ຄະຣາວາສຊັ້ນເລີດ

ໜ້າ/ 41

ພະຍັກຄະປັດຊະ ! ກຸນລະບຸຕໃນກໍລະນີນີ້ ຮູ້ຈັກຄວາມໄດ້ມາແຫ່ງໂພຄະຊັບ ຮູ້ຈັກຄວາມສິ້ນໄປແຫ່ງໂພຄະຊັບແລ້ວ ດຳຣົງຊີວິຕຢູ່ຢ່າງສະໝ່ຳສະເໝີ ບໍ່ຟຸມເຟືອຍຫຼາຍ ບໍ່ຝືດເຄືອງຫຼາຍ ໂດຍມີຫຼັກວ່າ “ລາຍໄດ້ຂອງເຮົາຈັກຖ້ວມລາຍຈ່າຍ ແລະລາຍຈ່າຍຂອງເຮົາຈັກບໍ່ຖ້ວມລາຍຮັບ ດ້ວຍອາການຢ່າງນີ້” ດັ່ງນີ້.

ພະຍັກຄະປັດຊະ ! ປຽບເໝືອນຄົນຖືຕາຊັ່ງຫຼືລູກນ້ອງຂອງເຂົາ ຍົກຕາຊັ່ງຂຶ້ນແລ້ວ ກໍຮູ້ວ່າ “ຍັງຂາດຢູ່ເທົ່ານີ້ຫຼືເກີນໄປແລ້ວເທົ່ານີ້” ດັ່ງນີ້ ເຊັ່ນໃດ; ກຸນລະບຸຕນີ້ ກໍເຊັ່ນນັ້ນ: ເຂົາຮູ້ຈັກຄວາມໄດ້ມາແຫ່ງໂພຄະຊັບ ຮູ້ຈັກຄວາມສິ້ນໄປແຫ່ງໂພຄະຊັບ ແລ້ວດຳຣົງຊີວິຕຢູ່ຢ່າງສະໝ່ຳສະເໝີ ບໍ່ຟຸມເຟືອຍຫຼາຍ ບໍ່ຝືດເຄືອງຫຼາຍ ໂດຍມີຫຼັກວ່າ “ລາຍໄດ້ຂອງເຮົາຈັກຖ້ວມລາຍຈ່າຍ ແລະລາຍຈ່າຍຂອງເຮົາຈັກບໍ່ຖ້ວມລາຍຮັບ ດ້ວຍອາການຢ່າງນີ້” ດັ່ງນີ້.

ພະຍັກຄະປັດຊະ ! ຖ້າກຸນລະບຸຕນີ້ ເປັນຜູ້ມີລາຍໄດ້ໜ້ອຍ ແຕ່ສຳເລັດການເປັນຢູ່ຢ່າງຟຸມເຟືອຍແລ້ວ ກໍຈະມີຜູ້

ຄະຣາວາສຊັ້ນເລີດ

ກ່າວວ່າ ກຸນລະບຸຕນີ້ໃຊ້ຈ່າຍໂພຄະຊັບ (ຢ່າງປະໆຖິ້ມໆ) ເໝືອນຄົນກິນໝາກເດື່ອ ເຊັ່ນໃດກໍເຊັ່ນນັ້ນ.

ພະຍັກຄະປັດຊະ ! ແຕ່ຖ້າກຸນລະບຸຕນີ້ ເປັນຜູ້ມີລາຍໄດ້ມະຫາສານ ແຕ່ສຳເລັດການເປັນຢູ່ຢ່າງຄັບແຄ້ນແລ້ວນັ້ນ ກໍຈະມີຜູ້ກ່າວວ່າ ກຸນລະບຸຕນີ້ຈັກຕາຍອົດຕາຍຢາກຢ່າງຄົນອະນາຖາ.

ພະຍັກຄະປັດຊະ ! ເມື່ອໃດ ກຸນລະບຸຕນີ້ ຮູ້ຈັກຄວາມໄດ້ມາແຫ່ງໂພຄະຊັບ ຮູ້ຈັກຄວາມສິ້ນໄປແຫ່ງໂພຄະຊັບ ແລ້ວດຳຣົງຊີວິຕຢູ່ຢ່າງສະໝ່ຳສະເໝີ ບໍ່ຟຸມເຟືອຍຫຼາຍ ບໍ່ຝືດເຄືອງຫຼາຍ ໂດຍມີຫຼັກວ່າ “ລາຍໄດ້ຂອງເຮົາຈັກຖ້ວມລາຍຈ່າຍ ແລະລາຍຈ່າຍຂອງເຮົາຈັກບໍ່ຖ້ວມລາຍຮັບ ດ້ວຍອາການຢ່າງນີ້” ດັ່ງນີ້.

ພະຍັກຄະປັດຊະ ! ນີ້ຮຽກວ່າສະມະຊີວິຕາ (ການລ້ຽງຊີວິຕຢ່າງສົມດຸນພໍພຽງແກ່ຖານະ).

ຄະຣາວາສຊັ້ນເລີດ

ທັມ ໔ ປະການນີ້

ຍ່ອມເປັນໄປເພື່ອປະໂຍຊນ໌

ເພື່ອຄວາມສຸຂໃນປັດຈຸບັນແກ່ກຸນລະບຸຕ

ທັມ ໔ ປະການເປັນແນວໃດ ? ຄື:

ອຸຕຖານະສັມປະທາ ໑

ອາຣັກຂະສັມປະທາ ໑

ກັລຍານະມິຕຕະຕາ ໑

ສະມະຊີວິຕາ ໑

- ບາລີ ອັຕຖກ. ອັງ. ໒໓/໒໘໙/໑໔໔.

ຄະຣາວາສຊັ້ນເລີດ

ປາກທາງແຫ່ງຄວາມຈະເຣີນ ໔ ປະການ

ຂອງໂພຄະຊັບທີ່ເກີດຂຶ້ນພ້ອມແລ້ວຢ່າງນີ້ ມີຢູ່ ຄື:

ຄວາມບໍ່ເປັນນັກເລງຍິງ,

ບໍ່ເປັນນັກເລງສຸຣາ,

ບໍ່ເປັນນັກເລງການພະນັນ,

ແລະມີມິຕສະຫາຍເພື່ອນຝູງທີ່ດີງາມ.

- ບາລີ ອັຕຖກ. ອັງ. ໒໓/໒໙໒/໑໔໔.

ຄະຣາວາສຊັ້ນເລີດ

ເຫດຈະເຣີນແລະເຫດເສື່ອມ

ແຫ່ງຊັບ ໔ ປະການ ໐໙

- ບາລີ ອັຕຖກ. ອັງ. ໒໓/໒໙໑-໒໙໓/໑໔໔.

ພະຍັກຄະປັດຊະ ! ປາກທາງແຫ່ງຄວາມເສື່ອມ ໔ ປະການ ຂອງໂພຄະຊັບທີ່ເກີດຂຶ້ນພ້ອມແລ້ວຢ່າງນີ້ມີຢູ່ ຄື:

(໑) ຄວາມເປັນນັກເລງຍິງ

(໒) ເປັນນັກເລງສຸຣາ

(໓) ເປັນນັກເລງການພະນັນ

(໔) ແລະມີມິຕສະຫາຍເພື່ອນຝູງຊົ່ວຊາມ.

ພະຍັກຄະປັດຊະ ! ປຽບເໝືອນທາງນ້ຳເຂົ້າ ໔ ທາງທາງນ້ຳອອກ ໔ ທາງຂອງບຶງໃຫຍ່ມີຢູ່, ບຸຣຸສປິດທາງນ້ຳເຂົ້າເຫຼົ່ານັ້ນເສຍ ແລະເປີດທາງນ້ຳອອກເຫຼົ່ານັ້ນດ້ວຍ ທັງຝົນກໍບໍ່ຕົກລົງມາຕາມທີ່ຄວນ.

ພະຍັກຄະປັດຊະ ! ເມື່ອເປັນຢ່າງນັ້ນ ມີແຕ່ຄວາມເຫືອດແຫ້ງເທົ່ານັ້ນທີ່ຫວັງໄດ້ສຳລັບບຶງໃຫຍ່ນັ້ນ ຄວາມເຕັມປ່ຽມຍ່ອມບໍ່ມີທາງທີ່ຈະຫວັງໄດ້ ນີ້ເຊັ່ນໃດ;

ຄະຣາວາສຊັ້ນເລີດ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ