ຄູ່ມືກາຣຈະເຣີນເມຕຕາ

ໜ້າ/ 63

ພິກຂຸທັງຫລາຍ! ໔ ກັປເປັນປະມານອາຍຸຂອງເທວະດາ ເຫລົ່າສຸພະກິນຫະ ປຸຖຸຊົນດໍາຣົງຢູ່ໃນຊັ້ນສຸພະກິນຫະນັ້ນ ຕາບເທົ່າຕະຫລອດອາຍຸ ຍັງປະມານອາຍຸທັງໝົດຂອງເທວະດາເຫລົ່ານັ້ນໃຫ້ສິ້ນໄປແລ້ວ ຍ່ອມເຂົ້າເຖິງນະຣົກແດ່ ກຳເນີດດິຣັຈສານແດ່ ເປຕວິສັຍແດ່ ສ່ວນສາວົກຂອງພຣະຜູ້ມີພຣະພາຄ ດຳຣົງຢູ່ໃນຊັ້ນສຸພະກິນຫະນັ້ນ ຕາບເທົ່າຕະຫລອດອາຍຸ ຍັງປະມານອາຍຸທັງໝົດຂອງເທວະດາເຫລົ່ານັ້ນໃຫ້ສິ້ນໄປແລ້ວ ຍ່ອມປະຣິນິພພານໃນພົພນັ້ນເອງ.

ພິກຂຸທັງຫລາຍ! ນີ້ເປັນຄວາມພິເສດຜິດແຜກແຕກຕ່າງກັນລະຫວ່າງອະຣິຍະສາວົກຜູ້ໄດ້ສະດັບ ກັບປຸຖຸຊົນຜູ້ບໍ່ໄດ້ສະດັບຄືໃນເມື່ອຄະຕິອຸບັຕຍັງມີຢູ່.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ບຸຄຄົລບາງຄົນໃນໂລກນີ້ ມີໃຈປະກອບດ້ວຍອຸເປກຂາ ແຜ່ໄປຕະຫລອດທິສທີ ໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍເໝືອນກັນ ທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕະຫລອດໂລກທັງປວງ ທົ່ວສັຕທຸກເຫລົ່າ ໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍອຸເປກຂາອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທຢູ່ ບຸຄຄົລນັ້ນພໍໃຈ ຊອບໃຈໃນອຸເປກຂານັ້ນ ແລະເຖິງຄວາມປີຕິດ້ວຍອຸເປກຂານັ້ນ ຕັ້ງໝັ້ນຢູ່ໃນອຸເປກຂານັ້ນ ນ້ອມໃຈໄປໃນອຸເປກຂານັັັ້ນ ຢູ່ຈົນຄຸ້ນເຄີຍໃນອຸເປກຂານັ້ນ ບໍ່ເສື່ອມເມື່ອກະທຳກາລະ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາຊັ້ນເວຫັປຜະລະ.

ພິກຂຸທັງຫລາຍ! ໕໐໐ ກັປເປັນປະມານອາຍຸຂອງເທວະດາເຫລົ່າເວຫັປຜະລະ ປຸຖຸຊົນດໍາຣົງຢູ່ໃນຊັ້ນເວຫັປຜະລະນັ້ນ ຕາບເທົ່າຕະຫລອດອາຍຸ ຍັງປະມານອາຍຸທັງໝົດຂອງເທວະດາເຫລົ່ານັ້ນໃຫ້ສິ້ນໄປແລ້ວ ຍ່ອມເຂົ້າເຖິງນະຣົກແດ່ ກຳເນີດດິຣັຈສານແດ່ ເປຕວິສັຍແດ່ ສ່ວນສາວົກຂອງພຣະຜູ້ມີພຣະພາຄ ດຳຣົງຢູ່ໃນຊັ້ນເວຫັປຜະລະນັ້ນ ຕາບເທົ່າຕະຫລອດອາຍຸ ຍັງປະມານອາຍຸທັງໝົດຂອງເທວະດາເຫລົ່ານັ້ນໃຫ້ສິ້ນໄປແລ້ວ ຍ່ອມປະຣິນິພພານໃນພົພນັ້ນເອງ.

ພິກຂຸທັງຫລາຍ! ນີ້ເປັນຄວາມພິເສດຜິດແຜກແຕກຕ່າງກັນລະຫວ່າງອະຣິຍະສາວົກຜູ້ໄດ້ສະດັບ ກັບປຸຖຸຊົນຜູ້ບໍ່ໄດ້ສະດັບຄືໃນເມື່ອຄະຕິອຸບັຕຍັງມີຢູ່.

ພິກຂຸທັງຫລາຍ! ບຸຄຄົລ ໔ ຈໍາພວກນີ້ແລ ມີປາກົຕໃນໂລກ.

ອັງຄຸຕຕະຣະນິກາຍ ຈະຕຸຕກະນິບາຕ ໒໑/໑໒໘-໑໒໙/໑໒໕

ບຸຄຄົລ ໔ ຈໍາພວກທີ່ບໍ່ມີທົ່ວໄປໃນປຸຖຸຊົນ

ພິກຂຸທັງຫລາຍ! ບຸຄຄົລ ໔ ຈໍາພວກນີ້ມີປາກົຕຢູ່ໃນໂລກ ໔ ຈໍາພວກເປັນຢ່າງໃດ?

ພິກຂຸທັງຫລາຍ! ບຸຄຄົລບາງຄົນໃນໂລກນີ້ ມີໃຈປະກອບດ້ວຍເມຕຕາ ແຜ່ໄປຕະຫລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍເໝືອນກັນ ທັງເບື້ຶອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕະຫລອດໂລກທັງປວງ ທົ່ວສັຕທຸກເຫລົ່າ ໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍເມຕຕາ ອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທຢູ່ ຣູປ ເວທະນາ ສັນຍາ ສັງຂາຣ ວິນຍານ ອັນໃດທີ່ມີຢູ່ໃນເມຕຕານັ້ນ ບຸຄຄົລນັ້ນພິຈາຣະນາເຫັນທັມເຫລົ່ານັ້ນໂດຍຄວາມເປັນຂອງບໍ່ທ່ຽງ ເປັນທຸກຂ໌ ເປັນດັ່ງໂຣຄ ເປັນດັ່ງຫົວຝີ ເປັນດັ່ງລູກສອນ ເປັນຂອງທົນໄດ້ຍາກ ເປັນຂອງບຽດບຽນ ເປັນຂອງບໍ່ເຊື່ອຟັງ ເປັນຂອງຕ້ອງແຕກທຳລາຍໄປ ເປັນຂອງວ່າງເປົ່າ ເປັນຂອງບໍ່ແມ່ນຕົວຕົນ ບຸຄຄົລນັ້ນເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາເຫລົ່າສຸທທາວາສ. ພິກຂຸທັງຫລາຍ ຄວາມອຸບັຕນີ້ແລ ບໍ່ມີທົ່ວໄປໃນປຸຖຸຊົນ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ