ຄຳສອນພຸດທະ - ໜ້າຈໍໂຫລດ

ຄະຣາວາສຊັ້ນເລີດ

ໜ້າ/ 41

ທານທີ່ບຸກຄົນຖວາຍໃຫ້ພຣະສະກະທາຄາມີຜູ້ດຽວບໍຣິໂພກ ມີຜົລຫຼາຍກວ່າທານທີ່ບຸກຄົນຖວາຍໃຫ້ທ່ານຜູ້ເຖິງພ້ອມດ້ວຍທິຕຖິ ໑໐໐ ທ່ານບໍຣິໂພກ.

ທານທີ່ບຸກຄົນຖວາຍໃຫ້ພຣະອະນາຄາມີຜູ້ດຽວບໍຣິໂພກ ມີຜົລຫຼາຍກວ່າ ທານທີ່ບຸກຄົນຖວາຍໃຫ້ພຣະສະກະທາຄາມີ ໑໐໐ ທ່ານບໍຣິໂພກ.

ຄະຣາວາສຊັ້ນເລີດ

ທານທີ່ບຸກຄົນຖວາຍໃຫ້ພຣະອະຫັນຕ໌ ຜູ້ດຽວບໍຣິໂພກ ມີຜົລຫຼາຍກວ່າ ທານທີ່ບຸກຄົນຖວາຍໃຫ້ພຣະອະນາຄາມີ ໑໐໐ ທ່ານບໍຣິໂພກ.

ທານທີ່ບຸກຄົນຖວາຍໃຫ້ພຣະປັດເຈກະພຸດທະເຈົ້າອົງຄ໌ດຽວບໍຣິໂພກ ມີຜົລຫຼາຍກວ່າ ທານທີ່ບຸກຄົນຖວາຍ ໃຫ້ພຣະອະຫັນຕ໌ ໑໐໐ ອົງຄ໌ບໍຣິໂພກ.

ທານທີ່ບຸກຄົນຖວາຍໃຫ້ພຣະອະຣະຫັນຕະສັມມາສັມພຸດທະເຈົ້າບໍຣິໂພກ ມີຜົລຫຼາຍກວ່າ ທານທີ່ບຸກຄົນຖວາຍ ໃຫ້ພຣະປັດເຈກະພຸດທະເຈົ້າ ໑໐໐ ອົງຄ໌ບໍຣິໂພກ.

ທານທີ່ບຸກຄົນຖວາຍໃຫ້ພິກຂຸສົງຄ໌ມີພຣະພຸດທະເຈົ້າເປັນປະມຸກຂ໌ບໍຣິໂພກ ມີຜົລຫຼາຍກວ່າທານທີ່ບຸກຄົນຖວາຍ ໃຫ້ພຣະອະຣະຫັນຕະສັມມາສັມພຸດທະເຈົ້າບໍຣິໂພກ.

ການທີ່ບຸກຄົນ ສ້າງວິຫາຣຖວາຍສົງຄ໌ຜູ້ມາຈາກຈາຕຸຣະທິສ ມີຜົລຫຼາຍກວ່າ ທານທີ່ບຸກຄົນຖວາຍໃຫ້ພິກຂຸສົງຄ໌ ມີພຣະພຸດທະເຈົ້າເປັນປະມຸກຂ໌ບໍຣິໂພກ.

ຄະຣາວາສຊັ້ນເລີດ

ການທີ່ບຸກຄົນມີຈິຕເຫຼື້ອມໃສເຖິງພຣະພຸດທະເຈົ້າ ພຣະທັມແລະພຣະສົງຄ໌ເປັນສະຣະນະ ມີຜົລຫຼາຍກວ່າ ທານທີ່ບຸກຄົນສ້າງວິຫາຣຖວາຍສົງຄ໌ ອັນມາຈາກຈາຕຸຣະທິສ.

ການທີ່ບຸກຄົນມີຈິຕເຫຼື້ອມໃສສະມາທານສິກຂາບົດ ຄື ງົດ ເວັ້ນຈາກປານາຕິບາຕ, ງົດເວັ້ນຈາກອະທິນນາທານ, ງົດເວັ້ນຈາກກາເມສຸມິດສາຈາຣ, ງົດເວັ້ນຈາກມຸສາວາດ, ງົດເວັ້ນຈາກການດື່ມນ້ຳເມົາ ຄືສຸຣາແລະເມຣັຍອັນເປັນທີ່ຕັ້ງແຫ່ງຄວາມປະມາດ ມີຜົລຫຼາຍກວ່າການທີ່ບຸກຄົນມີຈິຕເຫຼື້ອມໃສເຖິງ ພຣະພຸດທະເຈົ້າ ພຣະທັມແລະພຣະສົງຄ໌ເປັນສະຣະນະ.

ການທີ່ບຸກຄົນຈະເຣີນເມຕຕາຈິຕໂດຍທີ່ສຸດແມ່ນແຕ່ພຽງເວລາສູດດົມຂອງຫອມ ມີຜົລຫຼາຍກວ່າ ການທີ່ບຸກຄົນມີຈິຕເຫຼື້ອມໃສສະມາທານສິກຂາບົດ ຄື ງົດເວັ້ນຈາກປານາຕິບາຕ.....

ແລະການທີ່ບຸກຄົນຈະເຣີນອະນິຈຈະສັນຍາ ແມ່ນແຕ່ພຽງເວລາດີດນິ້ວມື ມີຜົລຫຼາຍກວ່າ ການທີ່ບຸກຄົນຈະເຣີນ ເມຕຕາຈິຕໂດຍທີ່ສຸດແມ່ນແຕ່ພຽງເວລາສູດດົມຂອງຫອມ.

ຄະຣາວາສຊັ້ນເລີດ

ທານ ທີ່ຈັດວ່າເປັນ ມະຫາທານ ໓໓

- ບາລີ ອັຕຖກ. ອັງ. ໒໓/໒໕໐/໑໒໙.

ພິກຂຸທັງຫຼາຍ ! ອະຣິຍະສາວົກໃນກໍລະນີນີ້ ລະປານາຕິບາຕ ເວັ້ນຂາດຈາກປານາຕິບາຕ.

ພິກຂຸທັງຫຼາຍ ! ອະຣິຍະສາວົກ ເວັ້ນຂາດຈາກປານາຕິບາຕແລ້ວ ຍ່ອມຊື່ວ່າໃຫ້ອະພັຍທານ ອະເວຣະທານ ອັບພະຍາປັຊຊະທານ ແກ່ສັຕທັງຫຼາຍ ມາກລົ້ນບໍ່ມີປະມານ;

ຄັນໃຫ້ອະພັຍທານ ອະເວຣະທານ ອັບພະຍາປັຊຊະທານ ແກ່ສັຕທັງຫຼາຍ ມາກລົ້ນບໍ່ມີປະມານແລ້ວ

ຍ່ອມເປັນຜູ້ມີສ່ວນແຫ່ງຄວາມບໍ່ມີພັຍ ບໍ່ມີເວຣ ບໍ່ມີຄວາມບຽດບຽນ ອັນບໍ່ມີປະມານ.

ພິກຂຸທັງຫຼາຍ ! ນີ້ເປັນທານຂັ້ນປະຖົມ ເປັນມະຫາທານ ຮູ້ຈັກກັນວ່າເປັນຂອງເລີດ ເປັນຂອງມີມາແຕ່ດົນ ເປັນຂອງປະພຶດສືບຕໍ່ກັນມາແຕ່ບູຮານ ບໍ່ຖືກປ່ອຍຖິ້ມເລີຍ ບໍ່ຖືກປ່ອຍຖິ້ມໃນອະດີຕ ບໍ່ຖືກປ່ອຍຖິ້ມຢູ່ໃນປັດຈຸບັນ ແລະຈັກບໍ່ຖືກປ່ອຍຖີ້ມໃນອະນາຄົຕ ອັນສະມະນະພຣາມຜູ້ຮູ້ບໍ່ຂັດຄ້ານ.

ຄະຣາວາສຊັ້ນເລີດ

ພິກຂຸທັງຫຼາຍ ! ຂໍ້ນີ້ເປັນສາຍນໍ້າແຫ່ງບຸນຍ໌ ເປັນທີ່ໄຫຼອອກແຫ່ງກຸສົລ ນຳມາຊຶ່ງສຸຂ ເປັນໄປເພື່ອຍອດສຸດອັນດີ ມີສຸຂເປັນວິບາກ ເປັນໄປເພື່ອສະຫວັນ ເປັນໄປເພື່ອປະ ໂຍຊນ໌ເກື້ອກູນ ເພື່ອຄວາມສຸຂອັນໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ