ຄວາມສັນໂດດ
ໜ້າ/ 65
ອານົນທ໌! ເພາະເຫຕນັ້ນແລ ພວກເຈົ້າທັງຫລາຍຈົ່ງປະພຶຕຕໍ່ເຮົາດ້ວຍຄວາມເປັນມິຕເຖີດ ຢ່າປະພຶຕຕໍ່ເຮົາດ້ວຍຄວາມເປັນສັດຕູເລີຍ ຂໍ້ນັ້ນຈັກເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂແກ່ພວກເຈົ້າທັງຫລາຍຕລອດກາລນານ.
ອານົນທ໌! ເຮົາຈັກບໍ່ພະຍາຍາມກະທຳກັບພວກເຈົ້າຢ່າງທະນຸຖະໜອມເໝືອນຊ່າງໝໍ້ກະທຳແກ່ໝໍ້ທີ່ຍັງປຽກຍັງດິບຢູ່; ອານົນທ໌ ເຮົາຈັກຂະນາບແລ້ວ ຂະນາບອີກບໍ່ມີຢຸດ;
ອານົນທ໌! ເຮົາຈັກຊີ້ໂທສແລ້ວ ຊີ້ໂທສອີກບໍ່ມີຢຸດ ຜູ້ໃດມີມັຄຜົລເປັນແກ່ນສາຣ ຜູ້ນັ້ນຈັກທົນຢູ່ໄດ້.
ເມື່ອພຣະຜູ້ມີພຣະພາຄໄດ້ຕຣັສພາສິຕນີ້ແລ້ວ ທ່ານພຣະອານົນທ໌ມີໃຈຊື່ນຊົມຍິນດີພຣະພາສິຕຂອງພຣະຜູ້ມີພຣະພາຄແລ.
ມັຊຊິມະນິກາຍ ອຸປະຣິປັນນາສກ໌ ໑໔/໑໘໕-໑໙໓/໓໔໓-໓໕໖
ພຣະຜູ້ມີພຣະພາຄຊົງປຣາຣົພເຖິງທ່ານພຣະມະຫາກັສສະປະທີ່ທ່ານເປັນຜູ້ສັນໂດດ
ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ເຂຕພຣະນະຄອຣສາວັຕຖີ. ໃນທີ່ນັ້ນແລ ພຣະຜູ້ມີພຣະພາຄຕຣັສຮຽກພິກຂຸທັງຫລາຍ...ແລ້ວໄດ້ຕຣັສວ່າ:
ພິກຂຸທັງຫລາຍ! ກັສສະປະນີ້ເປັນຜູ້ສັນໂດດດ້ວຍຈີວອຣຕາມມີຕາມໄດ້ ແລະເປັນຜູ້ກ່າວສັນລະເສີນຄຸນແຫ່ງຄວາມສັນໂດດດ້ວຍຈີວອຣຕາມມີຕາມໄດ້ ບໍ່ເຖິງກາຣສະແຫວງຫາອັນບໍ່ສົມຄວນເພາະເຫຕແຫ່ງຈີວອຣ ບໍ່ໄດ້ຈີວອຣກໍບໍ່ສະດຸ້ງ ຄັນໄດ້ຈີວອຣແລ້ວ ກໍບໍ່ກຳນັດ ບໍ່ມົວເມົາ ບໍ່ຫລົງ ມີປົກກະຕິເຫັນໂທສ ມີປັນຍາເປັນເຄື່ອງສະລັດອອກ ໃຊ້ສອຍຢູ່.
ພິກຂຸທັງຫລາຍ! ກັສສະປະນີ້ເປັນຜູ້ສັນໂດດດ້ວຍບິນທະບາຕຕາມມີຕາມໄດ້ ແລະເປັນຜູ້ກ່າວສັນລະເສີນຄຸນແຫ່ງຄວາມສັນໂດດດ້ວຍບິນທະບາຕຕາມມີຕາມໄດ້ ບໍ່ເຖິງກາຣສະແຫວງ ຫາອັນບໍ່ສົມຄວນເພາະເຫຕແຫ່ງບິນທະບາຕ ບໍ່ໄດ້ບິນທະບາຕກໍບໍ່ສະດຸ້ງ ຄັນໄດ້ບິນທະບາຕແລ້ວ ກໍບໍ່ກຳນັດ ບໍ່ມົວເມົາ ບໍ່ຫລົງ ມີປົກກະຕິເຫັນໂທສ ມີປັນຍາເປັນເຄື່ອງສະລັດອອກ ບໍຣິໂພຄຢູ່.
ພິກຂຸທັງຫລາຍ! ກັສສະປະນີ້ເປັນຜູ້ສັນໂດດດ້ວຍເສນາສະນະຕາມມີຕາມໄດ້ ແລະເປັນຜູ້ກ່າວສັນລະເສີນຄຸນແຫ່ງຄວາມສັນໂດດດ້ວຍເສນາສະນະຕາມມີຕາມໄດ້ ບໍ່ເຖິງກາຣສະ ແຫວງຫາອັນບໍ່ສົມຄວນເພາະເຫຕແຫ່ງເສນາສະນະ ບໍ່ໄດ້ເສນາສະນະກໍບໍ່ສະດຸ້ງ ຄັນໄດ້ເສນາສະນະແລ້ວ ກໍບໍ່ກຳນັດ ບໍ່ມົວເມົາ ບໍ່ຫລົງ ມີປົກກະຕິເຫັນໂທສ ມີປັນຍາເປັນເຄື່ອງສະລັດອອກ ໃຊ້ສອຍຢູ່.
ພິກຂຸທັງຫລາຍ! ກັສສະປະນີ້ເປັນຜູ້ສັນໂດດດ້ວຍຄິລານະປັຈຈັຍເພສັຊບໍຣິຂາຣຕາມມີຕາມໄດ້ ແລະເປັນຜູ້ກ່າວສັນລະເສີນຄຸນແຫ່ງຄວາມສັນໂດດດ້ວຍຄິລານະປັຈຈັຍເພສັຊບໍຣິຂາຣຕາມມີຕາມໄດ້ ບໍ່ເຖິງກາຣສະແຫວງຫາອັນບໍ່ສົມຄວນເພາະເຫຕແຫ່ງຄິລານະປັຈຈັຍເພສັຊບໍຣິຂາຣ ບໍ່ໄດ້ຄິລານະປັຈຈັຍເພສັຊບໍຣິຂາຣກໍບໍ່ສະດຸ້ງ ຄັນໄດ້ຄິລານະປັຈຈັຍເພສັຊບໍຣິຂາຣແລ້ວ ກໍບໍ່ກຳນັດ ບໍ່ມົວເມົາ ບໍ່ຫລົງ ມີປົກກະຕິເຫັນໂທສ ມີປັນຍາເປັນເຄື່ອງສະລັດອອກ ບໍຣິໂພຄຢູ່.
ພິກຂຸທັງຫລາຍ! ເພາະເຫຕນັ້ນແລ ພວກເຈົ້າທັງຫລາຍຄວນສຶກສາຢ່າງນີ້ວ່າ ເຮົາທັງຫລາຍຈັກເປັນຜູ້ສັນໂດດດ້ວຍຈີວອຣຕາມມີຕາມໄດ້ ແລະຈັກເປັນຜູ້ກ່າວສັນລະເສີນຄຸນແຫ່ງຄວາມສັນໂດດດ້ວຍຈີວອຣຕາມມີຕາມໄດ້ ຈັກບໍ່ເຖິງກາຣສະແຫວງ ຫາອັນບໍ່ສົມຄວນເພາະເຫຕແຫ່ງຈີວອຣ ບໍ່ໄດ້ຈີວອຣກໍບໍ່ສະດຸ້ງ ຄັນໄດ້ຈີວອຣແລ້ວ ກໍບໍ່ກຳນັດ ບໍ່ມົວເມົາ ບໍ່ຫລົງ ມີປົກກະຕິເຫັນໂທສ ມີປັນຍາເປັນເຄື່ອງສະລັດອອກ ໃຊ້ສອຍຢູ່.
ຈັກເປັນຜູ້ສັນໂດດດ້ວຍບິນທະບາຕຕາມມີຕາມໄດ້ ແລະຈັກເປັນຜູ້ກ່າວສັນລະເສີນຄຸນແຫ່ງຄວາມສັນໂດດດ້ວຍບິນທະບາຕຕາມມີຕາມໄດ້ ຈັກບໍ່ເຖິງກາຣສະແຫວງຫາອັນບໍ່ສົມຄວນເພາະເຫຕແຫ່ງບິນທະບາຕ ບໍ່ໄດ້ບິນທະບາຕກໍບໍ່ສະດຸ້ງ ຄັນໄດ້ບິນທະບາຕແລ້ວ ກໍບໍ່ກຳນັດ ບໍ່ມົວເມົາ ບໍ່ຫລົງ ມີປົກກະຕິເຫັນໂທສ ມີປັນຍາເປັນເຄື່ອງສະລັດອອກ ບໍຣິໂພຄຢູ່.








