ຄະຣາວາສຊັ້ນເລີດ
ໜ້າ/ 41
ຄະຫະບໍດີບຸຕ ! ເມື່ອໃດອະຣິຍະສາວົກ ບໍ່ເຖິງເຊິ່ງສັນທາຄະຕິ ບໍ່ເຖິງເຊິ່ງໂທສາຄະຕິ ບໍ່ເຖິງເຊິ່ງໂມຫາຄະຕິ ບໍ່ເຖິງເຊິ່ງພະຍາຄະຕິ ເມື່ອນັ້ນຊື່ວ່າບໍ່ກະທຳກັມອັນເປັນບາບ ໂດຍຖານະທັງ ໔ ເຫຼົ່ານີ້, ດັ່ງນີ້.
ອະຣິຍະສາວົກ ບໍ່ເສບທາງເສື່ອມແຫ່ງໂພຄະ ໖ ທາງເປັນແນວໃດໜໍ ?
ຄະຫະບໍດີບຸຕ ! ການຕາມປະກອບໃນທັມເປັນທີ່ຕັ້ງແຫ່ງ
ຄະຣາວາສຊັ້ນເລີດ
ຄວາມປະມາດ ເນື່ອງດ້ວຍຂອງເມົາ ຄືສຸຣາແລະເມຣັຍ ເປັນທາງເສື່ອມແຫ່ງໂພຄະ, ການຕາມປະກອບໃນການທ່ຽວເຮຮາໃນເວລາວິກາລ ເປັນທາງເສື່ອມແຫ່ງໂພຄະ, ການທ່ຽວໄປໃນທີ່ຊຸມນຸມແຫ່ງຄວາມເມົາ ເປັນທາງເສື່ອມແຫ່ງໂພຄະ, ການຕາມປະກອບໃນທັມເປັນທີ່ຕັ້ງແຫ່ງຄວາມປະມາດຄືການພະນັນ ເປັນທາງເສື່ອມແຫ່ງໂພຄະ, ການຕາມປະກອບໃນຄວາມມີມິຕຊົ່ວ ເປັນທາງເສື່ອມແຫ່ງໂພຄະ, ການຕາມປະກອບໃນທາງກຽດຄ້ານ ເປັນທາງເສື່ອມແຫ່ງໂພຄະ.
ຄະຫະບໍດີບຸຕ ! ອະຣິຍະສາວົກເປັນຜູ້ປິດກັ້ນທິສທັງ ໖ ໂດຍສະເພາະແລ້ວ ເປັນແນວໃດໜໍ ?
ຄະຫະບໍດີບຸຕ ! ຈົ່ງຮູ້ວ່າ ທິສທັງ ໖ ເຫຼົ່ານີ້ມີຢູ່ຄື:
ຈົ່ງຮູ້ວ່າ ມານດາບິດາ ເປັນປຸຣັຕຖິມະທິສະ (ທິສເບື້ອງໜ້າ)
ຈົ່ງຮູ້ວ່າ ອາຈາຣຍ໌ ເປັນທັກຂິນະທິສະ (ທິສເບື້ອງຂວາ)
ຈົ່ງຮູ້ວ່າ ບຸຕພັນຣະຍາ ເປັນປັຈສິມະທິສະ (ທິສເບື້ອງຫຼັງ)
ຈົ່ງຮູ້ວ່າ ມິຕສະຫາຍ ເປັນອຸຕຕະຣະທິສະ (ທິສເບື້ອງຊ້າຍ)
ຈົ່ງຮູ້ວ່າ ທາສກັມມະກອນ ເປັນເຫຕຖິມະທິສະ (ທິສເບື້ອງຕໍ່າ)
ຈົ່ງຮູ້ວ່າ ສະມະນະພຣາມ ເປັນອຸປະຣິມະທິສະ (ທິສເບື້ອງເທິງ)
ຄະຣາວາສຊັ້ນເລີດ
ໜ້າທີ່ທີ່ຄວນປະຕິບັດຕໍ່ທິສເບື້ອງໜ້າ
ຄະຫະບໍດີບຸຕ ! ທິສເບື້ອງໜ້າຄື ມານດາບິດາ ອັນບຸຕຄວນປະຕິບັດຕໍ່ ໂດຍຖານະ ໕ ປະການຄື:
໑. ເພິ່ນລ້ຽງເຮົາມາແລ້ວ ຮູ້ຈັກລ້ຽງເພິ່ນຕອບ
໒. ເຮົາຈັກເຮັດວຽກຂອງທ່ານ
໓. ເຮົາຈັກດຳຣົງວົງຕະກຸນ
໔. ເຮົາຈັກປະພຶດຕົນໃຫ້ສົມເປັນທາຍາດ
໕. ເມື່ອເພິ່ນທຳກາລະລ່ວງລັບໄປແລ້ວທຳບຸນອຸທິສຫາ.
ຄະຫະບໍດີບຸຕ ! ທິສເບື້ອງໜ້າຄື ມານດາບິດາ ອັນບຸຕປະຕິບັດຕໍ່ໂດຍຖານະ ໕ ປະການເຫຼົ່ານີ້ແລ້ວ ຍ່ອມອະນຸເຄາະບຸຕໂດຍຖານະ ໕ ປະການ ຄື:
໑. ຫ້າມບໍ່ໃຫ້ເຮັດຊົ່ວ
໒. ໃຫ້ຕັ້ງຢູ່ໃນຄວາມດີ
໓. ໃຫ້ສຶກສາສິລະປະ
໔. ໃຫ້ມີຄູ່ຄອງທີ່ເໝາະສົມ
໕. ມອບມໍຣະດົກໃຫ້ເມື່ອສົມຄວນແກ່ເວລາ
ເມື່ອເປັນດັ່ງນີ້ ທິສເບື້ອງໜ້ານັ້ນ ເປັນອັນວ່າກຸນລະບຸຕນັ້ນ ປິດກັັ້ນແລ້ວ ເປັນທິສກະເສມ ບໍ່ມີພັຍເກີດຂຶ້ນ.
ຄະຣາວາສຊັ້ນເລີດ
ໜ້າທີ່ທີ່ຄວນປະຕິບັດຕໍ່ທິສເບື້ອງຂວາ
ຄະຫະບໍດີບຸຕ ! ທິສເບື້ອງຂວາຄື ຄູອາຈາຣຍ໌ ອັນສິດຄວນປະຕິບັດຕໍ່ໂດຍຖານະ ໕ ປະການຄື:
໑. ດ້ວຍການລຸກຂຶ້ນຢືນຮັບ
໒. ດ້ວຍການເຂົ້າໄປຄອຍຮັບໃຊ້
໓. ດ້ວຍການເຊື່ອຟັງຢ່າງຍິ່ງ
໔. ດ້ວຍການອຸປະຖາກກິດຈະການຕ່າງໆ
໕. ດ້ວຍການສຶກສາສິລະປະວິທະຍາໂດຍເຄົາຣົບ
ຄະຫະບໍດີບຸຕ ! ທິສເບື້ອງຂວາຄື ອາຈາຣຍ໌ ອັນສິດປະຕິບັດຕໍ່ໂດຍຖານະ ໕ ປະການເຫຼົ່ານີ້ແລ້ວ ຍ່ອມອະນຸເຄາະສິດໂດຍຖານະ ໕ ປະການ ຄື:
໑. ແນະນຳໃນທາງທີ່ດີ
໒. ໃຫ້ສຶກສາດີ
໓. ບອກສິລະປະວິທະຍາໂດຍບໍ່ປິດບັງ
໔. ເຮັດໃຫ້ເປັນທີ່ຮູ້ຈັກໃນມິຕສະຫາຍ
໕. ກະທຳການຄຸ້ມຄອງ ໃນທິສຕ່າງໆ.
ເມື່ອເປັນດັ່ງນີ້ ທິສເບື້ອງຂວານັ້ນເປັນອັນວ່າກຸນລະບຸຕນັ້ນ ປິດກັ້ນແລ້ວ ເປັນທິສກະເສມ ບໍ່ມີພັຍເກີດຂຶ້ນ.
ຄະຣາວາສຊັ້ນເລີດ
ໜ້າທີ່ທີ່ຄວນປະຕິບັດຕໍ່ທິສເບື້ອງຫຼັງ
ຄະຫະບໍດີບຸຕ ! ທິສເບື້ອງຫຼັງຄື ພັນຣະຍາ ອັນສາມີຄວນປະຕິບັດຕໍ່ໂດຍຖານະ ໕ ປະການ ຄື:
໑. ດ້ວຍການຍົກຍ້ອງ
໒. ດ້ວຍການບໍ່ດູໝິ່ນ
໓. ດ້ວຍການບໍ່ປະພຶດນອກໃຈ
໔. ດ້ວຍການມອບຄວາມເປັນໃຫຍ່ໃນໜ້າທີ່ໃຫ້
໕. ດ້ວຍການໃຫ້ເຄື່ອງປະດັບ.








