ຄະຣາວາສຊັ້ນເລີດ
ໜ້າ/ 41
ພະຍາບາດ (ຄິດຮ້າຍ), ຖີນະມິດທະ (ຄວາມຫົດຫູ່ຊຶມເສົ້າ), ອຸດທັດຈະກຸກກຸດຈະ (ຄວາມຟຸ້ງຊ້ານລຳຄານ), ວິຈິກິດສາ (ຄວາມລັງເລສົງໄສ) ເປັນອຸປະກິເລສແຫ່ງຈິຕ ຍ່ອມລະເສຍເຊິ່ງສິ່ງທີ່ເປັນອຸປະກິເລສ ແຫ່ງຈິຕເຫຼົ່ານັ້ນ.
ຄະຫະບໍດີ ! ເມື່ອອະຣິຍະສາວົກຮູ້ວ່າ ອະພິຊຊາວິສະມະໂລພະ ເປັນອຸປະກິເລສແຫ່ງຈິຕດັ່ງນີ້ແລ້ວ ເມື່ອນັ້ນຍ່ອມລະເສຍໄດ້ ເມື່ອໃດອະຣິຍະສາວົກຮູ້ວ່າ ພະຍາບາດ, ຖີນະມິດທະ, ອຸດທັດຈະກຸກກຸດຈະ, ວິຈິກິດສາ ເປັນອຸປະກິເລສແຫ່ງຈິຕດັ່ງນີ້ແລ້ວ ເມື່ອນັ້ນຍ່ອມລະສິ່ງເຫຼົ່ານັ້ນເສຍໄດ້ ອະຣິຍະສາວົກນີ້ເຮົາຮຽກວ່າ ເປັນຜູ້ມີປັນຍາຫຼາຍ ມີປັນຍາໜາແໜ້ນ ເປັນຜູ້ເຫັນທາງ ເປັນຜູ້ເຖິງພ້ອມດ້ວຍປັນຍາ. ນີ້ຮຽກວ່າ ປັນຍາສັມປະທາ.
ຄະຫະບໍດີ ! ທັມ ໔ ປະການເຫຼົ່ານີ້ແລ ຍ່ອມເປັນໄປເພື່ອໃຫ້ໄດ້ທັມ ໔ ປະການ ອັນໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ຫາໄດ້ຍາກໃນໂລກ.
ຄະຣາວາສຊັ້ນເລີດ
“ກາມທັງຫຼາຍ
ໃຫ້ເກີດຄວາມຍິນດີໜ້ອຍ
ມີທຸກຂ໌ຫຼາຍ ມີຄວາມຄັບແຄ້ນຫຼາຍ
ໂທສກໍ່ເພາະກາມນັ້ນ ມີເປັນຢ່າງຍິ່ງ”
- ບາລີ ມູ. ມ. ໑໒/໑໘໐/໒໑໑.
ຄະຣາວາສຊັ້ນເລີດ
ຄວາມຢາກເປັນເຫດແຫ່ງຄວາມທຸກຂ໌ ໐໖
- ບາລີ ນວກ. ອັງ. ໒໓/໔໑໓/໒໒໗., (ບາລີ ມຫາ. ທີ. ໑໐/໖໙/໕໙).
ພິກຂຸທັງຫຼາຍ !
ເຮົາຈັກສະແດງທັມ (ສິ່ງ) ທີ່ມີຕັນຫາເປັນມູລ ໙ ຢ່່າງ.
໙ ຢ່່າງ ແນວໃດໜໍ ? ໙ ຢ່່າງ ຄື:
ເພາະອາໄສຕັນຫາ
ຈຶ່ງມີ ການສະແຫວງຫາ (ປະຣິເຍສະນາ)
ເພາະອາໄສການສະແຫວງຫາ ຈຶ່ງມີ ການໄດ້ (ລາໂພ)
ເພາະອາໄສການໄດ້
ຈຶ່ງມີ ຄວາມປົງໃຈຮັກ (ວິນິຈສະໂຢ)
ເພາະອາໄສຄວາມປົງໃຈຮັກ
ຈຶ່ງມີ ຄວາມກຳໜັດດ້ວຍຄວາມພໍໃຈ (ສັນທະຣາໂຄ)
ເພາະອາໄສຄວາມກຳໜັດດ້ວຍຄວາມພໍໃຈ
ຈຶ່ງມີ ຄວາມຫຼົງໄຫຼມົວເມົາ (ອັຊໂຊສານັງ)
ເພາະອາໄສຄວາມຫຼົງໄຫຼມົວເມົາ
ຈຶ່ງມີ ຄວາມຈັບອົກຈັບໃຈ (ປະຣິກຄະໂຫ)
ເພາະອາໄສຄວາມຈັບອົກຈັບໃຈ
ຈຶ່ງມີ ຄວາມຂີ້ຖີ່ (ມັຈສະຣິຍັງ)
ຄະຣາວາສຊັ້ນເລີດ
ເພາະອາໄສຄວາມຂີ້ຖີ່
ຈຶ່ງມີ ການຫວງກັ້ນ (ອາຣັກໂຂ)
ເພາະອາໄສການຫວງກັ້ນ
ຈຶ່ງມີ ເລື່ອງລາວອັນເກີດຈາກການຫວງກັ້ນ
(ອາຣັກຂາທິກະຣະນັງ).
ກ່າວຄື ການໃຊ້ອາວຸດມີຄົມ
ການຜິດຖຽງ ການຍາດແຍ່ງ ການວິວາດ
ການກ່າວຄຳຫຍາບວ່າ “ມຶງ ! ມຶງ !”
ການເວົ້າຄຳສໍ່ສຽດ ແລະການເວົ້າຕົວະທັງຫຼາຍ.
ທັມອັນເປັນບາບມີອະກຸສົລເປັນອະເນກ
ຍ່ອມເກີດຂຶ້ນພ້ອມ.
ພິກຂຸທັງຫຼາຍ !
ເຫຼົ່ານີ້ແລ ຊື່ວ່າ ທັມທີ່ມີຕັນຫາເປັນມູລ ໙ ຢ່່າງ.
ຄະຣາວາສຊັ້ນເລີດ
ທຸກຂ໌ທີ່ເກີດຈາກໜີີ້ ໐໗
- ບາລີ ສັກກ. ອັງ. ໒໒/໓໙໒/໓໑໖.
ພິກຂຸທັງຫຼາຍ ! ຄວາມຍາກຈົນ ເປັນທຸກຂ໌ຂອງຄົນບໍຣິໂພກກາມໃນໂລກ.
ພິກຂຸທັງຫຼາຍ ! ຄົນຈົນເຂັນໃຈໄຮ້ຊັບສົມບັດຍ່ອມກູ້ໜີ້ ການກູ້ໜີ້ ນັັ້ນເປັນທຸກຂ໌ຂອງຄົນບໍຣິໂພກກາມໃນໂລກ.
ພິກຂຸທັງຫຼາຍ ! ຄົນຈົນເຂັນໃຈໄຮ້ຊັບສົມບັດກູ້ໜີ້ແລ້ວ ຕ້ອງໃຊ້ດອກເບ້ຍ, ການຕ້ອງໃຊ້ດອກເບ້ຍ ນັ້ນເປັນທຸກຂ໌ຂອງຄົນບໍຣິໂພກກາມໃນໂລກ.
ພິກຂຸທັງຫຼາຍ ! ຄົນຈົນເຂັນໃຈໄຮ້ຊັບສົມບັດກູ້ໜີ້ແລ້ວ ຕ້ອງໃຊ້ດອກເບ້ຍ ບໍ່ອາດໃຊ້ດອກເບ້ຍຕາມເວລາ ເຈົ້າໜີ້ກໍຕາມທວງ, ການຖືກທວງໜີ້ ນັ້ນເປັນທຸກຂ໌ຂອງຄົນບໍຣິໂພກ ກາມໃນໂລກ.
ພິກຂຸທັງຫຼາຍ ! ຄົນຈົນເຂັນໃຈໄຮ້ຊັບສົມບັດ ຖືກທວງໜີ້ຢູ່່ ບໍ່ອາດຈະໃຊ້ໃຫ້ ເຈົ້າໜີ້ຍ່ອມຕິດຕາມ ການຖືກຕິດຕາມ ນັ້ນເປັນທຸກຂ໌ຂອງຄົນບໍຣິໂພກກາມໃນໂລກ.
ຄະຣາວາສຊັ້ນເລີດ
ພິກຂຸທັງຫຼາຍ ! ຄົນຈົນເຂັນໃຈໄຮ້ຊັບສົມບັດ ຖືກຕິດ ຕາມຢູ່ບໍ່ອາດຈະໃຊ້ໃຫ້ ເຈົ້າໜີ້ຍ່ອມຈັບກຸມ, ການຖືກຈັບກຸມ ນັ້ນເປັນທຸກຂ໌ຂອງຄົນບໍຣິໂພກກາມໃນໂລກ.








