ຄວາມສັນໂດດ
ໜ້າ/ 65
ອານົນທ໌! ອຸປັທທະວະຂອງຜູ້ປະພຶຕພຣົມມະຈັນຍ໌ຍ່ອມມີໄດ້ຢ່າງໃດ? ອານົນທ໌ ຕະຖາຄົຕອຸບັຕຂຶ້ນໃນໂລກນີ້ ເປັນພຣະອະຣະຫັນຕ໌ ຕຣັສຮູ້ເອງໂດຍຊອບ ເຖິງພ້ອມດ້ວຍວິຊຊາແລະຈະຣະນະ ສະເດັຈໄປດີແລ້ວ ຊົງຮູ້ແຈ້ງໂລກ ເປັນສາຣະຖີຝຶກບຸຣຸສທີ່ຄວນຝຶກບໍ່ມີຜູ້ອື່ນຍິ່ງກວ່າ ເປັນສາສດາຂອງເທວະດາແລະມະນຸສທັງຫລາຍ ເປັນຜູ້ເບີກບານແລ້ວ ເປັນຜູ້ຈຳແນກທັມ ຕະຖາຄົຕນັ້ນຍ່ອມພໍໃຈໃນເສນາສະນະອັນສງັດຄື ປ່າ ເຫງົ້າໄມ້ ພູເຂົາ ຮ່ອມພູ ຖ້ຳ ປ່າຊ້າ ປ່າທຶບ ທີ່ແຈ້ງ ແລະປ່າເລົ່າ ເມື່ອຕະຖາຄົຕນັ້ນຫລີກອອກຢູ່ຢ່າງນັ້ນ, ພວກພຣາມນ໌ແລະຄະຫະບໍດີ ຊາວນິຄົມແລະຊາວຊົນບົທຈະພາກັນເຂົ້າໄປຫາ, ເມື່ອພວກພຣາມນ໌ແລະຄະຫະບໍດີ ຊາວນິຄົມແລະຊາວຊົນບົທພາກັນເຂົ້າໄປຫາແລ້ວ ຕະຖາຄົຕນັ້ນຍ່ອມບໍ່ຍິນດີໃນ ຄວາມໝົກມົ່ນ ບໍ່ເຖິງຄວາມຢາກໄດ້ ບໍ່ວຽນມາເພື່ອຄວາມເປັນຜູ້ມັກມາກ.
ສ່ວນສາວົກຂອງຕະຖາຄົຕນັ້ນແລ ເມື່ອເພີ່ມພູນວິເວກຕາມສາສດາພຣະອົງຄ໌ນັ້ນ ຍ່ອມພໍໃຈໃນເສນາສະນະອັນສງັດຄື ປ່າ ເຫງົ້າໄມ້ ພູເຂົາ ຮ່ອມພູ ຖ້ຳ ປ່າຊ້າ ປ່າທຶບ ທີ່ແຈ້ງ ແລະປ່າເລົ່າ ເມື່ອສາວົກນັ້ນຫລີກອອກຢູ່ຢ່າງນັ້ນ, ພວກ ພຣາມນ໌ແລະຄະຫະບໍດີ ຊາວນິຄົມແລະຊາວຊົນບົທຈະພາກັນເຂົ້າໄປຫາ, ເມື່ອພວກພຣາມນ໌ແລະຄະຫະບໍດີ ຊາວນິຄົມແລະຊາວຊົນບົທພາກັນເຂົ້າໄປຫາແລ້ວ ສາວົກນັ້ນຍ່ອມຍິນດີໃນຄວາມໝົກມົ່ນ ເຖິງຄວາມຢາກໄດ້ ຈະວຽນມາເພື່ອຄວາມເປັນຜູ້ມັກມາກ.
ອານົນທ໌! ສາວົກນີ້ຮຽກວ່າ ເປັນຜູ້ປະພຶຕພຣົມມະຈັນຍ໌ມີອຸປັທທະວະດ້ວຍອຸປັທທະວະຂອງຜູ້ປະພຶຕພຣົມມະຈັນຍ໌ ອະກຸສົລທັມອັນເປັນບາບ ເສົ້າໝອງ ເປັນເຫຕເກີດໃນພົພໃໝ່ ມີຄວາມກະວົນກະວາຍ ມີທຸກຂ໌ເປັນວິບາກ ເປັນທີ່ຕັ້ງແຫ່ງຊາຕ ຊະຣາ ມະຣະນະຕໍ່ໄປ ໄດ້ຂ້າສາວົກນັ້ນເສຍແລ້ວ. ອານົນທ໌ ອຸປັທທະວະຂອງຜູ້ປະພຶຕພຣົມມະຈັນຍ໌ຍ່ອມມີໄດ້ຢ່າງນີ້ແລ.
ອານົນທ໌! ໃນບັນດາອຸປັທທະວະທັງ ໓ ນັ້ນ ອຸປັທທະວະຂອງຜູ້ປະພຶຕພຣົມມະຈັນຍ໌ນີ້ ມີວິບາກເປັນທຸກຂ໌ ມີວິບາກເຜັດຮ້ອນກວ່າອຸປັທທະວະຂອງອາຈາຣຍ໌ແລະອຸປັທທະວະຂອງສິສ ທັງເປັນໄປເພື່ອຄວາມຕົກຕ່ຳດ້ວຍ.
ອານົນທ໌! ເພາະເຫຕນັ້ນແລ ພວກເຈົ້າທັງຫລາຍຈົ່ງປະພຶຕຕໍ່ເຮົາດ້ວຍຄວາມເປັນມິຕເຖີດ ຢ່າປະພຶຕຕໍ່ເຮົາດ້ວຍຄວາມເປັນສັດຕູເລີຍ ຂໍ້ນັ້ນຈັກເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂແກ່ພວກເຈົ້າທັງຫລາຍຕລອດກາລນານ (ຕັສມາຕິຫະ ມັງ ອານັນທະ ມິຕຕະວະຕາຍະ ສະມຸທາຈະຣະຖະ ມາ ສະ-ປັຕຕະວະຕາຍະ ຕັງ ໂວ ພະວິສສະຕິ ທີຄະຣັຕຕັງ ຫິຕາຍະ ສຸຂາຍະ).
ອານົນທ໌! ກໍສາວົກຍ່ອມປະພຶຕຕໍ່ສາສດາດ້ວຍຄວາມເປັນສັດຕູ ບໍ່ປະພຶຕຕໍ່ສາສດາດ້ວຍຄວາມເປັນມິຕເປັນຢ່າງໃດ?
ອານົນທ໌! ສາສດາໃນທັມວິນັຍນີ້ ເປັນຜູ້ອະນຸເຄາະສະແຫວງຫາປະໂຍຊນ໌ເກື້ອກູນ ອາສັຍຄວາມເອັນດູສະແດງທັມແກ່ສາວົກທັງຫລາຍວ່າ ນີ້ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນແກ່ພວກເຈົ້າທັງຫລາຍ, ນີ້ຍ່ອມເປັນໄປເພື່ອຄວາມສຸຂແກ່ພວກເຈົ້າທັງຫລາຍ, ສາວົກຂອງສາສດານັ້ນກັບບໍ່ຟັງດ້ວຍດີ ບໍ່ງ່ຽງໂສຕະລົງຟັງ ບໍ່ຕັ້ງຈິຕເພື່ອຈະຮູ້ທົ່ວເຖິງ ແລະຍັງປະພຶຕຫລີກລຽງຄຳສອນຂອງສາສດາ. ອານົນທ໌ ຢ່າງນີ້ແລ ສາວົກຊື່ວ່າປະພຶຕຕໍ່ສາສດາດ້ວຍຄວາມເປັນສັດຕູ ບໍ່ປະພຶຕຕໍ່ສາສດາດ້ວຍຄວາມເປັນມິຕ.
ອານົນທ໌! ກໍສາວົກຍ່ອມປະພຶຕຕໍ່ສາສດາດ້ວຍຄວາມເປັນມິຕ ບໍ່ປະພຶຕຕໍ່ສາສດາດ້ວຍຄວາມເປັນສັດຕູເປັນຢ່າງໃດ?
ອານົນທ໌! ສາສດາໃນທັມວິນັຍນີ້ ເປັນຜູ້ອະນຸເຄາະສະແຫວງຫາປະໂຍຊນ໌ເກື້ອກູນ ອາສັຍຄວາມເອັນດູສະແດງທັມແກ່ສາວົກທັງຫລາຍວ່າ ນີ້ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນແກ່ພວກເຈົ້າທັງຫລາຍ, ນີ້ຍ່ອມເປັນໄປເພື່ອຄວາມສຸຂແກ່ພວກເຈົ້າທັງຫລາຍ, ສາວົກຂອງສາສດານັ້ນຍ່ອມຟັງດ້ວຍດີ ຍ່ອມງ່ຽງໂສຕະລົງຟັງ ຍ່ອມຕັ້ງຈິຕເພື່ອຈະຮູ້ທົ່ວເຖິງ ແລະບໍ່ປະພຶຕຫລີກລຽງຄຳສອນຂອງສາສດາ. ອານົນທ໌ ຢ່າງນີ້ແລ ສາວົກຊື່ວ່າປະພຶຕຕໍ່ສາສດາດ້ວຍຄວາມເປັນມິຕ ບໍ່ປະພຶຕຕໍ່ສາສດາດ້ວຍຄວາມເປັນສັດຕູ.








