ຄວາມສັນໂດດ

ໜ້າ/ 65

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເປັນຜູ້ມີພາວະນາເປັນທີ່ມາຍິນດີ ຍິນດີແລ້ວໃນພາວະນາ ມີປະຫານະເປັນທີ່ມາຍິນດີ ຍິນດີແລ້ວໃນປະຫານະ ບໍ່ຍົກຕົນ ບໍ່ຂົ່ມຜູ້ອື່ນເພາະຄວາມທີ່ມີພາວະນາເປັນທີ່ມາຍິນດີ ເພາະຍິນດີໃນພາວະນາ ເພາະມີປະຫານະເປັນທີ່ມາຍິນດີ ເພາະຍິນດີໃນປະຫານະນັ້ນ. ຈິງຢູ່ ພິກຂຸໃດເປັນຜູ້ຂະຫຍັນ ບໍ່ກຽດຄ້ານໃນພາວະນາແລະປະຫານະນັ້ນ ມີສັມປະຊັນຍະ ມີສະຕິສະເພາະໜ້າ. ພິກຂຸທັງຫລາຍ ພິກຂຸນີ້ເຮົາກ່າວວ່າ ເປັນຜູ້ຕັ້ງຢູ່ໃນອະຣິຍະວົງສ໌ອັນເປັນຂອງເກົ່າ ເຊິ່ງວິນຍູຊົນສັນລະເສີນວ່າເປັນເລີດ.

ພິກຂຸທັງຫລາຍ! ອະຣິຍະວົງສ໌ ໔ ປະກາຣນີ້ແລ ວິນຍູຊົນສັນລະເສີນວ່າເປັນເລີດ ມີມານານ ເປັນເຊື້ອສາຍແຫ່ງພຣະອະຣິຍະ ເປັນຂອງເກົ່າ ບໍ່ກະແຈກກະຈາຍ ບໍ່ເຄີຍກະແຈກກະຈາຍ ອັນບັນດິຕບໍ່ລັງກຽດ ຈັກບໍ່ລັງກຽດ ວິນຍູຊົນທັງສະມະນະແລະພຣາມນ໌ບໍ່ລັງກຽດ.

ພິກຂຸທັງຫລາຍ! ພິກຂຸຜູ້ປະກອບດ້ວຍອະຣິຍະວົງສ໌ ໔ ປະກາຣນີ້ ເຖິງແມ່ນວ່າຢູ່ໃນທິສຕາເວັນອອກ ເຂົາຍ່ອມຄອບງຳຄວາມບໍ່ຍິນດີເສຍໄດ້ ຄວາມບໍ່ຍິນດີຍ່ອມບໍ່ຄອບງຳເຂົາໄດ້.

ເຖິງແມ່ນວ່າຢູ່ໃນທິສຕາເວັນຕົກ ເຂົາຍ່ອມຄອບງຳຄວາມບໍ່ຍິນດີເສຍໄດ້ ຄວາມບໍ່ຍິນດີຍ່ອມບໍ່ຄອບງຳເຂົາໄດ້.

ເຖິງແມ່ນວ່າຢູ່ໃນທິສເໜືອ ເຂົາຍ່ອມຄອບງຳຄວາມບໍ່ຍິນດີເສຍໄດ້ ຄວາມບໍ່ຍິນດີຍ່ອມບໍ່ຄອບງຳເຂົາໄດ້.

ເຖິງແມ່ນວ່າຢູ່ໃນທິສໃຕ້ ເຂົາຍ່ອມຄອບງຳຄວາມບໍ່ຍິນດີເສຍໄດ້ ຄວາມບໍ່ຍິນດີຍ່ອມບໍ່ຄອບງຳເຂົາໄດ້.

ຂໍ້ນັ້ນເພາະເຫຕໃດ?

ເພາະເຂົາເປັນທີຣະຊົນຄອບງຳຄວາມບໍ່ຍິນດີແລະຄວາມຍິນດີໄດ້.

ຄວາມຍິນດີຍ່ອມຄອບງຳທີຣະຊົນບໍ່ໄດ້ ຄວາມບໍ່ຍິນດີບໍ່ສາມາດຄອບງຳທີຣະຊົນ ທີຣະຊົນຍ່ອມຄອບງຳຄວາມບໍ່ຍິນດີໄດ້ ເພາະທີຣະຊົນເປັນຜູ້ຄອບງຳຄວາມບໍ່ຍິນດີ ກິເລສອັນໃດຈະມາກາງກັ້ນບຸຄຄົລຜູ້ກຳຈັດກິເລສເສຍແລ້ວ ມີປົກກະຕິລະກັມທັງປວງໄດ້ເດັດຂາດ ໃຜຈະຕິຕຽນບຸຄຄົລນັ້ນ ຜູ້ເປັນດັ່ງແທ່ງຄຳຊົມພູນຸທ ແມ່ນແຕ່ເທວະດາກໍຍັງຊື່ນຊົມ ພຣົມກໍຍັງສັນລະເສີນເຂົາ.

ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ ໒໑/໒໗/໒໘

ພຣະຜູ້ມີພຣະພາຄຊົງແນະນຳໃຫ້ທ່ານພຣະມະຫາກັສສະປະຊົງຄະຫະບໍດີຈີວອຣ

ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະເວລຸວັນ ໆລໆ ເຂຕພຣະນະຄອຣຣາຊະຄຶຫ໌ ຄັ້ງນັ້ນແລ ທ່ານພຣະມະຫາກັສສະປະເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ອະພິວາທ ພຣະຜູ້ມີພຣະພາຄແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ.

ເມື່ອທ່ານພຣະມະຫາກັສສະປະນັ່ງຮຽບຮ້ອຍແລ້ວ ພຣະຜູ້ມີພຣະພາຄໄດ້ຕຣັສດັ່ງນີ້ວ່າ:

ກັສສະປະ! ບັດນີ້ເຈົ້າຊະຣາແລ້ວ ຜ້າປ່ານບັງສຸກຸລເຫລົ່ານີ້ຂອງເຈົ້າໜັກ ບໍ່ໜ້ານຸ່ງຫົ່ມ ເພາະເຫຕນັ້ນແລ ເຈົ້າຈົ່ງຊົງຄະຫະບໍດີຈີວອຣ ຈົ່ງບໍຣິໂພຄໂພຊະນະທີ່ເຂົານິມົນ ແລະຈົ່ງຢູ່ໃນສຳນັກຂອງເຮົາເຖີດ.

ທ່ານພຣະມະຫາກັສສະປະກຣາບທູລວ່າ:

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ເປັນເວລານານມາແລ້ວທີ່ຂ້ານ້ອຍຢູ່ປ່າເປັນວັຕ ແລະກ່າວສັນລະເສີນຄຸນແຫ່ງກາຣຢູ່ປ່າເປັນວັຕ, ເປັນຜູ້ທ່ຽວບິນທະບາຕເປັນວັຕ ແລະກ່າວສັນລະເສີນຄຸນແຫ່ງກາຣທ່ຽວບິນທະບາຕເປັນວັຕ, ເປັນຜູ້ຊົງຜ້າບັງສຸກຸລເປັນວັຕ ແລະກ່າວສັນລະເສີນຄຸນແຫ່ງກາຣຊົງຜ້າບັງສຸກຸລເປັນວັຕ, ເປັນຜູ້ຊົງໄຕຣຈີວອຣເປັນວັຕ ແລະກ່າວສັນລະເສີນຄຸນແຫ່ງກາຣຊົງໄຕຣຈີວອຣເປັນວັຕ, ເປັນຜູ້ມີຄວາມມັກນ້ອຍ ແລະກ່າວສັນລະເສີນຄຸນແຫ່ງຄວາມເປັນຜູ້ມັກນ້ອຍ, ເປັນຜູ້ສັນໂດດ ແລະກ່າວສັນລະເສີນຄຸນແຫ່ງຄວາມເປັນຜູ້ສັນໂດດ, ເປັນຜູ້ສງັດຈາກໝູ່ ແລະກ່າວສັນລະເສີນຄຸນແຫ່ງຄວາມເປັນຜູ້ສງັດຈາກໝູ່, ເປັນຜູ້ບໍ່ຄຸກຄີດ້ວຍໝູ່ ແລະກ່າວສັນລະເສີນຄຸນແຫ່ງຄວາມເປັນຜູ້ບໍ່ຄຸກຄີດ້ວຍໝູ່, ເປັນຜູ້ປຣາຣົພຄວາມພຽນ ແລະກ່າວສັນລະເສີນຄຸນແຫ່ງກາຣປຣາຣົພຄວາມພຽນ ດັ່ງນີ້.

ພຣະຜູ້ມີພຣະພາຄຕຣັສຖາມວ່າ:

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ