ຄະຣາວາສຊັ້ນເລີດ
ໜ້າ/ 41
ພິກຂຸທັງຫຼາຍ ! ປຸຖຸຊົນຜູ້ບໍ່ມີການສະດັບຟັງ ກ່າວ ສະມາຕາປຸຕຕິກະພະຍະ (ພັຍທີ່ມານດາແລະບຸຕຊ່ວຍເຫຼືອກັນໄດ້) ແທ້ໆ ໓ ຢ່່າງນີ້ວ່າເປັນ ອະມາຕາປຸຕຕິກະພະຍະ (ພັຍທີ່ມານດາແລະບຸຕຊ່ວຍເຫຼືອກັນບໍ່ໄດ້) ໄປເສຍ.
ພິກຂຸທັງຫຼາຍ ! ພັຍ ໓ ຢ່າງທີ່ມານດາແລະບຸຕຊ່ວຍກັນໄດ້ນັ້ນ ເປັນແນວໃດໜໍໍ ?
ສາມຢ່າງຄື ສະໄໝທີ່ໄຟໄໝ້ໃຫຍ່ ເປັນຢ່່າງທີໜຶ່ງ, ສະໄໝທີ່ນ້ຳຖ້ວມໃຫຍ່ ເປັນຢ່່າງທີສອງ, ສະໄໝທີ່ໜີໂຈຣ
ຄະຣາວາສຊັ້ນເລີດ
ເປັນຢ່່າງທີສາມ; ຢ່່າງນີ້ບາງຄັ້ງມານດາແລະບຸຕກໍຊ່ວຍກັນແລະກັນໄດ້ ແຕ່ປຸຖຸຊົນຜູ້ບໍໍ່ມີການສະດັບ ມາກ່າວວ່າເປັນພັຍທີ່ມານດາແລະບຸຕກໍຊ່ວຍກັນບໍ່ໄດ້ໄປເສຍທັງໝົດ.
ພິກຂຸທັງຫຼາຍ ! ພັຍທີ່ມານດາ ແລະບຸຕຊ່ວຍກັນບໍ່ໄດ້ (ໂດຍແທ້ຈິງ) ໓ ຢ່່າງເຫຼົ່ານີ້ ມີຢູ່ ສາມຢ່າງຄື :
໑. ພັຍເກີດຈາກຄວາມແກ່ (ຊະຣາພະຢັງ)
໒. ພັຍເກີດຈາກຄວາມເຈັບໄຂ້ (ພະຍາທິພະຢັງ)
໓. ພັຍເກີດຈາກຄວາມຕາຍ (ມະຣະນະພະຢັງ).
ພິກຂຸທັງຫຼາຍ ! ມານດາບໍ່ໄດ້ຕາມປາຖນາກັບບຸຕຜູ້ແກ່ຢູ່່ຢ່່າງນີ້ວ່າ ເຮົາແກ່ເອງເທີ້ນ ບຸຕຂອງເຮົາຢ່າແກ່ເລີຍ ຫຼືບຸຕກໍບໍ່ໄດ້ຕາມປາຖນາກັບມານດາຜູ້ແກ່ຢູ່ ຢ່່າງນີ້ວ່າ ເຮົາແກ່ເອງເທີ້ນ ມານດາຢ່່າໄດ້ແກ່ເລີຍ ດັ່ງນີ້.
ມານດາບໍ່ໄດ້ຕາມປາຖນາວ່າ ເຮົາເຈັບໄຂ້ເອງເທີ້ນ ບຸຕຂອງເຮົາຢ່່າເຈັບໄຂ້ເລີຍ ຫຼືບຸຕກໍບໍ່ໄດ້ຕາມປາຖນາວ່າ ເຮົາເຈັບໄຂ້ເອງເທີ້ນ ມານດາຢ່່າເຈັບໄຂ້ເລີຍ.
ມານດາບໍ່ໄດ້ຕາມປາຖນາວ່າ ເຮົາຕາຍເອງເທີ້ນ ບຸຕຂອງເຮົາຢ່່າຕາຍເລີຍ ຫຼືບຸຕກໍບໍ່ໄດ້ຕາມປາຖນາວ່າ ເຮົາຕາຍເອງເທີ້ນ ມານດາຂອງເຮົາຢ່່າຕາຍເລີຍ ດັ່ງນີ້.
ຄະຣາວາສຊັ້ນເລີດ
ພິກຂຸທັງຫຼາຍ ! ເຫຼົ່ານີ້ແລ ເປັນພັຍທີ່ມານດາແລະບຸຕຊ່ວຍກັນບໍ່ໄດ້ ໓ ຢ່່າງ.
ພິກຂຸທັງຫຼາຍ ! ຫົນທາງມີຢູ່ ປະຕິປະທາມີຢູ່ (ທາງສາຍກາງ) ຍ່ອມເປັນໄປເພື່ອເລີກລະ ກ້າວຂ້າມພົ້ນເສຍ ເຊິ່ງພັຍທັງທີ່ເປັນສະມາຕາປຸຕຕິກະພະຍະ ແລະອະມາຕາປຸຕຕິກະພະຍະ ຢ່າງລະສາມໆ ເຫຼົ່ານັ້ນ.
ພິກຂຸທັງຫຼາຍ ! ຫົນທາງຫຼືປະຕິປະທານັ້ນ ເປັນແນວໃດໜໍ ? ນັ້ນຄື ອະຣິຍະອັຕຖັງຄິກະມັຄ (ອະຣິຍະມັຄມີອົງຄ໌ ໘ ) ນັ້ນເອງ ໄດ້ແກ່:
ສັມມາທິຕຖິ (ຄວາມເຫັນຊອບ), ສັມມາສັງກັປປະ (ຄວາມດຳຣິຊອບ), ສັມມາວາຈາ (ການເວົ້າຈາຊອບ), ສັມມາກັມມັນຕະ (ການທຳການງານຊອບ), ສັມມາອາຊີວະ (ການລ້ຽງຊີວິຕຊອບ), ສັມມາວາຍາມະ (ຄວາມພາກພຽນຊອບ), ສັມມາສະຕິ(ຄວາມຣະນຶກຊອບ), ສັມມາສະມາທິ (ຄວາມຕັ້ງໃຈໝັ້ນຊອບ).
ພິກຂຸທັງຫຼາຍ ! ນີ້ແຫຼະຫົນທາງ ນີ້ແຫຼະປະຕິປະທາ(ທາງສາຍກາງ) ເປັນໄປເພື່ອເລີກລະ ກ້າວຂ້າມພົ້ນເສຍ ຊຶ່ງ ທັງທີ່ເປັນສະມາຕາປຸຕຕິກະພະຍະ ແລະອະມາຕາປຸຕຕິກະພະຍະ ຢ່າງລະສາມໆ ເຫຼົ່ານັ້ນ.
ຄະຣາວາສຊັ້ນເລີດ
ສິ່ງທີ່ທຸກໆຄົນປາຖນາຈະໄດ້ ໐໕
- ບາລີ ຈຕຸກກ. ອັງ. ໒໑/໘໕/໖໑.
ຄະຫະບໍດີ ! ທັມ ໔ ປະການນີ້ ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ຫາໄດ້ຍາກໃນໂລກ.
ທັມ ໔ ປະການ ເປັນແນວໃດໜໍ ? ຄື
ຂໍໂພຄະຊັບຈົ່ງເກີດຂຶ້ນແກ່ເຮົາໂດຍທາງທັມ ນີ້ເປັນທັມ ປະການທີ ໑ ອັນໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ຫາໄດ້ຍາກໃນໂລກ.
ເຮົາໄດ້ໂພຄະຊັບທັງຫຼາຍໂດຍທາງທັມແລ້ວ ຂໍຍົສຈົ່ງຈະເຣີນແກ່ເຮົາພ້ອມດ້ວຍຍາດແລະມິຕສະຫາຍ ນີ້ເປັນທັມປະການທີ ໒ ອັນໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ຫາໄດ້ຍາກໃນໂລກ.








