ຄະຣາວາສຊັ້ນເລີດ
ໜ້າ/ 41
ຜັກຄຸນະ ! ໃນກໍລະນີແມ່ນວ່າເຊັ່ນນັ້ນ ເຈົ້າກໍຈົ່ງລະສັນທະແລະວິຕົກຊະນິດທີ່ເປັນວິສັຍແຫ່ງຊາວບ້ານເສຍ.
ຜັກຄຸນະ ! ໃນກໍລະນີເຊັ່ນນັ້ນ ເຈົ້າຈົ່ງທຳຄວາມສຳນຶກຢ່າງນີ້ວ່າ
“ຈິຕຂອງເຮົາຈັກບໍ່ປັ່ນປ່ວນ ເຮົາຈັກບໍ່ກ່າວວາຈາອັນເປັນບາບ ເຮົາຈັກເປັນຜູ້ມີຈິຕອິດູເກື້ອກູນ ມີຈິຕປະກອບດ້ວຍເມຕຕາ ບໍ່ມີໂທສະໃນພາຍໃນ” ດັ່ງນີ້.
ຜັກຄຸນະ ! ເຈົ້າຈົ່ງປູກການສຳນຶກຢ່າງນີ້ ແລ.
ຄະຣາວາສຊັ້ນເລີດ
ຍຸກໃດກໍຕາມ ເວຣທັງຫຼາຍ
ບໍ່ເຄີຍລະງັບໄດ້ ດ້ວຍການຜູກເວຣເລີຍ
ແຕ່ລະງັບໄດ້ ດ້ວຍການບໍ່ມີການຜູກເວຣ
ທັມນີ້ເປັນຂອງເກົ່າ ໃຊ້ໄດ້ຕະຫຼອດ.
- ບາລີ ອຸປຣິ. ມ. ໑໔/໒໙໕/໔໔໐.
ຄະຣາວາສຊັ້ນເລີດ
ການວາງຈິຕເມື່ອຖືກກ່າວຫາ ໑໖
- ບາລີ ມ. ມ. ໑໒/໒໕໕-໒໘໐/໒໖໗-໒໗໓.
ພິກຂຸທັງຫຼາຍ ! ທາງແຫ່ງຖ້ອຍຄຳ ທີ່ບຸກຄົນອື່ນຈະຍ່ອມກ່າວຫາ ໕ ຢ່າງ ເຫຼົ່ານີ້ ມີຢູ່ຄື:
໑. ກ່າວໂດຍກາລະຫຼືໂດຍບໍ່ແມ່ນກາລະ
໒. ກ່າວໂດຍເລື່ອງຈິງຫຼືໂດຍເລື່ອງບໍ່ຈິງ
໓. ກ່າວໂດຍອ່ອນຫວານຫຼືໂດຍຫຍາບຄາຍ
໔. ກ່າວດ້ວຍເລື່ອງມີປະໂຍຊນ໌ຫຼືບໍ່ມີປະໂຍຊນ໌
໕. ກ່າວດ້ວຍມີຈິຕເມຕຕາຫຼືມີໂທສະໃນພາຍໃນ
ພິກຂຸທັງຫຼາຍ ! ເມື່ອເຂົາກ່າວຢູ່ຢ່າງນັ້ນ ໃນກໍລະນີນັ້ນໆ ເຈົ້າຈົ່ງທຳການສຳນຶກດັ່ງນີ້ວ່າ
“ຈິຕຂອງເຮົາຈັກບໍ່ປັ່ນປ່ວນ ເຮົາຈັກບໍ່ກ່າວວາຈາອັນເປັນບາບ ເຮົາຈັກເປັນຜູ້ມີຈິຕອິດູເກື້ອກູນ ມີຈິຕປະກອບດ້ວຍເມຕຕາ ບໍ່ມີໂທສະໃນພາຍໃນ ຢູ່, ຈັກມີຈິຕສະຫະຣະຄະຕະດ້ວຍເມຕຕາແຜ່ໄປຍັງບຸກຄົນນັ້ນຢູ່ ແລະຈັກມີຈິຕສະຫະຣະຄະຕະດ້ວຍເມຕຕາ ອັນເປັນຈິຕໄພບູນ ໃຫຍ່ຫຼວງ ບໍ່ມີປະມານ ບໍ່ມີເວຣ ບໍ່ມີພະຍາບາດ ແຜ່ໄປສູ່ໂລກເຖິງທີ່ສຸດ ທຸກທິສທາງ ມີບຸກຄົນນັ້ນເປັນອາຣົມ ແລ້ວແລຢູ່” ດັ່ງນີ້.
ຄະຣາວາສຊັ້ນເລີດ
ພິກຂຸທັງຫຼາຍ ! ເຈົ້າຈົ່ງປູກການສຳນຶກຢ່າງນີ້ ແລ.
ພິກຂຸທັງຫຼາຍ ! ຖ້າໂຈຣຜູ້ຄອຍຊ່ອງຍ່ອມເລື່ອຍອະໄວຍະວະນ້ອຍໃຫຍ່ຂອງໃຜຜູ້ໜຶ່ງດ້ວຍເລື່ອຍມີດ້າມສອງຂ້າງ ຜູ້ໃດມີໃຈປະທຸສະຮ້າຍໃນໂຈຣນັ້ນ ຜູ້ນັ້ນຊື່ວ່າບໍ່ເຮັດຕາມຄຳສອນຂອງເຮົາ ເພາະເຫດທີ່ມີໃຈປະທຸສະຮ້າຍຕໍ່ໂຈຣນັ້ນ.
ພິກຂຸທັງຫຼາຍ ! ໃນກໍລະນີນັ້ນ ເຈົ້າຈົ່ງທຳການສຳນຶກຢ່າງນີ້ວ່າ
“ຈິຕຂອງເຮົາຈັກບໍ່ປັ່ນປ່ວນ ເຮົາຈັກບໍ່ກ່າວວາຈາອັນເປັນບາບ ເຮົາຈັກເປັນຜູ້ມີຈິຕອິດູເກື້ອກູນ ມີຈິຕປະກອບດ້ວຍເມຕຕາ ບໍ່ມີໂທສະໃນພາຍໃນ ຢູ່, ຈັກມີຈິຕສະຫະຣະຄະຕະດ້ວຍເມຕຕາແຜ່ໄປຍັງບຸກຄົນນັ້ນ ຢູ່ ແລະຈັກມີຈິຕສະຫະຣະຄະຕະດ້ວຍເມຕຕາ ອັນເປັນຈິຕໄພບູນ ໃຫຍ່ຫຼວງ ບໍ່ມີປະມານ ບໍ່ມີເວຣ ບໍ່ມີພະຍາບາດ ແຜ່ໄປສູ່ໂລກເຖິງທີ່ສຸດ ທຸກທິສທາງ ມີບຸກຄົນນັ້ນເປັນອາຣົມ ແລ້ວແລຢູ່” ດັ່ງນີ້.
ພິກຂຸທັງຫຼາຍ ! ເຈົ້າຈົ່ງປູກການສຳນຶກຢ່າງນີ້ ແລ.
ຄະຣາວາສຊັ້ນເລີດ
ພິກຂຸທັງຫຼາຍ ! ເຈົ້າຈົ່ງກະທຳໃນໃຈເຖິງໂອວາດ ອັນປຽບດ້ວຍເລື່ອຍນີ້ ຢູ່ເນື່ອງໆ ເທີ້ນ.
ພິກຂຸທັງຫຼາຍ ! ເມື່ອເຈົ້າກະທຳໃນໃຈເຖິງໂອວາດນັ້ນຢູ່ ເຈົ້າຈະໄດ້ເຫັນທາງແຫ່ງການກ່າວຫາເລັກນ້ອຍຫຼືໃຫຍ່ ທີ່ພວກເຈົ້າອົດກັ້ນ ບໍ່ໄດ້ ຢູ່ອີກຫຼື ?
“ຂໍ້ນັ້ນຫາບໍ່ໄດ້ ຂ້ານ້ອຍ ! ”.
ພິກຂຸທັງຫຼາຍ ! ເພາະເຫດນັ້ນໃນເລື່ອງນີ້ພວກເຈົ້າທັງຫຼາຍ ຈົ່ງກະທຳໃນໃຈເຖິງໂອວາດທີ່ປຽບດ້ວຍເລື່ອຍນີ້ ຢູ່ເປັນປະຈຳເທີ້ນ ນັັ້ນຈັກເປັນໄປເພື່ອປະໂຍຊນ໌ເກື້ອກູນແລະຄວາມສຸຂແກ່ພວກເຈົ້າທັງຫຼາຍຕະຫຼອດກາລະນານ.
ຄະຣາວາສຊັ້ນເລີດ
“ຈົ່ງສຶກສາວ່າ ເຮົາຈະບໍ່ເວົ້າຖ້ອຍຄໍາ
ເຊິ່ງຈະເປັນເຫດໃຫ້ຜິດຖຽງກັນ
ເມື່ອມີຖ້ອຍຄໍາເຊິ່ງຈະເປັນເຫດໃຫ້ຜິດຖຽງກັນ
ກໍຈໍາເປັນຕ້ອງຫວັງການເວົ້າຫຼາຍ
ເມື່ອມີການເວົ້າຫຼາຍ ຍ່ອມຄິດຟຸ້ງຊ້ານ








