ຄະຣາວາສຊັ້ນເລີດ
ໜ້າ/ 41
(ໃນກໍລະນີສີລ ໕ ອີກສີ່ຂໍ້ທີ່ເຫຼືອ ຄື ການເວັ້ນຈາກອະທິນນາທານ, ການເວັ້ນຈາກກາເມສຸມິດສາຈາຣ, ການເວັ້ນຈາກມຸສາວາດ ແລະການເວັ້ນຂາດຈາກການດື່ມນ້ຳເມົາ ຄືສຸຣາແລະເມຣັຍ ອັນເປັນທີ່ຕັ້ງແຫ່ງຄວາມປະມາດ ກໍໄດ້ຕຣັດໂດຍມີນັຍຢ່າງດຽວກັນ).
ພິກຂຸທັງຫຼາຍ ! ທານ ໕ ປະການນີ້ແລ ເປັນມະຫາທານ. ຮູ້ຈັກກັນວ່າເປັນຂອງເລີດ ເປັນຂອງມີມາແຕ່ດົນ ເປັນຂອງປະພຶດສືບຕໍ່ກັນມາແຕ່ບູຮານ ບໍ່ຖືກປ່ອຍຖິ້ມເລີຍ ບໍ່ຖືກປ່ອຍຖິ້ມໃນອະດີຕ ບໍ່ຖືກປ່ອຍຖິ້ມຢູ່ໃນປັດຈຸບັນ ແລະຈັກບໍ່ຖືກປ່ອຍຖິ້ມໃນອະນາຄົຕ ອັນສະມະນະພຣາມຜູ້ຮູ້ບໍ່ຂັດຄ້ານ.
ຄະຣາວາສຊັ້ນເລີດ
ເຫດທີ່ເຮັດໃຫ້ມີຮູບງາມ
ມີຊັບຫຼາຍ ແລະສູງສັກ ໓໔
- ບາລີ ຈຕຸກກ. ອັງ. ໒໑/໒໗໘/໑໙໗.
ມັລລິກາ ! ມາຕຸຄາມບາງຄົນໃນໂລກນີ້ ບໍ່ເປັນຜູ້ມັກໂກດ ບໍ່ອັ່ງໄປດ້ວຍຄວາມຄັບແຄ້ນໃຈ ຖືກດ່າວ່າແມ່ນແຕ່ຫຼາຍກໍບໍ່ແຄ້ນເຄືອງ ບໍ່ອຶດອັດ ບໍ່ກະຟຶດກະຟັດ ບໍ່ແຂງກະດ້າງ ບໍ່ສະແດງຄວາມໂກດ ຄວາມແຄ້ນເຄືອງແລະຄວາມບໍ່ພໍໃຈໃຫ້ປາກົດ ເປັນຜູ້ໃຫ້ທານ ຄື ເຂົ້າ ນ້ຳ ເຄື່ອງ ນຸ່ງຫົ່ມ ຍານພາຫະນະ ດອກໄມ້ ຂອງຫອມເຄື່ອງລູບທາ ທີ່ນອນ ທີ່ຢູ່ອາໄສ ແລະປະທີບໂຄມໄຟ ແກ່ສະມະນະຫຼືພຣາມ ແລະ ເປັນຜູ້ມີໃຈບໍ່ຣິສະຫຍາ ຍ່ອມບໍ່ຣິສະຫຍາ ບໍ່ມຸ່ງຮ້າຍ ບໍ່ຜູກໃຈອິສສາ ໃນລາບສັກກາຣະ ຄວາມເຄົາຣົບ ຄວາມນັບຖື ການໄຫວ້ ແລະການບູຊາຂອງຜູ້ອື່ນ ຖ້າມາຕຸຄາມນັ້ນຈຸຕິຈາກອັຕຕະພາບນັ້ນແລ້ວ ມາສູ່ຄວາມເປັນຢ່າງນີ້ ກັບມາເກີດໃນຊາຕໃດໆ ຍ່ອມເປັນຜູ້ມີຮູບງາມ ໜ້າເບິ່ງ ໜ້າຊື່ນຊົມ ປະກອບດ້ວຍຄວາມເປັນຜູ້ມີຜິວພັນງາມຍິ່ງແທ້ ທັງເປັນຜູ້ມີມັ່ງມີ ມີຊັບຫຼາຍ ມີໂພຄະສົມບັດຫຼາຍ ແລະສູງສັກ.
ຄະຣາວາສຊັ້ນເລີດ
ຜູ້ໃຫ້ໂພຊະນະ ໓໕
- ບາລີ ຈຕຸກກ. ອັງ. ໒໑/໒໗໘/໑໙໗.
ພິກຂຸທັງຫຼາຍ ! ທາຍົກຜູ້ໃຫ້ໂພຊະນະ ຊື່ວ່າຍ່ອມໃຫ້ຖານະ ໔ ປະການ ແກ່ປະຕິຄາຫົກ (ຜູ້ຮັບທານ, ຜູ້ຮັບຂອງຖວາຍ).
໔ ປະການ ເປັນແນວໃດໜໍ ? ຄື : ໃຫ້ອາຍຸ ວັນນະ ສຸຂະ ພະລະ
ຄັນໃຫ້ອາຍຸແລ້ວ ຍ່ອມເປັນຜູ້ມີສ່ວນແຫ່ງອາຍຸ ອັນເປັນ ທິບຫຼືເປັນຂອງມະນຸສ ຄັນໃຫ້ວັນນະແລ້ວ...ຄັນໃຫ້ສຸຂະແລ້ວ... ຄັນໃຫ້ພະລະແລ້ວ ຍ່ອມເປັນຜູ້ມີສ່ວນແຫ່ງພະລະ ອັນເປັນທິບຫຼືເປັນຂອງມະນຸສ.
ພິກຂຸທັງຫຼາຍ ! ທາຍົກຜູ້ໃຫ້ໂພຊະນະ ຊື່ວ່າຍ່ອມໃຫ້ຖານະ ໔ ປະການນີ້ ແກ່ປະຕິຄາຫົກ.
ຜູ້ໃດຍ່ອມໃຫ້ໂພຊະນະ ຕາມກາລະອັນຄວນ ໂດຍເຄົາຣົບແກ່ປະຕິຄາຫົກຜູ້ສັງລວມແລ້ວ ຜູ້ບໍຣິໂພກໂພຊະນະທີ່ຜູ້ອື່ນໃຫ້ຢູ່ ຜູ້ນັ້ນຊື່ວ່າ ຍ່ອມໃຫ້ຖານະ ໔ ປະການ ຄື ອາຍຸ ວັນນະ ສຸຂະ ພະລະ ນໍຣະຊົນຜູ້ມີປົກກະຕິໃຫ້ອາຍຸ ວັນນະ ສຸຂະ ພະລະ ຍ່ອມເປັນຜູ້ມີອາຍຸຍືນ ມີບໍຣິວານ ມີຍົສ ໃນທີ່ທີ່ຕົນເກີດແລ້ວ.
ຄະຣາວາສຊັ້ນເລີດ
ກັລລະຍານະມິຕ ຄື ອະຣິຍະມັຄ ໓໖
- ບາລີ ສຄາ. ສັງ. ໑໕/໑໒໗/໓໘໓.
ອານົນທ໌ ! ພິກຂຸຜູ້ຊື່ວ່າ ມີມີຕດີ ມີສະຫາຍດີ ມີເພື່ອນດີ ຍ່ອມຈະເຣີນຝຶກໃຫ້ຫຼາຍ ຊຶ່ງອະຣິຍະມັຄມີອົງຄ໌ແປດ ໂດຍອາການແນວໃດໜໍ ?
ອານົນທ໌ ! ພິກຂຸໃນສາສນານີ້ ຍ່ອມຈະເຣີນ ຝຶກໃຫ້ຫຼາຍຊຶ່ງສັມມາທິຕຖິ, ສັມມາສັງກັບປະ, ສັມມາວາຈາ, ສັມມາກັມມັນຕະ, ສັມມາອາຊີວະ, ສັມມາວາຍາມະ, ສັມມາສະຕິ, ສັມມາສະມາທິ ຊະນິດທີ່ວິເວກອາໄສແລ້ວ ຊະນິດທີ່ວິຣາຄະອາໄສແລ້ວ ຊະນິດທີ່ນິໂຣທະອາໄສແລ້ວ ຊະນິດທີ່ນ້ອມໄປຮອບເພື່ອການສະລັດຄືນ.
ອານົນທ໌ ! ຢ່າງນີ້ແລ ຊື່ວ່າພິກຂຸຜູ້ມີມິຕດີ ມີສະຫາຍດີ ມີເພື່ອນດີ ຍ່ອມຈະເຣີນຝຶກໃຫ້ຫຼາຍ ຊຶ່ງອະຣິຍະມັຄມີອົງຄ໌ແປດ.








