ຄະຣາວາສຊັ້ນເລີດ
ໜ້າ/ 41
ກໍເມື່ອຖືກຄົນຖາມເຖິງຄວາມບໍ່ດີຂອງຜູ້ອື່ນ
ກໍນໍາເອົາບັນຫາໄປເຮັດໃຫ້ບໍ່ມີທາງຫຼີກລ້ຽງຫຼຸດໜ້ອຍ
ແລ້ວກ່າວຄວາມບໍ່ດີຂອງຜູ້ອື່ນຢ່າງເຕັມທີ່
ໂດຍພິສະດານ
ພິກຂຸທັງຫຼາຍ ! ຂໍ້ນີ້ຈົ່ງຮູ້ກັນເທີ້ນວ່າ
ບຸກຄົນຜູ້ນີ້ ເປັນອະສັຕຕະບຸຣຸສ.
- ບາລີ ຈຕຸກກ. ອັງ. ໒໑/໑໐໐/໗໓.
ຄະຣາວາສຊັ້ນເລີດ
ວາຈາຂອງອະສັຕຕະບຸຣຸສ ໑໔
- ບາລີ ຈຕຸກກ. ອັງ. ໒໑/໑໐໐/໗໓.
ພິກຂຸທັງຫຼາຍ ! ບຸກຄົນປະກອບດ້ວຍທັມ ໔ ປະການ ເປັນທີ່ຮູ້ຈັກກັນວ່າເປັນ ອະສັຕຕະບຸຣຸສ.
໔ ປະການ ແນວໃດໜໍ ? ໔ ປະການຄື:
(໑) ພິກຂຸທັງຫຼາຍ ! ອະສັຕຕະບຸຣຸສໃນກໍລະນີນີ້ ຄື ແມ່ນວ່າບໍ່ມີໃຜຖາມເຖິງຄວາມບໍ່ດີຂອງບຸກຄົນອື່ນ ກໍເອົາມາເປີດເຜີຍໃຫ້ປາກົດ ບໍ່ຕ້ອງກ່າວເຖິງເມື່ອຖືກຄົນຖາມ; ກໍເມື່ອຖືກຄົນຖາມເຖິງຄວາມບໍ່ດີຂອງຜູ້ອື່ນ ກໍນຳເອົາບັນຫາໄປເຮັດໃຫ້ບໍ່ມີທາງຫຼີກລ້ຽງຫຼຸດໜ້ອຍລົງ ແລ້ວກ່າວຄວາມບໍ່ດີຂອງຄົນອື່ນຢ່າງເຕັມທີ່ໂດຍພິສະດານ. ພິກຂຸທັງຫຼາຍ ! ຂໍ້ນີ້ຈົ່ງຮູ້ກັນເທີ້ນວ່າ ຄົນຜູ້ນີ້ເປັນ ອະສັຕຕະບຸຣຸສ.
(໒) ພິກຂຸທັງຫຼາຍ ! ອະສັຕຕະບຸຣຸສຢ່າງອື່ນຍັງມີອີກ ຄື ແມ່ນວ່າຖືກຄົນຖາມເຖິງຄວາມດີຂອງຜູ້ອື່ນ ກໍບໍ່ເອົາມາເປີດເຜີຍໃຫ້ປາກົດ ບໍ່ຕ້ອງກ່າວເຖິງເມື່ອບໍ່ຖືກໃຜຖາມ; ກໍເມື່ອຖືກຄົນຖາມເຖິງຄວາມດີຂອງຜູ້ອື່ນ ກໍນຳເອົາບັນຫາໄປເຮັດໃຫ້ຫຼຸດໜ້ອຍໄຂວ່ເຂວ ແລ້ວກ່າວຄວາມດີຂອງຜູ້ອື່ນໂດຍບໍ່ພິສະດານເຕັມທີ່. ພິກຂຸທັງຫຼາຍ ! ຂໍ້ນີ້ຈົ່ງຮູ້ກັນເທີ້ນວ່າ ຄົນຜູ້ນີ້ເປັນ ອະສັຕຕະບຸຣຸສ.
ຄະຣາວາສຊັ້ນເລີດ
(໓) ພິກຂຸທັງຫຼາຍ ! ອະສັຕຕະບຸຣຸສຢ່າງອື່ນຍັງມີອີກ ຄື ແມ່ນວ່າຖືກຄົນຖາມເຖິງຄວາມບໍ່ດີຂອງຕົນ ກໍປົກປິດບໍ່ເປີດເຜີຍໃຫ້ປາກົດ ບໍ່ຕ້ອງກ່າວເຖິງເມື່ອບໍ່ຖືກຄົນຖາມ; ກໍເມື່ອຖືກຄົນຖາມເຖິງຄວາມບໍ່ດີຂອງຕົນ ກໍນຳເອົາບັນຫາໄປເຮັດໃຫ້ຫຼຸດໜ້ອຍໄຂວ່ເຂວ ແລ້ວກ່າວຄວາມບໍ່ດີຂອງຕົນຢ່າງບໍ່ພິສະດານເຕັມທີ່. ພິກຂຸທັງຫຼາຍ ! ຂໍ້ນີ້ຈົ່ງຮູ້ກັນເທີ້ນວ່າ ຄົນຜູ້ນີ້ເປັນ ອະສັຕຕະບຸຣຸສ.
(໔) ພິກຂຸທັງຫຼາຍ ! ອະສັຕຕະບຸຣຸສຢ່າງອື່ນຍັງມີອີກ ຄື ແມ່ນວ່າບໍ່ມີໃຜຖາມເຖິງຄວາມດີຂອງຕົນ ກໍເອົາມາໂອ້ອວດເປີດເຜີຍ ບໍ່ຕ້ອງກ່າວເຖິງເມື່ອຖືກຄົນຖາມ ກໍເມື່ອຖືກຄົນຖາມເຖິງຄວາມດີຂອງຕົນ ກໍນຳເອົາບັນຫາໄປເຮັດໃຫ້ບໍ່ຫຼຸດໜ້ອຍຖອຍລົງ ກ່າວຄວາມດີຂອງຕົນຢ່າງເຕັມທີ່ໂດຍພິສະດານ. ພິກຂຸທັງຫຼາຍ ! ຂໍ້ນີ້ຈົ່ງຮູ້ກັນເທີ້ນວ່າ ຄົນຜູ້ນີ້ ເປັນອະສັຕຕະບຸຣຸສ.
ພິກຂຸທັງຫຼາຍ ! ບຸກຄົນປະກອບດ້ວຍທັມ ໔ ປະການ ເຫຼົ່ານີ້ແລ ເປັນທີ່ຮູ້ຈັກກັນວ່າ ເປັນອະສັຕຕະບຸຣຸສ.
ຄະຣາວາສຊັ້ນເລີດ
“ຄວາມຫວັ່ນໄຫວສັ່ນຄອນແຫ່ງກາຍກໍຕາມ
ຄວາມຫວັ່ນໄຫວສັ່ນຄອນແຫ່ງຈິຕກໍຕາມ
ຍ່ອມມີບໍ່ໄດ້ ເພາະການຈະເຣີນ ຝຶກໃຫ້ຫຼາຍ
ເຊິ່ງອານາປານະສະຕິສະມາທິ”
- ບາລີ ມຫາວາຣ. ສັງ. ໑໙/໓໙໙/໑໓໒໒.
ຄະຣາວາສຊັ້ນເລີດ
ວິທີປະຕິບັດທາງຈິຕ
ເມື່ອຖືກຕິຕຽນຫຼືຖືກທຳຮ້າຍຮ່າງກາຍ ໑໕
- ບາລີ ມູ. ມ. ໑໒/໒໕໐/໒໖໔.
ຜັກຄຸນະ ! ຖ້າມີຄົນກ່າວຕິຕຽນເຈົ້າຕໍ່ໜ້າ
ຜັກຄຸນະ ! ໃນກໍລະນີເຊັ່ນນັ້ນ ເຈົ້າຈົ່ງລະສັນທະແລະວິຕົກ ຊະນິດທີ່ເປັນວິສັຍແຫ່ງຊາວບ້ານເສຍ.
ຜັກຄຸນະ ! ໃນກໍລະນີເຊັ່ນນັ້ນ ເຈົ້າຈົ່ງທຳຄວາມສຳນຶກຢ່າງນີ້ວ່າ
“ຈິຕຂອງເຮົາຈັກບໍ່ປັ່ນປ່ວນ ເຮົາຈັກບໍ່ກ່າວວາຈາອັນເປັນບາບ ເຮົາຈັກເປັນຜູ້ມີຈິຕອິດູເກື້ອກູນ ມີຈິຕປະກອບດ້ວຍເມຕຕາ ບໍ່ມີໂທສະໃນພາຍໃນ” ດັ່ງນີ້.
ຜັກຄຸນະ ! ເຈົ້າຈົ່ງປູກຄວາມສຳນຶກຢ່າງນີ້.
ຜັກຄຸນະ ! ຖ້າມີຄົນປະຫານເຈົ້າດ້ວຍຝ່າມື ດ້ວຍກ້ອນຫີນ ດ້ວຍທ່ອນໄມ້ ຫຼືດ້ວຍສາດຕຣາ;
ຄະຣາວາສຊັ້ນເລີດ








