ຄຳສອນພຸດທະ - ໜ້າຈໍໂຫລດ

ຄະຣາວາສຊັ້ນເລີດ

ໜ້າ/ 41

ພວກເຈົ້າໄດ້ປະສົບມະຣະນະກັມຂອງບິດາ...ມະຣະນະກັມ ຂອງອ້າຍນ້ອງຊາຍ...ມະຣະນະກັມຂອງເອື້ອຍນ້ອງສາວ...ມະຣະນະກັມຂອງບຸຕ..ມະຣະນະກັມຂອງທິດາ..ໄດ້ປະສົບຄວາມເສື່ອມແຫ່ງຍາຕ...ໄດ້ປະສົບຄວາມເສື່ອມແຫ່ງໂພຄະ

ຄະຣາວາສຊັ້ນເລີດ

...ໄດ້ປະສົບຄວາມເສື່ອມເພາະໂຣຄ ຕະຫຼອດກາລະນານ ນ້ຳຕາທີ່ຫຼັ່ງໄຫຼອອກຂອງເຈົ້າເຫຼົ່ານັ້ນ ຜູ້ປະສົບຄວາມເສື່ອມ ເພາະໂຣຄ ຄ່ຳຄວນຮ້ອງໄຫ້ຢູ່ ເພາະປະສົບສິ່ງທີ່ບໍ່ພໍໃຈ ເພາະພັດພາກຈາກສິ່ງທີ່ພໍໃຈ ນັັ້ນແຫຼະຫຼາຍກວ່າ ສ່ວນນ້ຳໃນມະຫາສະມຸດທັງ ໔ ບໍ່ຫຼາຍກວ່າເລີຍ.

ຂໍ້ນັ້ນເພາະເຫດໃດ ? ເພາະວ່າ ສົງສາຣນີ້ກຳນົດທີ່ສຸດເບື້ອງຕົ້ນເບື້ອງປາຍບໍ່ໄດ້ ເມື່ອເຫຼົ່າສັຕຜູ້ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ທ່ອງທ່ຽວໄປມາຢູ່ ທີ່ສຸດເບື້ອງຕົ້ນຍ່ອມບໍ່ປາກົດ.

ພິກຂຸທັງຫຼາຍ ! ເພາະເຫດພຽງເທົ່ານີ້ ພໍແລ້ວນັ້ນແລເພື່ອຈະເບື່ອໜ່າຍໃນສັງຂາຣທັງປວງ ພໍເພື່ອຈະຄາຍກຳໜັດ ພໍເພື່ອຈະຫຼຸດພົ້ນ ດັ່ງນີ້.

ຄະຣາວາສຊັ້ນເລີດ

ສຸຂ ທຸກຂ໌ ທີ່ເຮົາໄດ້ປະສົບມາແລ້ວ

ທຸກໆ ຮູບແບບ ໓໙

- ບາລີ ນິທານ. ສັງ. ໑໖/໒໒໑,໒໒໓-໔/໔໔໓-໔,໔໕໐-໕.

ພິກຂຸທັງຫຼາຍ ! ສົງສາຣນີ້ ກຳນົດທີ່ສຸດເບື້ອງຕົ້ນ ເບື້ອງປາຍບໍ່ໄດ້ ເມື່ອເຫຼົ່າສັຕຜູ້ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ທ່ອງທ່ຽວໄປມາຢູ່ ທີ່ສຸດເບື້ອງຕົ້ນ ຍ່ອມບໍ່ປາກົດ

ເຈົ້າທັງຫຼາຍ ເຫັນທຸຄະຕະບຸຣຸສຜູ້ມີມືແລະຕີນບໍ່ສົມ ປະກອບ ຫຼືເຫັນບຸກຄົນຜູ້ພຽບພ້ອມດ້ວຍຄວາມສຸຂ ມີບໍຣິວານຄອຍຮັບໃຊ້ ຈົ່ງລົງສັນນິດຖານໃນບຸກຄົນນີ້ວ່າ ເຮົາທັງຫຼາຍ ກໍເຄີຍສະເຫວີຍທຸກຂ໌ຫຼືສະເຫວີຍສຸຂ ເຫັນປານນີ້ມາແລ້ວ ໂດຍກາລະນານນີ້...

ພິກຂຸທັງຫຼາຍ ! ສົງສາຣນີ້ກຳນົດທີ່ສຸດເບື້ອງຕົ້ນ ເບື້ອງປາຍບໍ່ໄດ້ ເມື່ອເຫຼົ່າສັຕຜູ້ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ທ່ອງທ່ຽວໄປມາຢູ່ ທີ່ສຸດເບື້ອງຕົ້ນ ຍ່ອມບໍ່ປາກົດ. ສັຕທີ່ບໍ່ເຄີຍເກີດເປັນມານດາ, ສັຕທີ່ບໍ່ເຄີຍເກີດເປັນບິດາ, ສັຕທີ່ບໍ່ເຄີຍເກີດເປັນອ້າຍ, ນ້ອງຊາຍ, ສັຕທີ່ບໍ່ເຄີຍເກີດເປັນເອື້ອຍ, ນ້ອງສາວ, ສັຕທີ່ບໍ່ເຄີຍເກີດເປັນບຸຕ, ສັຕທີ່ບໍ່ເຄີຍເກີດເປັນທິດາ ໂດຍກາລະນານນີ້

ຄະຣາວາສຊັ້ນເລີດ

ບໍ່ແມ່ນຫາໄດ້ງ່າຍເລີຍ.

ຂໍ້ນັ້ນເພາະເຫດໃດໜໍ ? ເພາະວ່າ ສົງສາຣນີ້ກຳນົດທີ່ສຸດເບື້ອງຕົ້ນ ເບື້ອງປາຍບໍ່ໄດ້ ເມື່ອເຫຼົ່າສັຕຜູ້ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ທ່ອງທ່ຽວໄປມາຢູ່ ທີ່ສຸດເບື້ອງຕົ້ນ ຍ່ອມບໍ່ປາກົດ.

ພິກຂຸທັງຫຼາຍ ! ເພາະເຫດພຽງເທົ່ານີ້ ພໍແລ້ວແລ ເພື່ອຈະເບື່ອໜ່າຍ ໃນສັງຂາຣທັງປວງ ພໍເພື່ອຈະຄາຍ ກຳໜັດ ພໍເພື່ອຈະຫຼຸດພົ້ນ ດັ່ງນີ້.

ຄະຣາວາສຊັ້ນເລີດ

ທີ່ຮັກທີ່ຈະເຣີນໃຈໃນໂລກ ໔໐

- ບາລີ ມຫາ. ທີ. ໑໐/໓໓໘-໓໔໒/໒໙໗-໒໙໘.

ຕາ ຫູ ດັງ ລີ້ນ ກາຍ ໃຈ ເປັນທີ່ຮັກທີ່ຈະເຣີນໃຈໃນໂລກ.

ຕັນຫາ ເມື່ອຈະເກີດ ຍ່ອມເກີດໃນບ່ອນນີ້ ເມື່ອຈະຕັ້ງຢູ່ ຍ່ອມຕັ້ງຢູ່ໃນບ່ອນນີ້.

ຕັນຫາ ເມື່ອບຸກຄົນຈະລະ ຍ່ອມລະເສຍໄດ້ໃນບ່ອນນີ້ ເມື່ອຈະດັບ ຍ່ອມດັບໄດ້ໃນບ່ອນທີ່ນີ້.

ຮູບ ສຽງ ກິ່ນ ຣົສ ໂຜຕຖັບພະ ທັມມາຣົມ ສິ່ງທີ່ທຳໜ້າທີ່ຮູ້(ວິນຍານ)ທາງຕາ ສິ່ງທີ່ທຳໜ້າທີ່ຮູ້ທາງຫູ...ທາງດັງ...ທາງລີ້ນ...ທາງກາຍ...ທາງໃຈ.

ຜັສສະທາງຕາ, ຜັສສະທາງຫູ, ຜັສສະທາງດັງ, ຜັສສະທາງລີ້ນ, ຜັສສະທາງກາຍ, ຜັສສະທາງໃຈ.

ເວທະນາຈາກຜັສສະທາງຕາ, ເວທະນາຈາກຜັສສະທາງຫູ, ...ທາງດັງ...ທາງລີ້ນ...ທາງກາຍ...ທາງໃຈ.

ຄະຣາວາສຊັ້ນເລີດ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ