ຄະຣາວາສຊັ້ນເລີດ
ໜ້າ/ 41
໑. ສັດທາສັມປະທາ (ຄວາມເຖິງພ້ອມດ້ວຍສັດທາ)
໒. ສີລະສັມປະທາ (ຄວາມເຖິງພ້ອມດ້ວຍສີລ)
໓. ຈາຄະສັມປະທາ (ຄວາມເຖິງພ້ອມດ້ວຍການບໍຣິຈາກ)
໔. ປັນຍາສັມປະທາ (ຄວາມເຖິງພ້ອມດ້ວຍປັນຍາ).
ພະຍັກຄະປັດຊະ ! ສັດທາສັມປະທາ ເປັນແນວໃດໜໍ ?
ພະຍັກຄະປັດຊະ ! ກຸນລະບຸຕໃນກໍລະນີນີ້ ເປັນຜູ້ມີສັດທາ ເຊື່ອປັນຍາຕຣັສຮູ້ຂອງຕະຖາຄົຕວ່າ “ເພາະເຫດຢ່່າງນີ້ໆ ພຣະຜູ້ມີພຣະພາຄເຈົ້ານັ້ນ ເປັນຜູ້ໄກຈາກກິເລສ ເປັນຜູ້ຕຣັສຮູ້ຊອບໄດ້ໂດຍພຣະອົງຄ໌ເອງ ເປັນຜູ້ເຖິງພ້ອມດ້ວຍວິຊຊາແລະຂໍ້ປະຕິບັດໃຫ້ເຖິງວິຊຊາ ເປັນຜູ້ໄປແລ້ວດ້ວຍດີ ເປັນຜູ້ຮູ້ໂລກຢ່າງແຈ່ມແຈ້ງ ເປັນຜູ້ສາມາດຝຶກຄົນທີ່ຄວນ
ຄະຣາວາສຊັ້ນເລີດ
ຝຶກໄດ້ຢ່າງບໍ່ມີໃຜຍິ່ງກວ່າ ເປັນຄຣູຜູ້ສອນຂອງເທວະດາແລະມະນຸສທັງຫຼາຍ ເປັນຜູ້ຮູ້ ຜູ້ຕື່ນ ຜູ້ເບີກບານດ້ວຍທັມ ເປັນຜູ້ມີຄວາມຈະເຣີນຈຳແນກທັມສັ່ງສອນສັຕ” ດັ່ງນີ້.
ພະຍັກຄະປັດຊະ ! ນີ້ຮຽກວ່າ ສັດທາສັມປະທາ .
ພະຍັກຄະປັດຊະ ! ສີລະສັມປະທາ ເປັນແນວໃດໜໍ ?
ພະຍັກຄະປັດຊະ ! ກຸນລະບຸຕໃນກໍລະນີນີ້ເປັນຜູ້ເວັ້ນຂາດ ຈາກປານາຕິບາຕ, ເປັນຜູ້ເວັ້ນຂາດຈາກອະທິນນາທານ, ເປັນຜູ້ເວັ້ນຂາດຈາກກາເມສຸມິດສາຈາຣ, ເປັນຜູ້ເວັ້ນຂາດຈາກມຸສາວາດ, ເປັນຜູ້ເວັ້ນຂາດຈາກສຸຣາເມຣະຍະມັຊຊະປະມາທັຕຖານ.
ພະຍັກຄະປັດຊະ ! ນີ້ຮຽກວ່າ ສີລະສັມປະທາ
ພະຍັກຄະປັດຊະ ! ຈາຄະສັມປະທາ ເປັນແນວໃດໜໍ ?
ພະຍັກຄະປັດຊະ ! ກຸນລະບຸຕໃນກໍລະນີນີ້ ມີໃຈປາສະຈາກຄວາມຂີ້ຖີ່ອັນເປັນມົນທິນ ຢູ່ຄອງເຮືອນ ມີຈາຄະ ອັນປ່ອຍຢູ່ເປັນປະຈຳ ມີຝ່າມືອັນຊຸ່ມເປັນປົກກະຕິ ຍິນດີແລ້ວໃນການສະລະ ຄວນແກ່ການຂໍ ຍິນດີແລ້ວໃນການຈຳແນກທານ.
ພະຍັກຄະປັດຊະ ! ນີ້ຮຽກວ່າ ຈາຄະສັມປະທາ.
ຄະຣາວາສຊັ້ນເລີດ
ພະຍັກຄະປັດຊະ ! ປັນຍາສັມປະທາ ເປັນແນວໃດໜໍ ?
ພະຍັກຄະປັດຊະ ! ກຸນລະບຸຕໃນກໍລະນີນີ້ ເປັນຜູ້ມີປັນຍາ ປະກອບດ້ວຍປັນຍາເຄື່ອງໃຫ້ເຖິງສັຈຈະແຫ່ງການເກີດດັບ ເປັນເຄື່ອງໄປຈາກຂ້າເສິກ ເປັນເຄື່ອງເຈາະແທງແຫ່ງກິເລສ ເປັນເຄື່ອງເຖິງເຊິ່ງຄວາມສິ້ນໄປແຫ່ງທຸກຂ໌ໂດຍຊອບ.
ພະຍັກຄະປັດຊະ ! ນີ້ຮຽກວ່າ ປັນຍາສັມປະທາ.
ພະຍັກຄະປັດຊະ ! ທັມ ໔ ປະການເຫຼົ່ານີ້ແລ ເປັນທັມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຂອງກຸນລະບຸຕ ໃນສັມປະຣາຍະ (ໃນເວລາຖັດຕໍ່ໄປ).
ຄະຣາວາສຊັ້ນເລີດ
ກາມໂພຄີ(ຜູ້ບໍຣິໂພກກາມ)ບຸກຄົນຜູ້ສະແຫວງຫາຊັບ
ໂດຍຊອບທັມ ໂດຍບໍ່ເຄັ່ງຄຽດ
ຄັນສະແຫວງຫາໄດ້ແລ້ວ ຍ່ອມລ້ຽງຕົນໃຫ້ເປັນສຸຂ
ໃຫ້ອີ່ມພໍ ແຈກຢາຍ ສ້າງສົມບຸນຍ໌
ແລະເປັນຜູ້ບໍ່ກໍາໜັດ ບໍ່ໝົກໝຸ້ນ ບໍ່ຈົດຈໍ່ ເຫັນໂທສ
ມີປັນຍາເປັນເຄື່ອງສະລັດອອກ ບໍຣິໂພກຊັບນັ້ັນ
ນີ້ເປັນຜູ້ດີເລີດປະເສີດ ເປັນໃຫຍ່ສູງສຸດ.
- ບາລີ ທສກ. ອັງ. ໒໔/໑໙໔/໙໑.
ຄະຣາວາສຊັ້ນເລີດ
ຄະຣາວາສຊັ້ນເລີດ ໑໑
- ບາລີ ທສກ. ອັງ. ໒໔/໑໙໔/໙໑.
ຄະຫະບໍດີ ! ໃນບັນດາກາມໂພຄີເຫຼົ່ານັ້ນ ກາມໂພຄີຜູ້ໃດ ສະແຫວງຫາໂພຄະຊັບໂດຍທັມ ໂດຍບໍ່ເຄັ່ງຄຽດດ້ວຍ, ຄັນສະແຫວງຫາໂພຄະຊັບໂດຍທັມ ໂດຍບໍ່ເຄັ່ງຄຽດແລ້ວສ້າງຕົນໃຫ້ເປັນສຸຂ ໃຫ້ອີ່ມພໍດ້ວຍ, ແບ່ງປັນໂພຄະຊັບບຳເພັນບຸນຍ໌ດ້ວຍ, ບໍ່ກຳໜັດ ບໍ່ມົວເມົາ ບໍ່ລືມຫຼົງ ມີປົກກະຕິເຫັນໂທສ ມີປັນຍາ ເປັນເຄື່ອງສະລັດອອກ ບໍຣິໂພກໂພຄະຊັບເຫຼົ່ານັ້ນຢູ່ດ້ວຍ.
ຄະຫະບໍດີ ! ກາມໂພຄີຜູ້ນີ້ ຄວນສັນເສີນໂດຍຖານະທັງສີ່ ຄື:
ຄວນສັນເສີນໂດຍຖານະທີໜຶ່ງ ໃນຂໍ້ທີ່ເຂົາ ສະແຫວງຫາໂພຄະຊັບໂດຍທັມໂດຍບໍ່ເຄັ່ງຄຽດ,
ຄວນສັນເສີນໂດຍຖານະທີສອງ ໃນຂໍ້ທີ່ເຂົາ ສ້າງຕົນໃຫ້ເປັນສຸຂໃຫ້ອີ່ມພໍ,








