ຄະຣາວາສຊັ້ນເລີດ
ໜ້າ/ 41
ຄວນສັນເສີນໂດຍຖານະທີສາມ ໃນຂໍ້ທີ່ເຂົາ ແບ່ງປັນໂພຄະຊັບ ບຳເພັນບຸນຍ໌,
ຄະຣາວາສຊັ້ນເລີດ
ຄວນສັນເສີນໂດຍຖານະທີສີ່ ໃນຂໍ້ທີ່ເຂົາບໍ່ກຳໜັດມົວເມົາ ບໍ່ລືມຫຼົງ ມີປົກກະຕິເຫັນໂທສ ມີປັນຍາໃນເຄື່ອງສະລັດອອກ ບໍຣິໂພກໂພຄະຊັບເຫຼົ່ານັ້ນ.
ຄະຫະບໍດີ ! ກາມໂພຄີນີ້ ຄວນສັນເສີນໂດຍຖານະທັງສີ່ເຫຼົ່ານີ້.
ຄະຫະບໍດີ ! ກາມໂພຄີຈຳພວກນີ້ ເປັນກາມໂພຄີຊັ້ນເລີດ ຊັ້ນປະເສີດ ຊັ້ນຫົວໜ້າ ຊັ້ນສູງສຸດ ຊັ້ນບໍວອນກວ່າກາມໂພຄີທັງຫຼາຍ, ປຽບເໝືອນນົມສົດເກີດຈາກແມ່ງົວ ນົມສົ້ມເກີດຈາກນົມສົດ ເນີຍຂຸ້ນເກີດຈາກນົມສົ້ມ ເນີຍໃສເກີດຈາກເນີຍຂຸ້ນ ຫົວເນີຍໃສເກີດຈາກເນີຍໃສ; ຫົວເນີຍໃສປາກົດວ່າດີເລີດກວ່າບັນດາຣົສອັນເກີດມາຈາກງົວທັງຫຼາຍເຫຼົ່ານັ້ນ, ຂໍ້ນີ້ເຊັ່ນໃດ; ກາມໂພຄີຈຳພວກນີ້ ກໍປາກົດວ່າດີເລີດກວ່າ ກາມໂພຄີທັງຫຼາຍເຫຼົ່ານັ້ນ ເຊັ່ນນັ້ນແລ.
ຄະຣາວາສຊັ້ນເລີດ
ນະຣົກທີ່ຮ້າຍແຮງຂອງມະນຸສ ໑໒
- ບາລີ ມຫາວາຣ. ສັງ. ໑໙/໕໖໒/໑໗໓໑.
ພິກຂຸທັງຫຼາຍ ! ນະຣົກຊື່ວ່າ ມະຫາປະຣິລາຫະ ມີຢູ່
ໃນນະຣົກນັ້ນ ບຸກຄົນຍັງເຫັນຮູບຢ່າງໃດຢ່າງໜຶ່ງໄດ້ດ້ວຍຈັກຂຸ (ຕາ)
ແຕ່ໄດ້ເຫັນຮູບທີ່ບໍ່ໜ້າປາຖນາຢ່າງດຽວ ບໍ່ເຫັນຮູບທີ່ໜ້າປາຖນາເລີຍ;
ເຫັນຮູບທີ່ບໍ່ໜ້າຮັກໃຄ່ຢ່າງດຽວ ບໍ່ເຫັນຮູບທີ່ໜ້າຮັກໃຄ່ເລີຍ
ເຫັນຮູບທີ່ບໍ່ໜ້າພໍໃຈຢ່າງດຽວ ບໍ່ເຫັນຮູບທີ່ໜ້າພໍໃຈເລີຍ
ໃນນະຣົກນັ້ນ ບຸກຄົນຍັງຟັງສຽງຢ່າງໃດຢ່າງໜຶ່ງໄດ້ດ້ວຍໂສຕະ (ຫູ)....
ໃນນະຣົກນັ້ນ ບຸກຄົນຍັງດົມກິ່ນຢ່າງໃດຢ່າງໜຶ່ງໄດ້ ດ້ວຍຄານະ (ດັງ)....
ໃນນະຣົກນັ້ນ ບຸກຄົນຍັງຊີມຣົສຢ່າງໃດຢ່າງໜຶ່ງໄດ້ດ້ວຍຊິວຫາ (ລີ້ນ)....
ໃນນະຣົກນັ້ນ ບຸກຄົນຍັງຖືກຕ້ອງໂຜຕຖັບພະຢ່າງໃດຢ່າງໜຶ່ງໄດ້ດ້ວຍກາຍ....
ໃນນະຣົກນັ້ນ ບຸກຄົນຍັງຮູ້ສຶກທັມມາຣົມຢ່າງໃດຢ່າງໜຶ່ງໄດ້ດ້ວຍມະໂນ (ໃຈ)
ຄະຣາວາສຊັ້ນເລີດ
ແຕ່ໄດ້ຮູ້ສຶກທັມມາຣົມທີ່ບໍ່ໜ້າປາຖນາຢ່າງດຽວ ບໍ່ໄດ້ຮູ້ສຶກທັມມາຣົມທີ່ໜ້າປາຖນາເລີຍ;
ໄດ້ຮູ້ສຶກທັມມາຣົມທີ່ບໍ່ໜ້າຮັກໃຄ່ຢ່າງດຽວ ບໍ່ໄດ້ຮູ້ສຶກທັມມາຣົມທີ່ໜ້າຮັກໃຄ່ເລີຍ;
ໄດ້ຮູ້ສຶກທັມມາຣົມທີ່ບໍ່ໜ້າພໍໃຈຢ່າງດຽວ ບໍ່ໄດ້ຮູ້ສຶກທັມມາຣົມທີ່ໜ້າພໍໃຈເລີຍ.
ເມື່ອພຣະຜູ້ມີພຣະພາຄເຈົ້າຕຣັດດັ່ງນີ້ແລ້ວ ພິກຂຸອົງຄ໌ໜຶ່ງໄດ້ທູນຖາມ ພຣະຜູ້ມີພຣະພາຄເຈົ້າວ່າ
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຄວາມຮ້ອນນັ້ນໃຫຍ່ຫຼວງໜໍ. ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຄວາມຮ້ອນນັ້ນໃຫຍ່ຫຼວງແທ້ໜໍ. ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ມີຢູ່ບໍຂ້ານ້ອຍ ຄວາມຮ້ອນອື່ນທີ່ໃຫຍ່ຫຼວງກວ່າ ໜ້າຢ້ານກວ່າ ກວ່າຄວາມຮ້ອນນີ້”.
ພິກຂຸທັງຫາຍ ! ມີຢູ່ ຄວາມຮ້ອນອື່ນ ທີ່ໃຫຍ່ຫຼວງກວ່າ ໜ້າຢ້ານກວ່າ ກວ່າຄວາມຮ້ອນນີ້.
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຄວາມຮ້ອນອື່ນ ທີ່ໃຫຍ່ຫຼວງກວ່າ ໜ້າຢ້ານກວ່າ ກວ່າຄວາມຮ້ອນນີ້ເປັນແນວໃດໜໍ ?”
ຄະຣາວາສຊັ້ນເລີດ
ພິກຂຸທັງຫຼາຍ ! ກໍສະມະນະ ຫຼືພຣາມເຫຼົ່າໃດເຫຼົ່າໜຶ່ງ ຍ່ອມບໍ່ຮູ້ແຈ່ມແຈ້ງຕາມຄວາມເປັນຈິງ
ວ່າ “ທຸກຂ໌ ເປັນຢ່າງນີ້ໆ”;
ວ່າ “ເຫດໃຫ້ເກີດແຫ່ງທຸກຂ໌ ເປັນຢ່າງນີ້ໆ”
ວ່າ “ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນຢ່າງນີ້ໆ”
ວ່າ “ຂໍ້ປະຕິບັດເຄື່ອງທຳສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນຢ່າງນີ້ໆ”;
ສະມະນະພຣາມເຫຼົ່ານັ້ນ ຍ່ອມຍິນດີຍິ່ງໃນສັງຂາຣທັງ ຫຼາຍ ອັນເປັນໄປພ້ອມເພື່ອຊາຕ ຊະຣາ ມະຣະນະ ໂສກະປະຣິເທວະ ທຸກຂະໂທມະນັສສະອຸປາຍາສະ;








