ຄູ່ມືກາຣຈະເຣີນເມຕຕາ
ໜ້າ/ 63
ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເປັນຜູ້ມີສີລທີ່ບໍ່ຂາດ ບໍ່ທະລຸ ບໍ່ດ່າງ ບໍ່ພ້ອຍ ເປັນອິສສະຣະ ອັນວິນຍູຊົນສັນລະເສີນ ບໍ່ມີອັນໃດຄອບງຳ ເປັນໄປເພື່ອສະມາທິ ເຖິງຄວາມເປັນຜູ້ມີສີລສະເໝີກັນກັບເພື່ອນສະພຣົມມະຈາຣີທັງຫລາຍ ທັງໃນທີ່ແຈ້ງແລະທີ່ລັບ ແມ່ນແຕ່ທັມນີ້ກໍເປັນເຫຕໃຫ້ຣະນຶກເຖິງກັນ ທໍາຄວາມຮັກກັນ ທຳຄວາມເຄົາຣົພກັນ ເປັນໄປເພື່ອຄວາມສົງເຄາະກັນ ເພື່ອຄວາມບໍ່ວິວາທຜິດຖຽງກັນ ເພື່ອຄວາມພ້ອມພຽງກັນ ເພື່ອຄວາມເປັນພວກດຽວກັນ.
ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸມີທິຕຖິອັນໄກຈາກຂ້າເສິກ ເປັນນິຍຍານິກະທັມ ອັນນຳອອກເຊິ່ງບຸຄຄົລຜູ້ກະທຳຕາມນັ້ນ ເພື່ອຄວາມສິ້ນທຸກຂ໌ໂດຍຊອບ ເຖິງຄວາມເປັນຜູ້ສະເໝີກັນດ້ວຍທິຕຖິເຊັ່ນກັບເພື່ອນສະພຣົມມະຈາຣີທັງຫລາຍ ທັງໃນທີ່ແຈ້ງແລະທີ່ລັບ ແມ່ນແຕ່ທັມນີ້ກໍເປັນເຫຕໃຫ້ຣະນຶກເຖິງກັນ ທຳຄວາມຮັກກັນ ທຳຄວາມເຄົາຣົພກັນ ເປັນໄປເພື່ອຄວາມສົງເຄາະກັນ ເພື່ອຄວາມບໍ່ວິວາທຜິດຖຽງກັນ ເພື່ອຄວາມພ້ອມພຽງກັນ ເພື່ອຄວາມເປັນພວກດຽວກັນ.
ພິກຂຸທັງຫລາຍ! ທັມ ໖ ປະກາຣນີ້ແລ ເປັນເຫຕໃຫ້ຣະນຶກເຖິງກັນ ແລະທຳຄວາມຮັກກັນ ທຳຄວາມເຄົາຣົພກັນ ເປັນໄປເພື່ອຄວາມສົງເຄາະກັນ ເພື່ອຄວາມບໍ່ວິວາທກັນ ເພື່ອຄວາມພ້ອມພຽງກັນ ເພື່ອຄວາມເປັນພວກດຽວກັນ.
ພິກຂຸທັງຫລາຍ! ທິຕຖິອັນໄກຈາກກິເລສອັນເປັນຂ້າເສິກ ເປັນນິຍຍານິກະທັມ (ທັມທີ່ນຳສັຕອອກຈາກທຸກຂ໌)
ນໍາອອກເຊິ່ງບຸຄຄົລຜູ້ກະທໍາຕາມນັ້ນ ເພື່ອຄວາມສິ້ນທຸກຂ໌ໂດຍຊອບນີ້ ເປັນຍອດຢຶດຄຸມທັມ ໖ ປະກາຣນີ້ ທີ່ເປັນເຫຕໃຫ້ຣະນຶກເຖິງກັນ.
ພິກຂຸທັງຫລາຍ! ປຽບເໝືອນຍອດອັນເປັນທີ່ສູງສຸດ ເປັນທີ່ຢຶດຄຸມຂອງຫລັງຄາເຮືອນສັນໃດ ທິຕຖິອັນໄກຈາກກິເລສອັນເປັນຂ້າເສິກ ເປັນນິຍຍານິກະທັມ ນຳອອກເຊິ່ງບຸຄຄົລຜູ້ກະທຳຕາມນັ້ນ ເພື່ອຄວາມສິ້ນທຸກຂ໌ໂດຍຊອບນີ້ ເປັນຍອດຢຶດຄຸມທັມ ໖ ປະກາຣນີ້ ທີ່ເປັນເຫຕໃຫ້ຣະນຶກເຖິງກັນ ສັນນັ້ນ.
ມັຊຊິມະນິກາຍ ມູລປັນນາສກ໌ ໑໒/໔໑໒-໔໑໓/໕໔໒
ເຣື່ອງພິກຂຸຖືກງູກັດຈົນມໍຣະນະພາບ
ເນື່ອງຈາກບໍ່ໄດ້ຈະເຣີນເມຕຕາ
ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະວິຫາຣເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ໃກ້ພຣະນະຄອຣສາວັຕຖີ ໃນສມັຍນັ້ນ ພິກຂຸອົງຄ໌ໜຶ່ງໃນພຣະນະຄອຣສາວັຕຖີຖືກງູກັດຈົນມໍຣະນະພາບ ຄັ້ງນັ້ນ ພິກຂຸຈຳນວນຫລາຍເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ອະພິວາທແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ກຣາບທູລພຣະຜູ້ມີພຣະພາຄວ່າ:
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ພິກຂຸອົງຄ໌ໜຶ່ງໃນພຣະນະຄອຣສາວັຕຖີຖືກງູກັດ ທຳກາລະແລ້ວ.
ພຣະຜູ້ມີພຣະພາຄຕຣັສວ່າ:
ພິກຂຸທັງຫລາຍ! ພິກຂຸອົງຄ໌ນັ້ນບໍ່ໄດ້ແຜ່ເມຕຕາຈິຕໄປສູ່ຕະກຸນພະຍາງູທັງ ໔ ຢ່າງແນ່ນອນ ເພາະຖ້າພິກຂຸນັ້ນແຜ່ເມຕຕາຈິຕໄປສູ່ຕະກຸນພະຍາງູທັງ ໔ ພິກຂຸນັ້ນຈະບໍ່ຖືືກງູກັດຈົນມໍຣະນະພາບ ຕະກຸນພະຍາງູທັງ ໔ ເປັນຢ່າງໃດ? ຄື:
໑. ຕະກຸນພະຍາງູວິຣູປັກຂະ
໒. ຕະກຸນພະຍາງູເອຣາປະຖະ
໓. ຕະກຸນພະຍາງູສັພພະຍາປຸຕຕະ
໔. ຕະກຸນພະຍາງູກັນຫາໂຄຕະມະກະ
ພິກຂຸອົງຄ໌ນັ້ນບໍ່ໄດ້ແຜ່ເມຕຕາຈິຕໄປສູ່ຕະກຸນພະຍາງູທັງ ໔ ແນ່ນອນ ຖ້າພິກຂຸນັ້ນແຜ່ເມຕຕາຈິຕໄປສູ່ຕະກຸນພະຍາງູທັງ ໔ ພິກຂຸນັ້ນຈະບໍ່ຖືືກງູກັດຈົນມໍຣະນະພາບ.
ພິກຂຸທັງຫລາຍ! ເຮົາອະນຸຍາດໃຫ້ແຜ່ເມຕຕາຈິຕໄປສູ່ຕະກຸນພະຍາງູທັງ ໔ ນີ້ ເພື່ອຄຸ້ມຄອງຕົນ ເພື່ອຮັກສາຕົນ ເພື່ອປ້ອງກັນຕົນ ແລະຈົ່ງກະທຳກາຣແຜ່ຢ່າງນີ້ວ່າ:
ເຮົາກັບຕະກຸນພະຍາງູວິຣູປັກຂະ ຈົ່ງມີເມຕຕາຕໍ່ກັນ.
ເຮົາກັບຕະກຸນພະຍາງູເອຣາປະຖະ ຈົ່ງມີເມຕຕາຕໍ່ກັນ.
ເຮົາກັບຕະກຸນພະຍາງູສັພພະຍາປຸຕຕະຈົ່ງມີເມຕຕາຕໍ່ກັນ.
ເຮົາກັບຕະກຸນພະຍາງູກັນຫາໂຄຕະມະກະ ຈົ່ງມີເມຕຕາ ຕໍ່ກັນ.
ເຮົາກັບຝູງສັຕທີ່ບໍ່ມີຕີນ ຈົ່ງມີເມຕຕາຕໍ່ກັນ.
ເຮົາກັບຝູງສັຕ ໒ ຕີນ ຈົ່ງມີເມຕຕາຕໍ່ກັນ.
ເຮົາກັບຝູງສັຕ ໔ ຕີນ ຈົ່ງມີເມຕຕາຕໍ່ກັນ.
ເຮົາກັບຝູງສັຕທີ່ມີຫລາຍຕີນ ຈົ່ງມີເມຕຕາຕໍ່ກັນ.








