ຄະຣາວາສຊັ້ນເລີດ

ໜ້າ/ 41

ການມີທັມ

ຂອງຕະຖາຄົຕຢູ່ໃນໂລກ

ຄືຄວາມສຸຂຂອງໂລກ

ຄະຣາວາສຊັ້ນເລີດ

ຄະຣາວາສຄັບແຄບ ເປັນທາງມາແຫ່ງທຸລີ ໐໑

- ບາລີ ມູ. ມ. ໑໒/໔໘໗-໘/໔໕໔.

ພິກຂຸທັງຫຼາຍ ! ຕະຖາຄົຕເກີດຂຶ້ນໃນໂລກນີ້ ເປັນພຣະອະຣະຫັນຕ໌ຜູ້ຕຣັສຮູ້ຊອບດ້ວຍຕົນເອງ ສົມບູນດ້ວຍວິຊຊາແລະຈະຣະນະ ດຳເນີນໄປດີ ຮູ້ແຈ້ງໂລກ ເປັນສາຣະຖີຝຶກຄົນທີ່ຄວນຝຶກບໍ່ມີໃຜຍິ່ງກວ່າ ເປັນຄຣູຂອງເທວະດາແລະມະນຸສ ເປັນຜູ້ເບີກບານ ແລ້ວຈຳແນກທັມສັ່ງສອນສັຕ.

ພິກຂຸທັງຫຼາຍ ! ຕະຖາຄົຕນັ້ນໄດ້ເຮັດໃຫ້ແຈ້ງຊຶ່ງໂລກນີ້ ກັບທັງເທວະດາ ມາຣ ພຣົມ ຊຶ່ງໝູ່ສັຕ ກັບທັງສະມະນະ ພຣາມ ພ້ອມທັງເທວະດາແລະມະນຸສ ດ້ວຍປັນຍາອັນຍິ່ງເອງແລ້ວ ປະກາດໃຫ້ຜູ້ອື່ນຮູ້ແຈ້ງຕາມ.

ຕະຖາຄົຕນັ້ນ ສະແດງທັມງົດງາມ ໃນເບື້ອງຕົ້ນ ໃນທ່າມກາງ ແລະໃນທີ່ສຸດ ປະກາດພຣົມມະຈັນ ພ້ອມທັງ ອັຕຖະ (ຄຳອະທິບາຍ) ພ້ອມທັງພະຍັນຊະນະ (ຫົວຂໍ້) ບໍຣິສຸດ ບໍຣິບູນສິ້ນເຊີງ.

ຄະຫະບໍດີ ຫຼືບຸຕຄະຫະບໍດີ ຫຼືຄົນທີ່ເກີດໃນຕະກຸນອື່ນໃດ ໃນພາຍຫຼັງ ຍ່ອມຟັງທັມນັ້ນ. ຄັນຟັງແລ້ວຍ່ອມເກີດສັດທາ ໃນຕະຖາຄົຕ. ກຸນລະບຸຕນັ້ນຜູ້ປະກອບຢູ່ດ້ວຍສັດທາ

ຄະຣາວາສຊັ້ນເລີດ

ຍ່ອມພິຈາຣະນາເຫັນວ່າ

“ຄະຣາວາສຄັບແຄບ ເປັນທາງມາແຫ່ງທຸລີ.

ສ່ວນບັນພະຊາ (ບວດ) ເປັນໂອກາດວ່າງ”

ມັນບໍ່ເປັນໄປໄດ້ໂດຍງ່າຍ ທີ່ເຮົາຜູ້ຢູ່ຄອງເຮືອນເຊັ່ນນີ້ຈະປະພຶດພຣົມມະຈັນນັ້ນ ໃຫ້ບໍຣິສຸດບໍຣິບູນໂດຍສ່ວນດຽວ ເໝືອນເປືອກສັງທີ່ເຂົາຂັດສະອາດດີແລ້ວ. ຖ້າຈັ່ງໃດ ເຮົາຄວນທີ່ຈະໂກນຜົມ ແລະໜວດ ຄອງຜ້າຍ້ອມຝາດ ອອກຈາກເຮືອນໄປ ບວດເປັນຜູ້ບໍ່ມີເຮືອນເທີ້ນ...

ຄະຣາວາສຊັ້ນເລີດ

ການດຳຣົງຊີບຊອບໂດຍທິສ ໖

ຂອງຄະຣາວາສ ໐໒

- ບາລີ ປາ. ທີ. ໑໑/໑໙໕-໒໐໖/໑໗໔-໒໐໕.

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ໃນອະຣິຍະວິນັຍ ມີການນອບນ້ອມ ຕໍ່ທິສທັງຫົກແນວໃດ ຂ້ານ້ອຍ ! ພຣະອົງຄ໌ຈົ່ງຊົງສະແດງທັມ ທີ່ເປັນການນອບນ້ອມຕໍ່ທິສທັງຫົກ ໃນອະຣິຍະວິນັຍເທີ້ນ”.

ຄະຫະບໍດີບຸຕ ! ເມື່ອໃດອະຣິຍະສາວົກລະເສຍໄດ້ ຊຶ່ງກັມກິເລສ ໔ ປະການ ບໍ່ກະທໍາກັມອັນເປັນບາບໂດຍຖານະທັງສີ່ ແລະບໍ່ເສບທາງເສື່ອມ (ອະບາຍະມຸກຂ໌) ແຫ່ງໂພຄະ ໖ ທາງ, ເມື່ອນັ້ນເຂົາຊື່ວ່າ ເປັນຜູ້ປາສະຈາກກັມອັນເປັນບາບ ລວມ ໑໔ ຢ່າງ ເປັນຜູ້ປິດກັ້ນທິສທັງ ໖ ໂດຍສະເພາະແລ້ວ ດ້ວຍອາການຢ່າງນີ້ ຊື່ວ່າເຂົາປະຕິບັດແລ້ວເພື່ອຊະນະໂລກທັງສອງ. ທັງໂລກນີ້ແລະໂລກອື່ນເປັນອັນເຂົາປາຣົບກະທຳຄົບຖ້ວນແລ້ວ (ອາຣັດໂທ) ເຂົາເຂົ້າເຖິງສຸຄະຕິໂລກສະຫວັນ ພາຍຫຼັງແຕ່ການຕາຍ ເພາະການທຳລາຍແຫ່ງກາຍ ດັ່ງນີ້.

ກັມກິເລສ ໔ ປະການ ອັນອະຣິຍະສາວົກນັ້ນ ລະເສຽໄດ້ແລ້ວ ເປັນແນວໃດໜໍ ?

ຄະຫະບໍດີບຸຕ ! ປານາຕິບາຕ ເປັນກັມກິເລສ, ອະທິນນາທານ

ຄະຣາວາສຊັ້ນເລີດ

ເປັນກັມກິເລສ, ກາເມສຸມິດສາຈາຣ ເປັນກັມກິເລສ, ມຸສາວາດ ເປັນກັມກິເລສ. ກັມກິເລສ ໔ ປະການເຫຼົ່ານີ້ ເປັນກັມອັນອະຣິຍະສາວົກນັ້ນ ລະຂາດແລ້ວ.

ອະຣິຍະສາວົກ ບໍ່ກະທຳກັມອັນເປັນບາບໂດຍຖານະທັງ ໔ ເປັນແນວໃດໜໍ ?

ຜູ້ເຖິງເຊິ່ງສັນທາຄະຕິ (ລຳອຽງເພາະຮັກ) ຊື່ວ່າກະທຳກັມອັນເປັນບາບ, ຜູ້ເຖິງເຊິ່ງໂທສາຄະຕິ (ລຳອຽງເພາະຄຽດຊັງ) ຊື່ວ່າກະທຳກັມອັນເປັນບາບ, ຜູ້ເຖິງເຊິ່ງໂມຫາຄະຕິ (ລຳອຽງເພາະຄວາມໂງ່) ຊື່ວ່າກະທຳກັມອັນເປັນບາບ, ຜູ້ເຖິງເຊິ່ງ ພະຍາຄະຕິ (ຄວາມລຳອຽງເພາະຢ້ານກົວ) ຊື່ວ່າກະທຳກັມອັນເປັນບາບ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ