີ້ ເລິກຫາປະມານບໍ່ໄດ້ ເຂົາຈະກະທຳແຜ່ນດິນອັນໃຫຍ່ຫລວງນີ້ບໍ່ໃຫ້ເປັນແຜ່ນດິນບໍ່ໄດ້ງ່າຍເລີຍ ແລະບຸຣຸສນັ້ນຈະຕ້ອງອິດເມື່ອຍລຳບາກເສຍເປົ່າແນ່ນອນ ນີ້ສັນໃດ;

ພິກຂຸທັງຫລາຍ! ທາງແຫ່ງຖ້ອຍຄຳທີ່ບຸຄຄົລອື່ນຈະກ່າວກັບເຈົ້າມີຢູ່ ໕ ປະກາຣຄື:

ກາຣກ່າວໂດຍກາລອັນສົມຄວນຫລືບໍ່ສົມຄວນ ໑

ກ່າວດ້ວຍເຣື່ອງຈິງຫລືເຣື່ອງບໍ່ຈິງ ໑

ກ່າວດ້ວຍຄຳອ່ອນຫວານຫລືຄຳຫຍາບຄາຍ ໑

ກ່າວດ້ວຍຄຳທີ່ປະກອບດ້ວຍປະໂຍຊນ໌

ຫລືບໍ່ປະກອບດ້ວຍປະໂຍຊນ໌ ໑

ມີຈິຕເມຕຕາຫລືມີໂທສະໃນພາຍໃນກ່າວ ໑

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ