ຄຳສອນພຸດທະ - ໜ້າຈໍໂຫລດ

ຄະຣາວາສຊັ້ນເລີດ

ໜ້າ/ 41

ບໍ່ຢັ້ງຢືນ ມີຄວາມແປປ່ຽນເປັນທັມມະດາ

- ບາລີ ອັຕຖກ. ອັງ. ໒໓/໑໕໙/໙໖.

ຄະຣາວາສຊັ້ນເລີດ

ຜົລແຫ່ງທານ ໓໒

- ບາລີ ນວກ. ອັງ. ໒໓/໔໐໕/໒໒໔.

ຄະຫະບໍດີ ! ບຸກຄົນໃຫ້ທານອັນເສົ້າໝອງຫຼືປານີຕກໍຕາມ ແຕ່ໃຫ້ທານນັ້ນໂດຍບໍ່ເຄົາຣົບ ບໍ່ກະທຳຄວາມນອບນ້ອມໃຫ້ ບໍ່ໃຫ້ດ້ວຍມືຕົນເອງ ໃຫ້ຂອງທີ່ເຫຼືອ ບໍ່ເຊື່ອກັມແລະຜົລຂອງກັມ ໃຫ້ທານ

ທານນັ້ນໆ ບັງເກີດຜົລໃນຕະກູນໃດໆ ໃນຕະກູນນັ້ນໆ ຈິຕຂອງຜູ້ໃຫ້ທານຍ່ອມບໍ່ນ້ອມໄປ ເພື່ອບໍຣິໂພກອາຫາຣຢ່າງດີ ຍ່ອມບໍ່ນ້ອມໄປເພື່ອບໍຣິໂພກຜ້າຢ່າງດີ ຍ່ອມບໍ່ນ້ອມໄປເພື່ອບໍຣິໂພກຍານຢ່າງດີ ຍ່ອມບໍ່ນ້ອມໄປເພື່ອບໍຣິໂພກກາມະຄຸນ ໕ ຢ່າງດີ ແມ່ນວ່າບໍຣິວານຊົນຜູ້ໃຫ້ທານນັ້ນຄື ບຸຕ ພັນຣະຍາ ທາສ ຄົນໃຊ້ ຄົນທຳງານ ກໍບໍ່ເຊື່ອຟັງ ບໍ່ງ່ຽງຫູຟັງ ສົ່ງຈິຕໄປບ່ອນອື່ນເສຍ.

ຂໍ້ນັ້ນເພາະເຫດໃດ ? ທັງໝົດນີ້ເປັນເພາະ ຜົລແຫ່ງກັມທີ່ຕົນກະທຳໂດຍບໍ່ເຄົາຣົບ.

ຄະຣາວາສຊັ້ນເລີດ

ຄະຫະບໍດີ ! ບຸກຄົນໃຫ້ທານອັນເສົ້າໝອງຫຼືປານີຕກໍຕາມ ແຕ່ໃຫ້ທານນັ້ນໂດຍເຄົາຣົບ ກະທຳຄວາມນອບນ້ອມໃຫ້ ໃຫ້ດ້ວຍມືຕົນເອງ ໃຫ້ຂອງທີ່ບໍ່ເຫຼືອ ເຊື່ອກັມແລະຜົລຂອງກັມ ໃຫ້ທານ

ທານນັ້ນໆ ບັງເກີດຜົລໃນຕະກູນໃດໆ ໃນຕະກູນນັ້ນໆ ຈິຕຂອງຜູ້ໃຫ້ທານຍ່ອມນ້ອມໄປເພື່ອບໍຣິໂພກອາຫາຣຢ່າງດີ ຍ່ອມນ້ອມໄປເພື່ອບໍຣິໂພກຜ້າຢ່າງດີ ຍ່ອມນ້ອມໄປເພື່ອບໍຣິໂພກຍານຢ່າງດີ ຍ່ອມນ້ອມໄປເພື່ອບໍຣິໂພກກາມະຄຸນ ໕ ຢ່າງດີ ແມ່ນວ່າບໍຣິວານຊົນຜູ້ໃຫ້ທານນັ້ນຄື ບຸຕ ພັນຣະຍາ ທາສ ຄົນໃຊ້ ຄົນທຳງານ ກໍເຊື່ອຟັງດີ ງ່ຽງຫູຟັງ ບໍ່ສົ່ງຈິຕໄປບ່ອນອື່ນ.

ຂໍ້ນັ້ນເພາະເຫດໃດ ? ທັງໝົດນີ້ເປັນເພາະ ຜົລແຫ່ງກັມທີ່ຕົນກະທຳໂດຍເຄົາຣົບ.

ຄະຣາວາສຊັ້ນເລີດ

ຄະຫະບໍດີ ! ເລື່ອງເຄີຍມີມາແລ້ວ ມີພຣາມຊື່ເວລາມະພຣາມຜູ້ນັ້ນໄດ້ໃຫ້ທານເປັນມະຫາທານຢ່າງນີ້ ຄືໄດ້ໃຫ້ຖາດຄໍາເຕັມດ້ວຍຣູປີຍະ ໘໔,໐໐໐ ຖາດ ຖາດຣູປີຍະເຕັມດ້ວຍຄໍາ ໘໔,໐໐໐ ຖາດ ຖາດສຳຣິດເຕັມດວ້ຍເງິນ ໘໔,໐໐໐ ຖາດ ໃຫ້ຊ້າງ ໘໔,໐໐໐ ເຊືອກ ມີເຄື່ອງປະດັບລ້ວນເປັນຄໍາ ມີທຸງຄໍາ ຄຸມດ້ວຍໜ່າງຄໍາ ໃຫ້ຣົດ ໘໔,໐໐໐ ຄັນ ຫຸ້ມດ້ວຍໜັງຣາຊະສີ ໜັງເສືອໂຄ່ງ ໜັງເສືອເຫຼືອງ ຜ້າກັມພົນເຫຼືອງ ມີເຄື່ອງປະດັບລ້ວນເປັນຄໍາ ມີທຸງຄໍາ ຄຸມດ້ວຍໜ່າງຄໍາ ໃຫ້ແມ່ງົວນົມ ໘໔,໐໐໐ ໂຕ ມີນ້ຳນົມໄຫຼສະດວກ ໃຊ້ພາຊະນະເງິນຮອງຮັບນ້ຳນົມ ໃຫ້ຍິງສາວ ໘໔,໐໐໐ ຄົນ ປະດັບດ້ວຍແກ້ວມະນີແລະແກ້ວກຸນທົລ (ຕຸ້ມຫູແກ້ວ) ໃຫ້ບັນລັງ ໘໔,໐໐໐ ບ່ອນ ທີ່ປູດ້ວຍຜ້າພົມ ປູດ້ວຍຂົນແກະສີຂາວ ເຄື່ອງປູມີສັນຖານເປັນຊໍ່ດອກໄມ້ ມີເຄື່ອງປູຢ່າງດີເຮັດດ້ວຍໜັງກວາງ ມີເຄື່ອງປູເພດານມີ ໝອນຂ້າງແດງທັງສອງ ໃຫ້ຜ້າ ໘໔,໐໐໐ ໂກຕ ເປັນຜ້າເປືອກໄມ້ ຜ້າແພ ຜ້າຝ້າຍ ເນື້ອລະອຽດ ຈະເມື່ອຍກ່າວໄປອິຫຍັງເຖິງເຂົ້າ ນ້ຳ ຂອງຄ້ຽວ ຂອງບໍຣິໂພກ ເຄື່ອງລູບທາ ທີ່ນອນ ໄຫຼອອກໄປເໝືອນແມ່ນ້ຳ.

ຄະຣາວາສຊັ້ນເລີດ

ຄະຫະບໍດີ ! ທ່ານອາດມີຄວາມຄິດຢ່ານີ້ວ່າ ສະໄໝນັ້ນຄົນອື່ນຕ່າງຫ່າກທີ່ເປັນເວລາມະພຣາມ ຜູ້ທີ່ໃຫ້ທານເປັນມະຫາທານນັ້ນ.

ຄະຫະບໍດີ ! ແຕ່ທ່ານບໍ່ຄວນເຫັນຢ່າງນີ້ ສະໄໝນັ້ນເຮົາເປັນເວລາມະພຣາມ ເຮົາໄດ້ໃຫ້ທານນັ້ນເປັນມະຫາທານ ກໍໃນທານນັ້ນ ບໍ່ມີໃຜເປັນພຣະທັກຂິເນີຍຍະບຸກຄົນ ຜູ້ໃດໆ ບໍ່ຊຳລະທັກຂິນາທານນັ້ນໃຫ້ໝົດຈົດ.

ຄະຫະບໍດີ ! ທານທີ່ບຸກຄົນຖວາຍໃຫ້ທ່ານຜູ້ເຖິງພ້ອມດ້ວຍທິຕຖິ (ພຣະໂສດາບັນ) ຜູ້ດຽວບໍຣິໂພກ ມີຜົລຫຼາຍກວ່າທານທີ່ເວລາມະພຣາມໃຫ້ແລ້ວ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ