ຄູ່ມືກາຣຈະເຣີນເມຕຕາ
ໜ້າ/ 63
ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ບຸຄຄົລບາງຄົນໃນໂລກນີ້ ມີໃຈປະກອບດ້ວຍກະຣຸນາ ແຜ່ໄປຕະຫລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍເໝືອນກັນ ທັງເບື້ຶອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕະຫລອດໂລກທັງປວງ ທົ່ວສັຕທຸກເຫລົ່າ ໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍກະຣຸນາ ອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທຢູ່ ຣູປ ເວທະນາ ສັນຍາ ສັງຂາຣ ວິນຍານ ອັນໃດທີ່ມີຢູ່ໃນກະຣຸນານັ້ນ ບຸຄຄົລນັ້ນພິຈາຣະນາເຫັນທັມເຫລົ່ານັ້ນໂດຍຄວາມເປັນຂອງບໍ່ທ່ຽງ ເປັນທຸກຂ໌ ເປັນດັ່ງໂຣຄ ເປັນດັ່ງຫົວຝີ ເປັນດັ່ງລູກສອນ ເປັນຂອງທົນໄດ້ຍາກ ເປັນຂອງບຽດບຽນ ເປັນຂອງບໍ່ເຊື່ອຟັງ ເປັນຂອງຕ້ອງແຕກທຳລາຍໄປ ເປັນຂອງວ່າງເປົ່າ ເປັນຂອງບໍ່ແມ່ນຕົວຕົນ ບຸຄຄົລນັ້ນເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາເຫລົ່າສຸທທາວາສ. ພິກຂຸທັງຫລາຍ ຄວາມອຸບັຕນີ້ແລ ບໍ່ມີທົ່ວໄປໃນປຸຖຸຊົນ.
ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ບຸຄຄົລບາງຄົນໃນໂລກນີ້ ມີໃຈປະກອບດ້ວຍມຸທິຕາ ແຜ່ໄປຕະຫລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍເໝືອນກັນ ທັງເບື້ຶອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕະຫລອດໂລກທັງປວງ ທົ່ວສັຕທຸກເຫລົ່າ ໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍມຸທິຕາ ອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທຢູ່ ຣູປ ເວທະນາ ສັນຍາ ສັງຂາຣ ວິນຍານ ອັນໃດທີ່ມີຢູ່ໃນມຸທິຕານັ້ນ ບຸຄຄົລນັ້ນພິຈາຣະນາເຫັນທັມເຫລົ່ານັ້ນໂດຍຄວາມເປັນຂອງບໍ່ທ່ຽງ ເປັນທຸກຂ໌ ເປັນດັ່ງໂຣຄ ເປັນດັ່ງຫົວຝີ ເປັນດັ່ງລູກສອນ ເປັນຂອງທົນໄດ້ຍາກ ເປັນຂອງບຽດບຽນ ເປັນຂອງບໍ່ເຊື່ອຟັງ ເປັນຂອງຕ້ອງແຕກທຳລາຍໄປ ເປັນຂອງວ່າງເປົ່າ ເປັນຂອງບໍ່ແມ່ນຕົວຕົນ ບຸຄຄົລນັ້ນເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາເຫລົ່າສຸທທາວາສ. ພິກຂຸທັງຫລາຍ ຄວາມອຸບັຕນີ້ແລ ບໍ່ມີທົ່ວໄປໃນປຸຖຸຊົນ.
ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ບຸຄຄົລບາງຄົນໃນໂລກນີ້ ມີໃຈປະກອບດ້ວຍອຸເປກຂາ ແຜ່ໄປຕະຫລອດທິສທີ ໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍເໝືອນກັນ ທັງເບື້ຶອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕະຫລອດໂລກທັງປວງ ທົ່ວສັຕທຸກເຫລົ່າ ໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍອຸເປກຂາ ອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທຢູ່ ຣູປ ເວທະນາ ສັນຍາ ສັງຂາຣ ວິນຍານ ອັນໃດທີ່ມີຢູ່ໃນອຸເປກຂານັ້ນ ບຸຄຄົລນັ້ນພິຈາຣະນາເຫັນທັມເຫລົ່ານັ້ນໂດຍຄວາມເປັນຂອງບໍ່ທ່ຽງ ເປັນທຸກຂ໌ ເປັນດັ່ງໂຣຄ ເປັນດັ່ງຫົວຝີ ເປັນດັ່ງລູກສອນ ເປັນຂອງທົນໄດ້ຍາກ ເປັນຂອງບຽດບຽນ ເປັນຂອງບໍ່ເຊື່ອຟັງ ເປັນຂອງຕ້ອງແຕກທຳລາຍໄປ ເປັນຂອງວ່າງເປົ່າ ເປັນຂອງບໍ່ແມ່ນຕົວຕົນ ບຸຄຄົລນັ້ນເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາເຫລົ່າສຸທທາວາສ. ພິກຂຸທັງຫລາຍ ຄວາມອຸບັຕນີ້ແລ ບໍ່ມີທົ່ວໄປໃນປຸຖຸຊົນ.
ພິກຂຸທັງຫລາຍ! ບຸຄຄົລ ໔ ຈໍາພວກນີ້ແລ ມີປາກົຕຢູ່ໃນໂລກ.
ອັງຄຸຕຕະຣະນິກາຍ ຈະຕຸຕກະນິບາຕ ໒໑/໑໓໐/໑໒໖
ຊົງໂປດພິກຂຸຊາວເມືອງໂກສັມພີ
ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ໃນພຣະວິຫາຣໂຄສິຕາຣາມ ເຂດພຣະນະຄອຣໂກສັມພີ ສມັຍນັ້ນພວກພິກຂຸໃນເມືອງໂກສັມພີ ເກີດຄວາມຂັດໃຈ ວິວາທຜິດຖຽງ ຂັດແຍ່ງກັນແລະກັນດ້ວຍຫອກຄືປາກຢູ່ ບໍ່ກະທຳກັນແລະກັນໃຫ້ເຂົ້າໃຈ ບໍ່ປາຖນາຄວາມເຂົ້າໃຈກັນ ບໍ່ກະທຳກັນແລະກັນໃຫ້ປອງດອງ ບໍ່ປາຖນາຄວາມປອງດອງກັນ.
ຄັ້ງນັ້ນແລ ພິກຂຸອົງຄ໌ໜຶ່ງເຂົ້າໄປເຝົ້າພຣະຜູ້ມີພຣະພາຄ ອະພິວາທແລ້ວນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ແລ້ວໄດ້ທູລວ່າ:
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂໍປະທານໂອກາສ ພວກພິກຂຸໃນເມືອງໂກສັມພີເກີດຄວາມຂັດໃຈ ວິວາທຜິດຖຽງ ຂັດແຍ່ງກັນແລະກັນດ້ວຍຫອກຄືປາກຢູ່ ບໍ່ກະທຳກັນແລະກັນໃຫ້ເຂົ້າໃຈ ບໍ່ປາຖນາຄວາມເຂົ້າໃຈກັນ ບໍ່ກະທຳກັນແລະກັນໃຫ້ປອງດອງ ບໍ່ປາຖນາຄວາມປອງດອງກັນ.
ຄັ້ງນັ້ນແລ ພຣະຜູ້ມີພຣະພາຄຕຣັສຮຽກພິກຂຸອົງຄ໌ໜຶ່ງມາແລ້ວຕຣັສສັ່ງວ່າ:
ພິກຂຸ! ເຈົ້າຈົ່ງໄປຮຽກພິກຂຸເຫລົ່ານັ້ນມາຕາມຄຳຂອງເຮົາວ່າ ອາວຸໂສທັງຫລາຍ ພຣະສາສດາຕຣັສສັ່ງໃຫ້ທ່ານທັງຫລາຍໄປຫາ.








