ຄຳສອນພຸດທະ - ໜ້າຈໍໂຫລດ

ຄະຣາວາສຊັ້ນເລີດ

ໜ້າ/ 41

ອານົນທ໌ ! ຂໍ້ນັ້ນ ເຈົ້າຈົ່ງຮູ້ໂດຍປະຣິຍາຍອັນນີ້ເທີ້ນ ຄືວ່າ ພຣົມມະຈັນນີ້ທັງໝົດນັ້ນແລ ໄດ້ແກ່ ຄວາມເປັນຜູ້ມີມິຕດີ ມີສະຫາຍດີ ມີເພື່ອນດີ ດັ່ງນີ້.

ຄະຣາວາສຊັ້ນເລີດ

ອານົນທ໌ ! ຈິງແທ້ແລ, ສັຕທັງຫຼາຍ ຜູ້ມີຄວາມເກີດເປັນທຳມະດາ ໄດ້ອາໄສກັລລະຍານະມິຕຂອງເຮົາແລ້ວ ຍ່ອມຫຼຸດພົ້ນໝົດຈາກຊາຕ; ຜູ້ມີຄວາມແກ່ຊະຣາ ຄວາມເຈັບປ່ວຍ ຄວາມຕາຍ ຄວາມໂສກ ຄວາມຄ່ຳຄວນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ຄວາມຄັບແຄ້ນໃຈ ເປັນທຳມະດາ.

ຄັນໄດ້ອາໄສກັລລະຍານະມິຕຂອງເຮົາແລ້ວ ຍ່ອມຫຼຸດພົ້ນໝົດຈາກຊາຕ ຄວາມແກ່ຊະຣາ ຄວາມເຈັບປ່ວຍ ຄວາມຕາຍ ຄວາມໂສກ ຄວາມຄ່ຳຄວນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ຄວາມຄັບແຄ້ນໃຈ.

ອານົນທ໌ ! ຂໍ້ນັ້ນ ເຈົ້າຈົ່ງຮູ້ໂດຍປະຣິຍາຍອັນນີ້ເທີ້ນ ຄືວ່າ ພຣົມມະຈັນນີ້ທັງໝົດນັ້ນແລ ໄດ້ແກ່ ຄວາມເປັນຜູ້ມີມິຕດີ ມີສະຫາຍດີ ມີເພື່ອນດີ ດັ່ງນີ້.

ຄະຣາວາສຊັ້ນເລີດ

“ໃນທັມວິນັຍນີ້ ເຂົາຜູ້ໃດເປັນຜູ້ບໍ່ປະມາດແລ້ວ

ຈັກລະຊາຕສົງສາຣ ກະທໍາທີ່ສຸດແຫ່ງທຸກຂ໌ໄດ້...

ພວກເຈົ້າຈົ່ງເປັນຜູ້ບໍ່ປະມາດ

ມີສະຕິ ມີສີລເປັນຢ່າງດີ

ມີຄວາມດໍາຣິອັນຕັ້ງໄວ້ແລ້ວດ້ວຍດີ

ຕາມຮັກສາຊຶ່ງຈິຕຂອງຕົນເທີ້ນ”

- ບາລີ ມຫາ. ທີ. ໑໐/໑໓໙/໑໐໖.

ຄະຣາວາສຊັ້ນເລີດ

ສັງສາຣະວັຕ ບໍ່ປາກົດທີ່ສຸດ

ແກ່ສັຕຜູ້ມີອະວິຊຊາ ໓໗

- ບາລີ ນິທານ. ສັງ. ໑໖/໒໑໕/໔໒໙-໓໐.

ພິກຂຸທັງຫຼາຍ ! ກັບໜຶ່ງດົນແລ ບໍ່ແມ່ນງ່າຍທີ່ຈະນັບ ກັບນັ້ນວ່າ ເທົ່ານີ້ປີ ເທົ່ານີ້ຮອ້ຍປີ ເທົ່ານີ້ພັນປີ ຫຼືວ່າເທົ່ານີ້ແສນປີ.

ພິກຂຸທັງຫຼາຍ ! ເໝືອນຢ່າງວ່າ ພູເຂົາຫີນໜ່ວຍໃຫຍ່ ຍາວໂຍດໜຶ່ງ ກວ້າງໂຍດໜຶ່ງ ສູງໂຍດໜຶ່ງ ບໍ່ມີປ່ອງ ບໍ່ມີຜົ້ງ ເປັນແທ່ນຕຶບ ບຸຣຸສຍ່ອມເອົາຜ້າແຄວ້ນກາສີມາແລ້ວປັດກວາດພູເຂົານັ້ນ ໑໐໐ ປີຕໍ່ຄັ້ງ ພູເຂົາຫີນໜ່ວຍໃຫຍ່ນັ້ນ ຍ່ອມເຖິງການໝົດໄປສິ້ນໄປ ເພາະຄວາມພະຍາຍາມນີ້ ຍັງໄວກວ່າແລ ສ່ວນກັບໜຶ່ງຍັງບໍ່ເຖິງການໝົດໄປສິ້ນໄປ ກັບດົນນານຢ່າງນີ້ ແລ.

ພິກຂຸທັງຫຼາຍ ! ບັນດາກັບທີ່ດົນນານຢ່າງນີ້ ພວກເຈົ້າທ່ອງທ່ຽວໄປແລ້ວ ບໍ່ແມ່ນໜຶ່ງກັບ ບໍ່ແມ່ນຮ້ອຍກັບ ບໍ່ແມ່ນພັນກັບ ບໍ່ແມ່ນແສນກັບ.

ຄະຣາວາສຊັ້ນເລີດ

ຂໍ້ນັ້ນເພາະເຫດໃດ ? ເພາະວ່າ ສົງສາຣນີ້ກຳນົດທີ່ສຸດເບື້ອງຕົ້ນເບື້ອງປາຍບໍ່ໄດ້ ເມື່ອເຫຼົ່າສັຕຜູ້ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ທ່ອງທ່ຽວໄປມາຢູ່ ທີ່ສຸດເບື້ອງຕົ້ນ ຍ່ອມບໍ່ມີປາກົດ.

ພິກຂຸທັງຫຼາຍ ! ກໍເຫດພຽງເທົ່ານີ້ ພໍແລ້ວນັ້ນແລ ເພື່ອຈະເບື່ອໜ່າຍໃນສັງຂາຣທັງປວງ ພໍເພື່ອຈະຄາຍກຳໜັດ ພໍເພື່ອຈະຫຼຸດພົ້ນ ດັ່ງນີ້.

ຄະຣາວາສຊັ້ນເລີດ

ນ້ຳຕາທີ່ເຮົາໄດ້ຮ້ອງໄຫ້ມາແລ້ວທັງໝົດ ໓໘

- ບາລີ ນິທານ. ສັງ. ໑໖/໒໑໔/໔໒໖.

ພິກຂຸທັງຫຼາຍ ! ຖືກແລ້ວໆ ພວກເຈົ້າຮູ້ທັມທີ່ເຮົາສະແດງແລ້ວຢ່າງນີ້ ຖືກແລ້ວ ນ້ຳຕາທີ່ຫຼັ່ງໄຫຼອອກຂອງພວກເຈົ້າ ຜູ້ທ່ອງທ່ຽວໄປມາ ຄ່ຳຄວນຮ້ອງໄຫ້ຢູ່ ເພາະປະສົບສິ່ງທີ່ບໍ່ພໍໃຈ ເພາະພັດພາກຈາກສິ່ງທີ່ພໍໃຈ ໂດຍກາລະນານນີ້ແຫຼະຫຼາຍກວ່າ ສ່ວນນ້ຳໃນມະຫາສະມຸດທັງ ໔ ບໍ່ຫຼາຍກວ່າເລີຍ.

ພວກເຈົ້າໄດ້ປະສົບມະຣະນະກັມຂອງມານດາຕະຫຼອດກາລະນານ ນ້ຳຕາທີ່ຫຼັ່ງໄຫຼອອກຂອງເຈົ້າເຫຼົ່ານັ້ນ ຜູ້ປະສົບມະຣະນະກັມຂອງມານດາ ຄ່ຳຄວນຮ້ອງໄຫ້ຢູ່ເພາະປະສົບ ສິ່ງທີ່ບໍ່ພໍໃຈ ເພາະພັດພາກຈາກສິ່ງທີ່ພໍໃຈ ນັ້ນແຫຼະຫຼາຍກວ່າ ສ່ວນນ້ຳໃນມະຫາສະມຸດທັງ ໔ ບໍ່ຫຼາຍກວ່າເລີຍ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ