ຄະຣາວາສຊັ້ນເລີດ
ໜ້າ/ 41
ຢ່າງສູງສຸດ ໐໓
- ບາລີ ທຸກ. ອັງ. ໒໐/໗໘/໒໗໘.
ພິກຂຸທັງຫຼາຍ ! ເຮົາກ່າວການຕອບແທນ ບໍ່ໄດ້ງ່າຍແກ່ທ່ານທັງສອງ. ທ່ານທັງສອງຄືໃຜໜໍ ? ຄື ມານດາ ໑ ບິດາ ໑
ພິກຂຸທັງຫຼາຍ ! ບຸຕຍ່ອມປະຄັບປະຄອງ ມານດາດ້ວຍບ່າເບື້ອງໜຶ່ງ ປະຄັບປະຄອງບິດາດ້ວຍບ່າເບື້ອງໜຶ່ງ ເຂົາມີອາຍຸ ມີຊີວິຕຢູ່ຕະຫຼອດຮ້ອຍປີ ແລະເຂົາຍ່ອມປະຕິບັດຕໍ່ທ່ານທັງສອງນັ້ນດ້ວຍການຮົມຢາ ບີບນວດ ການອາບນ້ຳແລະການຖູ ແລະທ່ານທັງສອງນັ້ນ ຍ່ອມຖ່າຍອຸດຈາຣະ ປັດສາວະເທິງບ່າທັງສອງຂອງເຂົານັ້ນເອງ. ພິກຂຸທັງຫຼາຍ ! ການກະທຳຢ່າງນັ້ນ ຍັງບໍໍ່ທັນຊື່ວ່າອັນບຸຕກະທຳແລ້ວ ຫຼືຕອບແທນແລ້ວແກ່ມານດາບິດາເລີຍ.
ພິກຂຸທັງຫຼາຍ ! ອັນໜຶ່ງ ບຸຕຍ່ອມສະຖາປະນາມານດາບິດາໃນຣາຊະສົມບັດ ອັນເປັນອິສະຣາທິປັດ ໃນແຜ່ນດິນໃຫຍ່ ອັນມີຣັຕຕະນະ ໗ ປະການມາກຫຼາຍນີ້ ການກະທຳຢ່າງນັ້ນ ຍັງບໍ່ທັນຊື່ວ່າອັນບຸຕກະທຳແລ້ວ ຫຼືຕອບແທນແລ້ວແກ່ມານດາບິດາເລີຍ. ຂໍ້ນັັ້ນເພາະເຫດໃດ ?
ຄະຣາວາສຊັ້ນເລີດ
ເພາະມານດາບິດາ ມີອຸປະກາຣະຫຼາຍ ບຳລຸງລ້ຽງ ສະແດງໂລກນີ້ແກ່ບຸຕທັງຫຼາຍ
ສ່ວນບຸຕຄົນໃດອະນຸເຄາະມານດາບິດາ ຜູ້ບໍ່ມີສັດທາ ໃຫ້ສະມາທານຕັ້ງໝັ້ນໃນສັດທາສັມປະທາ (ຄວາມເຖິງພ້ອມດ້ວຍສັດທາ).
ອະນຸເຄາະມານດາບິດາຜູ້ທຸສີລ ໃຫ້ສະມາທານຕັ້ງໝັ້ນໃນສີລະສັມປະທາ (ຄວາມເຖິງພ້ອມດ້ວຍສີລ).
ອະນຸເຄາະມານດາບິດາຜູ້ຂີ້ຖີ່ ໃຫ້ສະມາທານຕັ້ງໝັ້ນໃນຈາຄະສັມປະທາ (ຄວາມເຖິງພ້ອມດ້ວຍການບໍຣິຈາກ).
ອະນຸເຄາະມານດາບິດາຜູ້ມີປັນຍາຕໍ່າຊາມ ໃຫ້ສະມາທານ ຕັ້ງໝັ້ນໃນປັນຍາສັມປະທາ (ຄວາມເຖິງພ້ອມດ້ວຍປັນຍາ).
ພິກຂຸທັງຫຼາຍ ! ດ້ວຍເຫດມີປະມານເທົ່ານີ້ ແລະການກະທຳຢ່າງນັ້ນ ຍ່ອມຊື່ວ່າອັນບຸຕນັ້ນກະທຳແລ້ວ ແລະໄດ້ຕອບແທນແລ້ວແກ່ມານດາບິດາ.
ຄະຣາວາສຊັ້ນເລີດ
ພັຍທີ່ແມ່ລູກກໍຊ່ວຍເຫຼືອກັນບໍ່ໄດ້ ໐໔
- ບາລີ ຕິກ. ອັງ. ໒໐/໒໒໘-໒໓໑/໕໐໒.
ພິກຂຸທັງຫຼາຍ ! ປຸຖຸຊົນຜູ້ບໍ່ມີການສະດັບຟັງ ຍ່ອມກ່າວພັຍທີ່ມານດາແລະບຸຕຊ່ວຍກັນບໍ່ໄດ້ (ອະມາຕາປຸຕຕິກະພະຍະ) ວ່າມີຢູ່ ໓ ຢ່າງ ໓ ຢ່າງຄື:
ມີສະໄໝທີ່ໄຟໄໝ້ໃຫຍ່ ເກີດຂຶ້ນໄໝ້ໝູ່ບ້ານ ໄໝ້ນິຄົມ ໄໝ້ນະຄອນ ໃນສະໄໝນັ້ນມານດາບໍ່ໄດ້ບຸຕ (ເປັນຜູ້ຊ່ວຍເຫຼືອອັນໃດໄດ້), ບຸຕກໍບໍ່ໄດ້ມານດາ (ເປັນຜູ້ຊ່ວຍເຫຼືອອັນໃດໄດ້).
ພິກຂຸທັງຫຼາຍ ! ປຸຖຸຊົນຜູ້ບໍ່ມີການສະດັບຟັງ ຍ່ອມຮຽກພັຍນີ້ວ່າເປັນອະມາຕາປຸຕຕິກະພັຍ ຢ່່າງທີໜຶ່ງ.
ພິກຂຸທັງຫຼາຍ ! ຂໍ້ອື່ນຍັງມີອີກ ຄືມີສະໄໝທີ່ມະຫາເມຄາຕັ້ງຂຶ້ນ ເກີດນ້ຳຖ້ວມໃຫຍ່ ໄຫຼພັດໄປທັງໝູ່ບ້ານ ທັງນິຄົມ ທັງນະຄອນ. ສະໄໝນັ້ນມານດາບໍ່ໄດ້ບຸຕ (ເປັນຜູ້ຊ່ວຍເຫຼືອອັນໃດໄດ້), ບຸຕກໍບໍ່ໄດ້ມານດາ (ເປັນຜູ້ຊ່ວຍເຫຼືອອັນໃດໄດ້).
ພິກຂຸທັງຫຼາຍ ! ປຸຖຸຊົນຜູ້ບໍ່ມີການສະດັບຟັງ ຍ່ອມຮຽກພັຍນີ້ວ່າເປັນອະມາຕາປຸຕຕິກະພັຍ ຢ່່າງທີສອງ.
ຄະຣາວາສຊັ້ນເລີດ
ພິກຂຸທັງຫຼາຍ ! ຂໍ້ອື່ນຍັງມີອີກ ຄືມີສະໄໝທີ່ມີພັຍ ຄືການກຳເລີບ (ໂຈຣກະບົດ) ມາຈາກປ່າ ປະຊາຊົນຂຶ້ນຍານມີລໍ້ໜີກະແຈກກະຈາຍໄປ. ເມື່ອພັຍຢ່າງນີ້ເກີດຂຶ້ນ ສະໄໝນັ້ນມານດາບໍ່ໄດ້ບຸຕ (ເປັນຜູ້ຊ່ວຍເຫຼືອອັນໃດໄດ້), ບຸຕກໍບໍ່ໄດ້ມານດາ (ເປັນຜູ້ຊ່ວຍເຫຼືອອັນໃດໄດ້).
ພິກຂຸທັງຫຼາຍ ! ປຸຖຸຊົນຜູ້ບໍ່ມີການສະດັບຟັງ ຍ່ອມຮຽກພັຍນີ້ວ່າເປັນອະມາຕາປຸຕຕິກະພັຍ ຢ່່າງທີສາມ.
ພິກຂຸທັງຫຼາຍ ! ປຸຖຸຊົນຜູ້ບໍ່ມີການສະດັບຟັງ ຍ່ອມກ່າວພັຍທີ່ມານດາແລະບຸຕຊ່ວຍກັນບໍ່ໄດ້ ວ່າມີຢູ່ ໓ ຢ່າງ ເຫຼົ່ານີ້.








