ຄະຣາວາສຊັ້ນເລີດ

ໜ້າ/ 41

ຄະຫະບໍດີບຸຕ ! ທິສເບື້ອງຫຼັງຄື ພັນຣະຍາ ເມື່ອສາມີປະຕິບັດຕໍ່ໂດຍຖານະ ໕ ປະການເຫຼົ່ານີ້ແລ້ວ ຍ່ອມອະນຸເຄາະສາມີ ໂດຍຖານະ ໕ ປະການ ຄື:

໑. ຈັດແຕ່ງວຽກງານໃຫ້ດີ

໒. ຊ່ວຍເຫຼືອຍາດພີ່ນ້ອງຂອງສາມີ

໓. ບໍ່ປະພຶດນອກໃຈ

໔. ຮັກສາຊັບທີ່ສາມີຫາມາໄດ້

໕. ດຸໝັ່ນຂະຫຍັນຂັນແຂງໃນວຽກງານທັງຫຼາຍ

ເມື່ອເປັນດັ່ງນີ້ ທິສເບື້ອງຫຼັງນັ້ນ ເປັນອັນວ່າກຸນລະບຸຕນັ້ນ ປິດກັ້ນແລ້ວ ເປັນທິສກະເສມ ບໍ່ມີພັຍເກີດຂຶ້ນ.

ຄະຣາວາສຊັ້ນເລີດ

ໜ້າທີ່ທີ່ຄວນປະຕິບັດຕໍ່ທິສເບື້ອງຊ້າຍ

ຄະຫະບໍດີບຸຕ ! ທິສເບື້ອງຊ້າຍຄື ມິຕສະຫາຍ ອັນກຸນລະບຸຕຄວນປະຕິບັດຕໍ່ໂດຍຖານະ ໕ ປະການ ຄື:

໑. ດ້ວຍການຊ່ວຍເຫຼືອ

໒. ດ້ວຍການເວົ້າຈາທີ່ອ່ອນໂຍນ

໓. ດ້ວຍການປະພຶດທີ່ເປັນປະໂຍຊນ໌

໔. ດ້ວຍການວາງຕົນສະເໝີກັນ

໕. ດ້ວຍການບໍ່ກ່າວຄຳອັນເປັນສິ່ງທີ່ເຮັດໃຫ້ແຕກກັນ.

ຄະຫະບໍດີບຸຕ ! ທິສເບື້ອງຊ້າຍຄື ມິຕສະຫາຍ ອັນກຸນລະບຸຕປະຕິບັດຕໍ່ໂດຍຖານະ ໕ ປະການເຫຼົ່ານີ້ແລ້ວ ຍ່ອມອານຸເຄາະ ກຸນລະບຸຕໂດຍຖານະ ໕ ປະການ ຄື:

໑. ຮັກສາມິຕຜູ້ປະມາດແລ້ວ

໒. ຮັກສາຊັບຂອງມິຕຜູ້ປະມາດແລ້ວ

໓. ເປັນທີ່ເພິ່ງແກ່ມິຕເມື່ອມີພັຍ

໔. ບໍ່ຖິ້ມມິຕໃນຍາມມີອັນຕະລາຍ

໕. ນັບຖືສະມາຊິກໃນວົງຕະກຸນຂອງມິຕ

ເມື່ອເປັນດັ່ງນີ້ ທິສເບື້ອງຊ້າຍນັ້ນ ເປັນອັນວ່າກຸນລະບຸຕນັ້ນ ປິດກັ້ນແລ້ວ ເປັນທິສກະເສມ ບໍ່ມີພັຍເກີດຂຶ້ນ.

ຄະຣາວາສຊັ້ນເລີດ

ໜ້າທີ່ທີ່ຄວນປະຕິບັດຕໍ່ທິສເບື້ອງຕ່ຳ

ຄະຫະບໍດີບຸຕ ! ທິສເບື້ອງຕ່ຳຄື ທາສກັມມະກອນ ອັນກຸນລະບຸຕ ຄວນປະຕິບັດຕໍ່ໂດຍຖານະ ໕ ປະການ ຄື:

໑. ດ້ວຍການໃຫ້ເຮັດວຽກຕາມກຳລັງ

໒. ດ້ວຍການໃຫ້ອາຫາຣແລະລາງວັນ

໓. ດ້ວຍການຮັກສາພະຍາບາລໃນຍາມເຈັບໄຂ້

໔. ດ້ວຍການແບ່ງອາຫາຣທີ່ເຂົາບໍ່ເຄີຍໄດ້ກິນໃຫ້

໕. ດ້ວຍການປ່ອຍໃຫ້ພັກວຽກຕາມສະໄໝ (ໃຫ້ໄປທ່ຽວ

ຕາມກາລະເວລາ)

ຄະຫະບໍດີບຸຕ ! ທິສເບື້ອງຕ່ຳຄື ທາສກັມມະກອນ ອັນເຈົ້ານາຍປະຕິບັດຕໍ່ ໂດຍຖານະ ໕ ປະການເຫຼົ່ານີ້ແລ້ວ ຍ່ອມອະນຸເຄາະ ເຈົ້ານາຍໂດຍຖານະ ໕ ປະການ ຄື:

໑. ເປັນຜູ້ລຸກຂຶ້ນເຮັດວຽກກ່ອນເຈົ້ານາຍ (ຫົວໜ້າ)

໒. ເລີກວຽກລຸນຫຼັງເຈົ້ານາຍ

໓. ຖືເອົາແຕ່ຂອງທີ່ເຈົ້ານາຍໃຫ້

໔. ເຮັດວຽກໃຫ້ດີທີ່ສຸດ

໕. ນໍາກຽດຕິຄຸນຂອງເຈົ້ານາຍໄປເລົ່າລື

ເມື່ອເປັນດັ່ງນີ້ ທິສເບື້ອງຕ່ຳນັ້ນ ເປັນອັນວ່າກຸນລະບຸຕນັ້ນ ປິດກັ້ນແລ້ວ ເປັນທິສກະເສມ ບໍ່ມີພັຍເກີດຂຶ້ນ.

ຄະຣາວາສຊັ້ນເລີດ

ໜ້າທີ່ທີ່ຄວນປະຕິບັດຕໍ່ທິສເບື້ອງເທິງ

ຄະຫະບໍດີບຸຕ ! ທິສເບື້ອງເທິງຄື ສະມະນະພຣາມ ອັນກຸນລະບຸຕຄວນປະຕິບັດຕໍ່ໂດຍຖານະ ໕ ປະການ ຄື:

໑. ດ້ວຍເມຕຕາກາຍະກັມ

໒. ດ້ວຍເມຕຕາວະຈີກັມ

໓. ດ້ວຍເມຕຕາມະໂນກັມ

໔. ດ້ວຍການບໍ່ປິດປະຕູ (ຄືຍິນດີຕ້ອນຮັບ)

໕. ດ້ວຍການຄອຍຖວາຍອາມິສທານ

ຄະຫະບໍດີບຸຕ ! ທິສເບື້ອງເທິງຄືສະມະນະພຣາມ ອັນກຸນລະບຸຕ ປະຕິບັດຕໍ່ໂດຍຖານະ ໕ ປະການເຫຼົ່ານີ້ແລ້ວ ຍ່ອມອະນຸເຄາະກຸນລະບຸຕໂດຍຖານະ ໖ ປະການ ຄື:

໑. ສອນບໍ່ໃຫ້ເຮັດບາບ

໒. ໃຫ້ຕັ້ງຢູ່ໃນຄວາມດີ

໓. ອະນຸເຄາະດ້ວຍໃຈອັນດີງາມ

໔. ໃຫ້ຟັງໃນສິ່ງທີ່ບໍ່ເຄີຍໄດ້ຟັງ

໕. ບອກສອນສິ່ງທີ່ເຄີຍຟັງມາແລ້ວໃຫ້ແຈ່ມແຈ້ງເຖິງທີ່ສຸດ.

໖. ບອກທາງສະຫວັນໃຫ້

ເມື່ອເປັນດັ່ງນີ້ ທິສເບື້ອງເທິງນັ້ນ ເປັນອັນວ່າກຸນລະບຸຕນັ້ນ ປິດກັ້ນແລ້ວ ເປັນທິສກະເສມ ບໍ່ມີພັຍເກີດຂຶ້ນ.

ຄະຣາວາສຊັ້ນເລີດ

ຄວາມບໍ່ມີໂຣຄ ເປັນລາບຢ່າງຍິ່ງ

ຄວາມສັນໂດດ ເປັນຊັບຢ່າງຍິ່ງ

ຄວາມຄຸ້ນເຄີຍກັນ ເປັນຍາດຢ່າງຍິ່ງ

ນິບພານ ເປັນສຸຂຢ່າງຍິ່ງ

- ບາລີ ທ. ຂຸ. ໒໕/໔໒/໒໕.

ຄະຣາວາສຊັ້ນເລີດ

ການຕອບແທນຄຸນມານດາບິດາ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ