ຄວາມສັນໂດດ

ໜ້າ/ 65

ຈັກເປັນຜູ້ສັນໂດດດ້ວຍເສນາສະນະຕາມມີຕາມໄດ້ ແລະຈັກເປັນຜູ້ກ່າວສັນລະເສີນຄຸນແຫ່ງຄວາມສັນໂດດດ້ວຍເສນາສະ ນະຕາມມີຕາມໄດ້ ຈັກບໍ່ເຖິງກາຣສະແຫວງຫາອັນບໍ່ສົມຄວນເພາະເຫຕແຫ່ງເສນາສະນະ ບໍ່ໄດ້ເສນາສະນະກໍບໍ່ສະດຸ້ງ ຄັນໄດ້ເສນາສະນະແລ້ວ ກໍບໍ່ກຳນັດ ບໍ່ມົວເມົາ ບໍ່ຫລົງ ມີປົກກະຕິເຫັນໂທສ ມີປັນຍາເປັນເຄື່ອງສະລັດອອກ ໃຊ້ສອຍຢູ່.

ຈັກເປັນຜູ້ສັນໂດດດ້ວຍຄິລານະປັຈຈັຍເພສັຊບໍຣິຂາຣຕາມມີຕາມໄດ້ ແລະຈັກເປັນຜູ້ກ່າວສັນລະເສີນຄຸນແຫ່ງຄວາມສັນໂດດດ້ວຍຄິລານະປັຈຈັຍເພສັຊບໍຣິຂາຣຕາມມີຕາມໄດ້ ຈັກບໍ່ເຖິງກາຣສະແຫວງຫາອັນບໍ່ສົມຄວນເພາະເຫຕແຫ່ງຄິລານະປັຈຈັຍເພສັຊບໍຣິຂາຣ ບໍ່ໄດ້ຄິລານະປັຈຈັຍເພສັຊບໍຣິຂາຣກໍບໍ່ສະດຸ້ງ ຄັນໄດ້ຄິລານະປັຈຈັຍເພສັຊບໍຣິຂາຣແລ້ວ ກໍບໍ່ກຳນັດ ບໍ່ມົວເມົາ ບໍ່ຫລົງ ມີປົກກະຕິເຫັນໂທສ ມີປັນຍາເປັນເຄື່ອງສະລັດອອກ ບໍຣິໂພຄຢູ່. ພິກຂຸທັງຫລາຍ ພວກເຈົ້າທັງຫລາຍຄວນສຶກສາຢ່າງນີ້ແລ.

ພິກຂຸທັງຫລາຍ! ເຮົາກ່າວສອນພວກເຈົ້າທັງຫລາຍຕາມແບບກັສສະປະ ຫລືຜູ້ໃດທີ່ເປັນເຊັ່ນກັສສະປະ ແລະເມື່ອພວກເຈົ້າທັງຫລາຍໄດ້ຮັບໂອວາທນີ້ແລ້ວ ຄວນປະຕິບັຕເພື່ອຄວາມເປັນຢ່າງນັ້ນ ດັ່ງນີ້.

ສັງຍຸຕຕະນິກາຍ ນິທານະວັຄ ໑໖/໑໙໒/໔໖໒

ອະຣິຍະວົງສ໌ ໔ ທີ່ວິນຍູຊົນສັນລະເສີນວ່າເປັນເລີດ

ພິກຂຸທັງຫລາຍ! ອະຣິຍະວົງສ໌ ໔ ປະກາຣນີ້ ວິນຍູຊົນສັນລະເສີນວ່າເປັນເລີດ ມີມານານ ເປັນເຊື້ອສາຍແຫ່ງພຣະອະຣິຍະ ເປັນຂອງເກົ່າ ບໍ່ກະແຈກກະຈາຍ ບໍ່ເຄີຍກະແຈກກະຈາຍ ອັນບັນດິຕບໍ່ລັງກຽດ ຈັກບໍ່ລັງກຽດ ວິນຍູຊົນທັງສະມະນະແລະພຣາມນ໌ບໍ່ລັງກຽດ. ອະຣິຍະວົງສ໌ ໔ ປະກາຣເປັນຢ່າງໃດ?

ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ເປັນຜູ້ສັນໂດດດ້ວຍຈີວອຣຕາມມີຕາມໄດ້ ແລະເປັນຜູ້ກ່າວສັນລະເສີນຄຸນແຫ່ງຄວາມສັນໂດດດ້ວຍຈີວອຣຕາມມີຕາມໄດ້ ບໍ່ເຖິງກາຣສະ ແຫວງຫາອັນບໍ່ສົມຄວນເພາະເຫຕແຫ່ງຈີວອຣ ບໍ່ໄດ້ຈີວອຣກໍບໍ່ສະດຸ້ງ ຄັນໄດ້ຈີວອຣແລ້ວ ກໍບໍ່ກຳນັດ ບໍ່ມົວເມົາ ບໍ່ຫລົງ ມີປົກກະຕິເຫັນໂທສ ມີປັນຍາເປັນເຄື່ອງສະລັດອອກ ໃຊ້ສອຍຢູ່ ບໍ່ຍົກຕົນ ບໍ່ຂົ່ມຜູ້ອື່ນເພາະເຫຕແຫ່ງຄວາມສັນໂດດດ້ວຍຈີວອຣຕາມມີຕາມໄດ້ນັ້ນ. ຈິງຢູ່ ພິກຂຸໃດເປັນຜູ້ຂະຫຍັນ ບໍ່ກຽດຄ້ານໃນກາຣສັນໂດດດ້ວຍຈີວອຣຕາມມີຕາມໄດ້ນັ້ນ ມີສັມປະຊັນຍະ ມີສະຕິສະເພາະໜ້າ. ພິກຂຸທັງຫລາຍ ພິກຂຸນີ້ເຮົາກ່າວວ່າ ເປັນຜູ້ຕັ້ງຢູ່ໃນອະຣິຍະວົງສ໌ອັນເປັນຂອງເກົ່າ ເຊິ່ງວິນຍູຊົນສັນລະເສີນວ່າເປັນເລີດ.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເປັນຜູ້ສັນໂດດດ້ວຍບິນທະບາຕຕາມມີຕາມໄດ້ ແລະເປັນຜູ້ກ່າວສັນລະເສີນຄຸນແຫ່ງຄວາມສັນໂດດດ້ວຍບິນທະບາຕຕາມມີຕາມໄດ້ ບໍ່ເຖິງກາຣສະແຫວງຫາອັນບໍ່ສົມຄວນເພາະເຫຕແຫ່ງບິນທະບາຕ ບໍ່ໄດ້ບິນທະບາຕກໍບໍ່ສະດຸ້ງ ຄັນໄດ້ບິນທະບາຕແລ້ວ ກໍບໍ່ກຳນັດ ບໍ່ມົວເມົາ ບໍ່ຫລົງ ມີປົກກະຕິເຫັນໂທສ ມີປັນຍາເປັນເຄື່ອງສະລັດອອກ ໃຊ້ສອຍຢູ່ ບໍ່ຍົກຕົນ ບໍ່ຂົ່ມຜູ້ອື່ນເພາະເຫຕແຫ່ງຄວາມສັນໂດດດ້ວຍບິນທະບາຕຕາມມີຕາມໄດ້ນັ້ນ. ຈິງຢູ່ ພິກຂຸໃດເປັນຜູ້ຂະຫຍັນ ບໍ່ກຽດຄ້ານໃນກາຣສັນໂດດດ້ວຍບິນທະບາຕຕາມມີຕາມໄດ້ນັ້ນ ມີສັມປະຊັນຍະ ມີສະຕິສະເພາະໜ້າ. ພິກຂຸທັງຫລາຍ ພິກຂຸນີ້ເຮົາກ່າວວ່າ ເປັນຜູ້ຕັ້ງຢູ່ໃນອະຣິຍະວົງສ໌ອັນເປັນຂອງເກົ່າ ເຊິ່ງວິນຍູຊົນສັນລະເສີນວ່າເປັນເລີດ.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເປັນຜູ້ສັນໂດດດ້ວຍເສນາສະນະຕາມມີຕາມໄດ້ ແລະເປັນຜູ້ກ່າວສັນລະເສີນຄຸນແຫ່ງຄວາມສັນໂດດດ້ວຍເສນາສະນະຕາມມີຕາມໄດ້ ບໍ່ເຖິງກາຣສະແຫວງຫາອັນບໍ່ສົມຄວນເພາະເຫຕແຫ່ງເສນາສະນະ ບໍ່ໄດ້ເສນາສະນະກໍບໍ່ສະດຸ້ງ ຄັນໄດ້ເສນາສະນະແລ້ວ ກໍບໍ່ກຳນັດ ບໍ່ມົວເມົາ ບໍ່ຫລົງ ມີປົກກະຕິເຫັນໂທສ ມີປັນຍາເປັນເຄື່ອງສະລັດອອກ ໃຊ້ສອຍຢູ່ ບໍ່ຍົກຕົນ ບໍ່ຂົ່ມຜູ້ອື່ນເພາະເຫຕແຫ່ງຄວາມສັນໂດດດ້ວຍເສນາສະນະຕາມມີຕາມໄດ້ນັ້ນ. ຈິງຢູ່ ພິກຂຸໃດເປັນຜູ້ຂະຫຍັນ ບໍ່ກຽດຄ້ານໃນກາຣສັນໂດດດ້ວຍເສນາສະນະຕາມມີຕາມໄດ້ນັ້ນ ມີສັມປະຊັນຍະ ມີສະຕິສະເພາະໜ້າ. ພິກຂຸທັງຫລາຍ ພິກຂຸນີ້ເຮົາກ່າວວ່າ ເປັນຜູ້ຕັ້ງຢູ່ໃນອະຣິຍະວົງສ໌ອັນເປັນຂອງເກົ່າ ເຊິ່ງວິນຍູຊົນສັນລະເສີນວ່າເປັນເລີດ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ