ຄະຣາວາສຊັ້ນເລີດ
ໜ້າ/ 41
ເຮົາໄດ້ໂພຄະຊັບທັງຫຼາຍໂດຍທາງທັມແລ້ວ ໄດ້ຍົສພ້ອມດ້ວຍຍາດແລະມິຕສະຫາຍແລ້ວ ຂໍເຮົາຈົ່ງຢູ່ຍືນຍົງ ຈົ່ງຮັກສາອາຍຸໃຫ້ຢັ້ງຢືນ ນີ້ເປັນທັມ ປະການທີ ໓ ອັນໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ຫາໄດ້ຍາກໃນໂລກ.
ຄະຣາວາສຊັ້ນເລີດ
ເຮົາໄດ້ໂພຄະຊັບທັງຫຼາຍໂດຍທາງທັມແລ້ວ ໄດ້ຍົສພ້ອມດ້ວຍຍາດແລະມິຕສະຫາຍແລ້ວ ເປັນຢູ່ຍືນຍົງ ຮັກສາອາຍຸໃຫ້ຢັ້ງຢືນແລ້ວ ເມື່ອຕາຍແລ້ວຂໍເຮົາຈົ່ງເຂົ້າເຖິງສຸຄະຕິໂລກສະຫວັນ ນີ້ເປັນທັມ ປະການທີ ໔ ອັນໜ້າ ປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ຫາໄດ້ຍາກໃນໂລກ.
ຄະຫະບໍດີ ! ທັມ ໔ ປະການນີ້ແລ ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ຫາໄດ້ຍາກໃນໂລກ.
ຄະຫະບໍດີ ! ທັມ ໔ ປະການນີ້ ຍ່ອມເປັນໄປເພື່ອໃຫ້ໄດ້ ທັມ ໔ ປະການ ອັນໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ຫາໄດ້ຍາກໃນໂລກ ທັມ ໔ ປະການເປັນແນວໃດໜໍ ? ຄື:
໑. ສັດທາສັມປະທາ (ຄວາມເຖິງພ້ອມດ້ວຍສັດທາ)
໒. ສີລະສັມປະທາ (ຄວາມເຖິງພ້ອມດ້ວຍສີລ)
໓. ຈາຄະສັມປະທາ (ຄວາມເຖິງພ້ອມດ້ວຍການບໍຣິຈາກ)
໔. ປັນຍາສັມປະທາ (ຄວາມເຖິງພ້ອມດ້ວຍປັນຍາ).
ຄະຣາວາສຊັ້ນເລີດ
ຄະຫະບໍດີ ! ກໍສັດທາສັມປະທາ ເປັນແນວໃດໜໍ ?
ອະຣິຍະສາວົກໃນທັມວິນັຍນີ້ ຍ່ອມເປັນຜູ້ມີສັດທາ ເຊື່ອປັນຍາຕຣັສຮູ້ຂອງຕະຖາຄົຕວ່າ “ເພາະເຫດຢ່່າງນີ້ໆ ພຣະຜູ້ມີພຣະພາຄເຈົ້ານັ້ນ ເປັນຜູ້ໄກຈາກກິເລສ ເປັນຜູ້ຕຣັສຮູ້ຊອບໄດ້ໂດຍພຣະອົງຄ໌ເອງ ເປັນຜູ້ເຖິງພ້ອມດ້ວຍວິຊຊາແລະຈະຣະນະ ເປັນຜູ້ໄປແລ້ວດ້ວຍດີ ເປັນຜູ້ຮູ້ໂລກຢ່່າງແຈ່ມແຈ້ງ ເປັນຜູ້ສາມາດຝຶກບຸຣຸສທີ່ສົມຄວນຝຶກໄດ້ຢ່າງບໍ່ມີໃຜຍິ່ງກວ່າ ເປັນຄຣູຜູ້ສອນຂອງເທວະດາແລະມະນຸສທັງຫຼາຍ ເປັນຜູ້ຮູ້ ຜູ້ຕື່ນ ຜູ້ເບີກບານດ້ວຍທັມ ເປັນຜູ້ມີຄວາມຈະເຣີນ ຈຳແນກທັມສັ່ງສອນສັຕ”. ຄະຫະບໍດີ ! ນີ້ຮຽກວ່າ ສັດທາສັມປະທາ.
ຄະຫະບໍດີ ! ກໍ ສີລະສັມປະທາ ເປັນແນວໃດໜໍ ?
ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ເວັ້ນຂາດຈາກປານາ ຕິບາຕ, ເປັນຜູ້ເວັ້ນຂາດຈາກອະທິນນາທານ, ເປັນຜູ້ເວັ້ນຂາດຈາກກາເມສຸມິຈສາຈາຣ, ເປັນຜູ້ເວັ້ນຂາດຈາກມຸສາວາດ, ເປັນຜູ້ເວັ້ນຂາດຈາກການດື່ມນ້ຳເມົາ ຄືສຸຣາ ແລະເມຣັຍ ອັນເປັນທີ່ຕັ້ງແຫ່ງຄວາມປະມາດ. ນີ້ຮຽກວ່າ ສີລະສັມປະທາ.
ຄະຣາວາສຊັ້ນເລີດ
ຄະຫະບໍດີ ! ກໍ ຈາຄະສັມປະທາ ເປັນແນວໃດໜໍ ?
ອະຣິຍະສາວົກໃນທັມວິນັຍນີ້ ມີໃຈປາສະຈາກມົນທິນຄື ຄວາມຂີ້ຖີ່ ມີການບໍຣິຈາກປ່ອຍຢູ່ເປັນປະຈຳ ມີຝ່າມືອັນຊຸ່ມ ຍິນດີໃນການສະລະ ເປັນຜູ້ຄວນແກ່ການຂໍ ຍິນດີໃນການໃຫ້ແລະການແບ່ງປັນ ນີ້ຮຽກວ່າ ຈາຄະສັມປະທາ.
ຄະຫະບໍດີ ! ກໍ ປັນຍາສັມປະທາ ເປັນແນວໃດໜໍ ?
ບຸກຄົນ ມີໃຈອັນຄວາມໂລບຢ່າງແຮງກ້າ ຄື ອະພິຊຊາຄອບງໍາແລ້ວ ຍ່ອມກະທຳກິຈທີ່ບໍ່ຄວນທຳ ລະເລີຍກິຈທີ່ຄວນທໍາ ເມື່ອກະທຳກິຈທີ່ບໍ່ຄວນທຳແລະລະເລີຍກິຈທີ່ຄວນທຳເສຍ ຍ່ອມເສື່ອມຈາກຍົສແລະຄວາມສຸຂ ບຸກຄົນມີໃຈອັນພະຍາບາດ, ຖີນະມິດທະ, ອຸດທັດຈະກຸກກຸດຈະ, ອັນວິ ຈິກິດສາຄອບງໍາແລ້ວ ຍ່ອມກະທຳກິຈທີ່ບໍ່ຄວນທຳ ລະເລີຍກິຈທີ່ຄວນທຳ ເມື່ອກະທຳກິຈທີ່ບໍ່ຄວນທຳແລະລະເລີຍກິຈທີ່ຄວນທຳເສຍ ຍ່ອມເສື່ອມຈາກຍົສແລະຄວາມສຸຂ.
ຄະຫະບໍດີ ! ອະຣິຍະສາວົກນັ້ນແລຮູ້ວ່າ ອະພິຊຊາວິສະມະໂລພະ (ຄວາມໂລບຢ່າງແຮງກ້າ) ເປັນອຸປະກິເລສ (ໂທສເຄື່ອງເສົ້າໝອງ) ແຫ່ງຈິຕ ຍ່ອມລະອະພິຊຊາວິສະມະໂລພະອັນເປັນອຸປະກິເລສແຫ່ງຈິຕເສຍໄດ້ ຮູ້ວ່າ
ຄະຣາວາສຊັ້ນເລີດ








