ຄະຣາວາສຊັ້ນເລີດ
ໜ້າ/ 41
ສະມະນະພຣາມເຫຼົ່ານັ້ນ ຄັນຍິນດີຍິ່ງໃນສັງຂາຣທັງຫຼາຍ ເຊັ່ນນັ້ນແລ້ວ ຍ່ອມປຸງແຕ່ງຊຶ່ງສັງຂາຣທັງຫຼາຍ ອັນເປັນໄປພ້ອມເພື່ອຊາຕ ຊະຣາ ມະຣະນະ ໂສກະປະຣິເທວະ ທຸກຂະໂທມະນັສສະອຸປາຍາສະ;
ສະມະນະພຣາມເຫຼົ່ານັ້ນ ຄັນປຸງແຕ່ງເຊິ່ງສັງຂາຣທັງຫຼາຍ ເຊັ່ນນັ້ນແລ້ວ, ຍ່ອມຮ້ອນເພາະຄວາມຮ້ອນແຫ່ງຊາຕ(ຄວາມເກີດ) ແດ່; ຍ່ອມຮ້ອນເພາະຄວາມຮ້ອນແຫ່ງຊະຣາແດ່, ຍ່ອມຮ້ອນເພາະຄວາມຮ້ອນແຫ່ງມະຣະນະແດ່,
ຄະຣາວາສຊັ້ນເລີດ
ຍ່ອມຮ້ອນເພາະຄວາມຮ້ອນແຫ່ງ ໂສກະປະຣິເທວະ ທຸກຂະໂທມະນັສສະອຸປາຍາສະແດ່:
ເຮົາກ່າວວ່າ “ສະມະນະພຣາມເຫຼົ່ານັ້ນ ຍ່ອມບໍ່ພົ້ນຈາກຊາຕຊະຣາມະຣະນະ ໂສກະປະຣິເທວະ ທຸກຂະໂທມະນັສສະອຸປາຍາສະທັງຫຼາຍ ຄືບໍ່ພົ້ນຈາກທຸກຂ໌” ດັ່ງນີ້.
ຄະຣາວາສຊັ້ນເລີດ
ເຖິງແມ່ນວ່າມີຄົນຖາມເຖິງຄວາມບໍ່ດີຂອງຜູ້ອື່ນ
ກໍບໍ່ເປີດເຜີຍໃຫ້ປາກົດ
ຈະກ່າວອິຫຍັງເຖິງເມື່ອບໍ່ຖືກຄົນຖາມ.
ກໍເມື່ອຖືກຄົນຖາມເຖິງຄວາມບໍ່ດີຂອງຜູ້ອື່ນ
ກໍນໍາເອົາບັນຫາໄປເຮັດໃຫ້ຫຼີກລ້ຽງຫຼຸດໜ້ອຍລົງ
ກ່າວຄວາມບໍ່ດີຂອງຜູ້ອື່ນຢ່າງບໍ່ພິສະດານເຕັມທີ່
ພິກຂຸທັງຫຼາຍ ! ຂໍ້ນີ້ຈົ່ງຮູ້ກັນເທີ້ນວ່າ
ບຸກຄົນຜູ້ນີ້ ເປັນສັຕຕະບຸຣຸສ.
- ບາລີ ຈຕຸກກ. ອັງ. ໒໑/໑໐໐/໗໓.
ຄະຣາວາສຊັ້ນເລີດ
ວາຈາຂອງສັຕຕະບຸຣຸສ ໑໓
- ບາລີ ຈຕຸກກ. ອັງ. ໒໑/໑໐໐/໗໓.
ພິກຂຸທັງຫຼາຍ ! ບຸກຄົນປະກອບດ້ວຍທັມ ໔ ປະການ ເປັນທີ່ຮູ້ກັນວ່າ ເປັນສັຕຕະບຸຣຸສ
໔ ປະການ ແນວໃດໜໍ ? ໔ ປະການຄື:
(໑) ພິກຂຸທັງຫຼາຍ ! ສັຕຕະບຸຣຸສໃນກໍລະນີນີ້ ແມ່ນວ່າມີຄົນຖາມເຖິງຄວາມບໍ່ດີຂອງຜູ້ອື່ນ ກໍບໍ່ເປີດເຜີຍໃຫ້ປາກົດ ຈະກ່າວອິຫຍັງເມື່ອບໍ່ຖືກໃຜຖາມ; ກໍເມື່ອຖືກຄົນຖາມເຖິງຄວາມບໍ່ດີຂອງບຸກຄົນອື່ນ ກໍນຳເອົາບັນຫາໄປເຮັດໃຫ້ຫຼີກລ້ຽງຫຼຸດໜ້ອຍລົງ ກ່າວຄວາມບໍ່ດີຂອງຜູ້ອື່ນ ຢ່າງບໍ່ພິສະດານເຕັມທີ່. ພິກຂຸທັງຫຼາຍ ! ຂໍ້ນີ້ຈົ່ງຮູ້ກັນເທີ້ນວ່າຄົນຜູ້ນີ້ ເປັນສັຕຕະບຸຣຸສ.
(໒) ພິກຂຸທັງຫຼາຍ ! ສັຕຕະບຸຣຸສຢ່າງອື່ນຍັງມີອີກ ຄື ແມ່ນວ່າບໍ່ຖືກໃຜຖາມຢູ່ເຖິງຄວາມດີຂອງບຸກຄົນອື່ນ ກໍຍັງເອົາມາເປີດເຜີຍໃຫ້ປາກົດ ຈະຕ້ອງກ່າວອິຫຍັງເມື່ອຖືກຄົນຖາມ ກໍເມື່ອຖືກຄົນຖາມເຖິງຄວາມດີຂອງຜູ້ອື່ນ ກໍນຳເອົາບັນຫາໄປເຮັດໃຫ້ບໍ່ຫຼີກລ້ຽງຫຼຸດໜ້ອຍລົງ ກ່າວຄວາມດີຂອງຜູ້ອື່ນໂດຍພິສະດານບໍຣິບູນ. ພິກຂຸທັງຫຼາຍ ! ຂໍ້ນີ້ຈົ່ງຮູ້ກັນເທີ້ນວ່າຄົນຜູ້ນີ້ ເປັນສັຕຕະບຸຣຸສ.
ຄະຣາວາສຊັ້ນເລີດ
(໓) ພິກຂຸທັງຫຼາຍ ! ສັຕຕະບຸຣຸສຢ່າງອື່ນຍັງມີອີກ ຄື ແມ່ນວ່າບໍ່ມີໃຜຖາມເຖິງຄວາມບໍ່ດີຂອງຕົນ ກໍຍັງເອົາມາເປີດເຜີຍເຮັດໃຫ້ປາກົດ; ຈະເມື່ອຍກ່າວເຖິງຫຍັງເມື່ອຖືກຄົນຖາມໜໍ ກໍເມື່ອຖືກຄົນຖາມເຖິງຄວາມບໍ່ດີຂອງຕົນ ກໍບໍ່ນຳເອົາບັນຫາໄປຫາທາງເຮັດໃຫ້ຫຼຸດໜ້ອຍຜັນປີ້ນ ແຕ່ກ່າວຄວາມບໍ່ດີຂອງຕົນໂດຍພິສະດານເຕັມທີ່. ພິກຂຸທັງຫຼາຍ ! ຂໍ້ນີ້ຈົ່ງຮູ້ກັນເທີ້ນວ່າ ຄົນຜູ້ນີ້ເປັນ ສັຕຕະບຸຣຸສ.
(໔) ພິກຂຸທັງຫຼາຍ ! ສັຕຕະບຸຣຸສຢ່າງອື່ນຍັງມີອີກ ຄື ແມ່ນວ່າມີຄົນຖາມເຖິງຄວາມດີຂອງຕົນ ກໍບໍ່ເປີດເຜີຍໃຫ້ປາກົດ; ຈະເມື່ອຍກ່າວເຖິງຫຍັງເມື່ອບໍ່ຖືກຄົນຖາມໜໍ ກໍເມື່ອຖືກຄົນຖາມເຖິງຄວາມດີຂອງຕົນ ກໍນຳເອົາບັນຫາໄປຫາທາງເຮັດໃຫ້ຫຼຸດໜ້ອຍຜັນປີ້ນ ກ່າວຄວາມດີຂອງຕົນໂດຍບໍ່ພິສະດານເຕັມທີ່. ພິກຂຸທັງຫຼາຍ ! ຂໍ້ນີ້ຈົ່ງຮູ້ກັນເທີ້ນວ່າ ຄົນຜູ້ນີ້ເປັນ ສັຕຕະບຸຣຸສ.
ພິກຂຸທັງຫຼາຍ ! ບຸກຄົນປະກອບດ້ວຍທັມ ໔ ປະການ ເຫຼົ່ານີ້ແລ ເປັນທີ່ຮູ້ຈັກກັນວ່າເປັນສັຕຕະບຸຣຸສ.
ຄະຣາວາສຊັ້ນເລີດ
ເຖິງແມ່ນວ່າບໍ່ມີຄົນຖາມເຖິງຄວາມບໍ່ດີຂອງຜູ້ອື່ນ
ກໍນໍາເອົາມາເປີດເຜີຍໃຫ້ປາກົດ
ຈະກ່າວອິຫຍັງເຖິງເມື່ອຖືກຄົນຖາມ








