ຄູ່ມືກາຣຈະເຣີນເມຕຕາ
ໜ້າ/ 63
ພິກຂຸອົງຄ໌ນັ້ນທູລຮັບຄຳຂອງພຣະຜູ້ມີພຣະພາຄວ່າ ໂດຍຂ້ານ້ອຍ ດັ່ງນີ້; ແລ້ວເຂົ້າໄປຫາພິກຂຸເຫລົ່ານັ້ນ ແລ້ວບອກວ່າ ອາວຸໂສທັງຫລາຍ ພຣະສາສດາຕຣັສສັ່ງໃຫ້ທ່ານທັງຫລາຍໄປຫາ ພິກຂຸເຫລົ່ານັ້ນຮັບຄຳຂອງພິກຂຸນັ້ນວ່າ ໂດຍ ອາວຸໂສ ດັ່ງນີ້ ແລ້ວເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ອະພິວາທແລ້ວນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ.
ພຣະຜູ້ມີພຣະພາຄຕຣັສຖາມພິກຂຸເຫລົ່ານັ້ນວ່າ:
ພິກຂຸທັງຫລາຍ! ໄດ້ຍິນວ່າ ພວກເຈົ້າທັງຫລາຍເກີດຄວາມຂັດໃຈ ວິວາທຜິດຖຽງ ຂັດແຍ່ງກັນແລະກັນດ້ວຍຫອກຄືປາກຢູ່ ບໍ່ກະທຳກັນແລະກັນໃຫ້ເຂົ້າໃຈ ບໍ່ປາຖນາຄວາມເຂົ້າໃຈກັນ ບໍ່ກະທຳກັນແລະກັນໃຫ້ປອງດອງ ບໍ່ປາຖນາຄວາມປອງດອງກັນຈິງຫລື?
ພິກຂຸເຫລົ່ານັ້ນທູລຮັບວ່າ ເປັນເຊັ່ນນັ້ນ ພຣະອົງຄ໌ຜູ້ຈະເຣີນ!
ພຣະຜູ້ມີພຣະພາຄຕຣັສວ່າ:
ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຈະສຳຄັນຄວາມຂໍ້ນີ້ວ່າຢ່າງໃດ? ສມັຍໃດພວກເຈົ້າທັງຫລາຍເກີດຄວາມຂັດໃຈ ວິວາທຜິດຖຽງກັນ ຂັດແຍ່ງກັນແລະກັນດ້ວຍຫອກຄືປາກຢູ່ ສມັຍນັ້ນພວກເຈົ້າທັງຫລາຍຈັກເຂົ້າໄປຕັ້ງເມຕຕາກາຍະກັມ ເມຕຕາວະຈີກັມ ເມຕຕາມະໂນກັມ ໃນເພື່ອນພຣົມມະຈາຣີທັງຫລາຍທັງຕໍ່ໜ້າແລະລັບຫລັງຫລືໜໍ?
ຂໍ້ນັ້ນບໍ່ມີເລີຍ ພຣະອົງຄ໌ຜູ້ຈະເຣີນ!
ພິກຂຸທັງຫລາຍ! ກໍເປັນອັນວ່າ ສມັຍໃດພວກເຈົ້າທັງຫລາຍເກີດຄວາມຂັດໃຈ ວິວາທຜິດຖຽງກັນ ຂັດແຍ່ງກັນແລະກັນດ້ວຍຫອກຄືປາກຢູ່ ສມັຍນັ້ນພວກເຈົ້າທັງຫລາຍບໍ່ໄດ້ເຂົ້າໄປຕັ້ງເມຕຕາກາຍະກັມ ເມຕຕາວະຈີກັມ ເມຕຕາມະໂນກັມ ໃນເພື່ອນພຣົມມະຈາຣີທັງຫລາຍທັງຕໍ່ໜ້າແລະລັບຫລັງ.
ໂມຄະບຸຣຸສທັງຫລາຍ! ເມື່ອເປັນດັ່ງນັ້ນ ພວກເຈົ້າທັງຫລາຍຮູ້ອັນໃດ ເຫັນອັນໃດຈິ່ງເກີດຄວາມຂັດໃຈ ວິວາທຜິດຖຽງກັນ ຂັດແຍ່ງກັນແລະກັນດ້ວຍຫອກຄືປາກຢູ່ ບໍ່ກະທຳກັນແລະກັນໃຫ້ເຂົ້າໃຈ ບໍ່ປາຖນາຄວາມເຂົ້າໃຈກັນ ບໍ່ກະທຳກັນແລະກັນໃຫ້ປອງດອງ ບໍ່ປາຖນາຄວາມປອງດອງກັນ.
ໂມຄະບຸຣຸສທັງຫລາຍ! ຂໍ້ນັ້ນໆແລ ຍ່ອມເປັນໄປເພື່ອຄວາມບໍ່ເປັນປະໂຍຊນ໌ ເພື່ອຄວາມທຸກຂ໌ແກ່ພວກເຈົ້າທັງຫລາຍຕະຫລອດກາລະນານ.
ພິກຂຸທັງຫລາຍ! ທັມ ໖ ປະກາຣນີ້ ເປັນເຫຕໃຫ້ຣະນຶກເຖິງກັນ ແລະທຳຄວາມຮັກກັນ ທຳຄວາມເຄົາຣົພກັນ ເປັນໄປເພື່ອຄວາມສົງເຄາະກັນ ເພື່ອຄວາມບໍ່ວິວາທກັນ ເພື່ອຄວາມພ້ອມພຽງກັນ ເພື່ອຄວາມເປັນພວກດຽວກັນ, ໖ ປະກາຣເປັນຢ່າງໃດ?
ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ເຂົ້າໄປຕັ້ງກາຍະກັມອັນປະກອບດ້ວຍເມຕຕາໃນເພື່ອນພຣົມມະຈາຣີທັງຫລາຍ ທັງໃນທີ່ແຈ້ງແລະທີ່ລັບ ທັມນີ້ເປັນເຫຕໃຫ້ຣະນຶກເຖິງກັນ ທຳຄວາມຮັກກັນ ທຳຄວາມເຄົາຣົພກັນ ເປັນໄປເພື່ອຄວາມສົງເຄາະກັນ ເພື່ອຄວາມບໍ່ວິວາທຜິດຖຽງກັນ ເພື່ອຄວາມພ້ອມພຽງກັນ ເພື່ອຄວາມເປັນພວກດຽວກັນ.
ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເຂົ້າໄປຕັ້ງວະຈີກັມອັນປະກອບດ້ວຍເມຕຕາ ໃນເພື່ອນພຣົມມະຈາຣີທັງຫລາຍ ທັງໃນທີ່ແຈ້ງແລະທີ່ລັບ ແມ່ນແຕ່ທັມນີ້ກໍເປັນເຫຕໃຫ້ຣະນຶກເຖິງກັນ ທຳຄວາມຮັກກັນ ທຳຄວາມເຄົາຣົພກັນ ເປັນໄປເພື່ອຄວາມສົງເຄາະກັນ ເພື່ອຄວາມບໍ່ວິວາທຜິດຖຽງກັນ ເພື່ອຄວາມພ້ອມພຽງກັນ ເພື່ອຄວາມເປັນພວກດຽວກັນ.
ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເຂົ້າໄປຕັ້ງມະໂນກັມອັນປະກອບດ້ວຍເມຕຕາ ໃນເພື່ອນພຣົມມະຈາຣີທັງຫລາຍ ທັງໃນທີ່ແຈ້ງແລະທີ່ລັບ ແມ່ນແຕ່ທັມນີ້ກໍເປັນເຫຕໃຫ້ຣະນຶກເຖິງກັນ ທຳຄວາມຮັກກັນ ທຳຄວາມເຄົາຣົພກັນ ເປັນໄປເພື່ອຄວາມສົງເຄາະກັນ ເພື່ອຄວາມບໍ່ວິວາທຜິດຖຽງກັນ ເພື່ອຄວາມພ້ອມພຽງກັນ ເພື່ອຄວາມເປັນພວກດຽວກັນ.
ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸມີລາພເກີດຂຶ້ນໂດຍທັມ ໄດ້ມາໂດຍທັມ ໂດຍທີ່ສຸດເປັນພຽງລາພອັນເປັນອາຫາຣທີ່ເນື່ອງດ້ວຍບິນທະບາຕ ກໍບໍຣິໂພຄໂດຍບໍ່ກີດກັ້ນໄວ້ເພື່ອຕົນ ບໍຣິໂພຄເປັນສາທາຣະນະກັບເພື່ອນສະພຣົມມະຈາຣີຜູ້ມີສີລ ແມ່ນແຕ່ທັມນີ້ກໍເປັນເຫຕໃຫ້ຣະນຶກເຖິງກັນ ທຳຄວາມຮັກກັນ ທຳຄວາມເຄົາຣົພກັນ ເປັນໄປເພື່ອຄວາມສົງເຄາະກັນ ເພື່ອຄວາມບໍ່ວິວາທຜິດຖຽງກັນ ເພື່ອຄວາມພ້ອມພຽງກັນ ເພື່ອຄວາມເປັນພວກດຽວກັນ.








