ຄຳສອນພຸດທະ - ໜ້າຈໍໂຫລດ

ຄະຣາວາສຊັ້ນເລີດ

ໜ້າ/ 41

ການໝາຍຮູ້ (ສັນຍາ) ກ່ຽວກັບຮູບ ການໝາຍຮູ້ກ່ຽວກັບສຽງ....ກິ່ນ.... ຣົສ.... ກາຍະສຳຜັດ.... ທັມມາຣົມ.

ເຈຕະນາໃນການໝາຍຮູ້ (ສັນເຈຕະນາ) ກ່ຽວກັບຮູບ, ກ່ຽວກັບສຽງ.... ກິ່ນ....ຣົສ.... ກາຍະສຳຜັດ.... ທັມມາຣົມ.

ການຕຶກ (ວິຕົກ) ທີ່ເປັນໄປທາງຮູບ, ການຕຶກທີ່ເປັນໄປທາງສຽງ....ກິ່ນ.... ຣົສ.... ກາຍະສຳຜັດ.... ທັມມາຣົມ.

ການຕອງ (ວິຈາຣ) ທີ່ເປັນໄປທາງຮູບ, ການຕອງທີ່ເປັນໄປທາງສຽງ....ກິ່ນ....ຣົສ....ກາຍະສຳຜັດ....ທັມມາຣົມ.

ຕັນຫາໃນຮູບ, ຕັນຫາໃນສຽງ, ຕັນຫາໃນກິ່ນ, ຕັນຫາໃນຣົສ, ຕັນຫາໃນກາຍະສຳຜັດ, ຕັນຫາໃນທັມມາຣົມ,

(ແຕ່ລະຢ່າງໆ ເຫຼົ່ານີ້)

ເປັນ ທີ່ຮັກທີ່ຈະເຣີນໃຈໃນໂລກ.

ຕັນຫາ ເມື່ອຈະເກີດ ຍ່ອມເກີດໃນບ່ອນນີ້

ເມື່ອຈະຕັ້ງຢູ່ ຍ່ອມຕັ້ງຢູ່ໃນບ່ອນນີ້.

ຕັນຫາ ເມື່ອບຸກຄົນຈະລະ ຍ່ອມລະເສຽໄດ້ໃນບ່ອນນີ້

ເມື່ອຈະດັບ ຍ່ອມດັບໄດ້ໃນບ່ອນນີ້.

ຄະຣາວາສຊັ້ນເລີດ

ທາງແຫ່ງຄວາມສິ້ນທຸກຂ໌ ໔໑

- ບາລີ ມຫາ. ທີ. ໑໐/໓໔໓/໒໙໙.

ພິກຂຸທັງຫຼາຍ ! ກໍທຸກຂະນິໂຣທະຄາມິນີປະຕິປະທາ ອະຣິຍະສັຈ (ຂໍ້ປະຕິບັດໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌) ເປັນແນວໃດ ?

ນີ້ຄື ມັຄມີອົງຄ໌ແປດ ອັນປະເສີດຄື:

ສັມມາທິຕຖິ, ສັມມາສັງກັບປະ,

ສັມມາວາຈາ, ສັມມາກັມມັນຕະ,

ສັມມາອາຊີວະ, ສັມມາວາຍາມະ,

ສັມມາສະຕິ, ສັມມາສະມາທິ.

ກໍສັມມາທິຕຖິ ເປັນແນວໃດ ?

ຄວາມຮູ້ໃນທຸກຂ໌, ຄວາມຮູ້ໃນທຸກຂະສະມຸທັຍ, ຄວາມຮູ້ໃນທຸກຂະນິໂຣດ, ຄວາມຮູ້ໃນທຸກຂະນິໂຣທະຄາມິນີປະຕິປະທາ.

ສັມມາສັງກັບປະ ເປັນແນວໃດ ?

ຄວາມດຳຣິໃນການອອກຈາກກາມ, ຄວາມດຳຣິໃນການບໍ່ພະຍາບາດ, ຄວາມດຳຣິໃນອັນບໍ່ບຽດບຽນ.

ຄະຣາວາສຊັ້ນເລີດ

ສັມມາວາຈາ ເປັນແນວໃດ ?

ການງົດເວັ້ນຈາກການເວົ້າຕົວະ, ງົດເວັ້ນຈາກການເວົ້າສໍ່ສຽດ (ເວົ້າໃຫ້ຄົນແຕກແຍກກັນ), ງົດເວັ້ນຈາກການເວົ້າຄຳຫຍາບ, ງົດເວັ້ນຈາກການເວົ້າໂລເລ.

ສັມມາກັມມັນຕະ ເປັນແນວໃດ ?

ການງົດເວັ້ນຈາກການຂ້າສັຕ, ງົດເວັ້ນຈາກການຖືເອົາສິ່ງຂອງທີ່ເຂົາບໍ່ໄດ້ໃຫ້, ງົດເວັ້ນຈາກການປະພຶດຜິດໃນກາມ.

ສັມມາອາຊີວະ ເປັນແນວໃດ ?

ອະຣິຍະສາວົກໃນທັມວິນັຍນີ້ ລະການລ້ຽງຊີບທີ່ຜິດເສຍ ສຳເລັດການລ້ຽງຊີບດ້ວຍການລ້ຽງຊີບທີ່ຖືກຕ້ອງ.

ສັມມາວາຍາມະ ເປັນແນວໃດ ?

ພິກຂຸໃນທັມວິນັຍນີ້ ຍ່ອມປູກຄວາມພໍໃຈ ຍ່ອມພະຍາຍາມ ຍ່ອມປາຣົບຄວາມພຽນ ປະຄອງຈິຕໄວ້ ຕັ້ງຈິຕໄວ້

ເພື່ອບໍ່ໃຫ້ອະກຸສົລທັມອັນເປັນບາບທີ່ຍັງບໍ່ເກີດ ບັງເກີດຂຶ້ນ

ຄະຣາວາສຊັ້ນເລີດ

ເພື່ອລະ ອະກຸສົລທັມເປັນບາບ ທີ່ບັງເກີດຂຶ້ນແລ້ວ

ເພື່ອໃຫ້ ກຸສົລທັມທີ່ຍັງບໍ່ເກີດ ບັງເກີດຂຶ້ນ

ເພື່ອ ຄວາມຕັ້ງຢູ່ ບໍ່ເລືອນຫາຍ ຄວາມງອກງາມຍິ່ງຂຶ້ນ ຄວາມໄພບູນ ຄວາມຈະເຣີນເຕັມປ່ຽມແຫ່ງກຸສົລທັມ ທີ່ບັງເກີດຂຶ້ນແລ້ວ.

ສັມມາສະຕິ ເປັນແນວໃດ ?

ພິກຂຸໃນທັມວິນັຍນີ້ ພິຈາຣະນາເຫັນກາຍໃນກາຍຢູ່ ມີຄວາມພຽນ ມີສັມປະຊັນຍະ ມີສະຕິ ກຳຈັດອະພິຊຊາແລະໂທມະນັສໃນໂລກອອກເສຽໄດ້.

ພິກຂຸໃນທັມວິນັຍນີ້ ພິຈາຣະນາເຫັນເວທະນາໃນເວທະນາຢູ່ ມີຄວາມພຽນ ມີສັມປະຊັນຍະ ມີສະຕິ ກຳຈັດອະພິຊຊາແລະໂທມະນັສໃນໂລກອອກເສຽໄດ້.

ພິກຂຸໃນທັມວິນັຍນີ້ ພິຈາຣະນາເຫັນຈິຕໃນຈິຕຢູ່ ມີຄວາມພຽນ ມີສັມປະຊັນຍະ ມີສະຕິ ກຳຈັດອະພິຊຊາແລະໂທມະນັສໃນໂລກອອກເສຽໄດ້.

ພິກຂຸໃນທັມວິນັຍນີ້ ພິຈາຣະນາເຫັນທັມໃນທັມຢູ່ ມີຄວາມພຽນ ມີສັມປະຊັນຍະ ມີສະຕິ ກຳຈັດອະພິຊຊາແລະໂທມະນັສໃນໂລກອອກເສຽໄດ້.

ຄະຣາວາສຊັ້ນເລີດ

ສັມມາສະມາທິ ເປັນແນວໃດ ?

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ