ຄູ່ມືກາຣຈະເຣີນເມຕຕາ

ໜ້າ/ 63

ຄວາມແຕກຕ່າງລະຫວ່າງອະຣິຍະສາວົກຜູ້ໄດ້ສະດັບ ກັບປຸຖຸຊົນຜູ້ບໍ່ໄດ້ສະດັບ

ພິກຂຸທັງຫລາຍ! ບຸຄຄົລ ໔ ຈໍາພວກນີ້ ມີປາກົຕຢູ່ໃນໂລກ ໔ ຈໍາພວກເປັນຢ່າງໃດ?

ພິກຂຸທັງຫລາຍ! ບຸຄຄົລບາງຄົນໃນໂລກນີ້ ມີໃຈປະກອບດ້ວຍເມຕຕາ ແຜ່ໄປຕະຫລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍເໝືອນກັນ ທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕະຫລອດໂລກທັງປວງ ທົ່ວສັຕທຸກເຫລົ່າໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍເມຕຕາ ອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທຢູ່ ບຸຄຄົລນັັ້ນພໍໃຈ ຊອບໃຈໃນເມຕຕາ ແລະເຖິງຄວາມປີຕິໃຈດ້ວຍເມຕຕານັ້ນ ຕັ້ງໝັ້ນຢູ່ໃນເມຕຕານັ້ນ ນ້ອມໃຈໄປໃນເມຕຕານັັັ້ນ ຢູ່ຈົນຄຸ້ນເຄີຍໃນເມຕຕານັ້ນ ບໍ່ເສື່ອມ ເມື່ອກະທຳກາລະ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາເຫລົ່າພຣົມມະກາຍິກາ.

ພິກຂຸທັງຫລາຍ! ກັປ ໑ ເປັນປະມານອາຍຸຂອງເທວະດາເຫລົ່າພຣົມມະກາຍິກາ ປຸຖຸຊົນດໍາຣົງຢູ່ໃນຊັ້ນພຣົມມະກາຍິການັ້ນຕາບເທົ່າຕະຫລອດອາຍຸ ຍັງປະມານອາຍຸທັງໝົດຂອງເທວະດາເຫລົ່ານັ້ນໃຫ້ສິ້ນໄປແລ້ວ ຍ່ອມເຂົ້າເຖິງນະຣົກແດ່ ກຳເນີດດິຣັຈສານແດ່ ເປຕວິສັຍແດ່ ສ່ວນສາວົກຂອງພຣະຜູ້ມີພຣະພາຄ ດຳຣົງຢູ່ໃນຊັ້ນພຣົມມະກາຍິການັ້ນ ຕາບເທົ່າຕະຫລອດອາຍຸ ຍັງປະມານອາຍຸທັງໝົດຂອງເທວະດາເຫລົ່ານັ້ນໃຫ້ສິ້ນໄປແລ້ວ ຍ່ອມປະຣິນິພພານໃນພົພນັ້ນເອງ.

ພິກຂຸທັງຫລາຍ! ນີ້ເປັນຄວາມພິເສດຜິດແຜກແຕກຕ່າງກັນລະຫວ່າງອະຣິຍະສາວົກຜູ້ໄດ້ສະດັບ ກັບປຸຖຸຊົນຜູ້ບໍ່ໄດ້ສະດັບຄືໃນເມື່ອຄະຕິອຸບັຕຍັງມີຢູ່.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ບຸຄຄົລບາງຄົນໃນໂລກນີ້ ມີໃຈປະກອບດ້ວຍກະຣຸນາ ແຜ່ໄປຕະຫລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍເໝືອນກັນ ທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕະຫລອດໂລກທັງປວງ ທົ່ວສັຕທຸກເຫລົ່າ ໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍກະຣຸນາອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທຢູ່ ບຸຄຄົລນັ້ນພໍໃຈ ຊອບໃຈໃນກະຣຸນານັ້ນ ແລະເຖິງຄວາມປີຕິດ້ວຍກະຣຸນານັ້ນ ຕັ້ງໝັ້ນຢູ່ໃນກະຣຸນານັ້ນ ນ້ອມໃຈໄປໃນກະຣຸນານັັັ້ນ ຢູ່ຈົນຄຸ້ນເຄີຍໃນກະຣຸນານັ້ນ ບໍ່ເສື່ອມເມື່ອກະທຳກາລະ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາເຫລົ່າອາພັສສະຣະ.

ພິກຂຸທັງຫລາຍ! ໒ ກັປເປັນປະມານອາຍຸຂອງເທວະດາເຫລົ່າອາພັສສະຣະ ປຸຖຸຊົນດໍາຣົງຢູ່ໃນຊັ້ນອາພັສສະຣະນັ້ນ ຕາບເທົ່າຕະຫລອດອາຍຸ ຍັງປະມານອາຍຸທັງໝົດຂອງເທວະດາເຫລົ່ານັ້ນໃຫ້ສິ້ນໄປແລ້ວ ຍ່ອມເຂົ້າເຖິງນະຣົກແດ່ ກຳເນີດດິຣັຈສານແດ່ ເປຕວິສັຍແດ່ ສ່ວນສາວົກຂອງພຣະຜູ້ມີພຣະພາຄ ດຳຣົົງຢູ່ໃນຊັ້ນອາພັສສະຣະນັ້ນ ຕາບເທົ່າຕະຫລອດອາຍຸ ຍັງປະມານອາຍຸທັງໝົດຂອງເທວະດາເຫລົ່ານັ້ນໃຫ້ສິ້ນໄປແລ້ວ ຍ່ອມປະຣິນິພພານໃນພົພນັ້ນເອງ.

ພິກຂຸທັງຫລາຍ! ນີ້ເປັນຄວາມພິເສດຜິດແຜກແຕກຕ່າງກັນລະຫວ່າງອະຣິຍະສາວົກຜູ້ໄດ້ສະດັບ ກັບປຸຖຸຊົນຜູ້ບໍ່ໄດ້ສະດັບຄືໃນເມື່ອຄະຕິອຸບັຕຍັງມີຢູ່.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ບຸຄຄົລບາງຄົນໃນໂລກນີ້ ມີໃຈປະກອບດ້ວຍມຸທິຕາ ແຜ່ໄປຕະຫລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍເໝືອນກັນ ທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕະຫລອດໂລກທັງປວງ ທົ່ວສັຕທຸກເຫລົ່າ ໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍມຸທິຕາອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທຢູ່ ບຸຄຄົລນັ້ນພໍໃຈ ຊອບໃຈໃນມຸທິຕານັ້ນ ແລະເຖິງຄວາມປີຕິດ້ວຍມຸທິຕານັ້ນ ຕັ້ງໝັ້ນຢູ່ໃນມຸທິຕານັ້ນ ນ້ອມໃຈໄປໃນມຸທິຕານັັັ້ນ ຢູ່ຈົນຄຸ້ນເຄີຍໃນມຸທິຕານັ້ນ ບໍ່ເສື່ອມເມື່ອກະທຳກາລະ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາເຫລົ່າສຸພະກິນຫະ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ