ຄະຣາວາສຊັ້ນເລີດ

ໜ້າ/ 41

ພະຍັກຄະປັດຊະ ! ຜົລທີ່ຈະເກີດຂຶ້ນກໍເຊັ່ນນັ້ນ ສຳລັບໂພຄະຊັບທີ່ເກີດຂຶ້ນພ້ອມແລ້ວຢ່າງນີ້ ທີ່ມີປາກທາງແຫ່ງຄວາມເສື່ອມ ໔ ປະການ ຄື ຄວາມເປັນນັກເລງຍິງ ເປັນນັກເລງສຸຣາ ເປັນນັກເລງການພະນັນ ແລະມີມິຕສະຫາຍເພື່ອນຝູງຊົ່ວຊາມ.

ພະຍັກຄະປັດຊະ ! ປາກທາງແຫ່ງຄວາມຈະເຣີນ ໔ ປະການ ຂອງໂພຄະຊັບທີ່ເກີດຂຶ້ນພ້ອມແລ້ວຢ່າງນີ້ມີຢູ່ ຄື:

(໑) ຄວາມບໍ່ເປັນນັກເລງຍິງ

(໒) ບໍ່ເປັນນັກເລງສຸຣາ

(໓) ບໍ່ເປັນນັກເລງການພະນັນ

(໔) ແລະມີມິຕສະຫາຍເພື່ອນຝູງທີ່ດີງາມ.

ພະຍັກຄະປັດຊະ ! ປຽບເໝືອນທາງນ້ຳເຂົ້າ ໔ ທາງທາງນ້ຳອອກ ໔ ທາງ ຂອງບຶງໃຫຍ່, ບຸຣຸສເປີດທາງນ້ຳເຂົ້າເຫຼົ່ານັ້ນດ້ວຍ ແລະປິດທາງນ້ຳອອກເຫຼົ່ານັ້ນເສຍ ທັງຝົນກໍຕົກລົງມາຕາມທີ່ຄວນດ້ວຍ.

ຄະຣາວາສຊັ້ນເລີດ

ພະຍັກຄະປັດຊະ ! ເມື່ອເປັນຢ່າງນັ້ນ ມີແຕ່ຄວາມເຕັມປ່ຽມເທົ່ານັ້ນທີ່ຫວັງໄດ້ສຳຫຼັບບຶງໃຫຍ່ນັ້ນ ຄວາມເຫືອດແຫ້ງເປັນອັນບໍ່ຕ້ອງຫວັງ ນີ້ເຊັ່ນໃດ;

ພະຍັກຄະປັດຊະ ! ຜົລທີ່ຈະເກີດຂຶ້ນກໍເຊັ່ນນັ້ນ ສຳລັບໂພຄະທີ່ເກີດຂຶ້ນພ້ອມແລ້ວຢ່າງນີ້ ທີ່ມີປາກທາງແຫ່ງຄວາມຈະເຣີນ ໔ ປະການ ຄື : ຄວາມບໍ່ເປັນນັກເລງຍິງ ບໍ່ເປັນນັກເລງສຸຣາ ບໍ່ເປັນນັກເລງການພະນັນ ແລະມີມິຕສະຫາຍເພື່ອນຝູງທີ່ດີງາມ.

ພະຍັກຄະປັດຊະ ! ທັມທັງ ໔ ປະການເຫຼົ່ານີ້ແລ ເປັນທັມທີ່ເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຂອງກຸນລະບຸຕໃນທິຕຖະທັມ (ໃນປັດຈຸບັນ).

ຄະຣາວາສຊັ້ນເລີດ

ການຮູ້ອະຣິຍະສັຈຮີບຟ້າວກວ່າການດັບໄຟທີ່ກຳລັງໄໝ້ຢູ່ເທິງຫົວ

ພິກຂຸ ທ.! ເມື່ອໄຟໄໝ້ລຸກວາບໆ ຢູ່ທີ່ເສື້ອຜ້າກໍດີ ທີ່ເທິງຫົວກໍດີ ບຸກຄົນນັ້ນ ຄວນຈະເຮັດແນວໃດ ?

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ເມື່ອໄຟໄໝ້ລຸກວາບໆ ຢູ່ທີ່ເສື້ອຜ້າກໍດີ ທີ່ເທິງຫົວກໍດີ, ເພື່ອຈະດັບເສຍຊຶ່ງໄຟ ທີ່ເສື້ອຜ້າກໍດີ ທີ່ເທິງຫົວກໍດີ ສິ່ງທີ່ບຸກຄົນນັ້ນ ຄວນກະທຳໂດຍຍິ່ງ ກໍຄືສັນທະ ວາຍາມະ ອຸສສາຫະ ອຸສໂສລະຫີ ອັປປະຕິວານີ ສະຕິແລະສັມປະຊັນຍະ (ເພື່ອຈະດັບໄຟນັ້ນເສຍ).”

ພິກຂຸ ທ.! (ເຖິງແມ່ນຢ່າງນັ້ນກໍດີ) ວິນຍູຊົນ ຈະບໍ່ໃສ່ໃຈ ຈະບໍ່ເອົາໃຈໃສ່ກັບເສື້ອຜ້າກໍດີ ຫົວກໍດີ ທີ່ໄຟກຳລັງ(ໄໝ້)ລຸກວາບໆຢູ່; ແຕ່ຈະຮູ້ສຶກວ່າ ສິ່ງທີ່ຄວນກະທຳໂດຍຍິ່ງ ກໍຄືສັນທະ ວາຍາມະ ອຸສສາຫະ ອຸສໂສລະຫີ (ຂະຫຍັນຂັນແຂງ) ອັປປະຕິວານີ (ບໍ່ຖອຍຫຼັງ) ສະຕິແລະສັມປະຊັນຍະ ເພື່ອຮູ້ສະເພາະຕາມເປັນຈິງຊຶ່ງອະຣິຍະສັຈທັງສີ່ ທີ່ຕົນຍັງບໍ່ຮູ້ສະເພາະ. ອະຣິຍະສັຈສີ່ແນວໃດໜໍ ? ສີ່ຢ່າງຄືອະຣິຍະສັຈຄືທຸກຂ໌ ອະຣິຍະສັຈຄືເຫດໃຫ້ເກີດຂຶ້ນແຫ່ງທຸກຂ໌ ອະຣິຍະສັຈຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ອະຣິຍະສັຈຄືທາງດຳເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.

ພິກຂຸ ທ.! ເພາະເຫດນັ້ນ ໃນເລື່ອງນີ້ ເຈົ້າຕ້ອງປະກອບໂຍຄະກັມ ອັນເປັນເຄື່ອງເຮັດໃຫ້ຮູ້ວ່າ “ທຸກຂ໌ເປັນຢ່າງນີ້, ເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ເປັນຢ່າງນີ້, ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນຢ່າງນີ້, ທາງດຳເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນຢ່າງນີ້” ດັ່ງນີ້.

- ມຫາວາຣ. ສັງ. ໑໙/໕໕໐/໑໗໑໗.

ຄະຣາວາສຊັ້ນເລີດ

ທັມ ໔ ປະການນີ້

ຍ່ອມເປັນໄປເພື່ອປະໂຍຊນ໌

ເພື່ອຄວາມສຸຂໃນປັດຈຸບັນແກ່ກຸນລະບຸຕ

ທັມ ໔ ປະການເປັນແນວໃດ ? ຄື:

ສັດທາສັມປະທາ ໑

ສີລະສັມປະທາ ໑

ຈາຄະສັມປະທາ ໑

ປັນຍາສັມປະທາ ໑

- ບາລີ ອັຕຖກ. ອັງ. ໒໓/໒໘໙-໒໙໓/໑໔໔.

ຄະຣາວາສຊັ້ນເລີດ

ຫຼັກການດຳຣົງຊີບເພື່ອປະໂຍຊນ໌ສຸຂ

ໃນເວລາຖັດຕໍ່ໄປ ໑໐

- ບາລີ ອັຕຖກ. ອັງ. ໒໓/໒໘໙-໒໙໓/໑໔໔.

ພະຍັກຄະປັດຊະ ! ທັມ ໔ ປະການເຫຼົ່ານີ້ ເປັນທັມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຂອງກຸນລະບຸຕໃນ ສັມປະຣາຍະ (ໃນເວລາຖັດຕໍ່ໄປ) ໔ ປະການແນວໃດໜໍ ? ໔ ປະການ ຄື:

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ