ຄະຣາວາສຊັ້ນເລີດ

ໜ້າ/ 41

ພິກຂຸທັງຫຼາຍ ! ສ່ວນຊົນເຫຼົ່າໃດ ຈະເປັນສະມະນະຫຼືພຣາມກໍຕາມ ບໍ່ຕິດໃຈ ບໍ່ມົວເມົາຢູ່ ບໍ່ໝົກໝຸ້ນຢູ່

ໃນກາມະຄຸນທັງ ໕ ເຫຼົ່ານີ້ແລ້ວ

ແລເຫັນສ່ວນທີ່ເປັນໂທສຢູ່

ເປັນຜູ້ຮູ້ແຈ່ມແຈ້ງໃນອຸບາຍເປັນເຄື່ອງອອກໄປຈາກທຸກຂ໌

ບໍຣິໂພກກາມະຄຸນທັງ ໕ ນັ້ນຢູ່

ຊົນເຫຼົ່ານັ້ນ ອັນຄົນທັງຫຼາຍຍ່ອມເຂົ້າໃຈໄດ້ຢ່າງນີ້ວ່າ

ເປັນຜູ້ບໍ່ເຖິງຄວາມພິນາດຈິບຫາຍ ໄປຕາມຄວາມປະສົງ

ຂອງມາຣຜູ້ມີບາບແຕ່ຢ່າງໃດ ດັ່ງນີ້.

ພິກຂຸທັງຫຼາຍ !

ປຽບດັ່ງສັຕປ່າ ໂຕທີ່ບໍ່ຖືກບ້ວງ

ແມ່ນວ່ານອນເຕັງຢູ່ເທິງກອງບ້ວງ

ມັນກໍເປັນສັຕທີ່ໃຜໆ ຍ່ອມເຂົ້າໃຈໄດ້ວ່າ

ເປັນສັຕທີ່ບໍ່ເຖິງຄວາມພິນາດຈິບຫາຍໄປຕາມຄວາມປະສົງຂອງນາຍພານແຕ່ຢ່າງໃດ

ເມື່ອນາຍພານມາຮອດ ມັນຈະຫຼີກໜີໄປໄດ້ຕາມທີ່ຕ້ອງການ

ດັ່ງນີ້ ເຊັ່ນໃດກໍເຊັ່ນນັ້ນ.

- ບາລີ ມູ. ມ. ໑໒/໓໓໓/໓໒໘.

ສາຣະບານ

ຄະຣາວາສຊັ້ນເລີດ

ວິທີກວດສອບວ່າ ເປັນຄໍາຂອງພຣະຜູ້ມີພຣະພາຄເຈົ້າຫຼືບໍ່

໑. ຄະຣາວາສຄັບແຄບ ເປັນທາງມາແຫ່ງທຸລີ

໒. ການດໍາຣົງຊີບຊອບໂດຍທິສທັງ ໖ ຂອງຄະຣາວາສ

໓. ການຕອບແທນຄຸນມານດາບິດາຢ່າງສູງສຸດ

໔. ພັຍທີ່ແມ່ລູກກໍຊ່ວຍກັນບໍ່ໄດ້

໕. ສິ່ງທີ່ທຸກຄົນປາຖນາຈະໄດ້

໖. ຄວາມຢາກເປັນເຫດແຫ່ງຄວາມທຸກຂ໌

໗. ທຸກຂ໌ທີ່ເກີດຈາກໜີ້

໘. ຫຼັກການດໍາຣົງຊີບ ເພື່ອປະໂຍຊນ໌ສຸຂໃນວັນນີ້

໙. ເຫດຈະເຣີນແລະເຫດເສື່ອມແຫ່ງຊັບ ໔ ປະການ

໑໐. ຫຼັກດໍາຣົງຊີບເພື່ອປະໂຍຊນ໌ສຸຂໃນເວລາຖັດຕໍ່ໄປ

໑໑. ຄະຣາວາສຊັ້ນເລີດ

໑໒. ນະຣົກທີ່ຮ້າຍແຮງຂອງມະນຸສ

໑໓. ວາຈາຂອງສັຕຕະບຸຣຸສ

໑໔. ວາຈາຂອງອະສັຕຕະບຸຣຸສ

໑໕. ວິທີປະຕິບັດທາງຈິຕເມື່ອຖືກຕິຕຽນຫຼືທໍາຮ້າຍຮ່າງກາຍ

໑໖. ການວາງຈິຕເມື່ອຖືກກ່າວຫາ

໑໗. ວາຈາຂອງລູກສະໃພ້ໃໝ່

໑໘. ວາຈາທີ່ບໍ່ມີໂທສ

໑໗

໑໙

໒໓

໒໙

໓໑

໓໗

໔໕

໕໐

໕໔

໕໖

໖໑

໖໔

໖໗

໗໐

໗໔

໗໗

໑໙. ຄູ່ບຸບເພສັນນິວາສ

໒໐. ພັນຣະຍາ ໗ ຈໍາພວກ

໒໑. ມະນຸສຜີ

໒໒. ເຂົ້າໃຈເລື່ອງກັມ (ເລື່ອງຄວນຮູ້ກ່ຽວກັບກັມທັງ ໖ ແງ່ມຸມ)

໒໓. ກັມປຽບທຽບດ້ວຍກ້ອນເກືອ

໒໔. ກັມທີ່ເປັນໄປເພື່ອຄວາມດັບສິ້ນກັມ

໒໕. ວິທີດັບກັມ

໒໖. ວິບາກກັມຢ່າງເບົາຂອງໝູ່ສັຕ

໒໗. ສະຫຼາດໃນເລື່ອງກັມ

໒໘. ວິນິດສັຍກັມ

໒໙. ການບວດທີ່ໄຮ້ປະໂຍຊນ໌

໓໐. ສັງຄະທານດີກວ່າ

໓໑. ຫ້າມຜູ້ອື່ນໃຫ້ທານ ຊື່ວ່າບໍ່ແມ່ນມິຕ

໓໓. ທານ ທີ່ຈັດວ່າເປັນ ມະຫາທານ

໓໔. ເຫດທີ່ເຮັດໃຫ້ເປັນຜູ້ມີຮູບງາມມີຊັບຫຼາຍແລະສູງສັກ

໓໕. ຜູ້ໃຫ້ໂພຊະນະ

໓໖. ກັນລະຍານະມິຕ ຄື ອະຣິຍະມັຄ

໓໗. ສັງສາຣະວັຕບໍ່ປາກົດທີ່ສຸດແກ່ສັຕຜູ້ມີອະວິຊຊາ

໓໘. ນໍ້າຕາທີ່ເຮົາໄດ້ຮ້ອງໄຫ້ມາແລ້ວທັງໝົດ

໓໙. ສຸຂ-ທຸກຂ໌ທີ່ເຮົາໄດ້ປະສົບມາແລ້ວທຸກໆຮູບແບບ

໔໐. ທີ່ຮັກທີ່ຈະເຣີນໃຈໃນໂລກ

໔໑. ທາງແຫ່ງຄວາມໝົດສິ້ນທຸກຂ໌

໗໙

໘໑

໘໖

໙໑

໙໕

໙໙

໑໐໓

໑໐໔

໑໐໗

໑໑໐

໑໑໔

໑໑໗

໑໒໑

໑໓໐

໑໓໒

໑໓໓

໑໓໔

໑໓໗

໑໓໙

໑໔໑

໑໔໓

໑໔໕

ຄະຣາວາສຊັ້ນເລີດ

ຄະຣາວາສຊັ້ນເລີດ

ຄະຣາວາສຊັ້ນເລີດ

ວິທີກວດສອບວ່າ

ເປັນຄຳສອນຂອງພຣະຜູ້ມີພຣະພາຄຫຼືບໍ່ ?

ພິກຂຸທັງຫຼາຍ !

ຖ້າພິກຂຸໃນທັມວິນັຍນີ້ ຈະຍ່ອມກ່າວຢ່າງນີ້ວ່າ

ຂ້າພະເຈົ້າຟັງມາແລ້ວ ໄດ້ຮັບມາແລ້ວສະເພາະພຣະພັກ

ພຣະຜູ້ມີພຣະພາຄເຈົ້າ ວ່າ ນີ້ເປັນທັມ ນີ້ເປັນວິນັຍ

ນີ້ເປັນຄຳສອນຂອງພຣະສາສດາ ດັ່ງນີ້;

ພວກເຈົ້າຢ່າຟ້າວຮັບຮອງ, ຢ່າຟ້າວຂັດຄ້ານ.

ຈົ່ງກຳນົດເນື້ອຄວາມນັ້ນໃຫ້ດີ ແລ້ວນຳໄປສອບສວນໃນສູຕ

ນຳໄປທຽບຄຽງໃນວິນັຍ. ຖ້າບໍ່ເຂົ້າກັນ ທຽບຄຽງກັນບໍ່ໄດ້

ຈົ່ງແນ່ໃຈວ່ານັ້ນບໍ່ແມ່ນຄຳສອນຂອງພຣະຜູ້ມີພຣະພາຄແນ່ນອນ.

ພິກຂຸຕົນນັ້ນຈື່ຈຳມາຜິດ, ພວກເຈົ້າຈົ່ງປະຖິ້ມຄຳເຫຼົ່ານັ້ນເສຍ.

ຖ້າເຂົ້າກັນໄດ້ ຖ້າທຽບຄຽງກັນໄດ້

ຈົ່ງແນ່ໃຈວ່ານັ້ນເປັນຄຳສອນຂອງພຣະຜູ້ມີພຣະພາຄແທ້ແນ່ນອນ.

ພິກຂຸອົງຄ໌ນັ້ນຈື່ຈຳມາຢ່າງດີແລ້ວ ພວກເຈົ້າຈົ່ງຮັບເອົາໄວ້...

ຕຣັດທີ່ອານັນທະເຈດີ, ໂພຄະນະຄອນ : ມະຫາປະຣິນິບພານສູຕ

- ບາລີ ມຫາ. ທີ. ໑໐/໑໔໔/໑໑໒.

ຄະຣາວາສຊັ້ນເລີດ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ